ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ ເຂົ້າສູ່ຊີວິດຈິງ
ການຖະແຫຼງຂ່າວຂອງຄະນະສະເພາະກິດ ປະຈຳວັນພຸດ ວັນທີ 18 ສິງຫາ 2021 ໃຫ້ຮູ້ວ່າ:
 ສະພາບການລະບາດພະຍາດໂຄວິດ-19 ຢູ່ ສປປ ລາວ, ມາຮອດວັນທີ 17 ສິງຫາ 2021:
• ໄດ້ກວດວິເຄາະທັງໝົດ 2,769 ຄົນ, ໃນນັ້ນ ກວດພົບຜູ້ຕິດເຊື້ອໃໝ່ ທັງໝົດ 381 ຄົນ ເຊິ່ງຕິດເຊື້ອໃນຊຸມຊົນ 48 ຄົນ ເປັນຜູ້ສຳຜັດໃກ້ຊິດນຳຜູ້ຕິດເຊື້ອທີ່ຜ່ານມາ ຄື:
– ນະຄອນຫຼວງ 1 ຄົນ
– ບໍ່ແກ້ວ (ເມືອງຕົ້ນເຜິ້ງ) 1 ຄົນ
– ຄຳມ່ວນ 2 ຄົນ (ເປັນຜູ້ສຳຜັດໃກ້ຊິດຢູ່ສູນຈຳກັດບໍລິເວນ)
– ສະຫວັນນະເຂດ 44 ຄົນ
ສ່ວນ ກໍລະນີນໍາເຂົ້າ ມີ 333 ຄົນ ຈາກ ນະຄອນຫຼວງ 32 ຄົນ, ບໍລິຄຳໄຊ 1 ຄົນ, ຄຳມ່ວນ 146 ຄົນ, ສາລະວັນ 1 ຄົນ, ສະຫວັນນະເຂດ 108 ຄົນ ແລະ ຈຳປາສັກ 45 ຄົນ ເຊິ່ງກວດພົບຈາກແຮງງານລາວ ທີ່ກັບມາແຕ່ປະເທດເພື່ອນບ້ານ ເຂົ້າຕາມຈຸດຜ່ານແດນສາກົນ.
 ປະຈຸບັນ ຜູ້ຕິດເຊື້ອໃໝ່ທັງໝົດ ໄດ້ເຂົ້ານອນແຍກປ່ຽວ ແລະ ຮັບການປິ່ນປົວຢູ່ສະຖານທີ່ປິ່ນປົວທີ່ຖືກກຳນົດໄວ້ຂອງແຂວງ.
 ມາຮອດມື້ນີ້ ພວກເຮົາມີຕົວເລກຜູ້ຕິດເຊື້ອສະສົມທັງໝົດ 11,029 ຄົນ, ຄົນເຈັບເສຍຊີວິດສະສົມ 9 ຄົນ (ໃໝ່ 0) ແລະ ກໍາລັງປິ່ນປົວ ທັງໝົດ 4,194 ຄົນ. ສັງເກດເຫັນວ່າ ການຕິດເຊື້ອສ່ວນໃຫຍ່ ແມ່ນເກີດຂຶ້ນໃນຢູ່ໃນສູນຈຳກັດບໍລິເວນ.
 ສຳລັບ ຈຸດບໍລິການກວດໂຄວິດ-19 ຢູ່ ມສ ສີໂຄດ ໄດ້ເປີດໃຫ້ບໍລິການບັນດາທ່ານທຸກໆມື້ ໃນຕອນເຊົ້າ ເວລາ 9:00-12:00 ໂມງ.
 ສຳລັບ ບ້ານທີ່ຖືກກຳນົດເປັນເຂດແດງ ໃນຂອບເຂດທົ່ວປະເທດ ມີດັ່ງຕໍ່ໄປນີ້:
ລ/ດ
ແຂວງ/Provinces ເມືອງ District ບ້ານ
Village ວັນທີເລີ່ມ
Starting day* ວັນທີສິ້ນສຸດການເປັນເຂດແດງ
Ending Day
1 ນະຄອນຫລວງ ປາກງື່ມ ໂພນຂາມ 05/08/2021 19/08/2021
2 ນະຄອນຫລວງ ໄຊທານີ ໄຜ່ລ້ອມ 14/08/2021 27/08/2021
3 ວຽງຈັນ ວັງວຽງ ນາມອນ 12/08/2021 25/08/2021
4 ວຽງຈັນ ວັງວຽງ ນາຂວາງ 04/08/2021 17/08/2021
5 ສະຫວັນນະເຂດ ສອງຄອນ ໂນນສໍາລານ 03/08/2021 16/08/2021
6 ສະຫວັນນະເຂດ ນະຄອນໄກສອນ ອຸດົມວິໄລ 11/08/2021 24/08/2021
7 ຈໍາປາສັກ ນະຄອນປາກເຊ ພູມ່ວງຂື້ນກັບກຸ່ມບ້ານພູຄຸນ 06/08/2021 19/08/2021
8 ຈໍາປາສັກ ນະຄອນປາກເຊ ແຊງ 07/08/2021 20/08/2021
9 ຈໍາປາສັກ ນະຄອນປາກເຊ ສະພານໄຊ 09/08/2021 22/08/2021
10 ຈໍາປາສັກ ປະທຸມພອນ ເສັດເຕົາເຫຼັກ 08/08/2021 21/08/2021
11 ຈໍາປາສັກ ໂຂງ ນາ 08/08/2021 21/08/2021
12 ຈໍາປາສັກ ໂຂງ ພຽງດີ 08/08/2021 21/08/2021
13 ຈໍາປາສັກ ໂຂງ ຫາງຄອນ 08/08/2021 21/08/2021
ຈໍາປາສັກ ຊະນະສົມບູນ ສີວິໄລ 12/08/2021 25/08/2021
ຈໍາປາສັກ ໂພນທອງ ວັດຫໍ 7/08/2021 20/08/2021
 ການເຝົ້າລະວັງຢູ່ຕາມຈຸດຜ່ານແດນ ໃນຂອບເຂດທົ່ວປະເທດ
• ວັນທີ 17 ສິງຫາ 2021 ມີຜູ້ເດີນທາງຜ່ານເຂົ້າມາຕາມດ່ານຕ່າງໆ ໃນສປປ ລາວ ທັງໝົດ 2,495 ຄົນ, ໄດ້ຖືກເກັບຕົວຢ່າງ ແລະ ນຳສົ່ງເຂົ້າສູນຈຳກັດບໍລິເວນ ທີ່ຄະນະສະເພາະກິດກຳນົດໄວ້;
• ປັດຈຸບັນ ທົ່ວປະເທດ ມີສູນຈຳກັດບໍລິເວນ ທີ່ຍັງເປີດຢູ່ 108 ສູນ ແລະ 45 ໂຮງແຮມ ມີຜູ້ຈຳກັດບໍລິເວນ 12,345 ຄົນ.
• ຜູ້ຈໍາກັດບໍລິເວນສະສົມ ທົ່ວປະເທດ ນັບແຕ່ວັນທີ 01 ມັງກອນ 2021 ຮອດປະຈຸບັນ ມີ 84,015 ຄົນ.
• ນອກຈາກ ການລະບາດຂອງພະຍາດໂຄວິດ-19 ໃນທົ່ວໂລກ ທີ່ເປັນໜ້າເປັນຫ່ວງແລ້ວ ຍັງມີບັນດາປະເທດທີ່ມີຊາຍແດນຕິດຈອດກັບ ສປປ ລາວເຮົາ ທ່ີຄວນເຝົ້າລະວັງ, ຕິດຕາມຢ່າງໃກ້ຊິດ ເປັນຕົ້ນ ປະເທດໄທ ແລະ ສສ ຫວຽດນາມ ທີ່ປັດຈຸບັນນີ້ ໄດ້ເກີດການລະບາດຈາກສາຍພັນເດວຕ້າ ເຮັດໃຫ້ປະເທດດັ່ງກ່າວ ໄດ້ມີການທົບທວນມາດຕະການຕ່າງ ທີ່ຮັດກຸມຂຶ້ນຕື່ມ ເພື່ອຫຼຸດຜ່ອນການລະບາດໄດ້ໂດຍໄວ;
• ດັ່ງທີ່ບັນດາທ່ານຮູ້ແລ້ວວ່າ ການຕິດເຊື້ອໃນບ້ານເຮົາ ສ່ວນໃຫຍ່ ແມ່ນມາຈາກກໍລະນີນຳເຂົ້າ, ຄາດຄະເນວ່າ ຕົວເລກຈະຍັງສືບຕໍ່ເພິ່ມຂຶ້ນ ແລະ ບໍ່ທັນມີທ່າອ່ຽງທີ່ຈະຫຼຸດລົງເທື່ອ ເນື່ອງຈາກ ປັດຈຸບັນ ຍັງມີແຮງງານລາວຈຳນວນຫຼວງຫຼາຍ ເດີນທາງກັບຈາກປະເທດເພື່ອນບ້ານທີ່ກຳລັງມີການລະບາດ ແລະ ນຳເອົາສາຍພັນເດວຕ້າເຂົ້າມາ ໃນ ສປປ ລາວ. ນອກຈາກນັ້ນ, ການປະຕິບັດມາດຕະການປ້ອງກັນການຕິດເຊື້ອຢ່າງຖືກຕ້ອງ ແລະ ເຄັ່ງຄັດ ຢູ່ພາຍໃນສູນຈຳກັດບໍລິເວນ ກໍ່ເປັນສິ່ງທີ່ສຳຄັນຫຼາຍ ເພາະສ່ວນໃຫຍ່ແຮງງານລາວທີ່ເດີນທາງເຂົ້າມາ ບາງຄົນກວດພົບເຫັນເຊື້ອໃນມື້ທຳອິດ, ບາງຄົນກໍ່ກວດພົບເຊື້ອ ໃນວັນທີ 12 ຫຼື 13 ກ່ອນອອກຈາກສູນຈຳກັດບໍລິເວນ ແລະ ບາງຄົນ ກໍ່ແມ່ນພົບເຊື້ອ ພາຍຫຼັງຈາກອອກຈາກສູນ ເຊິ່ງທັງໝົດນີ້ ແມ່ນມີສາເຫດຈາກຈຳນວນສູນຈຳກັດບໍລິເວນທີ່ມີຈຳນວນຈຳກັດ, ບໍ່ສາມາດຮອງຮັບແຮງງານທີ່ເຂົ້າມາເປັນຈຳນວນຫຼວງຫຼາຍໃນແຕ່ລະວັນ, ດ້ວຍເຫດນີ້ ຈຶ່ງເກີດສະພາບການມີຄວາມແອອັດພາຍໃນສູນ, ບໍ່ສາມາດຮັກສາໄລຍະຫ່າງໄດ້ ແລະ ຄວາມເຂົ້າໃຈໃນການປ້ອງກັນຕົວເອງ ຂອງຜູ້ຈຳກັດບໍລິເວນ ຍັງເຮັດບໍ່ໄດ້ດີເທົ່າທີ່ຄວນ. ດັ່ງນັ້ນ, ຈຶ່ງຮຽກຮ້ອງໃຫ້ ອົງການປົກຄອງທ້ອງຖິ່ນ ກໍ່ຄື ພາກສ່ວນທີ່ຮັບທີ່ຄຸ້ມຄອງສູນຈຳກັດບໍລິເວນ ຕ້ອງໄດ້ຂຶ້ນແຜນໃນການສະໜອງ ຜ້າປິດປາກ-ດັງໃຫ້ແກ່ເຈົ້າໜ້າທີ່ ລວມທັງ ທຸກຄົນທີ່ເຂົ້າຈຳກັດບໍລິເວນ ໃຫ້ພຽງພໍ ຢ່າງໜ້ອຍ 2-3 ຜ້າປິດປາກ-ດັງ ຕໍ່ຄົນ ຕໍ່ວັນ ແລະ ໃຫ້ມີສະຖານທີ່ລ້າງມືດ້ວຍສະບູ ຫຼື ຈຸດຕັ້ງເຈວລ້າງມືຂ້າເຊື້ອ ເປັນແຕ່ລະຈຸດ. ນອກຈາກນີ້ ກໍ່ຕ້ອງໝັ່ນໃຫ້ຂໍ້ມູນຂ່າວສານ ໂດຍຜ່ານໂທລະໂຄ່ງ ກ່ຽວກັບ ມາດຕະການຮັກສາໄລຍະຫ່າງທາງສັງຄົມ, ຫຼີກລ້ຽງການຈັບກຸ່ມລົມກັນ ຫຼື ກິນເຂົ້າຮ່ວມກັນ, ຖ້າປະຕິບັດໄດ້ ກໍ່ຈະເຮັດໃຫ້ ອັດຕາການຕິດເຊື້ອພາຍໃນສູນຫຼຸດລົງ ແລະ ພວກເຮົາຈະໄດ້ຕິດຕາມ ສະພາບການຕິດເຊື້ອພາຍໃນສູນ ເປັນແຕ່ລະໄລຍະ ເພື່ອປັບປຸງມາດຕະການໃຫ້ແທດເໝາະວ່ອງໄວ ເຊິ່ງການປະຕິບັດທັງໝົດນີ້ ກໍ່ແມ່ນເພື່ອສະກັດກັ້ນການລະບາດຂອງພະຍາດ ບໍ່ໃຫ້ຂະຫຍາຍເປັນວົງກວ້າງ ແລະ ແຜ່ລາມໃນຊຸມຊົນ;
• ປັດຈຸບັນ ອັດຕາການສັກວັກຊີນເຂັມທີ 1 ໃນ ສປປ ລາວເຮົາ ກວມເອົາ 23.9 % ແລະ ເຂັມທີ 2 ກວມເອົາ 20.5 % , ເພື່ອໃຫ້ບັນລຸເປົ້າໝາຍໃນການສັກວັກຊີນ ໃຫ້ໄດ້ 50 % ຂອງປະຊາກອນທັງໝົດ ໃນທ້າຍປີນີ້. ໃນຕົວຈິງ ບາງແຂວງ ຄື ນະຄອນຫຼວງວຽງຈັນ ມີຄວາມຄືບໜ້າ ສາມາດສັກໄດ້ເຖິງ 393,177 ຄົນ /968,991 ຄົນ ກວມເອົາ 40.5 % ຫຼື 393,177/484,495 (81.1 %). ສະນັ້ນ, ຈຶ່ງຢາກຂໍເຊີນຊວນ ພໍ່ແມ່, ພີ່ນ້ອງ, ປະຊາຊົນ, ທະຫານ, ຕຳຫຼວດ ແລະ ທຸກພາກສ່ວນໃນສັງຄົມ ຈົ່ງພ້ອມໃຈກັນ ໄປຮັບການສັກວັກຊີນ ຢູ່ຈຸດບໍລິການໃກ້ບ້ານທ່ານ ທີ່ທາງການກຳນົດໄວ້ ເພື່ອສ້າງພູມຄຸ້ມກັນໃຫ້ຕົວຂອງທ່ານ ແລະ ພູມຄຸ້ມກັນໝູ່ ເພື່ອໃຫ້ການລະບາດຂອງພະຍາດໂຄວິດ-19 ໃນຄັ້ງນີ້ຢູ່ປະເທດພວກເຮົາ ຢຸດຕິລົງໂດຍໄວ.