ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ ເຂົ້າສູ່ຊີວິດຈິງ
ການຖະແຫຼງຂ່າວ ຂອງຄະນະສະເພາະກິດ ປະຈຳວັນພຸດ ວັນທີ 22 ກັນຍາ 2021. ກ່ຽວກັບ ສະພາບໂຄວິດ-19 ຢູ່ ສປປ ລາວ, ມາຮອດວັນທີ 21 ກັນຍາ 2021: ໄດ້ກວດວິເຄາະທັງໝົດ 5,913 ຄົນ, ໃນນັ້ນ ກວດພົບຜູ້ຕິດເຊື້ອໃໝ່ ທັງໝົດ 222 ຄົນ: ກໍລະນີນຳເຂົ້າ ມີ 12 ຄົນ ຈາກ ແຂວງ ສະຫວັນນະເຂດ 5 ຄົນ, ຈຳປາສັກ 2 ຄົນ, ຄຳມ່ວນ 2 ຄົນ, ຫຼວງພະບາງ 2 ຄົນ ແລະ ສາລະວັນ 1 ຄົນ ເຊິ່ງກວດພົບຈາກແຮງງານລາວ ຫຼື ຜູ້ທີ່ເດີນທາງມາຈາກຕ່າງປະເທດ ເຂົ້າມາຕາມຈຸດຜ່ານແດນສາກົນ.
ສຳລັບການຕິດເຊື້ອໃນຊຸມຊົນ ມີ 210 ຄົນ ລາຍລະອຽດ ດັ່ງຕໍ່ໄປນີ້:
• ນະຄອນຫຼວງ 75 ຄົນ:
1. ເກັບຕົວຢ່າງ ຢູ່ເມືອງສີໂຄດຕະບອງ ມີ 33 ກໍລະນີ ເມືອງສີໂຄດຕະບອງ ມີ 16 ກໍລະນີ (ບ້ານຊຳເກດ 3; ບ້ານໜອງແຕ່ງເໜືອ 3; ບ້ານໂນນແກ້ວ 2; ບ້ານໂພນສະຫວາດເໜຶອ 2; ບ້ານຈັນສະຫວ່າງ 1; ທົ່ງປົ່ງ 1; ໜອງໜ້ຽວ 1; ໜອງແຕ່ງໃຕ້ 1; ບ້ານໂນນຂີ້ເຫລັກ 1 ແລະ ບ້ານໂພນສົມບູນ 1; ເມືອງຈັນທະບູລີ ມີ 07 ກໍລະນີ (ບ້ານດອນແດງ ມີ 05 ກໍລະນີ, ບ້ານສີຫອມ ແລະ ບ້ານຫ້ວຍຫົງ ມີບ້ານລະ 01 ກໍລະນີ) ເມືອງນາຊາຍທອງ ມີ 05 ກໍລະນີ (ບ້ານໜອງອຸດົມ 2; ບ້ານນາລຽນ 2 ແລະ ບ້ານຜາງແຫ້ງ 1) ເມືອງໄຊທານີ ມີ 03 ກໍລະນີ (ບ້ານໜອງພະຍາ 02 ກໍລະນີ ແລະ ບ້ານສີວິໄລ 01 ກໍລະນີ) ເມືອງໄຊເສດຖາ ມີ 02 ກໍລະນີ (ບ້ານໂຊກນ້ອຍ ແລະ ບ້ານຈອມມະນີໃຕ້ ມີບ້ານລະ 01 ກໍລະນີ,
2. ເກັບຕົວຢ່າງ ຢູ່ເມືອງໄຊທານີ ມີ 12 ກໍລະນີ, ເມືອງໄຊທານີ ມີ 11 ກໍລະນີ (ບ້ານສາຍນໍ້າເງິນ ມີ 05 ກໍລະນີ, ບ້ານທ່າງ່ອນ ແລະ ບ້ານໂນນບໍ່ແກ້ວ ມີບ້ານລະ 02 ກໍລະນີ; ບ້ານທົມ ແລະ ບ້ານໂນນສະອາດ ມີບ້ານລະ 01 ກໍລະນີ ບ້ານອີ່ໄລເໜືອ, ເມືອງນາຊາຍທອງ ມີ 01 ກໍລະນີ.
3. ເກັບຕົວຢ່າງ ຢູ່ໂຮງໝໍເສດຖາທິລາດ ມີ 11 ກໍລະນີ, ເມືອງໄຊເສດຖາ ມີ 04 ກໍລະນີ (ບ້ານດົງຄໍາຊ້າງ ມີ 02 ກໍລະນີ, ບ້ານໂພນທອງ ແລະ ບ້ານເມືອງນ້ອຍ ມີບ້ານລະ 01 ກໍລະນີ) ມີ 02 ກໍລະນີ ຈາກບ້ານພະຂາວ ແລະ ບ້ານພູຄຳ ມີບ້ານລະ 01 ກໍລະນີ (ອາຊີບຄ້າຂາຍ ແລະ ເດັກ) ບ້ານໜອງທາເໜືອ, ເມືອງຈັນທະບູລີ ມີ 01 ກໍລະນີ (ອາຊີບພະນັກງານເອກະຊົນ) ບ້ານດອນນົກຂຸ້ນ, ເມືອງສີສັດຕະນາກ ມີ 01 ກໍລະນີ (ອາຊີບພະນັກງານ) ບ້ານໂພນສະຫວາດ, ເມືອງສີໂຄດຕະບອງ ມີ 01 ກໍລະນີ (ອາຊີບພະນັກງານ)
4. ເກັບຕົວຢ່າງ ຢູ່ບຶງຂະຫຍອງ ມີ 11 ກໍລະນີ ເມືອງຈັນທະບູລີ ມີ 06 ກໍລະນີ (ບ້ານໜອງທາເໜືອ ມີ 05 ກໍລະນີ ແລະ ບ້ານຫ້ວຍຫົງ ມີ 01 ກໍລະນີ) ເມືອງໄຊທານີ 02 ກໍລະນີ (ບ້ານຫ້ວຍເຕີຍ ເຮັດວຽກຢູ່ໂຮງງານອານປີລາວ ແລະ ບ້ານໜອງພະຍາ ເປັນພະນັກງານບໍລິສັດດີເຄ) ເມືອງຫາດຊາຍຟອງ ມີ 02 ກໍລະນີ (ບ້ານດົງຄຳຊ້າງ ອາຊີບເປັນພະນັກງານ ຢູ່ ສະໜາມມ້າກົມຄຸ້ມຄອງສຳມະໂນຄົວ ແລະ ບ້ານດອນດູ່ ເຮັດວຽກຢູ່ໂຮງງານອານປີລາວ) ບ້ານສີບຸນທົ່ງ, ເມືອງສີໂຄດຕະບອງ ມີ 01 ກໍລະນີ ບ້ານລຽນ, ເມືອງນາຊາຍທອງ ມີ 01 ກໍລະນີ
5. ເກັບຕົວຢ່າງ ຢູ່ໂຮງໝໍ 103 ມີ 03 ກໍລະນີ (ມີ 02 ກໍລະນີ ຈາກບ້ານທ່າສະຫວ່າງ ແລະ ບ້ານໂຄກສີວິໄລ, ເມືອງໄຊທານີ ມີບ້ານລະ 01 ກໍລະນີ; ບ້ານບໍ່ນາງົວ, ເມືອງຈັນທະບູລີ ມີ 01 ກໍລະນີ) ແລະ ໄດ້ສຳຜັດກັບກໍລະນີຕິດເຊື້ອກ່ອນໜ້າ.
6. ເກັບຕົວຢ່າງຢູ່ສູກເສີນ ຢູ່ໂຮງໝໍມະໂຫສົດ ມີ 02 ກໍລະນີ (ບ້ານສີເກີດ, ເມືອງນາຊາຍທອງ ແລະ ບ້ານຍາພະ, ເມືອງສີໂຄດຕະບອງ ມີເມືອງລະ 01 ກໍລະນີ)
7. ບ້ານໂພນສະຫວັນ, ເມືອງສີສັດຕະນາກ, ເພດຍິງ, ອາຍຸ 03 ປີ
8. ໂຮງງານອານປີລາວ ມີ 01 ກໍລະນີ (ບ້ານຫ້ວຍຫົງ, ເມືອງຈັນທະບູລີ)
9. ລ້ານຊ້າງ ມີ 01 ກໍລະນີ (ບ້ານໜອງແຈງ, ເມືອງສີໂຄດຕະບອງ)
2. ສະຫວັນນະເຂດ ຈາກ ຊຸມຊົນ ມີ 4 ຄົນ ຄື: 03 ຄົນ, ຈາກບ້ານ ສະໜາມໄຊ, ນະຄອນໄກສອນ ມີ 03 ຄົນ ເປັນຄົນໃນຄອບຄົວດຽວກັນ. ບ້ານທ່າແຮ່, ນະຄອນໄກສອນ ມີ 01 ຄົນ ເປັນເພດຍິງ, ອາຍຸ 22 ປີ, ນັກສຶກສາແພດ ທີ່ໄດ້ສຳຜັດໃກ້ຊິດກັບກໍລະນີຕິດເຊື້ອທີ່ເປັນນັກສຶກສາແພດນຳກັນ ຢູ່ຫໍພັກນຳກັນ ທີ່ໄດ້ລາຍງານ ໃນວັນທີ 20 ກັນຍາ 2011.
3. ຈຳປາສັກ ຊຸມຊົນ 23 ຄົນ ຊຶ່ງມາຈາກ: ນະຄອນປາກເຊ 21 ຄົນ (ຈາກ ຄົນເຈັບ ILI/SARI 02ຄົນ)
ເມືອງບາຈຽງ 01 ຄົນ
ເມືອງຊະນະສົມບູນ 01 ຄົນ
4. ຄຳມ່ວນ: 37 ຄົນ; ນຳເຂົ້າ 2 (ໃໝ່) ແລະ ກໍລະນີຊຸມຊົນ 35 ຄົນ ຊຶ່ງມາຈາກ:
ທ່າແຂກ 31 ຕົວຢ່າງ, ໄຊບົວທອງ 3 ຕົວຢ່າງ, ເຊບັ້ງໄຟ 3 ຕົວຢ່າງ
6. ບໍ່ແກ້ວ : 02 ຄົນ ຊຸມຊົນ; (ລາວ 01 ຄົນ; ຈີນ 01 ຄົນ) ຈາກເມືອງຕົ້ນເຜີ້ງ
7. ແຂວງ ຊຽງຂວາງ: 08 ຄົນ; ຈາກຊຸມຊົນ ເປັນກໍລະນີສຳຜັດຈາກຜູ້ຕິດເຊື້ອທີ່ລາຍ ງານກ່ອນໜ້ານີ້ (ມີຄອບຄົວ ແລະ ຜູ້ທີ່ມາຮ່ວມງານສົບ ຢູ່ເມືອງຜາໄຊ) 01 ຄົນ ຈາກ ບ້ານ ຫ້ວຍຫົງ, ເມືອງຈັນທະບູລີ, ນະຄອນຫລວງວຽງຈັນ ແຕ່ໄດ້ ເດີນທາງ ໄປສົ່ງສະການພໍ່ເຖົ້າ ຢູ່ບ້ານຖ້ຳຜູກຫໍສິມ ໃນວັນທີ 17 ກັນຍາ 2021 ເມືອງຜາໄຊ: ບ້ານຖ້ຳຜູກຫໍສິມມີ 04 ຄົນ, ບ້ານສ່ອມ 1 ຄົນ, ບ້ານຊຽງດີ 4 ຄົນ ເມືອງແປກ: ບ້ານໂພນສະຫວັນໃຕ້ ມີ 01 ຄົນ
8. ຫຼວງພະບາງ: ຊຸມຊົນ 14 ຄົນ ມາຈາກ: ເມືອງງອຍ ມີ 10 ຄົນ, ຊຶ່ງ ເປັນ ກຸ່ມສ່ຽງທີ່ ໄດ້ ຢູ່ບ້ານ ແລະ ມີປະຫວັດສຳຜັດໃກ້ຊິດກັບກໍລະນີຕິດເຊື້ອທີ່ໄດ້ລາຍງານໃນວັນທີ 21 ກັນຍາ 2021. ບ້ານໜອງຂຽວ 08 ກໍລະນີ (ອາຊີບ: ເຮັດສວນ ມີ 03 ກໍລະນີ, ພະນັກງານກະສິກຳ ເມືອງ ແລະ ພະນັກງານຫ້ອງການຊາວໜຸ່ມເມືອງ ມີບ່ອນລະ 01 ກໍລະນີ; ອາຊີບ: ເດັກ, ນັກຮຽນ, ກຳມະກອນ, ຄ້າຂາຍປາ ແລະ ຫຍິບເຄື່ອງ ມີບ່ອນລະ 01 ກໍລະນີ) ບ້ານສົບຮຸນ ມີ 02 ກໍລະນີ (ອາຊີບ: ເຮັດສວນ ແລະ ກຳມະກອນ ມີບ່ອນລະ 01ກໍລະນີ) ບ້ານໂພນໄຊ, ເມືອງນານ ມີ 04 ກໍລະນີ ໄດ້ກັກໂຕ ຢູ່ສູນເມືອງນານ ແລະ ມີປະຫວັດສໍາຜັດໃກ້ຊິດກັບຜູ້ທີ່ຕິດເຊື້ອທີ່ໄດ້ລາຍງານໃນວັນທີ 12 ກັນຍາ 2021.
9. ແຂວງວຽງຈັນ: 44 ຄົນ (ຊຸມຊົນ); ໃນນີ້ ມີອາການສະແດງອອກ 24 ຄົນ ແລະ ບໍ່ ມີອາການສະແດງອອກ 21 ຄົນ, ຊຶ່ງທັງໝົດມີປະຫວັດສຳຜັດກັບ ເຈົ້າໜ້າທີ່ ຕຳຫລວດ (ເພດຊາ ອາຍຸ 48 ປີ) ພະແນກສັນຕິບານ ກະຊວງປ້ອງກັນຄວາມສະຫງົບ; ທີ່ມາງານ ເຮືອນດີຂອງຜູ້ເປັນແມ່ ໃນຊ່ວງວັນທີ 13-16 ກັນຍາ 2021 ບ້ານໂພນຫໍ່ ມີ 39 ກໍລະນີ, ມີ 04 ກໍລະນີ ຈາກບ້ານໂພນແກ້ວ ແລະ ບ້ານສ້າງໃຫ່ຍ ມີບ້ານລະ 02 ກໍລະນີ ບ້ານນາກໍ່ ມີ 01 ກໍລະນີ
10. ແຂວງ ຫລວງນ້ຳ: ຊຸມຊົນ ມີ 03 ຄົນ (ເປັນຄົນຈີນ), ລັກລອບເຂົ້າມາ ສາມ ລ່ຽມຄໍາ ໃນຕົ້ນ ປີ 2021; ແລະ ປີ 2020.
11. ບໍລິຄຳໄຊ: 1 ຄົນ; ມູນເບື້ອງຕົ້ນຂອງແຂວງບໍລິຄຳໄຊ ລາຍງານຕິດເຊື້ອໃນຊຸມຊົນ ມີ 01 ກໍລະນີ (ເປັນເພດຍິງ, ອາຍຸ 43 ປີ, ບ້ານທົ່ງນ້ອຍ, ເມືອງປາກຊັນ) ແລະ ຜູ້ກ່ຽວໄດ້ ມາເຝົ້າພໍ່ບໍ່ສະບາຍ ຢູ່ໂຮງໝໍມິດຕະພາບ ແລະ ຍັງບໍ່ຮູ້ແຫລ່ງທີ່ມາຂອງການຕິດເຊື້ອ
12. ອັດຕະປື 1 ຄົນ, ຊຸມຊົນ ຊື່ງມີປະຫວັດ ເດີນທາງ ມານະຄອນປາກເຊ ໃນຊ່ວງທີ
13/9/2021; ປະຈຸບັນຜູ້ກ່ຽວໃດ້ມີອາການໄຂ້ຫວັດ, ດັງບໍ່ໄດ້ຮັບກິ່ນ, ລີ້ນບໍ່ໄດ້ຮັບລົດຊາດ. ສ່ວນລາຍລະອຽດກຳລັງເກັບກໍາຂໍ້ມູນ ແລະ ຈະແຈ້ງໃຫ້ຊາບພາຍຫຼັງ
➢ ປະຈຸບັນ ຜູ້ຕິດເຊື້ອໃໝ່ທັງໝົດ ໄດ້ເຂົ້ານອນແຍກປ່ຽວ ແລະ ຮັບການປິ່ນປົວຢູ່
ສະຖານທີ່ປິ່ນປົວທີ່ຖືກກຳນົດໄວ້.
➢ ມາຮອດມື້ນີ້ ພວກເຮົາມີຕົວເລກຜູ້ຕິດເຊື້ອສະສົມທັງໝົດ 19,952 ຄົນ, ເສຍຊີວິດສະສົມ 16 ຄົນ ແລະ ຄົນເຈັບກຳລັງປິ່ນປົວ ທັງໝົດ 4,768 ຄົນ.
▪ ບ້ານໃໝ່ທີ່ກໍານົດເປັນເຂດແດງ ໃນນະຄອນຫຼວງວຽງຈັນ ມີ 10 ບ້ານ ຈາກ 4
ເມືອງ: ເມືອງນາຊາຍທອງ: ບ້ານ ນາລຽນ
ເມືອງຈັນທະບູລີ: ບ້ານ ດອນແດງ ແລະ ສີດຳດວນ
ເມືອງໄຊທານີ: ບ້ານ ທ່າງ່ອນ ແລະ ບ້ານ ໂພນຄໍ້
ເມືອງ ສີໂຄດຕະບອງ: ບ້ານ ຈັນສະຫວ່າງ, ບ້ານຍາພະ, ບ້ານດົງນາໂຊກເໜືອ, ບ້ານ
ໂນນຂີ້ເຫຼັກ ແລະ ບ້ານ ໂພນສະຫວາດ
• ຜູ້ທີ່ມີຈຸດປະສົງຢາກກວດຊອກຫາເຊື້ອໂຄວິດ-19 ສຳລັບ ນະຄອນຫຼວງວຽງຈັນ
ແມ່ນມີ 1) ຈຸດເກັບຕົວຢ່າງ ເດີ່ນກິລາໃນຮົ່ມ ບຶງຂະຫຍອງ, 2) ຈຸດເກັບຕົວຢ່າງ
ໂຮງຮຽນ ມສ ລາວ-ຫວຽດ ເມືອງໄຊເສດຖາ. 3) ຈຸດເກັບຕົວຢ່າງ ມສ ເຈົ້າ
ອະນຸວົງ, 4) ຈຸດເກັບຕົວຢ່າງ ມສ ສີໂຄດ, 5) ຈຸດເກັບຕົວຢ່າງ ມສ ຕານມີໄຊ, 6)
ໂຮງໝໍເມືອງນາຊາຍທອງ ເຊິ່ງທັງ 6 ບ່ອນເປີດໃຫ້ບໍລິການບັນດາທ່ານທຸກວັນ
(ວັນຈັນ ຫາ ວັນອາທິດ) ແລະ ຍັງມີທີມງານເກັບຕົວຢ່າງເຄື່ອນທີ່ໄປເກັບໃນ
ສະຖານທີ່ທີ່ມີການລາຍງານຄົນຕິດເຊື້ອ.
ສະຖານທີ່ຈຳກັດບໍລິເວນກະກຽມຮອງຮັບຜູ້ສຳຜັດໃກ້ຊິດກັບກໍລະນີຕິດເຊື້ອ
ປະກອບມີ ສູນຫຼັກ 27, ມສ ສີໂຄດຕະບອງ, ມສ ນາຄວາຍ, ມັດທະຍົມຕອນ
ປາຍ ຈັນທະບູລີ, ມສ ດອນໜູນ, ມສ ດອນສະຫວ່າງ, ມສ ປາກຕອນ, ໂຮງຮຽນ
ນາຍສິບ
• ສຳລັບແຂວງ ແມ່ນທ່ານສາມາດໄປກວດຊອກຫາເຊື້ອໄດ້ຢູ່ໂຮງໝໍແຂວງ ຫຼື ສະ
ຖານທີ່ທີ່ກຳນົດໄວ້ ຫຼື ທີມງານໜ່ວຍເຄື່ອນທີ່ ທີ່ລົງເກັບຕົວຢ່າງ ໃນເຂດທີ່ມີການ
ລະບາດໃນຊຸມຊົນ.
• ການສັກວັກຊິນ ແມ່ນໄດ້ສຶບຕໍ່ໃຫ້ບໍລິການ ຈຸດທີ 1 ຢູ່ ສູນການຄ້າລາວໄອເຕັກ,
2) ຢູ່ວັດຈີນ ບ້ານດົງປາແລບ, 3) ໂຮງໝໍເມືອງ 9 ຕົວເມືອງ
➢ ການເຝົ້າລະວັງຢູ່ຕາມຈຸດຜ່ານແດນ ໃນຂອບເຂດທົ່ວປະເທດ
• ວັນທີ 21 ກັນຍາ 2021 ມີຜູ້ເດີນທາງເຂົ້າຕາມດ່ານຕ່າງໆໃນ ສປປ ລາວ ຈຳນວນ
ທັງໝົດ 1,808 ຄົນ.
• ປັດຈຸບັນ ທົ່ວປະເທດມີສູນຈຳກັດບໍລິເວນທີ່ຍັງເປີດຢູ່ 116 ສູນ ແລະ
ໂຮງແຮມ, ມີຜູ້ຈຳກັດບໍລິເວນ 6,994 ຄົນ.