ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ ເຂົ້າສູ່ຊີວິດຈິງ
ການຖະແຫຼງຂ່າວຂອງຄະນະສະເພາະກິດ ປະຈຳວັນພຸດ ວັນທີ 25 ສິງຫາ 2021 ໃຫ້ຮູ້ວ່າ:
 ສະພາບການລະບາດພະຍາດໂຄວິດ-19 ຢູ່ ສປປ ລາວ, ມາຮອດວັນທີ 24 ສິງຫາ 2021:
• ໄດ້ກວດວິເຄາະທັງໝົດ 3,107 ຄົນ, ໃນນັ້ນ ກວດພົບຜູ້ຕິດເຊື້ອໃໝ່ ທັງໝົດ 952 ຄົນ (ເປັນຕົວເລກສູງທີ່ສຸດ ນັບຕັ້ງແຕ່ມີການລະບາດມາ) ເຊິ່ງຕິດເຊື້ອໃນຊຸມຊົນເຖິງ 594 ຄົນ ເປັນຜູ້ສຳຜັດໃກ້ຊິດນຳຜູ້ຕິດເຊື້ອທີ່ຜ່ານມາ ຄື:
– ສະຫວັນນະເຂດ 551 ຄົນ
– ບໍ່ແກ້ວ 29 ຄົນ
– ນະຄອນຫຼວງ 11 ຄົນ
– ຈຳປາສັກ 1 ຄົນ
– ແຂວງວຽງຈັນ 1 ຄົນ
– ໄຊຍະບູລີ 1 ຄົນ
ສ່ວນ ກໍລະນີນໍາເຂົ້າ ມີ 358 ຄົນ ຈາກ ຄຳມ່ວນ 112 ຄົນ, ສາລະວັນ 110 ຄົນ, ສະຫວັນນະເຂດ 80 ຄົນ, ຈຳປາສັກ 54 ຄົນ, ນະຄອນຫຼວງ 1 ຄົນ ແລະ ໄຊຍະບູລີ 1 ຄົນ ເຊິ່ງກວດພົບຈາກແຮງງານລາວ ທີ່ກັບມາແຕ່ປະເທດເພື່ອນບ້ານ ເຂົ້າຕາມຈຸດຜ່ານແດນສາກົນ.
ສຳລັບ ການຕິດເຊື້ອໃນຊຸມຊົນ 551 ຄົນ ຢູ່ແຂວງສະຫວັນນະເຂດ, ກວດພົບຢູ່ສະຖານທີ່ຄຸມຂັງ 543 ຄົນ ແລະ ກຸ່ມຄົນທົ່ວໄປ 8 ຄົນ ຄື: ພະນັກງານບໍລິສັດລ້ານຊ້າງມິເນໂຣ 5 ຄົນ, ພະນັກງານການຢາຢູ່ໂຮງໝໍແຂວງ 1 ຄົນ, ຊາວຄ້າຂາຍ 1 (ຢູ່ບ້ານອຸດົມວິໄລ) ແລະ ຜູ້ສຳຜັດໃກ້ຊິດກັບພະນັກງານບໍລິສັດລ້ານຊ້າງມິເນໂຣ ທີ່ິິຕິດເຊື້ອ 1 ຄົນ.
ສ່ວນ ແຂວງຈຳປາສັກ ຕິດເຊື້ອໃນຊຸມຊົນ 1 ຄົນ ເປັນເພດຊາຍ, ອາຍຸ 26 ປີ, ພະນັກງານ ປກຊ ທີ່ປະຈຳຢູ່ສູນຈຳກັດບໍລິເວນ.
ແຂວງວຽງຈັນ ຕິດເຊື້ອໃນຊຸມຊົນ 1 ຄົນ, ເພດຍິງ, ອາຍຸ 52 ປິ ບ້ານຜາລາດ ເມືອງຊະນະຄາມ ຊື່ງ ຜູ້ກ່ຽວໄດ້ເດີນທາງໄປເມືອງນານ, ແຂວງຫລວງພະບາງ ແລະ ໄດ້ໄປພົບກັບເອື້ອຍທີ່ມາຈາກເມືອງຕົ້ນເຜີ້ງ, ແຂວງບໍ່ແກ້ວ.
ສຳລັບ ນະຄອນຫລວງ ຕິດເຊື້ອໃນຊຸມຊົນ ມີ 11 ຄົນ, ຊື່ງທັງໝົດແມ່ນກຸ່ມພີ່ນ້ອງ, ໝູ່ຄູ່ກັນ ກ່ອນໜ້ານີ້ ໄດ້ມີການຊຸມແຊວນຳກັນເລື້ອຍໆ. ລາຍລະອຽດ ດັ່ງລຸ່ມນີ້:
 ບ້ານສິມມະໂນ, ເມືອງຫາດຊາຍຟອງ:
– ເພດຊາຍ, ອາຍຸ 39 ປີ, ອາຊີບ: ພະນັກງານໂຮງງານເປັບຊີ (ສາມີ)
– ເພດຍິງ, ອາຍຸ 38 ປີ, ອາຊີບ: ພະນັກງານຄູອານຸບານ ນາລ້ອງ (ພັນລະຍາ)
– ເພດຊາຍ, ອາຍຸ 15 ປີ, ອາຊີບ: ນັກຮຽນ (ລູກ)
– ເພດຊາຍ, ອາຍຸ 39 ປີ, ພະນັກງານບໍລິສັດເບຍລາວ (ເປັນໝູ່ກັບຜູ້ຕິດເຊື້ອ)
– ເພດຊາຍ, ອາຍຸ 33 ປີ, ພະນັກງານໂກປີໂກລາວ (ເປັນໝູ່ກັບຜູ້ຕິດເຊື້ອ)
– ເພດຊາຍ, ອາຍຸ 6 ປີ, ອາຊີບ: ນັກຮຽນ ໄປຢູ່ບ້ານແມ່ເຖ້າ ຢູ່ບ້ານສິມມະໂນ
 ບ້ານດອນດູ່, ເມືອງຫາດຊາຍຟອງ:
– ເພດຊາຍ, ອາຍຸ 7 ປີ, ອາຊີບ: ນັກຮຽນ (ໃກ້ຊິດກັບຜູ້ຕິດເຊື້ອ)
– ເພດຊາຍ, ອາຍຸ 15 ປີ, ອາຊີບ: ນັກຮຽນ (ໃກ້ຊິດກັບຜູ້ຕິດເຊື້ອ)
 ບ້ານໜອງແຫ້ວ, ເມືອງຫາດຊາຍຟອງ:
– ເພດຊາຍ, ອາຍຸ 43 ປີ, ພະນັກງານບໍລິສັດເບຍລາວ
– ເພດຊາຍ, ອາຍຸ 37 ປີ, ພະນັກງານບໍລິສັດເປັບຊີ
– ເພດຊາຍ, ອາຍຸ 34 ປີ, ພະນັກງານບໍລິສັດເປັບຊີ
 ປະຈຸບັນ ຜູ້ຕິດເຊື້ອໃໝ່ທັງໝົດ ໄດ້ເຂົ້ານອນແຍກປ່ຽວ ແລະ ຮັບການປິ່ນປົວຢູ່ສະຖານທີ່ປິ່ນປົວທີ່ຖືກກຳນົດໄວ້ຂອງແຂວງ.
 ມາຮອດມື້ນີ້ ພວກເຮົາມີຕົວເລກຜູ້ຕິດເຊື້ອສະສົມທັງໝົດ 13,909 ຄົນ, ຄົນເຈັບເສຍຊີວິດສະສົມ 11 ຄົນ (ໃໝ່ 0 ຄົນ) ແລະ ກໍາລັງປິ່ນປົວ ທັງໝົດ 4,366 ຄົນ.
• ຜູ້ທີ່ມີຈຸດປະສົງຢາກກວດໂຄວິດ-19 ສຳລັບນະຄອນຫຼວງວຽງຈັນນີ້ ແມ່ນຢູ່ຈຸດເກັບຕົວຢ່າງບຶງຂະຫຍອງ ເຊິ່ງເປີດໃຫ້ບໍລິການບັນດາທ່ານທຸກວັນ ໃນຕອນເຊົ້າ ເວລາ 9:00-12:00 ໂມງ.
• ສຳລັບແຂວງອື່ນ ແມ່ນທ່ານສາມາດໄປກວດຊອກຫາເຊື້ອໄດ້ຢູ່ໂຮງໝໍແຂວງ ຫຼື ສະຖານທີ່ທີ່ກຳນົດໄວ້.
 ການເຝົ້າລະວັງຢູ່ຕາມຈຸດຜ່ານແດນ ໃນຂອບເຂດທົ່ວປະເທດ
• ວັນທີ 24 ສິງຫາ 2021 ມີຜູ້ເດີນທາງຜ່ານເຂົ້າມາດ່ານຕ່າງໆໃນ ສປປ ລາວ ຈໍານວນ ທັງໝົດ 2,065 ຄົນ.
• ປັດຈຸບັນ ທົ່ວປະເທດມີສູນຈຳກັດບໍລິເວນທີ່ຍັງເປີດຢູ່ 107 ສູນ ແລະ 51 ໂຮງແຮມ ມີຜູ້ຈຳກັດບໍລິເວນ 9,057 ຄົນ.
ຕໍ່ໄປນີ້ ຂ້າພະເຈົ້າຂໍລາຍງານສະພາບການຕິດເຊື້ອໃນທົ່ວໂລກ:
• ປັດຈຸບັນ ທົ່ວໂລກມີລາຍງານຜູ້ຕິດເຊື້ອສະສົມ 213,880,238 (590,772ໃໝ່), ເສຍຊິວິດທັງໝົດ 4,463,268 (9,818ໃໝ່), ປີ່ນປົວຫາຍດີ 191,416,745 (601,192 ໃໝ່);
• ສຳລັບ 3 ອັນດັບ ປະເທດທີ່ມີຜູ້ຕິດເຊື້ອ ແລະ ເສຍຊິວິດຫຼາຍກວ່າໝູ່ໃນໂລກ ກໍ່ຍັງແມ່ນ ສະຫະລັດອາເມລິກາ, ອິນເດຍ ແລະ ບຣາຊິວ.
• ບັນດາປະເທດທີ່ມີຊາຍແດນຕິດຈອດກັບ ສປປ ລາວ
– ປະເທດໄທ ມີລາຍງານຜູ້ຕິດເຊື້ອໃໝ່ ສູງກວ່າໝູ່ ເຖິງ 17,165 ຄົນ, ຮອງລົງມາ ແມ່ນ ສສ ຫວຽດນາມ ສູງເຖິງ 10,811 ຄົນ.
– ສຳລັບ ປະເທດທີ່ມີລາຍງານຜູ້ເສຍຊີວິດໃໝ່ ສູງກວ່າໝູ່ ແມ່ນ ສສ ຫວຽດນາມ ເຖິງ 348 ຄົນ.
• ອີງຕາມການລາຍງານຂອງອົງການອະນາໄມໂລກ ສັງເກດເຫັນວ່າ ໃນໄລຍະ 2 ເດືອນທີ່ຜ່ານມາ ຈຳນວນຜູ້ຕິດເຊື້ອໃໝ່ໃນທົ່ວໂລກ ມີທ່າອ່ຽງຄົງທີ່ ທຽບໃສ່ກາງເດືອນມິຖຸນາ.ສະເພາະໃນອາທິດທີ່ຜ່ານມາ ມີລາຍງານຜູ້ຕິດເຊື້ອໃໝ່ທົ່ວໂລກ ຫຼາຍກວ່າ 4 ລ້ານຄົນ ແລະ ເສຍຊີວິດຫຼາຍກວ່າ 6 ໝື່ນຄົນ;
• ສະຫະລັດອາເມລິກາ ຍັງຄົງມີຕົວເລກຜູ້ຕິດເຊື້ອໃໝ່ສູງທີ່ສຸດໃນໂລກ ເຊິ່ງເພິ່ມຂຶ້ນ ເຖິງ 15% ເມື່ອທຽບໃສ່ອາທິດທີ່ຜ່ານມາ. ການຕິດເຊື້ອສ່ວນໃຫຍ່ກໍ່ຍັງແມ່ນ ສາຍພັນທີ່ໜ້າເປັນຫ່ວງທີ່ສຸດ ກໍ່ຄື ສາຍພັນເດວຕ້າ ເຊິ່ງໄດ້ແຜ່ລະບາດລາມໄປໃນທົ່ວໂລກແລ້ວ. ຕໍ່ກັບສະພາບການດັ່ງກ່າວ, ອົງການອະນາໄມໂລກ ຈຶ່ງໄດ້ເນັ້ນໜັກໃຫ້ເຫັນເຖິງຄວາມສຳຄັນຂອງການສັກວັກຊີນ ຄຽງຄູ່ໄປກັບການປະຕິບັດມາດຕະການທາງດ້ານສາທາລະນະສຸກ ແລະ ສັງຄົມ ເພື່ອຫຼຸດຜ່ອນຈຳນວນຜູ້ຕິດເຊື້ອໃໝ່ ແລະ ຜູ້ເສຍຊີວິດໃນແຕ່ລະວັນ. ຈາກການສຶກສາຄົ້ນຄວ້າຂອງປະເທດອັງກິດ ສະແດງໃຫ້ເຫັນວ່າ ການເຂັ້ມງວດມາດຕະການປ້ອງກັນການຕິດເຊື້ອ ເປັນຕົ້ນ ບໍ່ອອກຈາກບ້ານ, ຮັກສາໄລຍະຫ່າງ, ໃສ່ຜ້າປິດປາກ-ດັງ, ໝັ່ນລ້າງມືດ້ວຍສະບູ ຫຼື ເຈວລາ້ງມື, ບໍ່ໃຫ້ຊຸມແຊວກັນເປັນກຸ່ມ ເຊິ່ງການປະຕິບັດທັງໝົດນີ້ ສາມາດຊ່ວຍຫຼຸດຜ່ອນຈຳນວນຄົນເຈັບທີ່ເຂົ້ານອນປິ່ນປົວຢູ່ໂຮງໝໍ ເກືອບ 3 ເທົ່າ;
• ສຳລັບ ສປປ ລາວເຮົາ ຜ່ານມາກໍ່ໄດ້ປະຕິບັດມາດຕະການປ້ອງກັນການຕິດເຊື້ອທີ່ຄະນະສະເພາະກິດວາງອອກໃນແຕ່ລະໄລຍະ ຈຶ່ງເຮັດໃຫ້ສາມາດຄວບຄຸມການລະບາດໃນຊຸມຊົນໄດ້. ແຕ່ໃນປັດຈຸບັນນີ້ ສະພາບການໄດ້ປ່ຽນໄປ ປະຊາຊົນຈຳນວນໜຶ່ງ ຍັງຖືເບົາ, ຫຼະເຫຼິງ ບໍ່ເອົາໃຈໃສ່ປະຕິບັດມາດຕະການຕ່າງໆທີ່ວາງອອກ ເທົ່າທີ່ຄວນ ຈຶ່ງເຮັດໃຫ້ມີລາຍງານການຕິດເຊື້ອໃນຊຸມຊົນເພິ່ມຂຶ້ນໃນຫຼາຍແຂວງ;
• ເພື່ອສ້າງພູມຄຸ້ມກັນໃຫ້ແກ່ຕົວທ່ານເອງ ກໍ່ຄືໃນຊຸມຊົນ ຫຼື ພູມຄຸ້ມກັນໝູ່, ຈຳເປັນທີ່ສຸດ ຕ້ອງໄດ້ສັກວັກຊີນຄົບໂດສ, ເຊິ່ງປັດຈຸບັນ ສປປ ລາວເຮົາ ສາມາດສັກເຂັມທີ 1 ໄດ້ 2,235,384 ໂດສ ເຊິ່ງກວມເອົາ 30.46 % ແລະ ເຂັມທີ 2 ໄດ້ 1,702,119 ໂດສ (23.2 %);
• ອີກເທື່ອໜຶ່ງ ທ່ານສາມາດຕິດຕາມຂໍ້ມູນຂ່າວສານທີ່ຖືກຕ້ອງ ແລະ ເປັນທາງການໄດ້ທາງ:
– ວິທະຍຸກະຈາຍສຽງ, ໂທລະພາບ, ໜັງສືພິມ ແລະ ສື່ຕ່າງໆ ຂອງລັດຖະບານ
– ນອກຈາກນີ້ຍັງມີເວັບໄຊ ຂອງຄະນະສະເພາະກິດເພື່ອປ້ອງກັນ, ຄວບຄຸມ ແລະ ແກ້ໄຂ ການລະບາດ ພະຍາດໂຄວິດ-19 ກໍ່ຄື covid19.gov.la
– ເວັບໄຊຂອງກົມຄວບຄຸມພະຍາດຕິດຕໍ່, ກະຊວງສາທາລະນະສຸກ cdc.gov.la
– ເຟດບຸກຂອງສູນຂ່າວສານການແພດແລະສຸຂະສຶກສາ, ກະຊວງສາທາລະນະສຸກ
– ແລະ ສາມາດໂທສອບຖາມ ສາຍດ່ວນ 165 ຫຼື 166 ສຳລັບສູນກາງ ແລະ ສາຍດ່ວນແຂວງ (ລະຫັດແຂວງ ຕາມດ້ວຍ 165 ຫຼື 166).