ໃນຕອນເຊົ້າຂອງວັນທີ 26 ພຶດສະພາ, ດຣ. ສີສະຫວາດ ສຸດທານີລະໄຊ ຮອງຫົວໜ້າກົມຄວບຄຸມພະຍາດຕິດຕໍ່, ກະຊວງສາທາລະນະສຸກ ໄດ້ຖະແຫຼງຂ່າວກ່ຽວກັບ ສະພາບການລະບາດຂອງພະຍາດໂຄວິດ-19 ຢູ່ ສປປ ລາວ ພ້ອມທັງບັນດາຄຳແນະນຳຕ່າງໆ.
ຢູ່ ສປປ ລາວ ຮອດປະຈຸບັນ:
• ມີຜູ້ຕິດເຊື້ອສະສົມ ທັງໝົດ 1,883 ຄົນ (ໃໝ່ 05) ແລະ ເສຍຊິວິດສະສົມທັງໝົດ 2 ຄົນ
(ໃໝ່ 00).
• ວຽກງານການປິ່ນປົວ ແມ່ນມີຜູ້ປິ່ນປົວຫາຍດີທັງໝົດ 1,261 ຄົນ (ໃໝ່ 81 ຄົນ) ແລະ ຍັງຕິດຕາມປິ່ນປົວ ທົ່ວປະເທດທັງໝົດ 620 ຄົນ.
• ວຽກງານການຈຳກັດບໍລິເວນ ປະຈຸບັນທົ່ວປະເທດມີສູນຈໍາກັດບໍລິເວນທີ່ເປີດນຳໃຊ້ຢູ່ທັງໝົດ 44 ສູນ, ມີຜູ້ຈຳກັດບໍລິເວນທັງໝົດ 3,407 ຄົນ.
• ວຽກງານການກວດວິເຄາະ: ໃນວັນທີ 25 ພຶດສະພາ 2021 ໄດ້ເກັບຕົວຢ່າງມາກວດວິເຄາະທັງໝົດ 1,767 ຕົວຢ່າງ, ໃນນັ້ນ ກວດພົບຜູ້ຕິດເຊື້ອໃໝ 05 ກໍລະນີ
ກ່ຽວກັບກໍລະນີຕິດເຊື້ອໃໝ່ 05 ຄົນ (ກໍລະນີຢັ້ງຢືນທີ 1879 – 1883)
• ຄົນເຈັບຕິດເຊື້ອໃໝ່ຈາກ ນະຄອນຫຼວງ 03 ຄົນ ແມ່ນເປັນຜູ້ສຳຜັດໃກ້ຊິດກັບຜູ້ຕິດເຊື້ອເກົ່າທີ່ຕິດເຊື້ອໃນຊຸມຊົນ, ຄືດັ່ງນີ້:
1. ເພດຍິງ, ອາຍຸ 33 ປີ, ບ້ານ ຮ່ອງໄກແກ້ວ, ເມືອງຈັນທະບູລີ, ນະຄອນຫຼວງວຽງຈັນ
2. ເພດຊາຍ, ອາຍຸ 45 ປີ, ບ້ານ ຮ່ອງໄກແກ້ວ, ເມືອງຈັນທະບູລີ, ນະຄອນຫຼວງວຽງຈັນ
3. ເພດຍິງ, ອາຍຸ 17 ປີ, ບ້ານອາມອນ, ເມືອງໄຊເສດຖາ, ນະຄອນຫຼວງວຽງຈັນ
• ສຳລັບ 2 ຄົນ ຢູ່ແຂວງສະຫວັນນະເຂດ ນັ້ນ ແມ່ນກໍລະນີນຳເຂົ້າ ເຊິ່ງກວດພົບເຊື້ອໃນແຮງງານລາວທີ່ກັບຄືນປະເທດຖືກກົດໝາຍ.
ອີກເທື່ອໜຶ່ງ ຂ້າພະເຈົ້າຂໍແຈ້ງເຖິງ ສະຖານທີ່ສ່ຽງ ທີ່ຜູ້ຕິດເຊື້ອໄດ້ເດີນທາງໄປ ທີ່ໄດ້ຖະແຫຼງຂ່າວ ໃນມື້ວານນີ້ ມີດັ່ງນີ້:
– ໂຮງຮຽນປະຖົມສົມບູນຫົວຊຽງ (ວັນທີ 21/5/21), ຕະຫຼາດຫົວຂົວ, ຕະຫຼາດໂນນຄໍ້, ຕະຫຼາດໂອຊິນ, ຕະຫຼາດໂພນຕ້ອງ, ແຄ້ມສ້າງທາງລົດໄຟ ບ້ານດົງຫຼວງ ເມືອງນາຊາຍທອງ, ຕະຫຼາດອົດຊີ (ວັນທີ 17/5/21), ບໍລິສັດຮຸ່ງອາລຸນ ສາຂາສີໄຄ (ວັນທີ 23/5/21), ຫ້ອງແຖວບ້ານໂພນສີນວນ (ຮ່ອມທະນາຄານລາວກໍ່ສ້າງ) ແລະ Lady clinic ບ້ານສີດຳດວນ (ວັນທີ 23/5/21).
ຂໍເຊີນທ່ານ ບຸນຂວາງ ຄຳບຸນເຮືອງ ຮອງ ລັດຖະມົນຕີກະຊວງກະສີກຳ ແລະ ປ່າໄມ້ ເຊິ່ງຈະມາເວົ້າເລື່ອກ່ຽວກັບ ມາດຕະການປ້ອງກັນ, ເຝົ້າລະວັງ ແລະ ໂຕ້ຕອບໂຄວິດ-19 ໃນຂະແໜງກະສີກຳ ແລະ ປ່າໄມ້
ບັນດາທ່ານທີ່ນັບຖື ແລະ ຮັກແພງທັງຫຼາຍ,
• ເຖິງແມ່ນວ່າ ສະພາບການລະບາດໃນບາງແຂວງ ມີທ່າອ່ຽງຫຼຸດລົງ ແຕ່ຢູ່ນະຄອນຫຼວງວຽງຈັນ ຍັງສືບຕໍ່ມີການລະບາດໃນຊຸມຊົນເປັນວົງກວ້າງ ເປັນສິ່ງທ້າທາຍໃນການສະກັດກັ້ນ ແລະ ຄວບຄຸມການແຜ່ລະບາດດັ່ງກ່າວ. ບັນຫາສຳຄັນແມ່ນ ສັງເກດເຫັນ ໃນສັງຄົມ ຍັງມີການໄປມາຫາສູ່ລະຫ່ວາງຍາດຕິພີ່ນ້ອງ, ໝູ່ເພື່ອນ, ຊຸມແຊວງສັງສັນກັນ ເຮັດໃຫ້ມີສະພາບການລະບາດເປັນຈຸ້ມໃນຄອບຄົວ, ຍາດຕິພີ່ນ້ອງ ແລະ ຫມູ່ຄູ່. ນອກຈາກນັ້ນ ຜູ້ຕິດເຊື້ອບາງຄົນບໍ່ສະແດງອາການ ຈີ່ງສືບຕໍ່ໄປເຄື່ອນໄຫວເຮັດວຽກຕາມປົກກະຕິ ເຮັດໃຫ້ການລະບາດເຂົ້າສູ່ບັນດາຫ້ອງການ, ສຳນັກງານອົງການ, ບໍລິສັດ, ໂຮງຈັກໂຮງງານ ເຮັດໃຫ້ມີລາຍງານຜູ້ຕິດເຊື້ອໃໝ່ເກີດຂື້ນຢູ່ເລື້ອຍໆ;
• ຕໍ່ກັບສະພາບການດັ່ງກ່າວ ຈຶ່ງຂໍຮຽກຮ້ອງມາຍັງທຸກພາກສ່ວນໃນສັງຄົມ ຍົກສູງສະຕິຄວາມຮັບຜິດຊອບ ເອົາໃຈໃສ່ສືບຕໍ່ປະຕິບັດມາດຕະການ ຕາມແຈ້ງການຂອງຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ, ສະບັບເລກທີ 528/ຫສນຍ, ລົງວັນທີ 20 ພຶດສະພາ 2021 ຢ່າງເຂັ້ມງວດ ຄຽງຄູ່ກັນນັ້ນ ກໍ່ສືບຕໍ່ປະຕິບັດມາດຕະການປ້ອງກັນການຕິດເຊື້ອ ທີ່ຄະນະສະເພາະກິດວາງອອກ ເປັນຕົ້ນ ແມ່ນ ການຮັກສາໄລຍະຫ່າງໃນສັງຄົມ, ໃສ່ຜ້າປິດປາກ-ດັງ ແລະ ລ້າງມື ດ້ວຍເຈວ ແລະ ເຫຼົ້າ 70 ເລື້ອຍໆ, ຖ້າບໍ່ມີຄວາມຈຳເປັນ ກໍ່ບໍ່ອອກຈາກບ້ານ ບ່ອນທີ່ມີຊຸມຊົນແອອັດຈຳນວນຫຼາຍ;
• ຖ້າຫາກທ່ານ ເປັນຜູ້ສຳພັດໃກ້ຊິດ ກັບ ຜູ້ທີ່ຕິດເຊື້ອພະຍາດໂຄວີດ 19 ຫຼື ໄດ້ເດີນທາງໄປຍັງສະຖານທີ່ ທີ່ມີຄວາມສ່ຽງ ຈົ່ງຮີບຮ້ອນໄປພົບແພດໝໍ ເພື່ອເກັບຕົວຢ່າງກວດຫາເຊື້ອພະຍາດ ແລະ ຈຳກັດໂຕເອງ ແຍກໂຕອອກຈາກຄອບຄົວ ແລະ ຄົນໃກ້ຊິດ ຈົນຄົບ 14ມື້້ ເຖິງແມ່ນວ່າຜົນກວດຕົວຢ່າງຈະອອກມາເປັນລົບ (-) ກໍ່ໃຫ້ສືບຕໍ່ຈຳກັດບໍລິເວນຕົນເອງ ຈົນຄົບກຳນນົດ ຈິ່ງອອກມາເຄື່ອນໄຫວປົກກະຕິ ເພື່ອຕັດຈົງຈອນການສົ່ງເຊື້ອພະຍາດໄປຫາຄົນອ້ອມຂ້າງ ແລະ ສູ່ສັງຄົມ;
• ສຳລັບ ຂໍ້ມູນຂ່າວສານທີ່ຖືກຕ້ອງ ແລະ ເປັນທາງການທ່ານສາມາດຕິດຕາມໄດ້ທາງ:
o ວິທະຍຸກະຈາຍສຽງ, ໂທລະພາບ, ໜັງສືພິມ ແລະສື່ຕ່າງໆ ຂອງລັດຖະບານ
o ນອກຈາກນີ້ຍັງມີເວັບໄຊ້ຂອງຄະນະສະເພາະກິດເພື່ອປ້ອງກັນ, ຄວບຄຸມ ແລະແກ້ໄຂ ການລະບາດ ພະຍາດໂຄວິດ-19 ກໍ່ຄືcovid19.gov.la ແລະ
o ເວັບໄຊ້ຂອງກົມຄວບຄຸມພະຍາດຕິດຕໍ່,ກະຊວງສາທາລະນະສຸກcdc.gov.la
o ເຟດບຸກຂອງສູນຂ່າວສານການແພດແລະສຸຂະສຶກສາ, ກະຊວງສາທາລະ
ນະສຸກ
o ແລະສາມາດໂທສອບຖາມ ສາຍດ່ວນ 165 ຫຼື 166 ສຳລັບສູນກາງ ແລະສາຍດ່ວນແຂວງ (ລະຫັດແຂວງ ຕາມດ້ວຍ 165 ຫຼື 166).