ເຊົ້າ ວັນພຸດ ທີ 30 ມີຖຸນາ  2021  ດຣ. ສີສະຫວາດ ສຸດທານີລະໄຊ ຮອງຫົວໜ້າກົມຄວບຄຸມພະຍາດຕິດຕໍ່, ກະຊວງສາທາລະນະສຸກ ໄດ້ຖະແຫຼງຂ່າວ ກ່ຽວກັບສະພາບໂຄວິດ-19 ໃນ ສປປ ລາວ, ຄື ມາຮອດວັນທີ 29 ມິຖຸນາ 2021 :

ໄດ້ກວດວິເຄາະທັງໝົດ 1,524 ຄົນ, ໃນນັ້ນ ກວດພົບຜູ້ຕິດເຊື້ອໃໝ່ ທັງໝົດ 20 ຄົນ, ຈາກ ສະຫວັນນະເຂດ 9 ຄົນ, ຈຳປາສັກ 6 ຄົນ, ແຂວງວຽງຈັນ 4 ຄົນ ແລະ ຄຳມ່ວນ 1 ຄົນ.

ສຳລັບ ແຂວງວຽງຈັນ 4​ ຄົນ ແມ່ນກໍລະນີຕິດເຊື້ອໃນຊຸມຊົນ ທີ່ມີປະຫວັດສຳຜັດໃກ້ຊິດ ນຳຜູ້ຕິດເຊື້ອເກົ່າ.

ສ່ວນ ສະຫວັນນະເຂດ 9 ຄົນ, ຄຳມ່ວນ 1​ ຄົນ ແລະ ຈຳປາສັກ 6 ຄົນ (ໃນນັ້ນ 3 ຄົນ ແມ່ນກວດພົບສາຍພັນເດວຕ້າ), ທັງໝົດ 16 ຄົນ ແມ່ນກວດພົບຈາກແຮງງານລາວ ທີ່ກັບມາຈາກປະເທດເພື່ອນບ້ານ ໂດຍຖືກຕ້ອງຕາມກົດໝາຍ ເຊິ່ງຖືວ່າ ເປັນກໍລະນີນຳເຂົ້າ.

  • ມາຮອດມື້ນີ້ ພວກເຮົາມີຕົວເລກຜູ້ຕິດເຊື້ອສະສົມທັງໝົດ 2,121 ຄົນ, ເສຍຊີວິດສະສົມ 3 ຄົນ (ບໍ່ມີກໍລະນີເສຍຊີວິດໃໝ່) ແລະ ກໍາລັງປິ່ນປົວ ທັງໝົດ 137 ຄົນ.
  • ການເຝົ້າລະວັງຢູ່ຕາມຈຸດຜ່ານແດນໃນຂອບເຂດທົ່ວປະເທດ
    • ວັນທີ 29 ມິຖຸນາ ມີຜູ້ເດີນທາງເຂົ້າມາ ຕາມຈຸດຜ່ານດ່ານຕ່າງໆ ໃນສປປ ລາວ ທັງໝົດ 2,528 ຄົນ ເຊິ່ງທັງໝົດ ແມ່ນຖືກເກັບຕົວຢ່າງກວດຊອກຫາເຊື້ອ ແລະ ເຂ້ົ້າໄປຈຳກັດບໍລິເວນຢູ່ສູນທີ່ຄະນະສະເພາະກິດກຳນົດໄວ້ 14 ​ວັນ;
    • ປັດຈຸບັນ ທົ່ວປະເທດ ມີສູນຈຳກັດບໍລິເວນ ທີ່ຍັງເປີດຢູ່ 51 ສູນ ແລະ ມີຜູ້ຈຳກັດບໍລິເວນ 3,695 ຄົນ.
  • ສຳລັບສະຖານທີ່ ເກັບຕົວຢ່າງ ເພື່ອກວດຫາເຊື້ອ ພະຍາດໂຄວີດ-19 ມີດັ່ງນີ້:
  • ສຳລັບນະຄອນຫຼວງວຽງຈັນ ມີ 5 ໂຮງໝໍສູນກາງ ແລະ ໂຮງໝໍ 103 ສູນກາງກອງທັບ;
  • ຈຸດກວດນອກສະຖານທີ່ ຢູ່ ໂຮງຮຽນ ສີໂຄດ ໃຫ້ບໍລິການ ເກັບຕົວຢ່າງ 9-12 ໂມງ ທຸກມື້ (ວັນຈັນ ເຖີງ ວັນອາທິດ);
  • ແລະ ຖ້າມີກໍລະນີບວກ (+) ໃໝ່ ຢູ່ບ້ານໃດ ຈະມີທີມງານເຄື່ອນທີ່ໄປເກັບຕົວຢ່າງຜູ້ສຳພັດໃກ້ຊິດ ໃນຈຸດ ທີ່ມີກໍລະນີຜູ້ຕິດເຊື້ອໃໝ່.
  • ປະຈຸບັນ ຈຳນວນບ້ານແດງ ໃນນະຄອນຫຼວງວຽງຈັນ ແມ່ນມີ 13 ບ້ານ ໃນ 06 ເມືອງ ຄື: ເມືອງຈັນທະບູລີ, ສີສັດຕະນາກ,​ ໄຊທານີ, ສີໂຄດຕະບອງ, ໄຊເສດຖາ ແລະ ນາຊາຍທອງ.

 

– ສຳລັບ ບ້ານໃໝ່ທີ່ຖືກກຳນົດເປັນຂດແດງ (ບໍ່ມີ)

 

– ສຳລັບ ບ້ານທີ່ສິ້ນສຸດການເປັນເຂດແດງ ມາເປັນເຂດເຫຼືອງ (ບໍ່ມີ)​

 

ການລະບາດຂອງພະຍາດໂຄວິດ-19 ໃນຮອບໃໝ່ນີ້ ເຊິ່ງມີສາເຫດມາຈາກສາຍພັນໃໝ່ ສ່ົງຜົນສະທ້ອນໃຫ້ຫຼາຍປະເທດ ຕ້ອງກັບມາປະຕິບັດມາດຕະການລ໋ອກດາວຄືນ ມີການປິດເມືອງ, ປິດຮ້ານຄ້າ, ປິດສຳນັກງານຕ່າງໆ, ຈຳກັດການເດີນທາງ, ບາງກິດຈະການຖືກປິດລົງຊົ່ວຄາວ ເຮັດໃຫ້ ແຮງງານຈາກຫຼາຍປະເທດ ຕ້ອງເດີນທາງກັບຄືນປະເທດຂອງຕົນ ເຊິ່ງມີຄວາມສ່ຽງສູງ ທີ່ແຮງງານດັ່ງກ່າວ ຈະນຳເອົາເຊື້ອ ເຂົ້າມາແຜ່ລະບາດໃນປະເທດຂອງຕົນ;

  • ມື້ນີ້ ສປປ ລາວເຮົາ ໄດ້ກວດພົບສາຍພັນເດວຕ້າ ເທື່ອທຳອິດ ຈາກແຮງງານລາວ 3 ຄົນ ທີ່ກັບມາຈາກປະເທດເພື່ອນບ້ານ ເຊິ່ງສາຍພັນດັ່ງກ່າວ ແມ່ນກຳລັງລະບາດໃນຫຼາຍປະເທດທົ່ວໂລກ, ສາມາດຕິດເຊື້ອໄດ້ງ່າຍ ແລະ ເສຍຊີວິດໄວກວ່າເກົ່າ;
  • ຕໍ່ກັບສະພາບການດັ່ງກ່າວ,​ ຈຶ່ງຂໍຮຽກຮ້ອງມາຍັງ ອຳນາດການປົກຄອງທ້ອງຖິ່ນທຸກຂັ້ນ ຈົ່ງເຂັ້ມງວດໃນການກວດກາ,​ ລາດຕະເວນ ຮັບປະກັນບໍ່ໃຫ້ມີຜູ້ລັກລອບເຂົ້າມາ ສປປ ລາວ ຕາມຊ່ອງທາງທຳມະຊາດ, ຖ້າຫາກທ່ານພົບເຫັນ ໃຫ້ຮີບຮ້ອນລາຍງານແກ່ເຈົ້າໜ້າທີ່ກ່ຽວຂ້ອງ ເພື່ອຈະໄດ້ນຳພວກກ່ຽວເຂົ້າໄປຈຳກັດບໍລິເວນ 14 ວັນ ຢູ່ສູນທີ່ຄະນະສະເພາະກິດກຳນົດໄວ້ ພ້ອມທັງ ເກັບຕົວຢ່າງກວດຊອກຫາເຊື້ອ ແລະ ສາຍພັນ;
  • ອີກເທື່ອໜຶ່ງ, ຮຽກຮ້ອງມາຍັງທຸກພາກສ່ວນໃນສັງຄົມ ຍົກສູງສະຕິຄວາມຮັບຜິດຊອບຂອງຕົນ ໃນການປະຕິບັດມາດຕະການປ້ອງກັນການຕິດເຊື້ອ ຢ່າງຖືກຕ້ອງ ແລະ ເຄັ່ງຄັດ ເປັນຕົ້ນແມ່ນ ການດຳລົງຊີວິດປົກກະຕິແບບໃໝ່, ການຮັກສາໄລຍະຫ່າງທາງສັງຄົມ, ໃສ່ຜ້າປິດ-ດັງ ເມື່ອອອກຈາກບ້ານ, ໝັ່ນລ້າງມືເລື້ອຍໆ ດ້ວຍນ້ຳສະອາດໃສ່ສະບູ ຫຼື ເຈວເຫຼົ້າ 70 % ຂຶ້ນໄປ, ຫຼີກລ້ຽງການເດີນທາງໄປສະຖານທີ່ ທີ່ມີຄວາມສ່ຽງ. ຖ້າຫາກທ່ານຮູ້ສຶກບໍ່ສະບາຍ ຫຼື ມີປະຫວັດສຳຜັດໃກ້ຊິດກັບຜູ້ຕິດເຊື້ອ ຫຼື ເດີນທາງໄປຍັງສະຖານທີ່ ທີ່ຜູ້ຕິດເຊື້ອເດີນທາງໄປ ໃຫ້ທ່ານຮີບຮ້ອນໄປພົບແພດ ເພື່ອເກັບຕົວຢ່າງກວດຊອກຫາເຊື້ອ ແລະ ຈຳກັດບໍລິເວນຕົນເອງ 14 ວັນ ເຊິ່ງການປະຕິບັດທັງໝົດນີ້ ກໍ່ແມ່ນເພື່ອປ້ອງກັນ ການແຜ່ລະບາດຂອງພະຍາດໂຄວິດ-19 ບໍ່ໃຫ້ຂະຫຍາຍເປັນວົງກວ້າງ ຢູ່ໃນຊຸມຊົນ, ຄອບຄົວ, ໝູ່ເພື່ອນ ແລະ ຄົນອ້ອມຂ້າງ;
  • ອີກເທື່ອໜຶ່ງ ຮຽກຮ້ອງໃຫ້ບັນດາ ທ່ານຈົ່ງຕິດຕາມຂໍ້ມູນຂ່າວສານທີ່ຖືກຕ້ອງ ແລະ ເປັນທາງການ,
    • ວິທະຍຸກະຈາຍສຽງ, ໂທລະພາບ, ໜັງສືພິມ ແລະສື່ຕ່າງໆ ຂອງລັດຖະບານ
    • ນອກຈາກນີ້ຍັງມີເວັບໄຊ້ຂອງຄະນະສະເພາະກິດເພື່ອປ້ອງກັນ, ຄວບຄຸມ ແລະແກ້ໄຂ ການລະບາດ ພະຍາດໂຄວິດ-19 ກໍ່ຄື covid19.gov.la​ ແລະ
    • ເວັບໄຊ້ຂອງກົມຄວບຄຸມພະຍາດຕິດຕໍ່, ກະຊວງສາທາລະນະສຸກcdc.gov.la
    • ເຟດບຸກຂອງສູນຂ່າວສານການແພດແລະສຸຂະສຶກສາ, ກະຊວງສາທາລະນະສຸກ
    • ແລະສາມາດໂທສອບຖາມ ສາຍດ່ວນ 165 ຫຼື 166 ສຳລັບສູນກາງ ແລະ ສາຍດ່ວນແຂວງ (ລະຫັດແຂວງ ຕາມດ້ວຍ 165 ຫຼື 166).

 

 

Loading...