ສະພາບການລະບາດພະຍາດໂຄວິດ-19 ຢູ່ ສປປ ລາວ, ມາຮອດວັນທີ 7 ກັນຍາ 2021:
ໄດ້ກວດວິເຄາະທັງໝົດ 5.385 ຄົນ, ໃນນັ້ນ ກວດພົບຜູ້ຕິດເຊື້ອໃໝ່ ທັງໝົດ 211 ຄົນເຊິ່ງຕິດເຊື້ອໃນຊຸມຊົນ 77 ຄົນ ເປັນຜູ້ສຳຜັດໃກ້ຊິດນຳຜູ້ຕິດເຊື້ອທີ່ຜ່ານມາ ແລະ ກໍລະນີນໍາເຂົ້າ ມີ 134 ຄົນ ຈາກ ສະຫວັນນະເຂດ 53 ຄົນ, ຈໍາປາສັກ 15 ຄົນ, ນະຄອນຫຼວງວຽງຈັນ 16 ຄົນ, ສາລະວັນ 34 ຄົນ, ຄໍາມ່ວນ 10 ຄົນ ແລະ ຫຼວງພະບາງ 6 ຄົນ . ເຊິ່ງກວດພົບຈາກແຮງງານລາວ ຫຼື ຜູ້ທີ່ເດີນທາງມາຈາກປະເທດເພື່ອນບ້ານ ເຂົ້າຕາມຈຸດຜ່ານແດນສາກົນ.
ຜູ້ຕິດເຊື້ອໃນຊຸມຊົນ ຢູ່ນະຄອນຫຼວງວຽງຈັນ ແລະ ບັນດາແຂວງແມ່ນເປັນຜູ້ສຳຜັດໃກ້ຊິດກັບຜູ້ຕິດເຊື້ອທີ່ຜ່ານມາ ລາຍລະອຽດດັ່ງນີ້:
• ນະຄອນຫຼວງ 7 ຄົນ: ຈາກ ບ. ດອນຕິ້ວ ມ. ໄຊທານີ 1 ຄົນ, ບ້ານ. ໄຊ ເມືອງໄຊທານີ 1 ກໍລະນີ (ມາຈາກແຂວງບໍ່ແກ້ວ ກັກໂຕ ຢູ່ ສູນປາກງື່ມ), ບ້ານຊຽງດາ ເມືອງໄຊເສດຖາ 1 ຄົນ ມີອາການໄລຍະກັກຕົວ, ບ້ານອ່າງໃຫ່ຍ 3 ຄົນ ເປັນຜູ້ສຳຜັດກັບຜູ້ຕິດເຊື້ອຜ່ານມາ ແລະ ບ້ານ ຫາດຊາຍຂາວ ເມືອງຫາດຊາຍຟອງ 1 ຄົນ ເປັນຜູ້ສຳຜັດໃກ້ຊິດກັບຜູ້ຕິດເຊື້ອຜ່ານມາເຊັ່ນກັນ.
• ຄໍາມ່ວນ 30 ຄົນ: ກຳລັງເກັບກຳຂໍ້ມູນຄົນເຈັບຕິດເຊື້ອທັງໝົດ ສ່ວນລາຍລະອຽດຈະແຈ້ງໃຫ້ທ່ານຊາບພາຍຫຼັງ
• ຈໍາປາສັກ 16 ຄົນ: 10 ຄົນແມ່ນພົວພັນກັບກຸ່ມຕິດເຊື້ອເມືອງປະທຸມພອນ, 2 ຄົນແມ່ນຢູ່ນະຄອນປາກເຊ ແລະ ກຳລັງສອບຖາມຂໍ້ມູນເພີ່ມເຕີມ 6 ຄົນ.
• ສະຫວັນນະເຂດ 10 ຄົນ: 05 ຄົນແມ່ນເຈົ້າໜ້າທີ່ຢູ່ຄ້າຍຄຸມຂັງ, ພະນັກງານຂັບລົດບໍລິສັດຫຸມຄຳ 02 ຄົນ, 1 ຄົນແມ່ນພະນັກງານເກັບຂີ້ເຫຍື້ອ, 2 ຄົນແມ່ນປະຊາຊົນ ຈາກບ້ານສະພານເໜືອ ແລະ ບ້ານໂພນສະຫ່ວາງໃຕ້.
• ບໍ່ແກ້ວ 5 ຄົນ: ໃນນີ້ຈາກເຂດເສດຖະກິດພິເສດ 3 ຄົນ ແລະ 2 ຄົນຈາກເມືອງຫ້ວຍຊາຍ.
• ສາລະວັນ 7 ຄົນ: ທັງໝົດເປັນຄົນໃນຄອບຄົວດຽວກັນກັບຜູ້ຕິດເຊື້ອຜ່ານມາ
• ຫຼວງພະບາງ 2 ຄົນ: 1 ຄົນເດີນທາງມາຈາກແຂວງບໍ່ແກ້ວທີ່ກັກໂຕຢູ່ສູນຈຳກັດບໍລິເວນ ແລະ 1 ຄົນແມ່ນຜູ້ສຳຜັດໃກ້ຊິດກັບຜູ້ຕິດເຊື້ອຜ່ານມາ.
ປະຈຸບັນ ຜູ້ຕິດເຊື້ອໃໝ່ທັງໝົດ ໄດ້ເຂົ້ານອນແຍກປ່ຽວ ແລະ ຮັບການປິ່ນປົວຢູ່ສະຖານທີ່ປິ່ນປົວທີ່ຖືກກຳນົດໄວ້.
ມາຮອດມື້ນີ້ ພວກເຮົາມີຕົວເລກຜູ້ຕິດເຊື້ອສະສົມທັງໝົດ 16,576 ຄົນ, ເສຍຊີວິດສະສົມ 16 ຄົນ ແລະ ຄົນເຈັບກໍາລັງປິ່ນປົວ ທັງໝົດ 4.510 ຄົນ.
ສຳລັບ ບ້ານ ທີ່ຖືກກຳນົດເປັນບ້ານແດງໃໝ່ໃນນະຄອນຫຼວງວຽງຈັນ ມີ 2 ບ້ານ ຄື: ບ້ານດອນຕີ້ວ ເມືອງໄຊທານີ ແລະ ບ້ານອ່າງໃຫ່ຍ ເມືອງ ສີໂຄດຕະບອງ.
ສຳລັບສະຖານທີ່ສ່ຽງໃນນະຄອນຫຼວງວຽງຈັນມີ: ຕະຫຼາດດົງໝາກຄາຍ, ຕະຫຼາດຂາຍຜັກແຄມທາງໃຫ່ຍບ້ານສະພັງມືກ.
• ຜູ້ທີ່ມີຈຸດປະສົງຢາກກວດຊອກຫາເຊື້ອໂຄວິດ-19 ສໍາລັບ ນະຄອນຫຼວງວຽງຈັນ ຢູ່ຈຸດເກັບຕົວຢ່າງບຶງຂະຫຍອງ ເຊິ່ງເປີດໃຫ້ບໍລິການບັນດາທ່ານທຸກວັນ (ວັນຈັນ ຫາ ວັນອາທິດ) ໃນຕອນເຊົ້າ ເວລາ 9:00-12:00 ໂມງ ແລະ ຍັງມີທີມງານເກັບຕົວຢ່າງເຄື່ອນທີ່ໄປເກັບໃນສະຖານທີ່ທີ່ມີການລາຍງານຄົນເຈັບຕິດເຊື້ອ.
• ສຳລັບແຂວງ ແມ່ນທ່ານສາມາດໄປກວດຊອກຫາເຊື້ອໄດ້ຢູ່ໂຮງໝໍແຂວງ ຫຼື ສະຖານທີ່ທີ່ກຳນົດໄວ້.
ການເຝົ້າລະວັງຢູ່ຕາມຈຸດຜ່ານແດນ ໃນຂອບເຂດທົ່ວປະເທດ
• ວັນທີ 7 ກັນຍາ 2021 ມີຜູ້ເດີນທາງເຂົ້າຕາມດ່ານຕ່າງໆໃນ ສປປ ລາວ ຈໍານວນ ທັງໝົດ 2,489 ຄົນ ທຸກຄົນໄດ້ຜ່ານການວັດແທກອຸນຫະພູມ ແລະ ບໍ່ພົບຜູ້ມີອາການໄຂ້ ຫຼື ອາການຜິດປົກກະຕິ.
• ປັດຈຸບັນ ທົ່ວປະເທດມີສູນຈຳກັດບໍລິເວນທີ່ຍັງເປີດຢູ່ 93 ສູນ ແລະ 54 ໂຮງແຮມ, ມີຜູ້ຈຳກັດບໍລິເວນ 8,649 ຄົນ.