ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ ເຂົ້າສູ່ຊີວິດຈິງ
ວັນມໍລະດົກເອີຮົບແລະບຸນແກກແມກປະຈຳປີ 2022 ໄດ້ຈົດຂື້ນໃນວັນທີ 17 ແລະ 18 ກັນຍາ ພາຍໃຕ້ຫົວຂໍ້ ມໍລະດົກອັນຍືນຍົງ.ວັນມໍລະດົກແຫ່ງເອີລົບຈັດຕັ້ງຂື້ນຄັ້ງທໍາອິດໃນປີ 1984.
ທາງພຸດທະສະມາຄົມລາວ ທາງພາກເໜືອຂອງປະເທດຝຣັງ, ສະມາຄົມສົ່ງເສີມສີນລະປະວັດທະນະທຳລາວ, ສະມາຄົມສຳພັນລາວເຂດພາກເໜືອຂອງປະເທດຝຣັງ,ໂດຍການສົມທົບຂອງ ທ່ານຈູມຄຳ ຫລວງວັນ ກຳມະການແນວລາວສ້າງຊາດ ແລະເປັນປະທານສຳພັນຄົນລາວທີ່ປະເທດຝຣັງ, ກໍ່ໄດ້ຈັດງານສະເຫລີມສະຫລອງບຸນ ດັ່ງກ່າວທີ່ວັດລາວພຸດທະວິຫານ,ທີເມືອງລູແບ.
ເຊີ່ງໃຫ້ກຽດເຂົ້າຮ່ວມງານຄັ້ງຂອງ ທ່ານ ຄຳອີນ ກິດຈະເດດ, ເອກອັກຄະລະຊະທູດແຫ່ງ ສປປ ລາວປະຈຳປະເທດຝຮັ່ງ, ທ່ານພູໂຂງ ສີສຸລາດ, ເອກອັກຄະລະຊະທູດແຫ່ງປະເທດລາວປະຈຳປະເທດແບນຊິກ, ມີການເຂົ້າຮ່ວມຂອງມວນຊົນເປັນຈຳນວນຫລາຍ.
ເຊີ່ງພາຍໃນງານມີການຂາຍອາຫານການກີນ, ເຄື່ອງດື່ມ ແລະມີການເສບງັນດົນຕີພື້ນເມືອງລາວ ພ້ອມທັງມີການ ວາງສະແດງຮູບພາບຂອງພະພຸດທະເຈົ້າ ແລະເລົ່າປະຫວັດພຸດທະສາດສະໜາໃຫ້ແກ່ຊາວຕ່າງຊາດໄດ້ຮູ້ຈັກຄວມເປັນມາຂອງສາດສະໜາພຸດ ເຊີ່ງໄດ້ຮັບຄວາມສົນໃຈຈາກຊາວຕ່າງປະເທດ ເປັນຈຳນວນຫລາຍ,ນອກຈາກນັ້ນຍັງມີການເຜີຍແຜ່ວັດທະນະທຳຮີດຄອງປະເພນິອັນດິງາມຂອງຊາດລາວຕື່ມອີກ.
ອັນນີ້ມັນສະແດງເຖີງນຳໃຈຮັກຊາດ ແລະສົ່ງເສີມວັດທະນະທຳຮີດຄອງປະເພນີອັນດີງາມ ຂອງພີ່ນ້ອງຊາວລາວທີ່ປະເທດຝຣັງມີຄວາມສາມັກຄິ ປຸ້ມລຸມກັນຈັດງານໃນຄັ້ງນີ້. ລາຍໄດ້ຈາກການຈັດງານຄັ້ງນີ້ແມ່ນຍົກໃຫ້ທາງວັດທັງໝົດ.
ສຳລັບປີນີ້ທາງສະມາຄົມລາວທາງພາກເໜືອຂອງປະເທດຝຣັງ ໄດ້ຮັບກຽດອັນຍິ່ງໃຫຍ່ຈາກກະຊວງວັດທະນະທຳປະເທດຝຣັງ ໃຫ້ຈັດງານກ່ອນມື້ໜື່ງໃນວັນທີ 16 ເພື່ອໃຫ້ນັກສຶກສາປະເທດຝຣັງ ແລະປະເທດຫວຽດນາມມາຢ້ຽມຢາມແລະທັດສະນະສືກສາຮຽນຮູ້ວັດທະນະທຳ ແລະປະຫວັດຂອງພຸດທະສາດສະໜາລາວ.
ທ່ານ ສີມະນີວັນ ພານີດທະວົງ, ປະທານ ສະມາຄົມພຸດທະສະມາຄົມລາວທາງພາເໜືອຂອງປະເທດຝຣັງ ໄດ້ກ່າວວ່າ, ສະມາຄົມນີິແມ່ນເຮັດວຽກການເມືອງທີ່ເມືອງລູແບ, ແລະສ້າງຕັ້ງຂື້ນໃນປີ 1983 ແລະໃນປີ 2000 ທ່ານເຈົ້າເມືອງຫລາຍຄົນຮູ້ຈັກນິໃສຄົນລາວ ທີ່ມີຄວາມຮັກແພງມີຄວາມໄວ້ເນືອເຊື່ອໃຈໃນເບື້ອງຕົ້ນເພີ່ນ ໃຫ້ເຊົ່າດີນເພື່ອສ້າງວັດລາວພຸດທະວິຫານນີ້ເປັນເວລາ 99 ປີ ແລະປີໜື່ງໄດ້ຈ່າຍພຽງແຕ່ໜື່ງເອີໂລເທົ່ານັ້ນ ແລະ ວັດພູດທະວິຫານລາວໄດ້ສ້າງຕັ້ງຂື້ນໃນປີ 2012 ເພື່ອຮັບໃຊ້ຄົນລາວໃຫ້ຮູ້ຈັກວັດທະນະທຳການນຸ່ງຖືແລະພູດທະສາດສະໜາ.
ໃນທຸກໆປີທາງຝ່າຍສະມາຄົມພຸດທະສະມາຄົມລາວຈະຈັດງານວັນມໍລະດົກເອີຮົບແລະບຸນແກກແມກນິ້ທີ່ວັດດັ່ງກ່າວ.