ສະພາບການລະບາດພະຍາດໂຄວິດ-19 ຢູ່ ສປປ ລາວ, ມາຮອດວັນທີ 30 ກັນຍາ 2021:
ໄດ້ກວດວິເຄາະທັງໝົດ 6,393 ຄົນ, ໃນນັ້ນ ກວດພົບຜູ້ຕິດເຊື້ອໃໝ່ ທັງໝົດ 464 ຄົນ ຊຶ່ງແຍກເປັນ ກໍລະນີນໍາເຂົ້າ ມີ 27 ຄົນ ຈາກແຂວງ ຈໍາປາສັກ 19 ຄົນ, ຄໍາມ່ວນ 3 ຄົນ, ສາລະວັນ 2 ຄົນ, ຫຼວງພະບາງ 1 ຄົນ, ສະຫວັນນະເຂດ 1 ຄົນ ແລະ ນະຄອນຫຼວງ 1 ຄົນ. ເສຍຊິວິດ ໃໝ່ 1 ຄົນຈາກແຂວງສະຫວັນນະເຂດ
ຕິດເຊື້ອໃນຊຸມຊົນ ມີ 437 ຄົນ ຊຶ່ງກະຈາຍໃນບັນດາແຂວງ ດັ່ງລາຍລະອຽດຕໍ່ໄປນີ້:
1. ນະຄອນຫຼວງວຽງຈັນ 220 ຄົນ:
1). ເມືອງ ນາຊາຍທອງ: ພົບເຊື້ອ 37 ຄົນ,
2). ຈຸດບືງຂະຫຍອງ: ພົບເຊື້ອ 17 ຄົນ;
3). ຈຸດເຈົ້າອານຸວົງ: 38 ຕົວຢ່າງ;
4). ເມືອງສີເກີດ: ພົບເຊື້ອ 39 ຄົນ;
5). ມສ. ລາວຫວຽດ: ພົບເຊື້ອ 21 ຄົນ;
# ສະຖາບັນ ປັດສະເຕີລາວ (IPL): ພົບເຊື້ອ 30 ຕົວຢ່າງ (ຈາກໂຮງໝໍເສດຖາ 12 ແລະ ຫຼັກ 27 ມີ 18 ຄົນ)
# ສູນເມລິເອີ : ພົບເຊື້ອ 33 ຄົນ; (ຕົວຢ່າງມາຈາກ ເມືອງນາຊາຍທອງ ແລະ ໄຊທານີ)
2. ຫຼວງພະບາງ 70 ຄົນ:
1) ເມືອງງອຍ ມີ 41 ກໍລະນີ: ບ້ານປາກບາກ ມີ 26 ກໍລະນີ, ບ້ານໜອງຂຽວ ມີ 14 ກໍລະນີ, ບ້ານຫ້ວຍບໍ່ ມີ 01 ກໍລະນີ
2) ເມືອງນໍ້າບາກ ມີ 20 ຄົນ : ບ້ານນະຄອນ ມີ 20 ກໍລະນີ
3) ເມືອງຊຽງເງີນ ມີ 08 ຄົນ : ບ້ານປາກຂັນ ມີ 03 ກໍລະນີ, ບ້ານດອນໂມ ມີ 03 ກໍລະນີ, ບ້ານຊຽງເງີນ ມີ 02 ກໍລະນີ.
4) ເມືອງນານ ມີ 01 ກໍລະນີ (ບ້ານໂພນໄຊ)
3. ຈໍາປາສັກ 63 ຄົນ:
– ນະຄອນປາກເຊ 11
– ເມືອງໂຂງ 24 (ຄົນກັກກັນໃນສູນ 19; ພະນັກງານປະຈຳສູນ 2; ນັກໂທດ 03)
– ເມືອງ ໂພນທອງ 03
– ເມືອງປະທຸມພອນ 07
– ເມືອງ ບາຈຽງ 36
– ເມືອງ ປາກຊ່ອງ 01
4. ບໍ່ແກ້ວ 38 ຄົນ: ໃນນັ້ນມີແຮງງານ ມີ ແຮງງານຈີນ 2 ຄົນ; ກຳມະກອນກໍ່ສ້າງສະໝາມບິນ ຢູ່ເມືອງ ຕົ້ນເຜິ້ງ 27 ຄົນ; ສູນຂອນແກ້ວ 1 ຄົນ ແຮງງານມາຈາກສະໝາມບິນ, ໂພນໂຮມ 4 ຄົນ ແລະ ພຽງງາມ 4 ຄົນ.
5. ສະຫວັນນະເຂດ 19 ຄົນ:
6. ແຂວງວຽງຈັນ 15 ຄົນ:
1) ເມືອງວັງວຽງ ມີ 12 ກໍລະນີ (ທັງໜົດແມ່ນສໍາຜັດໃກ້ຊິດກັບກໍລະນີຕິດເຊື້ອຜ່ານມາ ຢູ່ບ້ານໂພນຊູ) : ບ້ານນາມອນ ມີ 08 ກໍລະນີ, ບ້ານໂພນຊູ ມີ 02 ກໍລະນີ, ມີ 02 ກໍລະນີ ຈາກ ບ້ານນໍ້າພ້າວ ແລະ ບ້ານຫ້ວຍແຍ້ ມີບ້ານລະ 01 ກໍລະນີ
2) ເມືອງໂພນໂຮງ ມີ 03 ກໍລະນີ (ບ້ານໂພນຫໍ ມີ 02 ກໍລະນີ ແລະ ບ້ານນາຊູ ມີ 01 ກໍລະນີ) ທັງໜົດແມ່ນສໍາຜັດໃກ້ຊິດກັບກໍລະນີຕິດເຊື້ອທີ່ໄປເຮືອນດີ ຢູ່ບ້ານໂພນຫໍ.
7. ຄໍາມ່ວນ 5 ຄົນ:
ພະນັກງານແພດ ສາທາເມືອງ ທ່າ ແຂກ 03 ຄົນ ເຫຼືອ ນັ້ນ ແມ່ນ ກຸ່ມ ສ່ຽງທີ່ເຄີຍ ສຳຜັດໃກ້ຊິດ ກັບຜູ້ຕິດເຊື້ອຜ່ານມາ
8. ສາລະວັນ 3 ຄົນ:
1. ບ້ານນາໂດນ ມີ 02 ກໍລະນີ (ເພດຊາຍ, ອາຍຸ 46 ປີ, ອາຊີບ: ພະນັກງານວິທະຍາໄລຄູ ແລະ ເພດຍິງ, ອາຍຸ 36 ປີ, ອາຊີບ: ພະນັກງານກວດກາ ແຂວງ ທັງສອງຄົນເປັນຜົວເມຍກັນ) ແລະ ສໍາຜັດໃກ້ຊິດກັບກັບຄົນຕິດເຊື້ອຜ່ານມາ
2. ບ້ານຄັນທະລາດ ມີ 01 ກໍລະນີ (ເພດຍິງ, ອາຍຸ 03 ປີ, ອາຊີບ: ເດັກ) ແລະ ສໍາຜັດໃກ້ຊິດກັບກັບຄອບຄົວຕິດເຊື້ອຜ່ານມາ.
9. ບໍລິຄໍາໄຊ 3 ຄົນ:
ຈາກ ເມືອງປາກກະດິງ
– ບ້ານໂພນສີ ມີ 2 ກໍລະນີ ເປັນເພດຍິງທັງສອງຄົນ ແລະ ທັງສອງຄົນອາຊີບເປັນກໍາມະກອນ, ເປັນຄົນລາວ ແລະ ໄດ້ສໍາຜັດໃກ້ຊິດກັບກໍລະນີຕິດເຊື້ອທີ່ລາຍງານໃນວັນທີ 27 ກັນຍາ 2021
– 1 ຄົນ ແມ່ນ ເພດຍີງ, ອາຍຸ 59 ປີ, ອາຊີບ:ຊາວນາ, ບ້ານຊ້ອນ ພັນໄຊ (ຜ່ານການກວດ ແລັບປິດແທັດ) ແລະ ສຳພັດກັບຜູ້ຕິດເຊື້ອ ລາຍງານວັນທີ 26/9/2021 ຜ່ານມາ.
10. ຫຼວງນໍ້າທາ 1 ຄົນ ສັນຊາດຈີນ
ສໍາລັບການເສຍຊິວິດໃໝ່ ແມ່ນ ມາຈາກ ແຂວງສະຫວັນນະເຂດ, ເພດຊາຍ, ອາຍຸ 48 ປີ, ບ້ານໂພນສະຫວ່າງໃຕ້, ນະຄອນໄກສອນ ແລະ ນອນປີ່ນປົວ ຢູ່ມໍລະສຸມຂອງໂຮງໝໍແຂວງ ໃນວັນທີ 29 ກັນຍາ 2021 ໃນມື້ດຽວກັນ ໄດ້ເກັບຕົວຢ່າງກວດຫາເຊື້ອ. ມາຮອດ ເວລາ 08:00 ໂມງເຊົ້າ ຂອງວັນທີ 30 ກັນຍາ 2021 ຄອບຄົວຂໍກັບບ້ານ, ຕໍ່ມາຜູ້ກ່ຽວ ໄດ້ເສຍຊີວິດລົງ ໃນເວລາ 09:00 ໂມງຂອງມື້ດຽວກັນ ແລະ ໃນເວລາ 23:00 ໂມງ ຜົນກວດຕົວຢ່າງມາວ່າ ພົບເຊື້ອ ໂຄວິດ-19.
ປະຈຸບັນ ຜູ້ຕິດເຊື້ອໃໝ່ທັງໝົດ ໄດ້ເຂົ້ານອນແຍກປ່ຽວ ແລະ ຮັບການປິ່ນປົວຢູ່ສະຖານທີ່ປິ່ນປົວທີ່ຖືກກຳນົດໄວ້.
ມາຮອດມື້ນີ້ ພວກເຮົາມີຕົວເລກຜູ້ຕິດເຊື້ອສະສົມທັງໝົດ 24,310 ຄົນ, ເສຍຊີວິດສະສົມ 20 ຄົນ (ໃໝ່ 01 ຄົນ), ຄົນເຈັບຫາຍດີອອກໂຮງໝໍມື້ວານນີ້ມີ 135 ຄົນ ແລະ ຄົນເຈັບກໍາລັງປິ່ນປົວ ທັງໝົດ 5,691 ຄົນ.
ທີ 30 ກັນຍາ ບັນດາບ້ານແດງ ໃນແຕ່ລະແຂວງທົ່ວປະເທດມີ: 296 ບ້ານ, 34 ເມືອງ ຂອງ 10 ແຂວງ ດັ່ງນີ້:
1. ນະຄອນຫຼວງວຽງຈັນ ມີ 120 ບ້ານ ໃນ 7 ເມືອງ
2. ຫຼວງພະບາງ 13 ບ້ານ ໃນ 5 ເມືອງ
3. ຊຽງຂວາງ 1 ບ້ານໃນ 1 ເມືອງ
4. ໄຊສົມບູນ 5 ບ້ານ ໃນ 2 ເມືອງ
5. ແຂວງວຽງຈັນ 18 ບ້ານ ໃນ 5 ເມືອງ
6. ບໍລິຄໍາໄຊ 3 ບ້ານ ໃນ 1 ເມືອງ
7. ຄໍາມ່ວນ ມີ 55 ບ້ານ ໃນ 6 ເມືອງ
8. ສະຫວັນນະເຂດ ມີ 29 ບ້ານ ໃນ 6 ເມືອງ
9. ສາລະວັນ 6 ບ້ານ ໃນ 2 ເມືອງ
10. ຈໍາປາສັກ ມີ 46 ບ້ານ ໃນ 6 ເມືອງ
ການກວດຊອກຫາເຊື້ອໂຄວິດ-19 ສໍາລັບ ນະຄອນຫຼວງວຽງຈັນ:
ສູນວິເຄາະ ແລະ ລະບາດວິທະຍາ ໄດ້ສືບຕໍ່ສອບສວນ ບຸກຄົນຕິດເຊື້ອ ແລະ ຄົນສໍາພັດໃກ້ຊິດ. ບຸກຄົນທົ່ວໄປ ທີ່ໄດ້ມີສໍາພັດໃກ້ຊິດກັບຄົນທີ່ຕິດເຊື້ອ ຫຼື ສົງໃສວ່າຕິດເຊື້ອ ສາມາດໄປໃຊ້ບໍລິການ ຢູ່ຈຸດກວດຄົງທີ່ ດັ່ງນີ້:
o ຈຸດເກັບຕົວຢ່າງ ສະໝານກິລາໃນຮົ່ມ ບຶງຂະຫຍອງ
o ຈຸດເກັບຕົວຢ່າງ ໂຮງຮຽນ ມສ ລາວ-ຫວຽດ, ເມືອງໄຊເສດຖາ
o ຈຸດເກັບຕົວຢ່າງ ມສ ເຈົ້າອະນຸວົງ, ເມືອງ ຈັນທະບູລີ
o ສາທາເມືອງນາຊາຍທອງ (ຢູ່ ບ້ານ ຫ້ວຍນ້ຳເຢັນ ຮອດວັນພຸດ)
o ນອກຈາກນີ້ ຍັງມີບັນດາໂຮງໝໍສູນກາງ
ສໍາລັບຜູ້ສໍາຜັດໃກ້ຊິດກັບຜູ້ຕິດເຊື້ອທີ່ຢູ່ໃນບ້ານແດງ ແມ່ນທີມເກັບຕົວຢ່າງເຄື່ອນທີ່ ຈະໄປເກັບຕົວຢ່າງໃນບ້ານທ່ານ ຊຶ່ງມີໜ່ວຍງານດັ່ງນີ້:
o ທີມເຄື່ອນທີ່ຂອງ ເມືອງ ໄຊທານີ ເຄື່ອນທີ່ຕາມຈຸດທີ່ມີການລະບາດ ພາຍໃນເມືອງ,
o ເມືອງ ສີສັດຕະນາກ ທີມເຄື່ອນທີ່ຕາມຈຸດທີ່ມີການລະບາດ
o ເມືອງສີໂຄດຕະບອງ ມີທີມເຄື່ອນທີ່ໄປຕາມເຂດທີ່ມີການລະບາດເຊັ່ນກັນ
o ເມືອງນາຊາຍທອງ ມີທີມເຄື່ອນໄປເກັບຕາມສູນຈຳກັດບໍລິເວນພາຍໃນເມືອງຕື່ມອີກ
o ທີມເຄື່ອນທີ່ຂອງ ນະຄອນຫຼວງ 2 ທີມ ເຄື່ອນທີໄປຊ່ວຍທຸກເມືອງເກັບຕົວຢ່າງຢູ່ບ່ອນທີ່ມີການລະບາດ
ທຸກທີມແມ່ນໃຫ້ບໍລິການທຸກວັນ ສໍາລັບພາກເຊົ້າເທົ່ານັ້ນ ເລີ່ມ 9:00–11:30 ໂມງ (ວັນຈັນ ເຖິງ ວັນອາທິດ) ແລະ ຍັງມີທີມງານເກັບຕົວຢ່າງເຄື່ອນທີ່ໄປເກັບໃນສະຖານທີ່ທີ່ມີການລາຍງານຄົນຕິດເຊື້ອ.
ສຳລັບບັນດາແຂວງ ແມ່ນທ່ານສາມາດໄປກວດຊອກຫາເຊື້ອໄດ້ຢູ່ໂຮງໝໍແຂວງ ຫຼື ສະຖານທີ່ທີ່ກຳນົດໄວ້ ຫຼື ທີມງານໜ່ວຍເຄື່ອນທີ່ ທີ່ລົງເກັບຕົວຢ່າງ ໃນເຂດທີ່ມີການລະບາດໃນຊຸມຊົນ.