ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ ເຂົ້າສູ່ຊີວິດຈິງ
 ສະພາບການລະບາດພະຍາດໂຄວິດ-19 ຢູ່ ສປປ ລາວ, ມາຮອດວັນທີ 9 ກັນຍາ 2021:
ໄດ້ກວດວິເຄາະທັງໝົດ 4,371 ຄົນ, ໃນນັ້ນ ກວດພົບຜູ້ຕິດເຊື້ອໃໝ່ ທັງໝົດ 194 ຄົນເຊິ່ງຕິດເຊື້ອໃນຊຸມຊົນ 86 ຄົນ ເປັນຜູ້ສຳຜັດໃກ້ຊິດນຳຜູ້ຕິດເຊື້ອທີ່ຜ່ານມາ ແລະ ກໍລະນີນໍາເຂົ້າ ມີ 108 ຄົນ ຈາກ ສະຫວັນນະເຂດ 72 ຄົນ, ຈໍາປາສັກ 15 ຄົນ, ຄໍາມ່ວນ 12 ຄົນ, ບໍລິຄໍາໄຊ 6 ຄົນ, ນະຄອນຫຼວງວຽງຈັນ 2 ຄົນ, ແລະ ສາລະວັນ 1 ຄົນ. ເຊິ່ງກວດພົບຈາກແຮງງານລາວ ຫຼື ຜູ້ທີ່ເດີນທາງມາຈາກຕ່າງປະເທດ ເຂົ້າຕາມຈຸດຜ່ານແດນສາກົນ.
ຜູ້ຕິດເຊື້ອໃນຊຸມຊົນ ຢູ່ນະຄອນຫຼວງວຽງຈັນ ແລະ ບັນດາແຂວງແມ່ນເປັນຜູ້ສຳຜັດໃກ້ຊິດກັບຜູ້ຕິດເຊື້ອທີ່ຜ່ານມາ ລາຍລະອຽດດັ່ງນີ້:
• ຈຳປາສັກ 45 ຄົນ:
– ບ້ານຫຼັກ 40 ມີ 18 ຄົນ, ຄົນບ້ານມ່ວງ 1 ຄົນ ແລະ ຄົນບ້ານສະໂນດ 1 ຄົນ
– ບ້ານ ນໍ້າໃສເທີງ 16 ຄົນ
– ບ້ານໜອງປັກແຮດ 9 ຄົນ
• ຄໍາມ່ວນ 26 ຄົນ:
– ບ້ານ ດອນຊ້າງ 3 ກໍລະນີ
– ບ້ານ ເມືອງສຸມ 1 ກໍລະນີ
– ບ້ານ ມ່ວງສຸ່ມ 1 ກໍລະນີ
– ບ້ານ ຈອມແຈ້ງ 1 ກໍລະນີ
– ບ້ານ ຈອມເພັດ 4 ກໍລະນີ
– ບ້ານ ຈອມແກ້ວ 1 ກໍລະນີ
– ບ້ານ ສັນຕິສຸກ 1 ກໍລະນີ
– ບ້ານ ຈອມທອງ 2 ກໍລະນີ
– ບ້ານ ສົມສະໜຸກ 1 ກໍລະນີ
– ບ້ານ ໂພນສະອາດ 6 ກໍລະນີ
– ບ້ານ ສຸກສະຫວັນ 1 ກໍລະນີ
– ບ້ານ ຖ້ຳ 1 ກໍລະນີ
– ບ້ານ ລຳມະລາດ 1 ກໍລະນີ
– ບ້ານ ວຽງວິໄລ 2 ກໍລະນີ
• ບໍ່ແກ້ວ 6 ຄົນ, ໃນນັ້ນ ມາຈາກເຂດສາມຫຼ່ຽມຄຳ 5 ຄົນ
• ສະຫວັນນະເຂດ 4 ຄົນ:
– ເພດຊາຍ, ອາຍຸ 28 ປີ, ອາຊີບ: ພະນັກງານແພດເຮັດວຽກຢູ່ເມືອງຈຳພອນ ທີ່ໄດ້ມາປະຈຳການຢູ່ໂຮງໝໍພາກສະໜາມ
– ເພດຍິງ, ອາຍຸ 48 ປີ, ອາຊີບ: ແມ່ເຮືອນ, ບ້ານ ໄຊຍະມຸງຄຸນ, ເມືອງນະຄອນໄກສອນ (ສຳຜັດໃກ້ຊິດກັບຜູ້ຕິດເຊື້ອ)
– ເພດຊາຍ, ອາຍຸ 53 ປີ, ອາຊີບ: ພະນັກງານຕຳຫຼວດ, ບ້ານຊອກ, ເມືອງນະຄອນໄກສອນ (ກຸ່ມສ່ຽງສະຖານທີ່ຂຸມຄັງ)
– ເພດຊາຍ, ອາຍຸ 49 ປີ, ອາຊີບ: ພະນັກງານຕຳຫຼວດ, ບ້ານອຸດົມວິໄລ, ເມືອງນະຄອນໄກສອນ (ກຸ່ມສ່ຽງສະຖານທີ່ຂຸມຄັງ)
• ນະຄອນຫຼວງວຽງຈັນ 1 ຄົນ ຈາກ ບ້ານດອນຫນູນ ເມືອງໄຊທານີ
• ສາລະວັນ 1 ຄົນ, ເພດຍິງ, ອາຍຸ 24 ປີ, ອາຊີບຄ້າຂາຍ, ບ້ານຫລັກສອງ ເມືອງສາລະວັນ ຜູ້ກ່ຽວຫາກໍ່ເກີດລູກໃຫມ່ ໄດ້ 6-7 ມື້ ແລະ ຍັງຢູ່ກໍາ. ຜ່ານມາ ໄດ້ສໍາຜັດໃກ້ຊິດ ກັບພໍ່ປູ່ທີ່ຕິດເຊື້ອ ທີ່ໄດ້ຖະແຫຼງຂ່າວກ່ອນໜ້ານີ້.
• ແຂວງວຽງຈັນ 1 ຄົນ ຈາກບ້ານໂພນແພງ, ເມືອງທຸລະຄົມ ສຳຜັດໃກ້ຊິດກັບຜູ້ເປັນແມ່ ທີ່ຕິດເຊື້ອກ່ອນໜ້ານີ້.
• ຫຼວງນ້ຳທາ 1 ຄົນ ຈາກບ້ານ ພູຕີນ ເມືອງ ນາແລ, ຜູ້ກ່ຽວເດີນທາງມາແຕ່ ເຂດເສດຖະກິດພິເສດ ເມືອງຕົ້ນເຜີ້ງ
• ໄຊສົມບູນ 1 ຄົນ ຈາກບ້ານພູຄຳ
 ປະຈຸບັນ ຜູ້ຕິດເຊື້ອໃໝ່ທັງໝົດ ໄດ້ເຂົ້ານອນແຍກປ່ຽວ ແລະ ຮັບການປິ່ນປົວຢູ່ສະຖານທີ່ປິ່ນປົວທີ່ຖືກກຳນົດໄວ້.
 ມາຮອດມື້ນີ້ ພວກເຮົາມີຕົວເລກຜູ້ຕິດເຊື້ອສະສົມທັງໝົດ 16,936 ຄົນ, ເສຍຊີວິດສະສົມ 16 ຄົນ ແລະ ຄົນເຈັບກໍາລັງປິ່ນປົວ ທັງໝົດ 4,093 ຄົນ.
 ສຳລັບ ບ້ານ ທີ່ຖືກກຳນົດເປັນບ້ານແດງໃໝ່ໃນນະຄອນຫຼວງວຽງຈັນ ແມ່ນບໍ່ມີ
• ຜູ້ທີ່ມີຈຸດປະສົງຢາກກວດຊອກຫາເຊື້ອໂຄວິດ-19 ສໍາລັບ ນະຄອນຫຼວງວຽງຈັນ ຢູ່ຈຸດເກັບຕົວຢ່າງບຶງຂະຫຍອງ ເຊິ່ງເປີດໃຫ້ບໍລິການບັນດາທ່ານທຸກວັນ (ວັນຈັນ ຫາ ວັນອາທິດ) ໃນຕອນເຊົ້າ ເວລາ 9:00-12:00 ໂມງ ແລະ ຍັງມີທີມງານເກັບຕົວຢ່າງເຄື່ອນທີ່ໄປເກັບໃນສະຖານທີ່ທີ່ມີການລາຍງານຄົນຕິດເຊື້ອ.
• ສຳລັບແຂວງ ແມ່ນທ່ານສາມາດໄປກວດຊອກຫາເຊື້ອໄດ້ຢູ່ໂຮງໝໍແຂວງ ຫຼື ສະ
ຖານທີ່ທີ່ກຳນົດໄວ້.
 ການເຝົ້າລະວັງຢູ່ຕາມຈຸດຜ່ານແດນ ໃນຂອບເຂດທົ່ວປະເທດ
• ວັນທີ 9 ກັນຍາ 2021 ມີຜູ້ເດີນທາງເຂົ້າຕາມດ່ານຕ່າງໆໃນ ສປປ ລາວ ຈໍານວນ ທັງໝົດ 2,343 ຄົນ.
• ປັດຈຸບັນ ທົ່ວປະເທດມີສູນຈຳກັດບໍລິເວນທີ່ຍັງເປີດຢູ່ 93 ສູນ ແລະ 54 ໂຮງແຮມ, ມີຜູ້ຈຳກັດບໍລິເວນ 7,634 ຄົນ.