ວັນສຸກ ທີ 02 ກໍລະກົດ 2021, ດຣ. ສີສະຫວາດ ສຸດທານີລະໄຊ ຮອງຫົວໜ້າກົມຄວບຄຸມພະຍາດຕິດຕໍ່, ກະຊວງສາທາລະນະສຸກ ໄດ້ຖະແຫຼງຂ່າວ ກ່ຽວກັບສະພາບໂຄວິດ-19 ໃນ ສປປ ລາວ, ໄດ້ກວດວິເຄາະທັງໝົດ 1,670 ຄົນ, ໃນນັ້ນ ກວດພົບຜູ້ຕິດເຊື້ອໃໝ່ ທັງໝົດ 32 ຄົນ, ຈາກ ນະຄອນຫຼວງວຽງຈັນ 3 ຄົນ, ສະຫວັນນະເຂດ 5 ຄົນ, ຈຳປາສັກ 15 ຄົນ, ສາລະວັນ 1 ຄົນ, ຄຳມ່ວນ 3 ຄົນ ແລະ ແຂວງວຽງຈັນ 5 ຄົນ.
• ສ່ວນ ນະຄອນຫຼວງວຽງຈັນ, ສະຫວັນນະເຂດ, ຈຳປາສັກ, ສາລະວັນ ແລະ ຄຳມ່ວນ ແມ່ນກວດພົບຈາກແຮງງານລາວ ທີ່ກັບມາຈາກປະເທດເພື່ອນບ້ານ ໂດຍຖືກຕ້ອງຕາມກົດໝາຍ ເຊິ່ງຖືວ່າ ເປັນກໍລະນີນຳເຂົ້າ.
• ສຳລັບ ແຂວງວຽງຈັນ 5 ຄົນ ແມ່ນກໍລະນີຕິດເຊື້ອໃນຊຸມຊົນ ທີ່ມີປະຫວັດສຳຜັດໃກ້ຊິດ ນຳຜູ້ຕິດເຊື້ອເກົ່າ.
 ມາຮອດມື້ນີ້ ພວກເຮົາມີຕົວເລກຜູ້ຕິດເຊື້ອສະສົມທັງໝົດ 2,176 ຄົນ, ເສຍຊີວິດສະສົມ 3 ຄົນ (ບໍ່ມີກໍລະນີເສຍຊີວິດໃໝ່) ແລະ ກໍາລັງປິ່ນປົວ ທັງໝົດ 187 ຄົນ.
 ຕໍ່ໄປ ຂ້າພະເຈົ້າ ຂໍລາຍງານຂໍ້ມູນກ່ຽວກັບ ຜູ້ຕິດເຊື້ອໃໝ່ທີ່ພົບຢູ່ນະຄອນຫຼວງ ແລະ ແຂວງວຽງຈັນ, ດັ່ງຕໍ່ໄປນີ້:
• ນະຄອນຫຼວງວຽງຈັນ 3 ຄົນ (ກໍລະນີນຳເຂົ້າ):
– ຜູ້ທີ 1
ເພດຊາຍ, ອາຍຸ 21 ປີ, ສັນຊາດລາວ, ອາຊີບ: ກຳມະກອນ, ເດີນທາງມາຈາກປະເທດເພື່ອນບ້ານ, ຜູ້ກ່ຽວບໍ່ມີອາການຫຍັງ, ໄປເກັບຕົວຢ່າງ ຢູ່ສູນຈຳກັດບໍລິເວນທີ່ຄະນະສະເພາະກິດກຳນົດໄວ້ ວັນທີ 1 ກໍລະກົດ 2021 ແລະ ຜົນກວດພົບເຊື້ອ.

– ຜູ້ທີ 2
ເພດຊາຍ, ອາຍຸ 21 ປີ, ສັນຊາດລາວ, ອາຊີບ: ກຳມະກອນ, ເດີນທາງມາຈາກປະເທດເພື່ອນບ້ານ, ຜູ້ກ່ຽວບໍ່ມີອາການຫຍັງ, ໄປເກັບຕົວຢ່າງ ຢູ່ສູນຈຳກັດບໍລິເວນທີ່ຄະນະສະເພາະກິດກຳນົດໄວ້ ວັນທີ 1 ກໍລະກົດ 2021 ແລະ ຜົນກວດພົບເຊື້ອ.
– ຜູ້ທີ 3
ເພດຍິງ, ອາຍຸ 20 ປີ, ສັນຊາດລາວ, ອາຊີບ: ກຳມະກອນ, ເດີນທາງມາຈາກປະເທດເພື່ອນບ້ານ, ຜູ້ກ່ຽວບໍ່ມີອາການຫຍັງ, ໄປເກັບຕົວຢ່າງ ຢູ່ທີ່ສູນຈຳກັດບໍລິເວນຄະນະສະເພາະກິດກຳນົດໄວ້ ວັນທີ 1 ກໍລະກົດ 2021 ແລະ ຜົນກວດພົບເຊື້ອ.

• ສຳລັບ ແຂວງວຽງຈັນ 5 ຄົນ (ຕິດເຊື້ອໃນຊຸມຊົນ):
– ຜູ້ທີ 1
ເພດຍິງ, ອາຍຸ 18 ປີ, ສັນຊາດລາວ, ບ້ານໃໝ່, ເມືອງໂພນໂຮງ, ແຂວງວຽງຈັນ, ມີປະຫວັດສຳຜັດໃກ້ຊິດນຳຜູ້ຕິດເຊື້ອ (ຄົນໃນຄອບຄົວຜູ້ຕິດເຊື້ອ), ຜູ້ກ່ຽວມີອາການຕັນດັງ, ນ້ຳມູກໄຫຼ ແລະ ໄຂ້, ໄປເກັບຕົວຢ່າງ ຢູ່ບ້ານໃໝ່, ເມືອງໂພນໂຮງ, ແຂວງວຽງຈັນ ວັນທີ 1 ກໍລະກົດ 2021 ແລະ ຜົນກວດພົບເຊື້ອ.
– ຜູ້ທີ 2
ເພດຍິງ, ອາຍຸ 23 ປີ, ສັນຊາດລາວ, ບ້ານໃໝ່, ເມືອງໂພນໂຮງ, ແຂວງວຽງຈັນ, ມີປະຫວັດສຳຜັດໃກ້ຊິດນຳຜູ້ຕິດເຊື້ອ (ຄົນໃນຄອບຄົວຜູ້ຕິດເຊື້ອ), ຜູ້ກ່ຽວບໍ່ມີອາການຫຍັງ, ໄປເກັບຕົວຢ່າງ ຢູ່ບ້ານໃໝ່, ເມືອງໂພນໂຮງ, ແຂວງວຽງຈັນ ວັນທີ 1 ກໍລະກົດ 2021 ແລະ ຜົນກວດພົບເຊື້ອ.
– ຜູ້ທີ 3
ເພດຍິງ, ອາຍຸ 1 ປີ 2 ເດືອນ, ສັນຊາດລາວ, ບ້ານໃໝ່, ເມືອງໂພນໂຮງ, ແຂວງວຽງຈັນ, ມີປະຫວັດສຳຜັດໃກ້ຊິດນຳຜູ້ຕິດເຊື້ອ (ຄົນໃນຄອບຄົວຜູ້ຕິດເຊື້ອ), ຜູ້ກ່ຽວບໍ່ມີອາການຫຍັງ, ໄປເກັບຕົວຢ່າງ ຢູ່ບ້ານໃໝ່, ເມືອງໂພນໂຮງ, ແຂວງວຽງຈັນ ວັນທີ 1 ກໍລະກົດ 2021 ແລະ ຜົນກວດພົບເຊື້ອ.
– ຜູ້ທີ 4
ເພດຊາຍ, ອາຍຸ 3 ປີ, ສັນຊາດລາວ, ບ້ານໃໝ່, ເມືອງໂພນໂຮງ, ແຂວງວຽງຈັນ, ມີປະຫວັດສຳຜັດໃກ້ຊິດນຳຜູ້ຕິດເຊື້ອ (ຄົນໃນຄອບຄົວຜູ້ຕິດເຊື້ອ), ຜູ້ກ່ຽວບໍ່ມີອາການຫຍັງ, ໄປເກັບຕົວຢ່າງ ຢູ່ບ້ານໃໝ່, ເມືອງໂພນໂຮງ, ແຂວງວຽງຈັນ ວັນທີ 1 ກໍລະກົດ 2021 ແລະ ຜົນກວດພົບເຊື້ອ.
– ຜູ້ທີ 5
ເພດຍິງ, ອາຍຸ 15 ປີ, ສັນຊາດລາວ, ບ້ານໃໝ່, ເມືອງໂພນໂຮງ, ແຂວງວຽງຈັນ, ມີປະຫວັດສຳຜັດໃກ້ຊິດນຳຜູ້ຕິດເຊື້ອ (ຄົນໃນຄອບຄົວຜູ້ຕິດເຊື້ອ), ຜູ້ກ່ຽວບໍ່ມີອາການຫຍັງ, ໄປເກັບຕົວຢ່າງ ຢູ່ບ້ານໃໝ່, ເມືອງໂພນໂຮງ, ແຂວງວຽງຈັນ ວັນທີ 1 ກໍລະກົດ 2021 ແລະ ຜົນກວດພົບເຊື້ອ.

 ການເຝົ້າລະວັງຢູ່ຕາມຈຸດຜ່ານແດນໃນຂອບເຂດທົ່ວປະເທດ
• ວັນທີ 01 ກໍລະກົດ ມີຜູ້ເດີນທາງເຂົ້າມາ ຕາມຈຸດຜ່ານດ່ານຕ່າງໆ ໃນສປປ ລາວ ທັງໝົດ 2,707 ຄົນ ເຊິ່ງທັງໝົດ ແມ່ນຖືກເກັບຕົວຢ່າງກວດຊອກຫາເຊື້ອ ແລະ ເຂ້ົ້າໄປຈຳກັດບໍລິເວນຢູ່ສູນທີ່ຄະນະສະເພາະກິດກຳນົດໄວ້ 14 ວັນ;
• ວັນທີ 01 ກໍລະກົດ 2021 ມີແຮງງານ ເຂົ້າມາສູນຈຳກັດບໍລິເວນ 372 ຄົນ ທົ່ວປະເທດ;
• ປັດຈຸບັນ ທົ່ວປະເທດ ມີສູນຈຳກັດບໍລິເວນ ທີ່ຍັງເປີດຢູ່ 51 ສູນ ແລະ ມີຜູ້ຈຳກັດບໍລິເວນ 3,585 ຄົນ.
 ສຳລັບສະຖານທີ່ ເກັບຕົວຢ່າງ ເພື່ອກວດຫາເຊື້ອ ພະຍາດໂຄວີດ-19 ມີດັ່ງນີ້:
– ສຳລັບນະຄອນຫຼວງວຽງຈັນ ມີ 5 ໂຮງໝໍສູນກາງ ແລະ ໂຮງໝໍ 103 ສູນກາງກອງທັບ;
– ຈຸດກວດນອກສະຖານທີ່ ຢູ່ ໂຮງຮຽນ ສີໂຄດ ໃຫ້ບໍລິການ ເກັບຕົວຢ່າງ 9-12 ໂມງ ທຸກມື້ (ວັນຈັນ ເຖີງ ວັນອາທິດ);
– ແລະ ຖ້າມີກໍລະນີບວກ (+) ໃໝ່ ຢູ່ບ້ານໃດ ຈະມີທີມງານເຄື່ອນທີ່ໄປເກັບຕົວຢ່າງຜູ້ສຳຜັດໃກ້ຊິດ ໃນຈຸດ ທີ່ມີກໍລະນີຜູ້ຕິດເຊື້ອໃໝ່.
• ປະຈຸບັນ ຈຳນວນບ້ານແດງ ໃນນະຄອນຫຼວງວຽງຈັນ ແມ່ນມີ 12 ບ້ານ ໃນ 06 ເມືອງ ຄື: ເມືອງຈັນທະບູລີ, ສີສັດຕະນາກ, ໄຊທານີ, ສີໂຄດຕະບອງ, ໄຊເສດຖາ ແລະ ນາຊາຍທອງ.

– ສຳລັບ ບ້ານໃໝ່ທີ່ຖືກກຳນົດເປັນເຂດແດງ (ບໍ່ມີ)

– ສຳລັບ ບ້ານທີ່ສິ້ນສຸດການເປັນເຂດແດງ ມາເປັນເຂດເຫຼືອງ (ບໍ່ມີ)

ການລະບາດຂອງພະຍາດໂຄວິດ-19 ໃນຮອບໃໝ່ນີ້ ມີທ່າອ່ຽງເພິ່ມຂຶ້ນຕໍ່ເນື່ອງ ໂດຍສະເພາະ ແມ່ນປະເທດທີ່ມີຊາຍແດນຕິດຈອດກັບ ສປປ ລາວ ຍ້ອນມີການລະບາດຂອງສາຍພັນເດວຕ້າ ທີ່ສາມາດແຜ່ເຊື້ອໄດ້ງ່າຍ ແລະ ໄວກວ່າເກ່ົາ ເຊິ່ງມີຄວາມສ່ຽງສູງ ທີ່ຜູ້ເດີນທາງເຂົ້າມາ ສປປ ລາວ ຈະນຳເອົາເຊື້ອ ເຂົ້າມາແຜ່ລະບາດໃນປະເທດຂອງພວກເຮົາ;
• ມາຮອດປະຈຸບັນ ສປປ ລາວເຮົາ ກວດພົບເຫັນ 4 ສາຍພັນ ປະກອບມີ: ສາຍພັນດັ້ງເດີມ, ສາຍພັນອານຟ້າ, ສາຍພັນເດວຕ້າ ແລະ ຫຼ້າສຸດ ແມ່ນກວດພົບເຫັນ ສາຍພັນກັບປ້າ (ອິນເດຍ) ເຊິ່ງເປັນສາຍພັນທີ່ບໍ່ຮຸນແຮງ ເມື່ອທຽບໃສ່ກັບສາຍພັນອື່ນໆ ແຕ່ກໍ່ຕ້ອງໄດ້ຕິດຕາມສະພາບການຢ່າງໃກ້ຊິດ ເຊິ່ງ ອົງການອະນາໄມໂລກ ຖືວ່າ ເປັນສາຍພັນທີ່ຄວນເອົາໃຈໃສ່ ແລະ ເຝົ້າລະວັງ;
• ຕໍ່ກັບສະພາບການດັ່ງກ່າວ, ຈຶ່ງຂໍຮຽກຮ້ອງມາຍັງ ອຳນາດການປົກຄອງທ້ອງຖິ່ນທຸກຂັ້ນ ຈົ່ງເຂັ້ມງວດໃນການກວດກາ, ລາດຕະເວນ ຮັບປະກັນບໍ່ໃຫ້ມີຜູ້ລັກລອບເຂົ້າມາ ສປປ ລາວ ຕາມຊ່ອງທາງທຳມະຊາດ ເຊິ່ງພວກທ່ານ ຈະເຫັນໄດ້ຈາກສື່ຕ່າງໆທີ່ເປັນທາງການ ໄດ້ປະກາດຫາ ຜູ້ທີ່ລັກລອບເຂົ້າມາ, ຖ້າຫາກທ່ານພົບເຫັນບຸກຄົນດັ່ງກ່າວ ໃຫ້ຮີບຮ້ອນລາຍງານແກ່ເຈົ້າໜ້າທີ່ກ່ຽວຂ້ອງ ເພື່ອຈະໄດ້ນຳພວກກ່ຽວເຂົ້າໄປຈຳກັດບໍລິເວນ 14 ວັນ ຢູ່ສູນທີ່ຄະນະສະເພາະກິດກຳນົດໄວ້ ພ້ອມທັງ ເກັບຕົວຢ່າງກວດຊອກຫາເຊື້ອ ແລະ ສາຍພັນ ຢ່າງທັນການ;
• ເນື່ອງຈາກ ແຂວງວຽງຈັນ ປະຈຸບັນ ແມ່ນມີການຕິດເຊື້ອໃນຊຸມຊົນ ເພື່ອສະກັດກັ້ນ ແລະ ຕັດວົງຈອນການລະບາດ ບໍ່ໃຫ້ຂະຫຍາຍໄປສູ່ບ້ານໃກ້ຄຽງ ຈຶ່ງຂໍຮຽກນຮ້ອງ ມາຍັງເຈົ້າໜ້າທີ່, ອຳນາດການປົກຄອງທຸກຂັ້ນ ຕ້ອງໄດ້ເອົາໃຈໃສ່ປະຕິບັດມາດຕະການທີ່ຄະນະສະະເພາະກິດວາງອອກຢ່າງເຂັ້ມງວດ;
• ອີກເທື່ອໜຶ່ງ, ຮຽກຮ້ອງມາຍັງທຸກພາກສ່ວນໃນສັງຄົມ ຈົ່ງຍົກສູງສະຕິ ເປັນເຈົ້າຕົນເອງ ໃນການປະຕິບັດມາດຕະການປ້ອງກັນການຕິດເຊື້ອ ຢ່າງຖືກຕ້ອງ ແລະ ເຄັ່ງຄັດ ເປັນຕົ້ນແມ່ນ ການດຳລົງຊີວິດປົກກະຕິແບບໃໝ່, ການຮັກສາໄລຍະຫ່າງທາງສັງຄົມ, ໃສ່ຜ້າປິດ-ດັງ ເມື່ອອອກຈາກບ້ານ, ໝັ່ນລ້າງມືເລື້ອຍໆ ດ້ວຍນ້ຳສະອາດໃສ່ສະບູ ຫຼື ເຈວທີ່ມີສ່ວນຜະສົມເຫຼົ້າ 70 % ຂຶ້ນໄປ, ຫຼີກລ້ຽງການເດີນທາງໄປສະຖານທີ່ແອອັດ ແລະ ທີ່ມີຄວາມສ່ຽງ. ຖ້າຫາກທ່ານຮູ້ສຶກບໍ່ສະບາຍ ຫຼື ມີປະຫວັດສຳຜັດໃກ້ຊິດກັບຜູ້ຕິດເຊື້ອ ຫຼື ເດີນທາງໄປຍັງສະຖານທີ່ ທີ່ຜູ້ຕິດເຊື້ອເດີນທາງໄປ ໃຫ້ທ່ານຮີບຮ້ອນໄປພົບແພດ ເພື່ອເກັບຕົວຢ່າງກວດຊອກຫາເຊື້ອ ແລະ ຈຳກັດບໍລິເວນຕົນເອງ 14 ວັນ ເຊິ່ງການປະຕິບັດທັງໝົດນີ້ ກໍ່ແມ່ນເພື່ອປ້ອງກັນ ການແຜ່ລະບາດຂອງພະຍາດໂຄວິດ-19 ບໍ່ໃຫ້ມີການລະບາດຮອບໃໝ່;
• ອີກເທື່ອໜຶ່ງ ຮຽກຮ້ອງໃຫ້ບັນດາ ທ່ານຈົ່ງຕິດຕາມຂໍ້ມູນຂ່າວສານທີ່ຖືກຕ້ອງ ແລະ ເປັນທາງການ,
o ວິທະຍຸກະຈາຍສຽງ, ໂທລະພາບ, ໜັງສືພິມ ແລະສື່ຕ່າງໆ ຂອງລັດຖະບານ
o ນອກຈາກນີ້ຍັງມີເວັບໄຊ້ຂອງຄະນະສະເພາະກິດເພື່ອປ້ອງກັນ, ຄວບຄຸມ ແລະແກ້ໄຂ ການລະບາດ ພະຍາດໂຄວິດ-19 ກໍ່ຄື covid19.gov.la ແລະ
o ເວັບໄຊ້ຂອງກົມຄວບຄຸມພະຍາດຕິດຕໍ່, ກະຊວງສາທາລະນະສຸກcdc.gov.la
o ເຟດບຸກຂອງສູນຂ່າວສານການແພດແລະສຸຂະສຶກສາ, ກະຊວງສາທາລະນະສຸກ
o ແລະສາມາດໂທສອບຖາມ ສາຍດ່ວນ 165 ຫຼື 166 ສຳລັບສູນກາງ ແລະ ສາຍດ່ວນແຂວງ (ລະຫັດແຂວງ ຕາມດ້ວຍ 165 ຫຼື 166).

See Less
Loading...