ຕອນເຊົ້າ ວັນສຸກ ວັນທີ 13 ສິງຫາ 2021. ຄະນະສະເພາະກິດ ໄດ້ຖະແຫຼງຂ່າວ ກ່ຽວກັບ ສະພາບໂຄວິດ-19 ໃນ ສປປ ລາວ
 ສະພາບການລະບາດພະຍາດໂຄວິດ-19 ຢູ່ ສປປ ລາວ, ມາຮອດວັນທີ 12 ສິງຫາ 2021:
• ໄດ້ກວດວິເຄາະທັງໝົດ 2,918 ຄົນ, ໃນນັ້ນ ກວດພົບຜູ້ຕິດເຊື້ອໃໝ່ ທັງໝົດ 305 ຄົນ ເຊິ່ງຕິດເຊື້ອໃນຊຸມຊົນ 20 ຄົນ ເປັນຜູ້ສຳຜັດໃກ້ຊິດນຳຜູ້ຕິດເຊື້ອທີ່ຜ່ານມາ ຄື:
– ນະຄອນຫຼວງ 7 ຄົນ
– ບໍ່ແກ້ວ (ເມືອງຕົ້ນເຜິ້ງ) 6 ຄົນ
– ຈຳປາສັກ 5 ຄົນ
– ສະຫວັນນະເຂດ 1 ຄົນ
– ເຊກອງ 1 ຄົນ
ສ່ວນ ກໍລະນີນໍາເຂົ້າ ມີ 285 ຄົນ ຈາກ ນະຄອນຫຼວງ 129 ຄົນ, ສະຫວັນນະເຂດ 66 ຄົນ, ຈຳປາສັກ 56 ຄົນ, ຄຳມ່ວນ 19 ຄົນ, ສາລະວັນ 13 ຄົນ, ບໍ່ແກ້ວ 1 ຄົນ ແລະ ບໍລິຄຳໄຊ 1 ຄົນ ເຊິ່ງກວດພົບຈາກແຮງງານລາວ ທີ່ກັບມາແຕ່ປະເທດເພື່ອນບ້ານ ເຂົ້າຕາມຈຸດຜ່ານແດນສາກົນ.
 ປະຈຸບັນ ຜູ້ຕິດເຊື້ອໃໝ່ທັງໝົດ ໄດ້ເຂົ້ານອນແຍກປ່ຽວ ແລະ ຮັບການປິ່ນປົວຢູ່ສະຖານທີ່ປິ່ນປົວທີ່ຖືກກຳນົດໄວ້ຂອງແຂວງ.
 ມາຮອດມື້ນີ້ ພວກເຮົາມີຕົວເລກຜູ້ຕິດເຊື້ອສະສົມທັງໝົດ 9,668 ຄົນ, ຄົນເຈັບເສຍຊີວິດສະສົມ 9 ຄົນ (ໃໝ່ 0) ແລະ ກໍາລັງປິ່ນປົວ ທັງໝົດ 4,108 ຄົນ.
 ສຳລັບ ຈຸດບໍລິການກວດໂຄວິດ-19 ຢູ່ ມສ ສີໂຄດ ໄດ້ເປີດໃຫ້ບໍລິການບັນດາທ່ານທຸກໆມື້.
 ການເຝົ້າລະວັງຢູ່ຕາມຈຸດຜ່ານແດນ ໃນຂອບເຂດທົ່ວປະເທດ
• ວັນທີ 12 ສິງຫາ 2021 ມີຜູ້ເດີນທາງເຂົ້າມາຜ່ານດ່ານຕ່າງໆ ໃນ ສປປລາວ ທັງໝົດ 3,146 ຄົນ ທັງໝົດແມ່ນໄດ້ເກັບຕົວຢ່າງກວດ ແລະ ນຳສົ່ງເຂົ້າສູນຈຳກັດບໍລິເວນ 14 ວັນ.
• ປັດຈຸບັນ ທົ່ວປະເທດ ມີສູນຈຳກັດບໍລິເວນ ທີ່ຍັງເປີດຢູ່ 99 ສູນ ແລະ 45 ໂຮງແຮມ ມີ
ຜູ້ຈຳກັດບໍລິເວນ 14,657 ຄົນ.
• ປັດຈຸບັນ ການລະບາດຂອງພະຍາດໂຄວິດ-19 ສາຍພັນອານຟ້າ ແຜ່ລະບາດໃນ 185 ປະເທດ, ສາຍພັນເບຕ້າ ພົບໃນ 136 ປະເທດ, ສາຍພັນແກມມ້າ 81 ປະເທດ ແລະ ສາຍພັນເດວຕ້າ 142 ປະເທດ ສົ່ງຜົນໃຫ້ຕົວເລກຜູ້ຕິດເຊື້ອສະສົມໃນທົ່ວໂລກ ສູງກວ່າ 2 ຮ້ອຍລ້ານກວ່າຄົນ ຈຳເປັນຕ້ອງໄດ້ເຝົ້າລະວັງ ແລະ ຕິດຕາມສະພາບການຢ່າງໃກ້ຊິດ;
• ບັນຫາສຳຄັນ ການລະບາດຂອງບັນດາປະເທດອ້ອມຂ້າງ ສປປ ລາວ ເຮົາ ຍັງຄົງໜ້າເປັນຫ່ວງ ມີລາຍງານຜູ້ຕິດເຊື້ອໃໝ່ພາຍໃນມື້ດຽວ ສູງກວ່າ 2 ໝື່ນກວ່າຄົນ. ແຮງງານລາວເດີນທາງກັບຈາກປະເທດດັ່ງກ່າວ ໃນແຕ່ລະມື້ ກໍ່ຫຼາຍຮ້ອຍຄົນ ເຊິ່ງມີຄວາມສ່ຽງສູງ ທີ່ຈະນຳເອົາເຊື້ອດັ່ງກ່າວ ເຂົ້າມາແຜ່ລະບາດໃນບ້ານເຮົາ;
• ສຳລັບແຮງງານລາວ ທີ່ເຂົ້າມາ ສປປ ລາວ ກໍ່ຂໍໃຫ້ເຂົ້າມາຖືກຕາມຈຸດຜ່ານແດນທີ່ຖືກຕ້ອງຕາມລະບຽບຫຼັກການ ແລະ ມາສະເໜີໂຕຕໍ່ເຈົ້າໜ້າທີ່ກ່ຽວຂ້ອງ, ອົງການປົກຄອງທ້ອງຖິ່ນ ເພື່ອຈະໄດ້ເກັບຕົວຢ່າງພວກກ່ຽວກວດຫາເຊື້ອ ແລະ ນຳສົ່ງເຂົ້າສູນຈຳກັດບໍລິເວນໃຫ້ຄົບກຳນົດຕາມຄຳແນະນຳຂອງຄະນະສະເພາະກິດວາງອອກ;
• ອີກເທື່ອໜຶ່ງ ຂໍຮຽກຮ້ອງມາຍັງ ພໍ່ແມ່, ພີ່ນ້ອງ, ປະຊາຊົນ ແລະ ທຸກພາກສ່ວນໃນສັງຄົມ ເອົາໃຈໃສ່ ສືບຕໍ່ປະຕິບັດຕາມແຈ້ງການຂອງຫ້ອງວ່າການສຳນັກງານນາຍົກລັດຖະ
ມົນຕີ ຢ່າງເຄັ່ງຄັດ, ພ້ອມດຽວກັນນັ້ນ ກໍ່ຍົກສູງສະຕິຄວາມຮັບຜິດຊອບ ປະຕິບັດມາດຕະການປ້ອງກັນຕົນເອງຢ່າງເຂັ້ມງວດ ເພື່ອຄວາມປອດໄພຂອງໂຕເຮົາເອງ, ຄົນໃນຄອບຄົວ, ໝູ່ເພື່ອນ, ຄົນອ້ອມຂ້າງ ແລະ ທຸກຄົນໃນສັງຄົມ ປະຕິບັດການດຳລົງຊີວິດປົກກະຕິແບບໃໝ່ (ນິວນໍມໍ) ເປັນຕົ້ນ: ໝັ່ນລ້າງມືເລື້ອຍໆ ດ້ວຍນ້ຳສະອາດ ໃສ່ສະບູ ຫລື ເຈວລ້າງມື, ການຮັກສາໄລຍະຫ່າງ ແລະ ໃສ່ຜ້າອັດປາກ-ດັງ ທຸກຄັ້ງ.
• ແລະ ສຸດທ້າຍ ກ່ອນຈະຈົບການລາຍງານຂ່າວມື້ນີ້ ຂ້າພະເຈົ້າ ຂໍຮຽກຮ້ອງມາຍັງບັນດາທ່ານທີ່ຕິດຕາມຮັບຊົມ ແລະ ຮັບຟັງການລາຍງານຂ່າວໃນມື້ນີ້ ຈົ່ງໄດ້ມີສະຕິ ໃນການ ຮັບຂໍ້ມູນຂ່າວສານ ຈາກສື່ຕ່າງໆ ແລະ ກ່ອນທີ່ທ່ານຈະສົ່ງຕໍ່ຂໍ້ມູນໃຫ້ແກ່ບຸກຄົນອື່ນ ຂໍໃຫ້ພິຈາລະນາເບິ່ງຕື່ມວ່າ ທີ່ມາຂອງຂໍ້ມູນຂ່າວສານດັ່ງກ່າວ ມີຄວາມໜ້າເຊື່ອຖືໄດ້ຫຼາຍໜ້ອຍສຳໃດ ເພາະສື່ສັງຄົມອອນລາຍ ແມ່ນຈະມີການສົ່ງຕໍ່ຂໍ້ມູນອອກເປັນວົງກວ້າງໃນເວລາໄວທີ່ສຸດ ຖ້າມີການສົ່ງຂໍ້ມູນທີ່ບໍ່ຖືກຕ້ອງ ແລະ ບໍ່ແມ່ນຄວາມຈິງ ອອກໄປ ກໍ່ຈະເປັນການ ສ້າງຄວາມຫຍຸ້ງຍາກສັບສົນ ແລະ ແຕກຕື່ນໃນສັງຄົມຕື່ມອີກ.
Loading...