ຕອນເຊົ້າ ວັນສຸກ ວັນທີ 16 ກໍລະກົດ 2021, ດຣ. ຣັດຕະນະໄຊ ເພັດສຸວັນ ຫົວໜ້າກົມ ຄວບຄຸມພະຍາດຕິດຕໍ່, ກະຊວງສາທາລະນະສຸກ ໄດ້ຖະແຫຼງຂ່າວສະພາບການລະບາດພະຍາດ COVID-19 ປະຈຳວັນທີ 16 ກໍລະກົດ 2021.
ສະພາບການລະບາດພະຍາດໂຄວິດ-19 ຢູ່ ສປປ ລາວ, ມາຮອດວັນທີ 15 ກໍລະກົດ 2021 :
• ໄດ້ກວດວິເຄາະທັງໝົດ 1,697 ຄົນ, ໃນນັ້ນ ກວດພົບຜູ້ຕິດເຊື້ອໃໝ່ ທັງໝົດ 95 ຄົນ, ໃນນັ້ນ ຈາກຈໍາປາສັກ 71 ກໍລະນີ, ສະຫວັນນະເຂດ 22 ກໍລະນີ ແລະ ຄໍາມ່ວນ 02 ກໍລະນີ.
• ໃນນັ້ນ ມີກໍລະນີນຳເຂົ້າ 94 ຄົນ ມາຈາກ ແຂວງ ຈໍາປາສັກ 70 ກໍລະນີ, ສະຫວັນນະເຂດ 22 ກໍລະນີ ແລະ ຄໍາມ່ວນ 02 ກໍລະນີ ເຊິ່ງກວດພົບຈາກແຮງງານລາວ ທີ່ກັບມາແຕ່ປະເທດເພື່ອນບ້ານ ໂດຍຖືກຕ້ອງຕາມກົດໝາຍ.
• ສ່ວນຕິດເຊື້ອໃນຊຸມຊົນ 1 ຄົນ ມາຈາກແຂວງຈຳປາສັກ 1 ຄົນ ເປັນຜູ້ຮັບຜິດຊອບໃນການແລ່ນເອກະສານເອົາເຄື່ອງອອກ ເຊິ່ງມີປະຫວັດສຳຜັດໃກ້ຊິດ ນຳຜູ້ຕິດເຊື້ອເກົ່າທີ່ຜ່ານມາ, ສຳລັບຜູ້ສຳຜັດໃກ້ຊິດ ທີມງານກຳລັງລົງໄປສອບສວນ ແລະ ເກັບກຳຂໍ້ມູນລະອຽດ ຈະລາຍງານບັນດາທ່ານຕື່ມໃນພາຍຫຼັງ.
 ມາຮອດມື້ນີ້ ພວກເຮົາມີຕົວເລກຜູ້ຕິດເຊື້ອສະສົມທັງໝົດ 3,187 ຄົນ, ເສຍຊີວິດສະສົມ 4 ຄົນ ແລະ ກໍາລັງປິ່ນປົວ ທັງໝົດ 1,008 ຄົນ.
 ການເຝົ້າລະວັງຢູ່ຕາມຈຸດຜ່ານແດນ ໃນຂອບເຂດທົ່ວປະເທດ
• ວັນທີ 15 ກໍລະກົດ ມີຜູ້ເດີນທາງເຂົ້າມາ ຕາມຈຸດຜ່ານດ່ານຕ່າງໆ ໃນສປປ ລາວ ທັງໝົດ 2,152 ຄົນ ເຊິ່ງທັງໝົດ ແມ່ນຖືກເກັບຕົວຢ່າງກວດຊອກຫາເຊື້ອ ແລະ ເຂ້ົ້າໄປຈຳກັດບໍລິເວນຢູ່ສູນທີ່ຄະນະສະເພາະກິດກຳນົດໄວ້ 14 ວັນ;
• ປັດຈຸບັນ ທົ່ວປະເທດ ມີສູນຈຳກັດບໍລິເວນ ທີ່ຍັງເປີດຢູ່ 48 ສູນ ແລະ ມີຜູ້ຈຳກັດບໍລິເວນ 6,150 ຄົນ.
• ປະຈຸບັນ ຈຳນວນບ້ານແດງ ແລະ ບ້ານເຫຼືອງ ໃນນະຄອນຫຼວງວຽງຈັນ ແມ່ນບໍ່ມີ.
• ເນື່ອງຈາກວ່າ ມື້ວານນີ້ ຖ້ຽວບິນມີຄວາມຫຼ້າຊ້າ ສະນັ້ນ ມື້ນີ້ ພວກເຮົາຈະໄດ້ຮັບວັກຊີນຊ່ວຍເຫຼືອ ຈາກການໂຄງການ COVAX Facility ກໍ່ຄື Johnson & Johnson/Janssen (J&J/Janssen) ຈຳນວນ 1,008,000 ໂດສ ເຊິ່ງຈະໄດ້ແຈກຢາຍໃຫ້ແກ່ກຸ່ມເປົ້າໝາຍ ໃນຂອບເຂດທົ່ວປະເທດ;
• ປະຈຸບັນນີ້ ຂະບວນການສັກວັກຊີນກຳລັງຟົດຟື້ນ ທັງຢູ່ໃນນະຄອນຫຼວງວຽງຈັນ ແລະ ຕ່າງແຂວງ ເຊິ່ງກໍ່ເປັນສັນຍານທີ່ດີ ໃນການສ້າງພູມຄຸ້ມກັນໝູ່ ແລະ ສະກັດກັ້ນ ການລະບາດໃຫ້ຢຸດຕິລົງໂດຍໄວ. ຖ້າຫາກທ່ານ ໄດ້ຮັບການສັກວັກຊີນ ເຂັມທີ 1 ຢູ່ສະຖານທີ່ບໍລິການຢູ່ຈຸດໃດ ຂໍຮຽກຮ້ອງໃຫ້ທ່ານກັບຄືນໄປສັກວັກຊີນເຂັມທີ 2 ຢູ່ຈຸດບໍລິການດັ່ງກ່າວ ເພື່ອຫຼຸດຜ່ອນຄວາມແອອັດຂອງຜູ້ທີ່ມາໃຊ້ບໍລິການ;
• ສຳລັບ ແຮງງານ ທີ່ໄດ້ນັ່ງລົດສ່ວນຕົວ ເດີນທາງມາຈາກເຂດເສດຖະກິດພິເສດ ແຂວງບໍ່ແກ້ວ ໃນວັນທີ 12 ກໍລະກົດ 2021 ຈຳນວນ 5 ຄົນນັ້ນ, ໃນນັ້ນ 1 ຄົນ ໄດ້ລົງແຂວງອຸດົມໄຊ ແລະ ກວດພົບເຊື້ອໂຄວິດ-19 ໃນວັນທິ 15 ກໍລະກົດ 2021, ສ່ວນອີກ 4 ຄົນ ແມ່ນໄດ້ລົງຢູ່ແຂວງຫຼວງພະບາງ ແຕ່ບໍ່ຮູ້ວ່າເພດໃດ ແລະ ຢູ່ບ້ານໃດ. ຕໍ່ກັບສະພາບການດັ່ງກ່າວ, ຂໍຮຽກຮ້ອງໃຫ້ ແຮງງານດ່ັງກ່າວ ຮີບຮ້ອນໄປສະເໜີຕົວ ຕໍ່ເຈົ້າໜ້າທີ່ກ່ຽວຂ້ອງທັນທີ ເພື່ອຈະໄດ້ກວດຊອກຫາເຊື້ອໂຄວິດ-19 ແລະ ນຳສົ່ງເຂົ້າສູນຈຳກັດບໍລິເວນ ຢ່າງທັນການ ເພື່ອບໍ່ໃຫ້ມີການແຜ່ເຊື້ອໄປສູ່ຊຸມຊົນ ແລະ ເກີດການລະບາດເປັນວົງກວ້າງ, ຖ້າຫາກບໍ່ປະຕິບັດ ແລະ ເກີດມີການແຜ່ເຊື້ອໃນຊຸມຊົນ ແມ່ນທ່ານຈະມີຄວາມຜິດ ທາງດ້ານກົດໝາຍ ວ່າດ້ວຍການກັນ ແລະ ຄວບຄຸມພະຍາດຕິດຕໍ່;
Loading...