ການຖະແຫຼງຂ່າວຂອງຄະນະສະເພາະກິດ ປະຈຳວັນສຸກ ວັນທີ 20 ສິງຫາ 2021. ໃຫ້ຮູ້ວ່າ:
ສະພາບການລະບາດພະຍາດໂຄວິດ-19 ຢູ່ ສປປ ລາວ, ມາຮອດວັນທີ 19 ສິງຫາ 2021:
• ໄດ້ກວດວິເຄາະທັງໝົດ 3,317 ຄົນ, ໃນນັ້ນ ກວດພົບຜູ້ຕິດເຊື້ອໃໝ່ ທັງໝົດ 440 ຄົນ ເຊິ່ງຕິດເຊື້ອໃນຊຸມຊົນເຖິງ 75 ຄົນ ເປັນຜູ້ສຳຜັດໃກ້ຊິດນຳຜູ້ຕິດເຊື້ອທີ່ຜ່ານມາ ຄື:
– ບໍ່ແກ້ວ (ຕົ້ນເຜິ້ງ) 13 ຄົນ
– ຫຼວງນ້ຳທາ 3 ຄົນ (ມາແຕ່ແຂວງບໍ່ແກ້ວ)
– ສະຫວັນນະເຂດ 58 ຄົນ
– ເຊກອງ 1 ຄົນ
ສ່ວນ ກໍລະນີນໍາເຂົ້າ ມີ 365 ຄົນ ຈາກ ຈຳປາສັກ 114 ຄົນ, ນະຄອນຫຼວງ 101 ຄົນ, ສະຫວັນນະເຂດ 77 ຄົນ, ຄຳມ່ວນ 45 ຄົນ, ສາລະວັນ 23 ຄົນ, ໄຊຍະບູລີ 4 ຄົນ ແລະ ຫຼວງພະບາງ 1 ຄົນ ເຊິ່ງກວດພົບຈາກແຮງງານລາວ ທີ່ກັບມາແຕ່ປະເທດເພື່ອນບ້ານ ເຂົ້າຕາມຈຸດຜ່ານແດນສາກົນ.
ສຳລັບ ແຂວງສະຫວັນນະເຂດ ທີ່ຕິດເຊື້ອໃນຊຸມຊົນ 58 ຄົນນັ້ນ, ໃນນັ້ນ ເປັນນັກໂທດຢູ່ສະຖານທີ່ຄຸມຂັງ ເຖິງ 48 ຄົນ ແລະ ກຸ່ມຄົນທົ່ວໄປ 10 ຄົນ ຄື: ພະນັກງານຕຳຫຼວດປະຈຳສູນຈຳກັດບໍລິເວນ 1 ຄົນ, ພະນັກງານດ່ານ 2 ຄົນ, ຜູ້ສຳຜັດໃກ້ຊິດນຳຜູ້ຕິດເຊື້ອ 3 ຄົນ, ຄົນຂາຍນ້ຳມັນ 1 ຄົນ, ພະນັກງານບໍລິສັດຂົນສົ່ງ 1 ຄົນ, ສ່ວນອີກ 2 ຄົນ ທີມງານກຳລັງລົງເກັບກຳຂໍ້ມູນລາຍລະອຽດ ຈະແຈ້ງໃຫ້ບັນດາທ່ານຊາບຕື່ມໃນພາຍຫຼັງ.
ປະຈຸບັນ ຜູ້ຕິດເຊື້ອໃໝ່ທັງໝົດ ໄດ້ເຂົ້ານອນແຍກປ່ຽວ ແລະ ຮັບການປິ່ນປົວຢູ່ສະຖານທີ່ປິ່ນປົວທີ່ຖືກກຳນົດໄວ້ຂອງແຂວງ.
ມາຮອດມື້ນີ້ ພວກເຮົາມີຕົວເລກຜູ້ຕິດເຊື້ອສະສົມທັງໝົດ 11,753 ຄົນ, ຄົນເຈັບເສຍຊີວິດສະສົມ 11 ຄົນ (ໃໝ່ 2 ຄົນ) ແລະ ກໍາລັງປິ່ນປົວ ທັງໝົດ 4,604 ຄົນ.
ສຳລັບ ຜູ້ເສຍຊີວິດໃໝ່ 1 ຄົນ ຢູ່ແຂວງສະຫວັນນະເຂດ ເປັນເພດຊາຍ, ອາຍຸ 55 ປີ, ອາຊີບ ກຳມະກອນ, ບ້ານໂພນຊາຍ, ເມືອງໄກສອນ ເຂົ້ານອນປິ່ນປົວຢູ່ໂຮງໝໍ ໃນວັນທີ 11 ສິງຫາ 2021 ຍ້ອນໄຂ້ໄອ 6 ວັນ. ພະຍາດປະຈຳໂຕ ຄວາມດັນເລືອດສູງ. ວັນທີ 12 ສິງຫາ 2021 ຜູ້ກ່ຽວ ຫາຍໃຈຝຶດ, ແໜ້ນໜ້າເອິກ, ຜົນຈາກການສ່ອງໄຟຟ້າລັງສີປອດ ສະແດງໃຫ້ເຫັນວ່າ ປອດອັກເສບ. ອາການຂອງຜູ້ກ່ຽວໜັກລົງເລື້ອຍໆ ຈົນມາຮອດ ເວລາ 1 ໂມງເຊົ້າຂອງວັນທີ 18 ສິງຫາ 2021 ຜູ້ກ່ຽວໄດ້ເສຍຊີວິດ.
ສຳລັບ ຜູ້ເສຍຊີວິດອີກ 1 ຄົນ ແມ່ນຢູ່ແຂວງຄຳມ່ວນ ເປັນເພດຍິງ, ອາຍຸ 26 ປີ, ອາຊີບ ພະນັກງານເສີບອາຫານ, ບ້ານດອນພູຄຳ, ເມືອງມະຫາໄຊ, ແຂວງຄຳມ່ວນ, ເດີນທາງເຂົ້າມາ ສປປ ລາວ ໃນວັນທີ 3 ສິງຫາ 2021, ຜົນກວດພົບເຊື້ອ COVID-19 ໃນວັນທີ 7 ສິງຫາ 2021. ຜູ້ກ່ຽວມີໄຂ້, ໄອ, ຫາຍໃຈຝຶດ ແລະ ກະວົນກະຕາຍ. ຜູ້ກ່ຽວເກີດລູກໄດ້ 5 ວັນ ແລະເສຍຊີວິດ ໃນວັນທີ 20 ສິງຫາ 2021 ສ່ວນລູກປອດໄພ.
ສຳລັບ ຈຸດບໍລິການກວດໂຄວິດ-19 ນອກສະຖານທີ່ຂອງນະຄອນຫຼວງວຽງຈັນ ແມ່ນຢູ່ ມສ ສີໂຄດ ເຊິ່ງໄດ້ເປີດໃຫ້ບໍລິການບັນດາທ່ານທຸກໆມື້ ໃນຕອນເຊົ້າ ເວລາ 9:00-12:00 ໂມງ.
ການເຝົ້າລະວັງຢູ່ຕາມຈຸດຜ່ານແດນ ໃນຂອບເຂດທົ່ວປະເທດ
• ວັນທີ 19 ສິງຫາ 2021 ມີຜູ້ເດີນທາງຜ່ານເຂົ້າມາຕາມດ່ານຕ່າງໆ ໃນສປປ ລາວ ທັງໝົດ 2,665 ຄົນ, ໄດ້ຖືກເກັບຕົວຢ່າງ ແລະ ນຳສົ່ງເຂົ້າສູນຈຳກັດບໍລິເວນ ທີ່ຄະນະສະເພາະກິດກຳນົດໄວ້;
• ປັດຈຸບັນ ທົ່ວປະເທດ ມີສູນຈຳກັດບໍລິເວນ ທີ່ຍັງເປີດຢູ່ 106 ສູນ ແລະ 51 ໂຮງແຮມ, ມີຜູ້ຈຳກັດບໍລິເວນ 11,605 ຄົນ.
• ຜູ້ຈໍາກັດບໍລິເວນສະສົມ ທົ່ວປະເທດ ນັບແຕ່ວັນທີ 01 ມັງກອນ 2021 ຮອດປະຈຸບັນ ມີ 85,003 ຄົນ.
• ມື້ນີ້ ພວກເຮົາກວດພົບຜູ້ຕິດເຊື້ອໃໝ່ສູງທີ່ສຸດເຖິງ 440 ຄົນ ເປັນຄັ້ງທຳອິດ ໃນ ສປປລາວ ເຊິ່ງສ່ວນໃຫຍ່ກໍ່ຍັງແມ່ນກໍລະນີນຳເຂົ້າ ຈາກປະເທດໃກ້ຄຽງ ແຕ່ສັງເກດເຫັນວ່າ ບາງແຂວງເປັນຕົ້ນແມ່ນ ສະຫວັນນະເຂດ ແລະ ບໍ່ແກ້ວ ເລິ່ມມີການຕິດເຊື້ອໃນຊຸມຊົນເພິ່ມຂຶ້ນ;
• ບັນຫາສຳຄັນ ແມ່ນບາງແຂວງ ຍັງເປີດບໍລິການຮ້ານກິນດື່ມໃຫ້ແກ່ລູກຄ້າ ເຊິ່ງມີຄວາມສ່ຽງສູງ ທີ່ຈະເກີດການແຜ່ເຊື້ອເປັນຈຸ້ມ ຖ້າຫາກບໍ່ເຂັ້ມງວດໃນການປະຕິບັດມາດຕະການປ້ອງກັນການຕິດເຊື້ອ ທີ່ຄະນະສະເພາະກິດວາງອອກ;
• ອີກເທື່ອໜຶ່ງ ຂໍຮຽກຮ້ອງມາຍັງ ພໍ່ແມ່, ພີ່ນ້ອງ, ປະຊາຊົນ, ທະຫານ, ຕຳຫຼວດ ແລະ ທຸກພາກສ່ວນໃນສັງຄົມ ເອົາໃຈໃສ່ປະຕິບັດຕາມແຈ້ງການຂອງຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ສະບັບເລກທີ 1036/ຫສນຍ, ລົງວັນທີ 19 ສິງຫາ 2012 ຢ່າງເຄັ່ງຄັດ ເພື່ອບໍ່ໃຫ້ພະຍາດແຜ່ລະບາດອອກສູ່ວົງກວ້າງ;
• ການສັກຢາວັກຊີນ ເຂັມທີ 1 ໄດ້ 27.5% ແລະ ເຂັມທີ 2 ໄດ້ 22% ໃນຂອບເຂດທົ່ວປະເທດ ເພື່ອໃຫ້ບັນລຸເປົ້າໝາຍທີ່ວາງໄວ້ໃນທ້າຍປີນີ້ ຈຶ່ງຂໍເຊີນຊວນບັນດາທ່ານ ພ້ອມໃຈກັນ ໄປຮັບການສັກວັກຊີນ ຢູ່ຈຸດບໍລິການທີ່ກຳນົດໄວ້.