ໃນຕອນເຊົ້າວັນທີ 25 ມິຖຸນາ 2021, ດຣ. ສີສະຫວາດ ສຸດທານີລະໄຊ ຮອງຫົວໜ້າກົມຄວບຄຸມພະຍາດຕິດຕໍ່ ໄດ້ຖະແຫຼງຂ່າວມື້ນີ້ ກ່ຽວກັບສະພາບໂຄວິດ-19 ໃນ ສປປລາວ
ວັນທີ 24 ມິຖຸນາ 2021 :
ໄດ້ກວດວິເຄາະທັງໝົດ 1,159 ຄົນ, ໃນນັ້ນ ກວດພົບຜູ້ຕິດເຊື້ອທັງໝົດ 14 ຄົນ, ຈາກນະຄອນຫຼວງ 3 ຄົນ, ສະຫວັນນະເຂດ 3 ຄົນ ແລະ ຈຳປາສັກ 8 ຄົນ ເຊ່ິ່ງທັງໝົດ ແມ່ນເປັນກໍລະນີນຳເຂົ້າ. ສຳລັບ ແຂວງສະຫວັນນະເຂດ 3 ຄົນ ແລະ ແຂວງຈຳປາສັກ 8 ຄົນ ແມ່ນກວດພົບຈາກແຮງງານລາວ ທີ່ກັບມາຈາກປະເທດເພື່ອນບ້ານ ໂດຍຖືກຕ້ອງຕາມກົດໝາຍ.
• ສ່ວນ ນະຄອນຫຼວງວຽງຈັນ 3 ຄົນ ແມ່ນເປັນກໍລະນີນຳເຂົ້າ ຈາກຕ່າງປະເທດ.
• ຕໍ່ໄປຂ້າພະເຈົ້າ ຂໍລົງລາຍລະອຽດ ກ່ຽວກັບ 3 ຄົນ ທີ່ຕິດເຊື້ອໃໝ່ ໃນນະຄອນຫຼວງວຽງຈັນ, ດັ່ງຕໍ່ໄປນີ້:
– ຄົນທີ 1:
ເພດຍິງ, ອາຍຸ: 35 ປີ, ສັນຊາດ ໂຄລຳເບຍ, ອາຊີບ: ພະນັກງານບໍລິສັດ, ຜູ້ກ່ຽວມີອາການ ໄອ, ເຈັບຫົວ, ເມື່ອຍ ແລະ ປວດຕາມຕົນໂຕ, ເດີນທາງມາຈາກປະເທດການາດາ ຜ່ານ ສະໜາມບິນກົວລາລຳເປີ, ປະເທດມາເລເຊຍ ມາ ສະໜາມບິນສາກົນວັດໄຕ ສປປ ລາວ ດ້ວຍຖ້ຽວບິນ AK7552 KUL-VTE (ນັ່ງຕັ່ງນ້ຳເບີ 21B) ໃນວັນທີ 24 ມິຖຸນາ 2021, ຖືກເກັບຕົວຢ່າງ ຢູ່ສະໜາມບິນສາກົນວັດໄຕ ແລະ ຜົນກວດພົບເຊື້ອ.
– ຄົນທີ 2:
ເພດຊາຍ, ອາຍຸ: 28 ປີ, ສັນຊາດລາວ, ຮຽນຈົບຈາກ ສ ຣັດເຊຍ, ຜູ້ກ່ຽວບໍ່ມີອາການຫຍັງ, ເດີນທາງມາຈາກ ສ ຣັດເຊຍ ຜ່ານ ສະໜາມບິນກົວລາລຳເປີ, ປະເທດມາເລເຊຍ ມາ ສະ
ໜາມບິນສາກົນວັດໄຕ ສປປ ລາວ ດ້ວຍຖ້ຽວບິນ AK7552 KUL-VTE (ນັ່ງຕັ່ງນ້ຳເບີ 9A) ໃນວັນທີ 24 ມິຖຸນາ 2021, ຖືກເກັບຕົວຢ່າງ ຢູ່ສະໜາມບິນສາກົນວັດໄຕ ແລະ ຜົນກວດພົບເຊື້ອ.
– ຄົນທີ 3:
ເພດຊາຍ, ອາຍຸ: 28 ປີ, ສັນຊາດລາວ, ຮຽນຈົບຈາກ ສ ຣັດເຊຍ, ຜູ້ກ່ຽວບໍ່ມີອາການຫຍັງ, ເດີນທາງມາຈາກ ສ ຣັດເຊຍ ຜ່ານ ສະໜາມບິນກົວລາລຳເປີ, ປະເທດມາເລເຊຍ ມາ ສະ
ໜາມບິນສາກົນວັດໄຕ ສປປ ລາວ ດ້ວຍຖ້ຽວບິນ AK7552 KUL-VTE (ນັ່ງຕັ່ງນ້ຳເບີ 43J) ໃນວັນທີ 24 ມິຖຸນາ 2021, ຖືກເກັບຕົວຢ່າງ ຢູ່ສະໜາມບິນສາກົນວັດໄຕ ແລະ ຜົນກວດພົບເຊື້ອ.
• ໃນຖ້ຽວບິນນີ້ ມີຜູ້ໂດຍສານທັງໝົດ 113 ຄົນ, ໃນນັ້ນ ມີຜູ້ສຳຜັດໃກ້ຊິດກັບຜູ້ຕິດເຊື້ອ ຈຳນວນ 32 ຄົນ, ເຊິ່ງທັງໝົດໄດ້ເກັບຕົວຢ່າງ ແລະ ເຂົ້າໄປຈຳກັດບໍລິເວນຢູ່ສະຖານທີ່ ທີ່ຄະນະສະເພາະກິດກຳນົດໄວ້.
 ນອກຈາກນັ້ນ ໜ່ວຍງານສອບສວນ ແລະ ເກັບຕົວຢ່າງ ກໍ່ໄດ້ລົງໄປເຄື່ອນໄຫວແບບທ່າບຸກ ໃນຫຼາຍຈຸດຂອງນະຄອນຫຼວງວຽງຈັນ ດັ່ງຕໍ່ໄປນີ້:
• ປະຈຸບັນ ມີຜູ້ປີ່ນປົວຫາຍດີທັງໝົດ 1,968 ຄົນ ແລະ ຍັງສືບຕໍ່ປິ່ນປົວ 123 ຄົນ.
 ການເຝົ້າລະວັງຢູ່ຕາມຈຸດຜ່ານແດນໃນຂອບເຂດທົ່ວປະເທດ
• ວັນທີ 24 ມິຖຸນາ 2021 ມີຜູ້ເດີນທາງເຂົ້າມາດ່ານຕ່າງໆ ໃນ ສປປ ລາວ ຈຳນວນທັງ
ໝົດ 2,540 ຄົນ, ທັງໝົດແມ່ນຖືກນຳສົ່ງໄປຈຳກັດບໍລິເວນ 14 ວັນຢູ່ສະຖານທີ່ ທີ່ຄະນະສະເພາະກິດກຳນົດໄວ້;
• ປັດຈຸບັນ ທົ່ວປະເທດ ມີສູນຈຳກັດບໍລິເວນ ທີ່ຍັງເປີດຢູ່ 43 ສູນ ແລະ ມີຜູ້ຈຳກັດບໍລິເວນ 3,951 ຄົນ.
 ສຳລັບສະຖານທີ່ ເກັບຕົວຢ່າງ ເພື່ອກວດຫາເຊື້ອ ພະຍາດໂຄວີດ-19 ມີດັ່ງນີ້:
– ສຳລັບນະຄອນຫຼວງວຽງຈັນ ມີ 5 ໂຮງໝໍສູນກາງ ແລະ ໂຮງໝໍ 103 ສູນກາງກອງທັບ
– ຈຸດກວດນອກສະຖານທີ່ ຢູ່ ໂຮງຮຽນ ສີໂຄດ ໃຫ້ບໍລິການ ເກັບຕົວຢ່າງ 9-12 ໂມງ ທຸກມື້ (ວັນຈັນ ເຖີງ ວັນອາທິດ)
– ແລະ ຖ້າມີກໍລະນີບວກ (+) ໃໝ່ ຢູ່ບ້ານໃດ ຈະມີທີມງານເຄື່ອນທີ່ໄປເກັບຕົວຢ່າງຜູ້ສຳພັດໃກ້ຊິດ ໃນຈຸດ ທີ່ມີກໍລະນີຜູ້ຕິດເຊື້ອໃໝ່
• ປະຈຸບັນ ຈຳນວນບ້ານແດງ ໃນນະຄອນຫຼວງວຽງຈັນ ແມ່ນມີ 13 ບ້ານ ໃນ 04 ເມືອງ.
– ບ້ານໃໝ່ທີ່ຖືກກຳນົດເປັນເຂດແດງ ມີ 1 ບ້ານ ຄື: ບ້ານນາສ້າງໄພ, ເມືອງໄຊເສດຖາ.
ເພື່ອສະກັດກັ້ນ ບໍ່ໃຫ້ມີການລະບາດຄັ້ງໃໝ່ ໂດຍການນຳເຂົ້າສາຍພັນໃໝ່ ເຂົ້າມາບ້ານເຮົາເພິ່ມເຕີມ ຈຶ່ງຮຽກຮ້ອງໃຫ້ອຳນາດການປົກຄອງທ້ອງຖິ່ນ, ເຈົ້າໜ້າທີ່ ປກສ, ປກຊ ເຂັ້ມງວດຕໍ່ຜູ້ທີ່ເຂົ້າມາບໍ່ຖືກຕ້ອງຕາມກົດໝາຍ (ຕາມຊ່ອງທາງທຳມະຊາດ). ດັ່ງນັ້ນ, ຄວນເອົາໃຈໃສ່ ເພິ່ມທະວີ ການລາດຕະເວນ ເພື່ອສະກັດກັ້ນ ການນຳເອົາເຊື້ອເຂົ້າມາ ແລະ ຖ້າຫາກທ່ານພົບເຫັນ ບຸກຄົນທີ່ກັບມາຈາກປະເທດເພື່ອນບ້ານ ແມ່ນໃຫ້ຮີບຮ້ອນລາຍງານໃຫ້ແກ່ອຳນາດປົກຄອງບ້ານທັນທີ ເພື່ອຈະນຳເອົາຜູ້ກ່ຽວ ເຂົ້າໄປສູນຈຳກັດບໍລິເວນ, ເກັບຕົວຢ່າງກວດຊອກຫາເຊື້ອ ແລະ ສາຍພັນ;
• ເຖິງວ່າ ປະຊາຊົນລາວ ບັນດາເຜົ່າໃນຂອບເຂດທົ່ວປະເທດ ພ້ອມທັງ ພະນັກງານ, ທະຫານ, ຕຳຫຼວດ ສ່ວນຫຼາຍ ແມ່ນໄດ້ຮັບການສັກວັກຊີນ ຢ່າງໜ້ອຍ 1 ເຂັມ ແລ້ວກໍ່ຕາມ ແຕ່ການຮັກສາໄລຍະຫ່າງທາງສັງຄົມ, ສວມໃສ່ຜ້າປິດ-ດັງ, ໝັ່ນລ້າງມືເລື້ອຍໆ ດ້ວຍນ້ຳສະອາດໃສ່ສະບູ ຫຼື ເຈວເຫຼົ້າ 70 % ຂຶ້ນໄປ ຍັງຈະຕ້ອງໄດ້ສືບຕໍ່ປະຕິບັດ ເພື່ອປ້ອງກັນ ການແຜ່ລະບາດຂອງພະຍາດໂຄວິດ-19 ບໍ່ໃຫ້ຂະຫຍາຍເປັນວົງກວ້າງ;
• ປະເທດເຮົາ ເຖິງວ່າຈະມີຕົວເລກຫຼຸດລົງກໍ່ຕາມ ກໍ່ບໍ່ຄວນປະໝາດ ແລະ ລະເຫຼິງ ຄວນເອົາໃຈໃສ່ ພ້ອມກັນປະຕິບັດມາດຕະການທີ່ຄະນະເພາະກິດວາງອອກ, ຫຼີກລ້ຽງການຊຸມແຊວ, ພົບປະສັງສັນ ໃນຄອບຄົວ, ໝູ່ເພື່ອນ ແລະ ສະຖານທີ່ຕ່າງໆ ເພື່ອຫຼຸດຜ່ອນການຕິດເຊື້ອໃນຊຸມຊົນ;
Loading...