ການຖະແຫຼງຂ່າວຂອງຄະນະສະເພາະກິດ ປະຈຳວັນສຸກ ວັນທີ 27 ສິງຫາ 2021 ໃຫ້ຮູ້ວ່າ:
 ສະພາບການລະບາດພະຍາດໂຄວິດ-19 ຢູ່ ສປປ ລາວ, ມາຮອດວັນທີ 26 ສິງຫາ 2021:
• ໄດ້ກວດວິເຄາະທັງໝົດ 3,740 ຄົນ, ໃນນັ້ນ ກວດພົບຜູ້ຕິດເຊື້ອໃໝ່ ທັງໝົດ 247 ຄົນ ເຊິ່ງຕິດເຊື້ອໃນຊຸມຊົນເຖິງ 103 ຄົນ ເປັນຜູ້ສຳຜັດໃກ້ຊິດນຳຜູ້ຕິດເຊື້ອທີ່ຜ່ານມາ ຄື:
– ນະຄອນຫຼວງ 5 ຄົນ
– ບໍ່ແກ້ວ 29 ຄົນ
– ອຸດົມໄຊ 5 ຄົນ
– ຫຼວງພະບາງ 4 ຄົນ
– ຫຼວງນ້ຳທາ 18 ຄົນ
– ສະຫວັນນະເຂດ 42 ຄົນ
ສ່ວນ ກໍລະນີນໍາເຂົ້າ ມີ 144 ຄົນ ຈາກ ນະຄອນຫຼວງ 16 ຄົນ, ຄຳມ່ວນ 14 ຄົນ, ສາລະວັນ 25 ຄົນ, ສະຫວັນນະເຂດ 52 ຄົນ, ຈຳປາສັກ 36 ຄົນ ແລະ ບໍ່ແກ້ວ 1 ຄົນ ເຊິ່ງກວດພົບຈາກແຮງງານລາວ ທີ່ກັບມາແຕ່ປະເທດເພື່ອນບ້ານ ເຂົ້າຕາມຈຸດຜ່ານແດນສາກົນ.
o ລາຍລະອຽດ ຕິດເຊື້ອໃນຊຸມຊົນ ໃນບັນດາແຂວງ ມີຄືດັ່ງນີ້:
 ນະຄອນຫຼວງ 5 ຄົນທີ່ຕິດເຊື້ອໃນຊຸມຊົນນັ້ນ ຄື:
– ເພດຊາຍ, ອາຍຸ 40 ປີ, ອາຊີບ: ພະນັກງານ ບໍລິສັດຂົນສົ່ງທາງບົກ-ທາງນ້ຳ ຢູ່ຄິດລົດສາຍໃຕ້, ບ້ານຄຳຮຸ່ງ, ເມືອງໄຊທານີ
– ເພດຊາຍ, ອາຍຸ 26 ປີ, ອາຊີບ: ພະນັກງານ ບໍລິສັດຂົນສົ່ງທາງບົກ-ທາງນ້ຳ ຢູ່ຄິດລົດສາຍໃຕ້, ບ້ານດົງຄຳຊ້າງ, ເມືອງຫາດຊາຍຟອງ
– ເພດຍິງ, ອາຍຸ 40 ປີ, ອາຊີບ: ແມ່ເຮືອນ, ບ້ານໜອງແຫ້ວ, ເມືອງຫາດຊາຍຟອງ (ເປັນພັນລະຍາຜູ້ຕິດເຊື້ອທີ່ຜ່ານມາ)
– ເພດຊາຍ, ອາຍຸ 17 ປີ, ອາຊີບ: ນັກຮຽນ, ບ້ານໜອງແຫ້ວ, ເມືອງຫາດຊາຍຟອງ (ລູກຜູ້ຕິດເຊື້ອທີ່ຜ່ານມາ)
– ເພດຊາຍ, ອາຍຸ 24 ປີ, ອາຊີບ: ພະນັກງານໄອທີ ຢູ່ໂຮງແຮມແລນມາກ, ບ້ານໜອງແຫ້ວ, ເມືອງຫາດຊາຍຟອງ
 ແຂວງບໍ່ແກ້ວ 29 ຄົນ, ໃນນັ້ນ 3 ກໍລະນີ ແມ່ນມາຈາກບ້ານ ຂອນແກ້ວ, ເມືອງ ຫ້ວຍຊາຍ, ແຂວງ ບໍ່ແກ້ວ ຕິດຈາກກໍລະນີ ທີ່ຢູ່ບ້ານພິບູນທອງ, ເມືອງ ຫ້ວຍຊາຍ, ແຂວງ ບໍ່ແກ້ວ.
– 13 ກໍລະນີ ແມ່ນ ບ້ານຄຸນບົງ, ເມືອງຕົ້ນເຜີ້ງ, ແຂວງບໍ່ແກ້ວ
– 8 ກໍລະນີ ແມ່ນ ບ້ານສີເມືອງງາມ, ເມືອງຕົົ້ນເຜີ້ງ, ແຂວງ ບໍ່ແກ້ວ
– 2 ກໍລະນີ ແມ່ນ ບ້ານປ່າສັກ, ເມືອງຕົົ້ນເຜີ້ງ, ແຂວງ ບໍ່ແກ້ວ
– 3 ກໍລະນີ ແມ່ນ ບ້ານ ກໍ່ສ້າງ, ເມືອງຕົົ້ນເຜີ້ງ, ແຂວງ ບໍ່ແກ້ວ
– ທັງໝົດ ແມ່ນ ມີການພົວພັນມາຈາກບ້ານ ສີເມືອງງາມ, ເມືອງຕົ້ນເຜີງ
 ປະຈຸບັນ ຜູ້ຕິດເຊື້ອໃໝ່ທັງໝົດ ໄດ້ເຂົ້ານອນແຍກປ່ຽວ ແລະ ຮັບການປິ່ນປົວຢ
ສະຖານທີ່ປິ່ນປົວທີ່ຖືກກຳນົດໄວ້ຂອງແຂວງ.
 ມາຮອດມື້ນີ້ ພວກເຮົາມີຕົວເລກຜູ້ຕິດເຊື້ອສະສົມທັງໝົດ 14,351 ຄົນ, ຄົນເຈັບເສຍຊີວິດສະສົມ 12 ຄົນ (ໃໝ່ 0 ຄົນ) ແລະ ຄົນເຈັບກໍາລັງປິ່ນປົວ ທັງໝົດ 4,928 ຄົນ.
• ຜູ້ທີ່ມີຈຸດປະສົງຢາກກວດໂຄວິດ-19 ສຳລັບນະຄອນຫຼວງວຽງຈັນນີ້ ແມ່ນຢູ່ຈຸດເກັບຕົວຢ່າງບຶງຂະຫຍອງ ເຊິ່ງເປີດໃຫ້ບໍລິການບັນດາທ່ານທຸກວັນ ໃນຕອນເຊົ້າ ເວລາ 9:00-12:00 ໂມງ.
• ສຳລັບແຂວງອື່ນ ແມ່ນທ່ານສາມາດໄປກວດຊອກຫາເຊື້ອໄດ້ຢູ່ໂຮງໝໍແຂວງ ຫຼື ສະຖານທີ່ທີ່ກຳນົດໄວ້.
 ການເຝົ້າລະວັງຢູ່ຕາມຈຸດຜ່ານແດນ ໃນຂອບເຂດທົ່ວປະເທດ
• ວັນທີ 26 ສິງຫາ 2021 ມີຜູ້ເດີນທາງຜ່ານເຂົ້າມາດ່ານຕ່າງໆໃນ ສປປ ລາວ ຈໍານວນ ທັງໝົດ 2,532 ຄົນ.
• ປັດຈຸບັນ ທົ່ວປະເທດມີສູນຈຳກັດບໍລິເວນທີ່ຍັງເປີດຢູ່ 111 ສູນ ແລະ 51 ໂຮງແຮມ ມີຜູ້ຈຳກັດບໍລິເວນ 8,581 ຄົນ.
ຕໍ່ໄປນີ້ ຂ້າພະເຈົ້າຂໍລາຍງານສະພາບການຕິດເຊື້ອໃນທົ່ວໂລກ:
• ປັດຈຸບັນ ທົ່ວໂລກມີລາຍງານຜູ້ຕິດເຊື້ອສະສົມ 215,393,198 (671,830 ໃໝ່), ເສຍຊິວິດທັງໝົດ 4,486,706 (10,094 ໃໝ່), ປີ່ນປົວຫາຍດີ 192,563,226 (530,293 ໃໝ່);
• ສຳລັບ 3 ອັນດັບ ປະເທດທີ່ມີຜູ້ຕິດເຊື້ອ ແລະ ເສຍຊິວິດຫຼາຍກວ່າໝູ່ໃນໂລກ ກໍ່ຍັງແມ່ນ ສະຫະລັດອາເມລິກາ, ອິນເດຍ ແລະ ບຣາຊິວ.
• ບັນດາປະເທດທີ່ມີຊາຍແດນຕິດຈອດກັບ ສປປ ລາວ
– ປະເທດໄທ ມີລາຍງານຜູ້ຕິດເຊື້ອໃໝ່ ສູງກວ່າໝູ່ ເຖິງ 18,501 ຄົນ, ຮອງລົງມາ ແມ່ນ ສສ ຫວຽດນາມ ສູງເຖິງ 11,575 ຄົນ.
– ສຳລັບ ປະເທດທີ່ມີລາຍງານຜູ້ເສຍຊີວິດໃໝ່ ສູງກວ່າໝູ່ ແມ່ນ ສສ ຫວຽດນາມ ເຖິງ 318 ຄົນ.
• ສະພາບການລະບາດຂອງໂຄວິດ-19 ໃນທົ່ວໂລກ ຍັງມີລັກສະນະຄົງທີ່, ໃນໄລຍະ 2 ມື້ທີ່ຜ່ານມາ ມີລາຍງານຜູ້ຕິດເຊື້ອໃໝ່ ສູງກວ່າ 1 ລ້ານຄົນ, ບາງປະເທດ ກັບມາໃຊ້ມາດຕະການລ໋ອກດາວຄືນໃໝ່ ເພື່ອຫຼຸດຜ່ອນການຕິດເຊື້ອ ແລະ ເສຍຊີວິດ;
• ແຕ່ກໍ່ຍັງມີບາງປະເທດ ທີ່ມີຕົວເລກຜູ້ຕິດເຊື້ອເພິ່ມຂຶ້ນ ແບບກ້າວກະໂດດ ເຊິ່ງສວນທາງກັບຫຼາຍປະເທດເຊັ່ນ: ສສ ຫວຽດນາມ ທີ່ມີລາຍງານຜູ້ຕິດເຊື້ອໃໝ່ຈາກ ຫຼັກຮ້ອຍ ມາເປັນຫຼັກພັນ ແລະ ຫຼັກໝື່ນພາຍໃນມື້ດຽວ. ພ້ອມດຽວກັນນັ້ນ ຕົວເລກຜູ້ເສຍຊີວິດ ກໍ່ສູງເຊັ່ນກັນ ເຊິ່ງສາເຫດທີ່ມີການລະບາດຢ່າງໜັກ ກໍ່ມາຈາກສາຍພັນເດວຕ້ານັ້ນເອງ;
• ຈາກການຖະແຫຼງຂ່າວໃນມື້ວານນີ້ ສະແດງໃຫ້ເຫັນວ່າ ການຕິດເຊື້ອໃນຊຸມຊົນຢູ່ຫຼາຍແຂວງ ສ່ວນໃຫຍ່ແມ່ນມີປະຫວັດການເດີນທາງໄປຮ່ວມງານທີ່ມີຄົນຈຳນວນຫຼາຍ ເຮັດໃຫ້ການແຜ່ເຊື້ອໄປສູ່ຫຼາຍແຂວງ. ຕໍ່ກັບສະພາບການດັ່ງກ່າວ, ຈຶ່ງຂໍຮຽກຮ້ອງມາຍັງ ພໍ່ແມ່, ພີ່ນ້ອງ, ປະຊາຊົນ ແລະ ທຸກພາກສ່ວນໃນສັງຄົມ ຍົກສູງສະຕິຄວາມຮັບຜິດຊອບ ໃນການປ້ອງກັນຕົນເອງ, ຄົນໃນຄອບຄົວ ແລະ ຊຸມຊົນຂອງທ່ານ ໂດຍການປະຕິບັດມາດຕະການທີ່ຄະນະສະເພາະກິດວາງອອກ ຢ່າງເຂັ້ມງວດ ເປັນຕົ້ນ ໝັ່ນລ້າງມືດ້ວຍນ້ຳສະອາດໃສ່ສະບູ ຫຼື ເຈວລ້າງມື, ຮັກສາໄລຍະຫ່າງທາງສັງຄົມ, ໃສ່ຜ້າປິດປາກ-ດັງ ເມື່ອອອກຈາກບ້ານ, ຫຼີກລ້ຽງການໄປສະຖານທີ່ແອອັດ ຫຼືື ມີຄວາມສ່ຽງສູງ, ບໍ່ຊຸມແຊວກັນເປັນກຸ່ມ, ຖ້າຫາກທ່ານຮູ້ສຶກບໍ່ສະບາຍ ຫຼື ມີປະຫວັດສຳຜັດໃກ້ຊິດກັບຜູ້ຕິດເຊື້ອ ຫຼື ເດີນທາງໄປສະຖານທີ່ ທີ່ຜູ້ທີ່ຕິດເຊື້ອເດີນທາງໄປ ໃຫ້ຮີບຮ້ອນໄປພົບແພດເພື່ອເກັບຕົວຢ່າງກວດຫາເຊື້ອ ແລະ ເຂົ້າຮັບການປິ່ນປົວຢ່າງທັນການ ເພື່ອສະກັດກັ້ນ ບໍ່ໃຫ້ແຜ່ເຊື້ອໄປສູ່ຄົນອ້ອມຂ້າງ ແລະ ຊຸມຊົນ;
• ບັນຫາສຳຄັນ, ຖ້າຫາກທ່ານນອນຢູ່ໃນກຸ່ມສ່ຽງ ຫຼື ມີປະຫວັດສຳຜັດກັບຜູ້ຕິດເຊື້ອ ຮຽກຮ້ອງບໍ່ໃຫ້ປົກປິດຂໍ້ມູນ ຫຼື ປະຫວັດການເຄື່ອນໄຫວຂອງຕົນ, ໃຫ້ການຮ່ວມມືກັບທີມງານແພດໝໍ ໃນການສອບສວນປະຫວັດ, ຕິດຕາມຜູ້ສຳຜັດໃກ້ຊິດ ເພື່ອຕັດວົງຈອນການລະບາດ ບໍ່ໃຫ້ຂະຫຍາຍເປັນວົງກວ້າງ;
• ສຳລັບ ການໃຫ້ບໍລິການສັກວັກຊີນຊະນິດ Pfizer ນັ້ນ, ມື້ນີ້ ແມ່ນມື້ສຸດທ້າຍ ທີ່ຈະໄດ້ໃຫ້ບໍລິການທ່ານ ຢູ່ສູນການຄ້າ ໄອເຕັກ ສຳລັບເຂັມທີ 1. ສະນັ້ນ, ຈຶ່ງຂໍຮຽກຮ້ອງມາຍັງ ບັນດາທ່ານ ທີ່ໄປໃຊ້ບໍລິການ ຈົ່ງຮັກສາຄວາມເປັນລະບຽບຮຽບຮ້ອຍ, ບໍ່ແຊງຄິວກັນ, ໃຫ້ກຽດຜູ້ອາວຸໂສ ແລະ ຜູ້ມີພະຍາດປະຈຳຕົວ ແລະ ບໍ່ໃຫ້ກັງວົນວ່າ ຈຳນວນວັກຊີນຈະບໍ່ພຽງພໍໃນການບໍລິການທ່ານ, ລັດຖະບານ ຍັງສືບຕໍ່ຈັດຫາ ແລະ ສະໜອງວັກຊີນ ເພື່ອມາສັກໃຫ້ປະຊາຊົນ ໃຫ້ບັນລຸຕາມເປົ້າໝາຍທີ່ວາງໄວ້ ກໍ່ຄື 50% ຂອງປະຊາກອນໃນທ້າຍປີນີ້ 2021;
• ອີກເທື່ອໜຶ່ງ, ສິ່ງສຳຄັນ ພວກເຮົາທຸກຄົນ ຕ້ອງຮ່ວມແຮງຮ່ວມໃຈກັນ, ສາມັກຄີກັນ ເພື່ອຜ່ານຜ່າວິກິດນີ້ໄປດ້ວຍກັນ ແລະ ສາມາດກັບມາດຳເນີນການດຳລົງຊີວິດປົກກະຕິໂດຍໄວ;
Loading...