ສະພາບການລະບາດພະຍາດໂຄວິດ-19 ຢູ່ ສປປ ລາວ, ມາຮອດວັນທີ 2 ກັນຍາ 2021: ໄດ້ກວດວິເຄາະທັງໝົດ 2,807 ຄົນ, ໃນນັ້ນ ກວດພົບຜູ້ຕິດເຊື້ອໃໝ່ ທັງໝົດ 146 ຄົນ ເຊິ່ງຕິດເຊື້ອໃນຊຸມຊົນ 81 ຄົນ ເປັນຜູ້ສໍາຜັດໃກ້ຊິດນໍາຜູ້ຕິດເຊື້ອທີ່ຜ່ານມາ ແລະ ກໍລະນີນໍາເຂົ້າ ມີ 65 ຄົນ ຈາກ ສາລະວັນ 21 ຄົນ , ຈໍາປາສັກ 15 ຄົນ, ສະຫວັນນະເຂດ 12 ຄົນ, ຄໍາມ່ວນ 7 ຄົນ, ນະຄອນຫຼວງວຽງຈັນ 5 ຄົນ, ບໍລິຄໍາໄຊ 3 ຄົນ, ຫຼວງພະບາງ 1 ຄົນ ແລະ ບໍ່ແກ້ວ 1 ຄົນ ເຊິ່ງກວດພົບຈາແຮງງານລາວ ຫຼື ຜູ້ທີ່ເດີນທາງມາຈາກປະເທດເພື່ອນບ້ານ ເຂົ້າຕາມຈຸດຜ່ານແດນສາກົນ. ລາຍລະອຽດ ຜູ້ຕິດເຊື້ອໃນຊຸມຊົນ ຢູ່ນະຄອນຫຼວງວຽງຈັນ ແລະ ບັນດາແຂວງແມ່ນເປັນຜູ້ສໍາຜັດໃກ້ຊິດກັບຜູ້ຕິດເຊື້ອທີ່ຜ່ານມາລາຍລະອຽດດັ່ງນີ້: • ຈຳປາສັກ 54 ຄົນ : ທັງໝົດແມ່ນເປັນຄອບຄົວ ແລະ ຜູ້ສຳຜັດໃກ້ຊິດກັບຜູ້ຕິດເຊື້ອຢູ່ ເມືອງປະທຸມພອນ ທີ່ພົວພັນກັບ ໂຮງໝໍຊຸມຊົນເມືອງປະທຸມພອນ • ບໍ່ແກ້ວ 6 ຄົນ: ຈາກ ເມືອງ ຕົ້ນເຜິ້ງ 05 ຄົນ (ສາມລ່ຽມຄໍາ 4 ຄົນ ແລະ ບ້ານຂຸນບັ້ງ 01 ຄົນ ) ແລະ ຄົນຂັບລົດຂົນສົ່ງຄົນໄທ 01 ຄົນ, • ສະຫວັນນະເຂດ 6 ຄົນ: 03 ຄົນ ຈາກບ້ານບໍ່ ນະຄອນໄກສອນ, 01 ຄົນ ເປັນພະນັກງານບໍລິສັດລ້ານຊ້າງມີນິໂຣ ທີ່ໄດ້ພົວພັນໃກ້ຊິດ ກັບກໍລະນີຕິດເຊື້ອຢູ່ບໍລິສັດ ຫຸມແພງ; 01 ຄົນ ຈາກບ້ານໂພນສະຫວ່າງເໜືອ ທີ່ພົວພັນໃກ້ຊິດກັບ ຜູ້ຕິດເຊື້ອມາກ່ອນໜ້ານີ້ ແລະ 01 ຄົນ ທີ່ສໍາຜັດໃກ້ຊິດກັບ ພະນັກງານເວນຍາມຂອງບໍລິສັດ ສະຫວັນປຣາກ. • ຫຼວງພະບາງ 3 ຄົນ : ທັງ 3 ຄົນນີ້ ແມ່ນ ເຊື່ອມໂຍງກັບຜູ້ຕິດເຊື້ອ ຈາກບ້ານນາຝາຍ, ເມືອງ ນານ ແຂວງ ຫລວງພະບາງ ທີ່ເຄີຍ ໄດ້ລາຍງານຜ່ານມາ. • ບໍລິຄໍາໄຊ 3 ຄົນ : 01 ຄົນ ບ້ານ ດົງ ເມືອງ ບໍລິຄັນ ແຂວງ ບໍລິຄຳໄຊ ທີ່ສໍາຜັດກັບຜົວ ທີ່ມີຖິ່ນລໍາເນົາ ຢູ່ບ້ານ ປາກເປັງ ເມືອງ ຫາດຊາຍຟອງຊຶ່ງກ່ອນໜ້ານີ້ ຜົວໄດ້ຖືກບົ່ງມະຕິວ່າຕິດເຊື້ອໂຄວິດ 19. ອີກ 2 ຄົນ ແມ່ນ ຈາກບ້ານດອນ ເມືອງ ປາກກະດິງ ຊຶ່ງ ພົວພັນກັບເອື້ອຍທີ່ກັບມາແຕ່ໄທ ໂດຍຜ່ານການກັກຕົວ ຢູ່ສະຫັວນນະເຂດ ເປັນ ເວລາ 29 ວັນ. • ຄໍາມ່ວນ 2 ຄົນ: ມາຈາກບ້ານນາເມືອງ, ເມືອງທ່າແຂກ, ແລະ ຜູ້ທີ່ 02 ຈາກບ້ານນາບົງ ເມືອງທ່າແຂກ ອາຊີບຄ້າຂາຍ • ອຸດົມໄຊ 2 ຄົນ : ທັງສອງຄົນມີປະຫັວດສໍາພັດໃກ້ຊິດກັບຜູ້ທີ່ຕິດເຊື້ອ ຈາກບ້ານແກ້ງຊ້າງ, ເມືອງປາກແບງ ທີ່ເຄີຍລາຍງານຜ່ານມາ. • ແຂວງວຽງຈັນ 2 ຄົນ : ຈາກ ບ້ານພູຄໍາ, ເມືອງກາສີ ທີ່ມີການພົວພັນໃກ້ຊິດ ກັບຜູ້ຕິດເຊື້ອມາກ່ອນ ເປັນເພດຍິງ ທີ່ເດີນທາງມາຈາກ ເມືອງຕົ້ນເຜິ້ງ, • ນະຄອນຫຼວງວຽງຈັນ 1 ຄົນ: ເປັນຄອບຄົວຂອງພະນັກງານບໍລິສັດຂົນສົ່ງທາງບົກທາງນໍ້າ ທີ່ຕິດເຊື້ອມາກ່ອນ ຢູ່ບ້ານ ຄໍາຮຸ່ງ ເມືອງໄຊທານີ • ໄຊຍະບູລີ 1 ຄົນ: ເປັນເພດຍິງ ອາຍຸ 08 ປີ, ເປັນລູກສາວ ກໍລະນີຕິດເຊື້ອ ທີ່ເປັນພະນັກງານຂັບລົດ ຢູ່ບໍລິສັດພອນສະຫັວນ. • ໄຊສົມບູນ 1 ຄົນ : ເປັນປະຊາຊົນບ້ານພັນໄຊ ເມືອງລ້ອງແຈ້ງ, ເດີນທາງອອກຈາກສູນກັກກັນແຂວງສະຫວັນນະເຂດ ທີ່ກັກໂຕຄົບກໍານົດ,
– ປະຈຸບັນ ຜູ້ຕິດເຊື້ອໃໝ່ທັງໝົດ ໄດ້ເຂົ້ານອນແຍກປ່ຽວ ແລະ ຮັບການປິ່ນປົວຢູ່ສະຖານທີ່ປິ່ນປົວທີ່ຖືກກໍານົດໄວ້.
- ມາຮອດມື້ນີ້ ພວກເຮົາມີຕົວເລກຜູ້ຕິດເຊື້ອສະສົມທັງໝົດ 15,605 ຄົນ, ເສຍຊີວິດ ສະສົມ 15 ຄົນ (ໃໝ່ 1 ຄົນ) ແລະ ຄົນເຈັບກໍາລັງປິ່ນປົວ ທັງໝົດ 5,463 ຄົນ. ລາຍລະອຽດຄົນເຈັບເສຍຊີວິດໃໝ່ : ເພດຊາຍ ອາຍຸ 45 ປີ ,ບ້ານນາເມັກ ເມືອງຄົງເຊໂດນ ແຂວງສາລະວັນ ເຊິ່ງເປັນແຮງງານລາວທີ່ກັບມາແຕ່ໄທ ວັນທີ 14 ສິງຫາ 2021 ໄດ້ກັກໂຕທີ່ສູນຈໍາກັດບໍລິເວນ ແຂວງສາລະວັນ, ເກັບຕົວຢ່າງກວດຫາເຊື້ອຄັ້ງທີ 1 ບໍ່ພົບ ແລະ ຜູ້ກ່ຽວເປັນຄົນອ້ວນເກີນມາດຕະຖານ ແຕ່ບໍ່ຮູ້ວ່າມີພະຍາດປະຈໍາໂຕພາຍຫຼັງເສຍຊີວິດໄດ້ເກັບຕົວຢ່າງ ເປັນຄັ້ງທີ່ 2 ຈຶ່ງພົບເຊື້ອ , ຜູ້ກ່ຽວເສຍຊີວິດ ໃນຕອນເຊົ້າວັນທີ 3 ກັນຍາ 2021 ທາງແຂວງໄດ້ເຮັດພິທີມ້ຽນສົບຖືກຕ້ອງຕາມລະບຽບຫຼັກການ.
– ສໍາລັບ ບ້ານແດງທີ່ຖືກກຳນົດເປັນບ້ານແດງໃໝ່ໃນນະຄອນຫຼວງວຽງຈັນ ແມ່ນບໍ່ມີ.
• ຜູ້ທີ່ມີຈຸດປະສົງຢາກກວດຊອກຫາເຊື້ອໂຄວິດ-19 ສໍາລັບ ນະຄອນຫຼວງວຽງຈັນນີ້ ແມ່ນ ຢູ່ຈຸດເກັບຕົວຢ່າງບຶງຂະຫຍອງ ເຊິ່ງເປີດໃຫ້ບໍລິການບັນດາທ່ານທຸກວັນ (ວັນຈັນ ຮອດ ວັນອາທິດ) ໃນຕອນເຊົ້າ ເວລາ 9:00-12:00 ໂມງ ແລະ ຍັງມີທີມງານເກັບຕົວຢ່າງເຄື່ອນທີ່ໄປເກັບໃນສະຖານທີ່ທີ່ມີລາຍງານຄົນເຈັບຕິດເຊື້ອ. • ສໍາລັບແຂວງອື່ນ ແມ່ນທ່ານສາມາດໄປກວດຊອກຫາເຊື້ອໄດ້ຢູ່ໂຮງໝໍແຂວງ ຫຼື ສະຖານທີ່ທີ່ກໍານົດໄວ້.
– ການເຝົ້າລະວັງຢູ່ຕາມຈຸດຜ່ານແດນ ໃນຂອບເຂດທົ່ວປະເທດ • ວັນທີ 2 ກັນຍາ 2021 ມີຜູ້ເດີນທາງຜ່ານເຂົ້າມາດ່ານຕ່າງໆໃນ ສປປ ລາວ ຈຳນວນທັງໝົດ 3,697 ຄົນ .
• ປັດຈຸບັນ ທົ່ວປະເທດມີສູນຈໍາກັດບໍລິເວນທີ່ຍັງເປີດຢູ່ 107 ສູນ ແລະ 51 ໂຮງເເຮມ ມີຜູ້ຈໍາກັດບໍລິເວນ 7,891 ຄົນ.