ເຊົ້າວັນທີ 27/07/2021, ຄະນະສະເພາະກິດກະຊວງສາທາລະນະສຸກ ໄດ້ຖະແຫຼງຂ່າວກ່ຽວກັບ ສະ ພາບການລະບາດຂອງພະຍາດ COVID-19 ຢູ່ ສປປ ລາວ ແລ ບາງມາດຕະການທີ່ໄດ້ຈັດຕັ້ງ ປະຕິບັດ,
ປະຈຸບັນເຫັນວ່າມີລາຍງານ ການຕິດເຊື້ອໃນແຮງງານ ແລະ ບຸກ ຄົນ ທີ່ເດີນທາງເຂົ້າປະເທດໃນແຕ່ລະວັນ ຈຳນວນຫຼາຍ ໃນວັນທີ 27 ກໍລະກົດ 2011 ນີ້ ມີລາຍງານຜູ້ຕິດເຊື້ອ ໃໝ່ຈຳນວນ 169 ຄົນ ເຮັດໃຫ້ຕົວເລກຜູ້ຕິດເຊື້ອສະ ສົມໃນ ສປປລາວ ຮອດປະຈຸບັນ ແມ່ນ 5.154ຄົນ, ມີຈຳນວນ ເສຍຊີວິດ ສະສົມ 5 ຍັງສືບຕໍ່ປິ່ນປົວ 2.442 ຄົນ, ໃນມື້ວານນີ້ ທົ່ວປະເທດ ໄດ້ມີການເກັບຕົວຢ່າງມາກວດຊອກຫາເຊື້ອ cOVID-19 ທັງໝົດ 1.483 ຕົວຢ່າງ, ໃນນັ້ນ ກວດພົບຜູ້ຕິດເຊື້ອໃໝ່ 169 ຄົນ ເຊິ່ງ ກໍລະນີຕິດເຊື້ອໃໝ່ທັງໝົດ ແມ່ນ ຜູ້ທີ່ ເດີນ ທາງເຂົ້າປະເທດ ຄື: ຈາກ ນະຄອນຫຼວງວຽງຈັນ 10 ກໍລະນີ, ຈຳປາສັກ 60 ກໍລະນີ, ສະຫວັນນະ ເຂດ 85 ກໍລະນີ, ສາລະວັນ 8 ກໍລະນີ ແລະ ຄຳມ່ວນ 6 ກໍລະນີ,ຂໍ້ມູນໂດຍຫຍໍ້ ກ່ຽວກັບກໍລະນີຕິດເຊື້ອໃໝ່ 189 ຄົນ
• ສຳລັບ ແຂວງສະຫວັນນະເຂດ 2 ກໍລະນີ ແມ່ນພົບໃນແຮງງານລາວທີ່ກຳລັງຢູ່ໃນໄລຍະຈຳກັດບໍລິເວນໃນສະຖານທີ່ຈຳກັດບໍລິເວນຂອງແຂວງ )
• ສ່ວນ 167 ກໍລະນີ ແມ່ນແຮງງານລາວ ທີ່ເດີນທາງກັບຄືນມາຈາກປະເທດໃກ້ຄຽງ ເຊິ່ງໄດ້ຮັບອະນຸຍາດຈາກຄະນະສະເພາະກິດ ເຂົ້າມາ ຖືກ ຕ້ອງຕາມລະບຽບຫຼັກການ, ໄດ້ເກັບຕົວຢ່າງ ແລະ ຈຳກັດບໍລິເວນຢູ່ສູນຈຳກັດບໍລິເວນຂອງແຂວງ, ເມື່ອຜົນກວດເປັນຜົນບວກພວກກ່ຽວໄດ້ ຖືກນຳສົ່ງໄປປິ່ນປົວຢູ່ສະຖານທີ່ປິ່ນປົວ ທີ່ຖືກກຳນົດໄວ້.
ການເດີນທາງເຂົ້າມາ ສປປ ລາວ ຕາມຈຸດຜ່ານແດນ ວັນທີ 26 ກໍລະກົດ 2011 ມີຜູ້ເດີນທາງຜ່ານຕໍານເຂົ້າມາ ສປປລາວ ຈຳນວນ ທັງໝົດ 2295 ຄົນ, ທຸກຄົນເດີນທາງເຂົ້າມາທັງໝົດ ແມ່ນໄດ້ຖືກເກັບຕົວຢ່າງກວດຊອກຫາເຊື້ອພະຍາດໂຄວິດ 19 ແລະ ນຳສົ່ງເຂົ້າໄປຈຳກັດບໍລິເວນຢູ່ສູນຈໍາກັດບໍລິເວນ ຫຼືໂຮງແຮມຈຳກັດບໍລິເວນ ທີ່ຄະນະສະເພາະກິດກຳນົດໄວ້ຈົນຄົບ 14 ວັນຈຶ່ງຈະ
ໄປເຄື່ອນໄຫວໄດ້, ຮອດປະຈຸບັນທົ່ວປະເທດມີສູນຈຳກັດບໍລິເວນທີ່ເປີດນຳໃຊ້ຢູ່ທັງໝົດ 67ສູນ, ມີຜູ້ຈຳກັດບໍລິເວນທັງໝົດ 9,154ຄົນ.
ສະຖານທີ່ ການປັບຕົວຢ່າງ ເພື່ອກວດຫາເຊື້ອ ໂຄືດ-10 ຢູ່ນະຄອນຫຼວງວຽງຈັນ
• ມີໂຮງໝໍສູນກາງ ໂຮງໝໍແຂວງ, ສະຖານທີ່ຈຳກັດບໍລິເວນ ແລະ ຈຸດກວດເພີ້ມທີ່ຄະນະສະເພາະກິດກຳນົດ ພາຍໃນແຂວງ
• ນອກຈາກຈຸດກວດຄົງທີ່ ຖ້າຫາກມີການລະບາດໃນຊຸມຊົນ ທີມງານເຝົ້າລະວັງຈະມີການຄົ້ນຫາກໍລະນີຜູ້ຕິດເຊື້ອໂດຍການເຄື່ອນທີ່ໄປເກັບຕົວຢ່າງຢູ່ສະຖານທີ່ເຊິ່ງມີຜູ້ຕິດເຊື້ອໃໝ່ສະພາບການເກີດ ພະຍາດ ໃນສປປລາວ ຕາມການລາຍງານຕົວເລກການຕິດເຊື້ອປະຈຳວັນ ເຫັນວ່າເລີ້ມແຕ່ວັນທີ 05 ກໍລະກົດ 2011 (22 ວັນ) ນະຄອນຫຼວງວຽງຈັນບໍ່ມີການຕິດເຊື້ອໃນຊຸມຊົນ( ເພາການຕິດເຊື້ອ 1 ກໍລະນີ ໃນວັນທີ 14 ນັ້ນແມ່ນການຕິດຈາກຄົນເຈັບ ແຕ່ບໍ່ໄດ້ແຜ່ລະບາດໃນຊຸມ
ຊົນ ) ແລະ ເລີ້ມແຕ່ ຕົ້ນເດືອນກໍລະກົດ2021 ເປັນຕົ້ນມາເຫັນວ່າຈຳນວນການຕິດເຊື້ອ ໃນບຸກຄົນແລະ ແຮງງານທີ່ເດີນທາງເຂົ້າມາ ປະເທດ ແມ່ນມີຈຳນວນເພີ້ມຂຶ້ນຫຼາຍເທົ່າ ພ້ອມດຽວກັນ ຍັງມີສະພາບການຕິດເຊື້ອ ໂຄວິດ 19 ສາຍພັນເດວຕາ ໃນແຮງງານ ທີ່ເດີນທາງເຂົ້າມາບັນດາແຂວງທີ່ມີຊາຍແດນຕິດກັບເພື່ອບ້ານສົມທົບກັບສະພາບການລະບາດພະຍາດໂຄວິດ 19 ໃນບັນດາປະເທດໃກ້ຄຽງ ຍັງສືບຕໍ່ມີການລາຍງານກໍລະນີຕິດ ເຊື້ອໃໝ່ ແລະ ເສຍຊີວິດໃໝ່ ໃນແຕ່ລະວັນ ແລະ ມີສະພາບການລະບາດ ຂອງພະຍາດ ສາຍພັນ ທີ່ມີການກະຈາຍເຊື້ອໂດຍໄວໃນຊຸມຊົນ ຢ່າງກ້ວາງຂວາງຕໍ່ໜ້າສະພາບການດັ່ງກ່າວ ລັດຖະບານກໍຄື ຄະນະສະເພາະກິດ ຈຶ່ງໄດ້ມີການສືບຕໍ່ ປະຕິບັດມາດຕະການປ້ອງກັນ ຄວບຄຸມ ແລະສະກັດກັ້ນການລະບາດຂອງພະຍາດໂຄວິດ 19 ຕາມຄຳສັ່ງຂອງທ່ານນາຍົກລັດຖະມົນຕີ ສະບັບເລກທີ 15\ນຍ ຢ່າງເຂັ້ມງວດ ແລະ ຮັດກຸມ ທີ່ສຸດ ແລະໂດຍອີງໃສ່ ສະພາບການ ລະບາດຕົວຈິງຂອງພະຍາດໃນແຕ່ລະໄລຍະ ເຊິ່ງມີບາງມາດຕະການທີ່ຍັງຕ້ອງໄດ້ ສືບຕໍ່ຈັດຕັ້ງປະຕິບັດຢ່າງເຂັ້ມງວດ ແລະ ມີການຜ່ອນບາງມາດຕະການເພື່ອຫຼຸດຜ່ອນຜົນກະທົບ ທາງດ້ານ ເສດຖະກິດ ແລະ ສັງຄົມປະຈຸບັນກໍຢູ່ໃນໄລຍະຈັດຕັ້ງປະຕິບັດມາ.
ຕະການ ສະກັດກັ້ນ ແລະ ຄວບຄຸມການແຜ່ລະບາດຂອງພະຍາດ ໂຄວິດ 19 ຕາມແຈ້ງການຂອງຫ້ອງການສໍານັກງານນາຍົກລັດຖະມົມຕີ ສະບັບເລກທີ 829\ຫສນຍ ລົງວັນທີ 19ກໍລະກົດ 2021 ກໍານົດການປະຕິວັດ ວັນທີ 20 ກໍລະກົດ ເຖີງວັນທີ 03 ສິງຫາເພື່ອເຮັດໃຫ້ມາດຕະການທີ່ ວາງອອກໄດ້ຖືກຈັດຕັ້ງປະຕິບັດ ຢ່າງ ທົ່ວເຖິງ ແລະ ໄດ້ຮັບຜົນດີກໍຂໍໃຫ້ ທຸກທ່ານ ທຸກພາກສ່ວນໃນສັງຄົມ ຈຶ່ງໄດ້ຍົກສູງສະຕິ ຄວາມຮັບຜິດຊອບຕໍ່ສັງຄົມພ້ອມທັງ ເປັນເຈົ້າການ ໃນການປະຕິບັດຕາມທຸກ ມາດຕະການທີ່ຄະນະສະເພາະກິດໃນແຕ່ລະຂຶ້ນ ວາງອອກ ຢ່າງເຂັ້ມງວດ ແລະ ຄົບຖ້ວນ ແລະ ການປະຕິບັດ ການຮັກສາໄລຍະຫ່າງໃນສັງຄົມຢ່າງໜ້ອຍ 1 ແມັດ ແລະ ການປະຕິບັດ ມາດຕະການປ້ອງກັນຕົນເອງ ໂດຍການ ໃສ່ຜ້າ
ອັດປາກ ອັດຕັ້ງ ແລະ ລ້າງມີ ດ້ວຍເຈວ ແລະເຫຼົ້າ70 ເລື້ອຍໆ, ຫຼີກລ້ຽງການເດີນທາງໄປສະຖານທີ່ມີຄົນ ແອອັດ ແລະ ສະຖານທີ່ມີຄວາມສ່ຽງ ການປະຕິບັດສິ່ງດັ່ງກ່າວນີ້ຍັງແມ່ນ ຍຸດທະສາດ ແລະ ມາດຕະການຫຼັກທີ່ໄດ້ຮັບຜົນດີ ໃນການປ້ອງກັນພະຍາດໂຄວິດ19 ທຸກສາຍພັນ ທັງສາຍພັນເກົ່າ ແລະ ໃໝ່