ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ ເຂົ້າສູ່ຊີວິດຈິງ
ຄະນະສະເພາະກິດ, ໄດ້ຖະແຫຼງຂ່າວໃນຕອນເຊົ້າວັນທີ 10 ສິງຫາ 2021 ນີ້ກ່ຽວກັບ ສະພາບການລະບາດຂອງພະຍາດ COVID-19 ຢູ່ ສປປ ລາວ.
ປະຈຸບັນເຫັນວ່າມີລາຍງານ ການຕິດເຊື້ອສູງ ໃນແຮງງານ ແລະ ບຸກຄົນ ທີ່ເດີນທາງເຂົ້າປະເທດໃນແຕ່ລະວັນ ໃນມື້ວານນີ້ ວັນທີ 09 ສິງຫາ 2021 ມີລາຍງານຜູ້ຕິດເຊື້ອໃໝ່ ຈຳນວນ 315 ຄົນ ເຮັດໃຫ້ຕົວເລກຜູ້ຕິດເຊື້ອສະສົມໃນ ສປປລາວ ຮອດປະຈຸບັນ ແມ່ນ 8,876 ຄົນ, ມີຈຳນວນ ເສຍຊີວິດສະສົມ 8 ຍັງສືບຕໍ່ປິ່ນປົວ 4,240 ຄົນ.
ໃນມື້ວານນີ້ ທົ່ວປະເທດ ໄດ້ມີການເກັບຕົວຢ່າງມາກວດຊອກຫາເຊື້ອ COVID-19 ທັງໝົດ 3,345 ຕົວຢ່າງ, ໃນນັ້ນ ກວດພົບຜູ້ຕິດເຊື້ອໃໝ່ 315 ຄົນ ເຊິ່ງ ກໍລະນີຕິດເຊື້ອໃໝ່ທັງໝົດ ແມ່ນມີລາຍລະອຽດ ດັງນີ້:
• ການຕິດເຊື້ອພາຍໃນແຂວງ ຈຳນວນ 14 ຄົນ (ນະຄອນຫຼວງ 3 ຄົນ, ບໍ່ແກ້ວ 8 ຄົນ ແລະ ຄຳມ່ວນ 3 ຄົນ)
• ການຕິດເຊື້ອໃນແຮງງານ ແລະ ຜູ້ທີ່ເດີນທາງເຂົ້າປະເທດ ຈຳນວນ 301 ຄົນຄື: ຈາກ ສະຫວັນນະເຂດ 77 ຄົນ, ນະຄອນຫຼວງ 39 ຄົນ, ຈຳປາສັກ 43 ຄົນ, ສາລະວັນ 64 ຄົນ, ຄຳມ່ວນ 69 ຄົນ, ແຂວງວຽງຈັນ 7 ຄົນ ແລະ ຫຼວງພະບາງ 2 ຄົນ.
ຂໍ້ມູນໂດຍຫຍໍ້ ກ່ຽວກັບກໍລະນີຕິດເຊື້ອໃໝ່ 315 ຄົນ
• ສຳລັບ ນະຄອນຫຼວງ 3 ຄົນ, ບໍ່ແກ້ວ 8 ຄົນ ແລະ ຄຳມ່ວນ 3 ຄົນ ແມ່ນເປັນຜູ້ສໍາຜັດໃກ້ຊິດກັບຜູ້ຕິດເຊື້ອໃນໄລຍະຜ່ານມາ.
• ສ່ວນ ສະຫວັນນະເຂດ 77 ຄົນ, ນະຄອນຫຼວງ 39 ຄົນ, ຈຳປາສັກ 43 ຄົນ, ສາລະວັນ 64 ຄົນ, ຄຳມ່ວນ 69 ຄົນ, ແຂວງວຽງຈັນ 7 ຄົນ ແລະ ຫຼວງພະບາງ 2 ຄົນ ແມ່ນແຮງງານລາວ ທີ່ເດີນທາງກັບຄືນມາຈາກປະເທດໃກ້ຄຽງ ເຊິ່ງໄດ້ຮັບອະນຸຍາດຈາກຄະນະສະເພາະກິດ ເຂົ້າມາຖືກຕ້ອງຕາມລະບຽບຫຼັກການ, ໄດ້ເກັບຕົວຢ່າງ ແລະ ຈຳກັດບໍລິເວນຢູ່ສູນຈຳກັດບໍລິເວນຂອງແຂວງ, ເມື່ອຜົນກວດເປັນຜົນບວກພວກກ່ຽວໄດ້ ຖືກນຳສົ່ງໄປປີ່ນປົວຢູ່ສະຖານທີ່ປິ່ນປົວ ທີ່ຖືກກຳນົດໄວ້.
• ສຳລັບ ຜູ້ຕິດເຊື້ອ 2 ຄົນ ໃນຊຸມຊົນ ຢູ່ນະຄອນຫຼວງວຽງຈັນ ວານນີ້, ຂ້າພະເຈົ້າ ຂໍລາຍງານລາຍລະອຽດ ດ່ັງນີ້:
– ຜູ້ທີ 1 : ເພດຊາຍ, ອາຍຸ 32 ປີ, ອາຊີບ: ພະນັກງານແພດປະຈຳຢູ່ສູນຈຳກັດບໍລິເວນ ທີ່ຄະນະສະເພາະກິດກຳນົດໄວ້, ບ້ານນາຕານ, ເມືອງໄຊທານີ, ນະຄອນຫຼວງວຽງຈັນ. ຜູ້ກ່ຽວສັກວັກຊີນ ຄົບ 2 ເຂັມ. ໃນໄລຍະປະຕິບັດວຽກງານຢູ່ສູນຈຳກັດບໍລິເວນ ນັບແຕ່ວັນທີ 26 ກໍລະກົດ ຮອດ ວັນທີ 7 ສິງຫາ 2021 ເຮັດໜ້າທີ່ຕິດຕາມສຸຂະພາບຂອງແຮງງານ ແລະ ຊ່ວຍຢາຍອາຫານໃຫ້ແຮງງານ, ຜູ້ກ່ຽວບໍ່ມີອາການສະແດງຫຍັງ. ໃນວັນທີ 7 ສິງຫາ 2021 ໄດ້ເກັບຕົວຢ່າງກວດ ແລະ ຜົນກວດແມ່ນພົບເຊື້ອໂຄວິດ-19 ໃນວັນທີ 9 ສິງຫາ 2021. ຜູ້ສຳຜັດໃກ້ຊິດ ມີ 11 ຄົນ.
– ຜູ້ທີ 2 : ເພດຊາຍ, ອາຍຸ 42 ປີ, ອາຊີບ: ພະນັກງານ ປກສ ປະຈຳຢູ່ສູນຈຳກັດບໍລິເວນ ທີ່ຄະນະສະເພາະກິດກຳນົດໄວ້ ຢູ່ບ້ານອາມອນ, ເມືອງໄຊເສດຖາ, ນະຄອນຫຼວງວຽງຈັນ. ຜູ້ກ່ຽວບໍ່ມີພະຍາດປະຈຳໂຕ, ສຸຂະພາບແຂງແຮງ, ບໍ່ມີອາການສະແດງ ແລະ ບໍ່ໄດ້ຮັບວັກຊິນ. ໃນໄລຍະປະຕິບັດວຽກງານຢູ່ສູນຈຳກັດບໍລິເວນ ແມ່ນເຮັດໜ້າທີ່ປ້ອງກັນຄວາມສະຫງົບ ແລະ ຊ່ວຍຢາຍອາຫານໃຫ້ແຮງງານ. ໃນວັນທີ 30 ກໍລະກົດ 2021 ໄດ້ເກັບຕົວຢ່າງກວດ (ບໍ່ພົບເຊື້ອ) ແລະ ໃນວັນທີ 7 ສິງຫາ 2021 ເກັບຕົວຢ່າງກວດຄັ້ງທີ 2 ຜົນກວດ ແມ່ນພົບເຊື້ອໂຄວິດ-19. ຜູ້ສຳຜັດໃກ້ຊິດ ມີ 8 ຄົນ.
ການເດີນທາງເຂົ້າມາ ສປປ ລາວ ຕາມຈຸດຜ່ານແດນ ວັນທີ 9 ສິງຫາ 2021 ມີຜູ້ເດີນທາງຜ່ານດ່ານເຂົ້າມາ ສປປລາວ ຈໍານວນ ທັງໝົດ 2,304 ຄົນ, ທຸກຄົນເດີນທາງເຂົ້າມາທັງໝົດ ແມ່ນໄດ້ຖືກເກັບຕົວຢ່າງກວດຊອກຫາເຊື້ອພະຍາດໂຄວິດ 19 ແລະ ນຳສົ່ງເຂ້ົ້າໄປຈຳກັດບໍລິເວນຢູ່ສູນຈຳກັດບໍລິເວນ ຫຼືໂຮງແຮມຈຳກັດບໍລິເວນ ທີ່ຄະນະສະເພາະກິດກຳນົດໄວ້ຈົນຄົບ 14 ວັນ ຈຶ່ງສືບຕໍ່ໄປຈຳກັດບໍລິເວນ ຕື່ມອີກ 14 ວັນ ຢູ່ສູນທີ່ຄະນະສະເພາະກິດກຳນົດໄວ້ ອີງຕາມແຈ້ງການຂອງຫ້ອງວ່າການສຳນັກງານນນາຍົກລັດຖະມົນຕີ, ຮອດປະຈຸບັນທົ່ວປະເທດມີສູນຈໍາກັດບໍລິເວນທີ່ເປີດນຳໃຊ້ຢູ່ທັງໝົດ 100 ສູນ ແລະ 48 ໂຮງແຮມ, ມີຜູ້ຈຳກັດບໍລິເວນທັງໝົດ 14,509 ຄົນ.
ສະຖານທີ່ ການເກັບຕົວຢ່າງ ເພື່ອກວດຫາເຊື້ອ ໂຄວິດ-19 ຢູ່ນະຄອນຫຼວງວຽງຈັນ
• ສຳລັບນະຄອນຫຼວງ ປະຈຸບັນຍັງມີຈຸດກວດ ຢູ່ ມສ ສີໂຄດ, ສ່ວນຂັ້ນແຂວງ ແມ່ນໂຮງໝໍແຂວງ ແລະ ຈຸດກວດເພີ້ມທີ່ຄະນະສະເພາະກິດກຳນົດ ພາຍໃນແຂວງ
• ນອກຈາກຈຸດກວດຄົງທີ່ ຖ້າຫາກມີການລະບາດໃນຊຸມຊົນ ທີມງານເຝົ້າລະວັງຈະມີການຄົ້ນຫາກໍລະນີຜູ້ຕິດເຊື້ອໂດຍການເຄື່ອນທີ່ໄປເກັບຕົວຢ່າງຢູ່ສະຖານທີ່ເຊິ່ງມີຜູ້ຕິດເຊື້ອໃໝ່ (ບ້ານເຂດແດງ ສຳນັກງານອົງການ,ສະຖາບັນການສຶກສາ ແລະ ອື່ນໆ ) ແລະ ບ່ອນທີ່ມີຊຸມຊົນແອອັດ ( ຕະຫຼາດສົດ, ໂຮງຈັກ ໂຮງງານ ແລະ ສະຖານທີ່ ທີ່ມີແຮງງານກຳມະກອນຈຳນວນຫຼາຍ ເປັນຕົ້ນ )