ໃນເຊົ້າວັນທີ 8 ມິຖຸນາ 2021, ດຣ. ລັດສະໝີ ວົງຄຳຊາວ ຮອງຫົວໜ້າກົມຄວບຄຸມພະຍາດຕິດຕໍ່, ກະຊວງສາທາລະນະສຸກ ຕາງໜ້າກອງເລຂາ ຄະນະສະເພາະກິດ ເພື່ອປ້ອງກັນ, ຄວບຄຸມ ແລະ ແກ້ໄຂການລະບາດຂອງພະຍາດ COVID-19 ຈະມາລາຍງານ ກ່ຽວກັບ: 1) ສະພາບຂອງການລະບາດຂອງພະຍາດ COVID-19 ໃນລາວ ກໍ່ຄື ຂໍ້ແນະນໍາ
– ຕິດເຊື້ອສະສົມ 1,970 ກໍລະນີ (ໃໝ່ 2)
– ເສຍຊີວິດ 3 ກໍລະນີ (ໃໝ່ 0)
– ປິ່ນປົວຫາຍດີສະສົມ 1,773 ກໍລະນີ (ໃໝ່ 53)
– ກຳລັງປິ່ນປົວ 191 ກໍລະນີ
- ວັນທີ 7 ມິຖຸນາ 2021 ໄດ້ເກັບຕົວຢ່າງມາກວດວິເຄາະທັງໝົດ 1,485 ຕົວຢ່າງ ກວດພົບຜູ້ຕິດເຊື້ອທັງໝົດ 02 ກໍລະນີ, ທັງໝົດແມ່ນຈາກນະຄອນຫຼວງວຽງຈັນ ແລະ ແມ່ນກໍລະນີຕິດເຊື້ອໃນຊຸມຊົນ ຕິດເຊື້ອຈາກການສຳຜັດໃກ້ຊິດກັບຜູ້ຕິດເຊື້ອເກົ່າ ແມ່ນຕິດເຊື້ອມາຈາກ ກຸ່ມຜູ້ຕິດເຊື້ອຢູ່ຫ້ອງເຊົ່າບ້ານຕານມີໄຊ ແລະ ອີກ ກໍລະນີໜຶ່ງແມ່ນຕິດເຊື້ອມາຈາກກຸ່ມ ຢູ່ອາພາດເມັນອຸດົມພອນ
- ການເຝົ້າລະວັງຢູ່ຕາມຈຸດຜ່ານແດນໃນຂອບເຂດທົ່ວປະເທດ
- ວັນທີ 7 ມິຖຸນາ 2021 ມີຄົນເດີນທາງເຂົ້າມາ ສປປ ລາວ ມີທັງໝົດ 1,821 ຄົນ, ດັ່ງຕໍ່ໄປນີ້:
– ຜ່ານດ່ານລາວ-ໄທ ມີ 982 ຄົນ
– ຜ່ານດ່ານລາວ-ຈີນ 54 ຄົນ
– ຜ່ານດ່ານລາວ-ຫວຽດນາມ 785 ຄົນ
- ປັດຈຸບັນ ທົ່ວປະເທດ ມີສູນຈຳກັດບໍລິເວນ ທີ່ຍັງເປີດຢູ່ 57 ສູນ ແລະ ມີຜູ້ຈຳກັດບໍລິເວນ 3,866 ຄົນ.
- ໄດ້ຕິດຕາມເຝົ້າລະວັງ ແລະ ກັ່ນກອງຢ່າງເຄັ່ງຄັດບຸກຄົນທີ່ໄດ້ຮັບອະນຸຍາດຈາກຄະນະສະເພາະກິດ ທີ່ມີຄວາມຈຳເປັນເດີນທາງເຂົ້າ-ອອກ ສປປ ລາວ ໃນໄລຍະນີ້ ແລະ ໄດ້ນຳໄປກວດຫາເຊື້ອ ແລະ ເຂົ້າຈຳກັດບໍລິເວນຕົນເອງຈົນຄົບ 14 ວັນ. ຮຽກຮ້ອງໃຫ້ ເຈົ້າໜ້າທີ່ ປກຊ ປກສ ແລະ ອຳນາດການປົກຄອງແຕ່ລະຂັ້ນ ຈົ່ງເຂັ້ມງວດໃນການກວດກາຕິດຕາມຊາຍແດນຈຸດຂ້າມລອຍຕ່າງໆເພື່ອຮັບປະກັນບໍ່ໃຫ້ມີການລັກລອບເຂົ້າເມືອງ.
- ສຳລັບສະຖານທີ່ ເກັບຕົວຢ່າງ ເພື່ອກວດຫາເຊື້ອ ພະຍາດໂຄວີດ-19 ມີດັ່ງນີ້:
- ສຳລັບນະຄອນຫຼວງວຽງຈັນ ມີ 5 ໂຮງໝໍສູນກາງ ແລະ ໂຮງໝໍ 103 ສູນກາງກອງທັບ
- ນອກນັ້ນ, ຍັງມີຈຸດກວດ ຢູ່ ມສ ລາວ ຫວຽດ ທີ່ຍັງໃຫ້ບໍລິການ ເກັບຕົວຢ່າງ 9-12 ໂມງ ທຸກມື້
- ແລະ ຖ້າມີກໍລະນີບວກ (+) ໃໝ່ ຢູຈຸດໃດ ຈະມີທີມງານເຄື່ອນທີ່ໄປເກັບຕົວຢ່າງຜູ້ສຳພັດໃກ້ຊິດ ໃນຈຸດ ທີ່ມີກໍລະນີຜູ້ຕິດເຊື້ອໃໝ່
- ປະຈຸບັນ ຈຳນວນບ້ານແດງ ໃນນະຄອນຫຼວງວຽງຈັນ ແມ່ນມີ 17 ບ້ານ ໃນ 06 ເມືອງ.
- ບ້ານໃໝ່ທີ່ກຳນົດເປັນເຂດແດງ (ໃໝ່ 01 ບ້ານ)
ເມືອງ/District | ບ້ານ/Village | ຈຳນວນກໍລະນີໃໝ່/Cases | ວັນເລີ່ມຕົ້ນນັບເປັນເຂດແດງ Starting day | ວັນທີສິ້ນສຸດການເປັນເຂດແດງ Ending Day |
ໄຊເສດຖາ Xaysettha
| ໂພນທັນ Phonthun | 2 | 7 June | 21 June |
- ສະພາບການລະບາດພະຍາດ COVID-19 ໃນທົ່ວໂລກ ຍັງຄົງສືບຕໍ່ເພີ່ມຂື້ນ ເຊີ່ງເປັນຜົນກະທົບອັນໃຫຍ່ຫຼວງ ຕໍ່ຊີວິດການເປັນຢູ່ຂອງປະຊາຊົນ. ບັນດາປະເທດອ້ອມຂ້າງ ສປປລາວ ກໍ່ຍັງສືບຕໍ່ມີການລະບາດໃນຊຸມຊົນເປັນວົງກ້ວາງ.
- ເຖິງວ່າການລະບາດຢູ່ໃນປະເທດຂອງພວກເຮົາ ຈະມີທ່າອ່ຽງຫຼຸດລົງ ແຕ່ກໍ່ຍັງໄດ້ຮັບການລາຍງານໃນແຕ່ລະວັນ, ຍັງກໍລະນີໃໝ່ທີ່ຕິດເຊື້ອໃນຊຸມຊົນ ແລະ ມີບາງກໍລະນີບໍ່ຮູ້ແຫຼ່ງທີ່ມາຂອງການຕິດເຊື້ອ.
- ຕໍ່ກັບສະພາບການດັ່ງກ່າວ, ຫ້ອງວ່າການສຳນັກງານນາຍົກລັດຖະມົນຕີໄດ້ອອກແຈ້ງການໃໝ່ສະບັບເລກທີ 595/ຫສນຍ ລົງວັນທີ 4 ມີຖຸນາ 2021 ກ່ຽວກັບການສືບຕໍ່ປະຕິບັດມາດຕະການປ້ອງກັນ, ຄວບຄຸມ ແລະ ສະກັດກັ້ນການລະບາດຂອງພະຍາດ COVID-19 ໃນ ສປປລາວ ເຊິ່ງເປັນໄລຍະທີ 4 ຈົນເຖິງວັນທີ 19 ມີຖຸນາ 2021 ແລະ ຍັງສືບຕໍ່ປະຕິບັດມາດຕະການ ຕາມຄຳສັ່ງເລກທີ 15/ນຍ.
- ບັນດາທ່ານທີ່ນັບຖື ໂດຍຄວາມເປັນຫ່ວງເປັນໃຍຂອງພັກ-ລັດຖະບານ ແລະ ທຸກພາກສ່ວນທີ່ສຸມທຸກກຳລັງແຮງ ເພື່ອປະຕິບັດມາດຕະການປ້ອງກັນ, ຄວບຄຸມ ແລະ ແກ້ໄຂການລະບາດພະຍາດ COVID-19, ສະນັ້ນ ຈຶ່ງຂໍຮຽກຮ້ອງ ມາຍັງພໍ່ແມ່, ປະຊາຊົນ ແລະ ທຸກພາກສ່ວນໃນສັງຄົມ ບໍ່ຄວນປະໝາດ ໃນການປະຕິບັດມາດຕະການຕ່າງໆ ທີ່ທາງລັດຖະບານ ກໍ່ຄື ຄະນະສະເພາະກິດຂັ້ນສູງກາງ ແລະ ຂັ້ນແຂວງ ໄດ້ວາງອອກ ຈົນກວ່າ ພວກເຮົາບໍ່ມີລາຍງານກໍລະນີຕິດເຊື້ອໃໝ່ ເປັນເວລາ 28 ວັນ.
- ການຢູ່ເຮືອນ ແລະ ບໍ່ເດີນທາງ ໄປຍັງສະຖານທີ່ ທີ່ມີຄວາມສ່ຽງ ຍັງຖືວ່າເປັນ ຍຸດທະສາດ ແລະ ມາດຕະການຫຼັກ ທີ່ສໍາຄັນໃນການຢັບຢັ້ງການແຜ່ລະບາດຂອງພະຍາດດັ່ງກ່າວໃນປະເທດເຮົາ.
- ການປະຕິບັດດໍາລົງຊິວິດປົກກະຕິແບບໃໝ່ (new normal) ຍັງມີຄວາມຈຳເປັນ ເຊັ່ນ: ການໃສ່ຜ້າປິດປາກ-ດັງ, ການໝັ່ນລ້າງມື ດ້ວຍເຈວ ແລະ ເຫຼົ້າ 70%ເລື້ອຍໆ, ການຮັກສາໄລຍະຫ່າງໃນສັງຄົມ ແລະ ຫຼີກລ້ຽງໄປບ່ອນທີ່ມີຄົນຫຼາຍ ຫຼື ເຂດທີ່ມີຄວາມສ່ຽງ, ການເຮັດວຽກຢູ່ບ້ານ ຫຼື ຜັດປ່ຽນກັນມາປະຈໍາການ ຈົນກວ່າພວກເຮົາຈະຜ່ານພົ້ນວິກິດການລະບາດໃນຄັ້ງນີ້.
- ຖ້າຫາກທ່ານ ຮູ້ວ່າຕົນເອງເປັນຜູ້ສຳພັດໃກ້ຊິດ ກັບ ຜູ້ທີ່ຕິດເຊື້ອພະຍາດໂຄວີດ-19 ຫຼື ໄດ້ເດີນທາງໄປຍັງສະຖານທີ່ ທີ່ມີຄວາມສ່ຽງ ຈົ່ງຮີບຮ້ອນໄປພົບແພດໝໍ ເພື່ອເກັບຕົວຢ່າງກວດຫາເຊື້ອພະຍາດ, ສຳລັບຜູ້ທີ່ບໍ່ສະບາຍມີອາການຄ້າຍຄືໄຂ້ຫວັດກໍ່ໃຫ້ຮີບຮ້ອນໄປກວດ, ບໍ່ຄວນໄປຊື້ຢາມາກິນເອງ ແລະ ໃນໄລຍະລໍຖ້າຜົນກວດ ກໍ່ໃຫ້ຈຳກັດໂຕເອງ ແຍກໂຕອອກຈາກຄອບຄົວ ແລະ ຄົນໃກ້ຊິດ ຈົນຄົບ 14 ມື້້ ເຖິງແມ່ນວ່າຜົນກວດຕົວຢ່າງຈະອອກມາເປັນລົບ (-) ກໍ່ໃຫ້ສືບຕໍ່ຈຳກັດບໍລິເວນຕົນເອງ ຈົນຄົບກຳນນົດ ຈຶ່ງອອກມາເຄື່ອນໄຫວປົກກະຕິ ເພື່ອຕັດວົງຈອນການສົ່ງເຊື້ອພະຍາດໄປຫາຄົນອ້ອມຂ້າງ ແລະ ສູ່ສັງຄົມ;
- ສໍາລັຍຢາວັກຊິນ Pfizer ທີ່ໄດ້ຮັບ ຈາກ COVAX facility ຈໍານວນ 100,620 ໂດສ ເຊິງສາມາດສັກໄດ້ ຈໍານວນ 50,310 ຄົນ ເຊິງຄະນະສະເພາະກິດເຫັນດີທີ່ຈະສັກໃຫ້ແກ່ປະຊາຊົນຢູ່ແຕ່ໃນ ນະຄອນຫຼວງວຽງຈັນ ສາກ່ອນ. ເນື່ອງຈາກວ່າ ວັກຊິນດັ່ງກ່າວ ແມ່ນມີຈໍານວນຈໍາກັດ ຈຶ່ງບໍ່ສາມາດສະໜອງໃຫ້ໄດ້ທຸກໆແຂວງ ໃນຂອບເຂດທົ່ວປະເທດ ແລະ ອີກອັນໜຶ່ງ ລະບົບການເກັບຄວາມເຢັນໃນແຕ່ລະແຂວງ ແມ່ນຍັງບໍ່ມີຄວາມພ້ອມ. ເຊິງລະບົບຄວາມເຢັນຕ້ອງໄດ້ເກັບຮັກສາໄວ້ໃນ ລະບົບຄວາມເຢັນ -80 ອົງສາ ເຖິງຢ່າງໃດກໍ່ດີ ພັກ ແລະ ລັດຖະບານ ຍັງໄດ້ສືບຕໍ່ປະສານກັບ COVAX Facility ແລະ ບັນດາປະເທດເພື່ອນມິດ ເພື່ອໃຫ້ໄດ້ຢາວັກຊິນຊະນິດດັ່ງກ່າວມາສັກໃຫ້ກັບພໍ່ແມ່ ປະຊາຊົນ, ອີງຕາມແຜນໃນປີ 2021 ນີ ການສັກວັກຊິນແມ່ນໃຫ້ປົກຄຸມເຖິງ 50 ເປີເຊັນ ຂອງຈໍານວນປະຊາກອນທັງໝົດ.
- ອີກເທື່ອໜຶ່ງ ທ່ານສາມາດຕິດຕາມຂໍ້ມູນຂ່າວສານທີ່ຖືກຕ້ອງ ແລະ ເປັນທາງການໄດ້ທາງ:
- ວິທະຍຸກະຈາຍສຽງ, ໂທລະພາບ, ໜັງສືພິມ ແລະສື່ຕ່າງໆ ຂອງລັດຖະບານ
- ນອກຈາກນີ້ຍັງມີເວັບໄຊ້ຂອງຄະນະສະເພາະກິດເພື່ອປ້ອງກັນ, ຄວບຄຸມ ແລະແກ້ໄຂ ການລະບາດ ພະຍາດໂຄວິດ-19 ກໍ່ຄື gov.la ແລະ
- ເວັບໄຊ້ຂອງກົມຄວບຄຸມພະຍາດຕິດຕໍ່, ກະຊວງສາທາລະນະສຸກgov.la
- ເຟດບຸກຂອງສູນຂ່າວສານການແພດແລະສຸຂະສຶກສາ, ກະຊວງສາທາລະນະສຸກ
- ແລະສາມາດໂທສອບຖາມ ສາຍດ່ວນ 165 ຫຼື 166 ສຳລັບສູນກາງ ແລະ ສາຍດ່ວນແຂວງ (ລະຫັດແຂວງ ຕາມດ້ວຍ 165 ຫຼື 166).