ການຖ່າຍທອດສົດຖະແຫຼງຂ່າວຂອງຄະນະສະເພາະກິດ ປະຈຳວັນອັງຄານ ວັນທີ 14 ກັນຍາ 2021. ກ່ຽວກັບ ສະພາບໂຄວິດ-19 ຢູ່ ສປປ ລາວ, ໃນທົ່ວໂລກ ແລະ ບາງຂໍ້ແນະນຳເພິ່ມເຕີມ.
ສະພາບການລະບາດພະຍາດໂຄວິດ-19 ຢູ່ ສປປ ລາວ, ມາຮອດວັນທີ 13 ກັນຍາ 2021:
ໄດ້ກວດວິເຄາະທັງໝົດ 3,985 ຄົນ, ໃນນັ້ນ ກວດພົບຜູ້ຕິດເຊື້ອໃໝ່ ທັງໝົດ 127 ຄົນເຊິ່ງຕິດເຊື້ອໃນຊຸມຊົນ 54 ຄົນ ເປັນຜູ້ສຳຜັດໃກ້ຊິດນຳຜູ້ຕິດເຊື້ອທີ່ຜ່ານມາ ແລະ ກໍລະນີນໍາເຂົ້າ ມີ 73 ຄົນ ເຊິງ ມາຈາກ ແຂວງສະຫວັນນະເຂດ 24 ຄົນ, ນະຄອນຫຼວງ 11 ຄົນ, ຄຳມ່ວນ 30 ຄົນ, ສາລະວັນ 6 ຄົນ ແລະ ຫຼວງພະບາງ 2 ຄົນ. ເຊິ່ງກວດພົບຈາກແຮງງານລາວ ຫຼື ຜູ້ທີ່ເດີນທາງມາຈາກຕ່າງປະເທດ ເຂົ້າຕາມຈຸດຜ່ານແດນສາກົນ.
ສໍາລັບການຕິດເຊື້ອໃນຊຸມຊົນ ຢູ່ນະຄອນຫຼວງວຽງຈັນ ແລະ ບັນດາແຂວງແມ່ນມີລາຍລະອຽດດັ່ງນີ້:
• ສະຫວັນນະເຂດ 4 ຄົນ:
– ບ້ານອຸດົມວິໄລ 02 ຄົນ (ສາມີ-ພັນລະຍາ) ມາເປັນກໍາມະກອນກໍ່ສ້າງຢູ່ເຮືອນຂອງພະນັກງານແພດ ທີ່ເຮັດວຽກຢູ່ຕຶກເດັກຂອງໂຮງຫມໍແຂວງສະຫວັນນະເຂດ.
– ເຈົ້າໜ້າທີ່ຕໍາຫລວດຄ້າຍຄຸມຂັງ 01 ຄົນ
– ບ້ານຫົວເມືອງເໜືອ 01 ຄົນ
• ຈຳປາສັກ 13 ຄົນ: ທັງໝົດແມ່ນຈຸ້ມກໍລະນີທີ່ກ່ຽວຂ້ອງກັບເມືອງປະທຸມພອນ
• ນະຄອນຫຼວງ 24 ຄົນ:
– ບ້ານ ອາມອນ, ເມືອງໄຊເສດຖາ 02 ຄົນ (ພໍ່ ແລະ ລູກ)
– ບ້ານ ດອນນົກຂຸ້ມ 02 ຄົນ
– ບ້ານ ດົງນາໂຊກໃຕ້, ເມືອງ ສີໂຄດ 01 ຄົນ (ນັກສຶກສາ, ແຕ່ພັກຮຽນ ເຮັດວຽກເສີມຢູ່ຮ້ານ Mini BigC ສາຂາແຖວທະນາຄານກາງ)
o ຜູ້ກ່ຽວພັກຢູ່ຫ້ອງແຖວດຽວກັນ ກັບກໍລະນີຕິດເຊື້ອ ທີ່ລາຍງານວັນທີ 11 ກັນຍາ ບໍ່ໄດ້ສຳຜັດໂດຍກົງ ບໍ່ໄດ້ພົບກັນ, ຜູ້ກ່ຽວພັກຢູ່ຫ້ອງເບິ 10 ແລະ ຜູ້ຕິດເຊື້ອພັກຢູ່ຫ້ອງເບີ 12
o ໝາຍເຫດ: ຢູ່ຫ້ອງນຳກັນ 3 ຄົນລວມທັງຜູ້ກ່ຽວ, ໝູ່ 2 ຄົນໄດ້ເກັບຕົວຢ່ງພ້ອມກັນ ຢູ່ບຶງຂະຫຍອງວັນທີ 13 ກັນຍາ 2021
– ບ້ານ ໄຊສະຫວ່າງ, ເມືອງ ໄຊທານີ 02 ຄົນ (ທັງ 2 ຄົນແມ່ນ ຄົນໄທ, ເປັນວິຊາການ ຊ່າງແປງຈັກ ຂອງໂຮງງານຕັດຫຍິບ ອິນເຕີເມັດ ແຟຊັນ)
– ບ້ານຮ່ອງໄກ່ແກ້ວ, ເມືອງຈັນທະບູລີ 03 ຄົນ (ຄອບຄົວດຽວກັນ, ທັງໝົດບໍ່ມີອາການ, ທັງສາມຄົນເດີນທາງໄປຮ່ວມເຮືອນດີ ຢູ່ບ້ານສາງນ້ຳມັນ, ນະຄອນປາກເຊ ວັນທີ 3-10 ກັນຍາ 2021 ພ້ອມກັນກັບ 9 ຄົນ ທີ່ລາຍງານມື້ວານນີ້, ໃນຄອບຄົວມີອີກ 4 ຄົນ ທີ່ເປັນຜູ້ສຳຜັດໃກ້ຊິດ: ເມຍ, ລູກອີກ 2 ຄົນ ແລະ ແມ່ເຖົ້າ ທີ່ຈະໄປກວດມື້ນີ້)
– ບ້ານ ດອນກະຊາຍ, ເມືອງຫາດຊາຍຟອງ 4 ຄົນ (ເປັນຄອບຄົວດຽວກັນ ພໍ່ແມ່ ແລະລູກ ເດີນທາງ ໄປເຮືອນດີ ບ້ານສາງນໍ້າມັນ, ນະຄອນປາກເຊ ເຊັ່ນດຽວກັນ)
– ບ້ານ ຫ້ວຍຫົງ, ເມືອງ ຈັນທະບູລີ 01 ຄົນ, ອາຊີບ: ຂັບລົດທ່ອງທ່ຽວ, ປະຫວັດເດີນທາງ ໄປເຮືອນດີ ບ້ານສາງນໍ້າມັນ, ນະຄອນປາກເຊ ໄລຍະວັນທີ 4-6 ກັນຍາ 2021, ຊ່ວງກັບມານະຄອນຫລວງວຽງຈັນ ໃນວັນທີ 11 ຜູ້ກ່ຽວ ໄປຊ່ວຍວຽກເຮືອນດີ ບ້ານ ໂພນເຄັງ (ຂັບລົດຮັບສົ່ງຄູບາ) ແຕ່ງານສົ່ງສະການ ແມ່ນຢູ່ຮ່ອງສຸພາບ
– ບ້ານ ດົງໝາກຄາຍ 01 ຄົນ, ເພດຍິງ, ພະນັກງານຊັບພະຍາກອນນໍ້າ ມີປະຫວັດ ເດີນທາງໄປເຮືອນດີຢູ່ ບ້ານສ້າງນ້ຳມັນ, ນະຄອນປາກເຊ ໃນຊ່ວງຕົ້ນເດືອນ 9, ຫລັງຈາກກັບມານະຄອນຫຼວງ ຊ່ວງວັນທີ 7-10 ກັນຍາ ຜູ້ກ່ຽວໄປວຽກປົກກະຕິ (ເພື່ອນຮ່ວມງານທີ່ນັ່ງຢູ່ຫ້ອງດຽວກັນປະມານ 10 ຄົນ)
o ໝາຍເຫດ: ຄົນໃນຄອບຄົວມີ 5 ຄົນ , ຕິດເຊື້ອແລ້ວ 2 ຄົນ ຍັງແຕ່ລູກ 3 ຄົນ (ອາຍຸ 15 ປີ ເພດຍິງ, ອາຍຸ 12 ປີ ເພດຊາຍ: ມີໄຂ້ ວັນທີ 10 ກັນຍາ ແລະ ອາຍຸ 3 ປີ ເພດຊາຍ)
o ວັນທີ 10 ກັນຍາ: ຜູ້ກ່ຽວໄດ້ໄປຮັບເອົາລູກຊາຍ ອາຍຸ 12 ປີ ຢູ່ແຂວງວຽງຈັນ ເມືອງໂພນໂຮງ ບ້ານໂພນງາມ.
– ກຸ່ມຕະຫລາດ ດົງໝາກຄາຍ , ເມືອງໄຊທານີ ທັງໝົດ 06 ຄົນ (ເຊື່ອມໂຍງກັບຜູ້ ຂາຍຜັກ ຕະຫລາດດອນໜູນ ທີ່ລາຍງານຕິດເຊື້ອ ໃນອາທິດຜ່ານມາ)
o ບ້ານ ດ່ານຊ້າງ, ບ້ານ ໂນແສງຈັນ ແລະ ບ້ານ ລາດຄວາຍ
• ຄຳມ່ວນ 9 ຄົນ:
– ເມືອງໜອງບົກ 7 ຄົນ: ບ້ານ ດົງບູນ 1 ຄົນ, ບ້ານ ດົງຂວາງ 1 ຄົນ ແລະ ບ້ານໂພນເມືອງ 5 ຄົນ
– ເມືອງມະຫາໄຊ: ບ້ານໂພນສະອາດ 2 ຄົນ
• ສາລະວັນ 4 ຄົນ: ທັງໝົດເປັນຄອບຄົວດຽວກັນ ຢູ່ບ້ານນາໂດນ, ເມືອງສາລະວັນ ຊື່ງໄດ້ພົວພັນໃກ້ຊິດກັບພະນັກງານທີ່ຕິດເຊື້ອ ແລະ ໄດ້ລາຍງານໃນວັນທີ 05 ກັນຍາ 2021.
ເຂດສ່ຽງ/ສະຖານທີ່ ທີ່ຜູ້ຕິດເຊື້ອໄດ້ເດີນທາງໄປ ປະຈຳວັນທີ 14 ກັນຍາ 2021
– ພະແນກຊັບພະຍາກອນນະຄອນຫຼວງ ດົງໝາກຄາຍ (ລະຫວ່າງວັນທີ 7 ຫາ ວັນທີ 10/9/21)
– ຮ້ານອາເມຊອນ ສາຂາທາດຫຼວງ (ວັນທີ 11/9/21)
– ຮ້ານໂປກິ ເກົາຫຼີຢູ່ແຖວ ດົງໂດກ (ວັນທີ 11/9/21)
– ບໍລິສັດຮຸ່ງອາລຸນ ສາຂາບ້ານທ່າດິນແດງ (ວັນທີ 13/9/21)
– ຮ້ານ Mini BigC ສາຂາແຖວທະນາຄານກາງ (ສະຖານທີ່ຜູ້ຕິດເຊື້ອເຮັດວຽກ)
– ບໍລິສັດ ອິນຕິເມດ ແຟຊັນ (Intimate fashion ເປັນໂຮງງານຕັດຫຍິບ) ບ້ານໄຊສະຫວ່າງ, ເມືອງ ໄຊທານີ (ສະຖານທີ່່ຜູ້ຕິດເຊື້ອເຮັດວຽກ)
ປະຈຸບັນ ຜູ້ຕິດເຊື້ອໃໝ່ທັງໝົດ ໄດ້ເຂົ້ານອນແຍກປ່ຽວ ແລະ ຮັບການປິ່ນປົວຢູ່ສະຖານທີ່ປິ່ນປົວທີ່ຖືກກຳນົດໄວ້.
ມາຮອດມື້ນີ້ ພວກເຮົາມີຕົວເລກຜູ້ຕິດເຊື້ອສະສົມທັງໝົດ 17,682 ຄົນ, ເສຍຊີວິດສະສົມ 16 ຄົນ ແລະ ຄົນເຈັບກໍາລັງປິ່ນປົວ ທັງໝົດ 4,414 ຄົນ.
ສໍາລັບ ບ້ານ ທີ່ຖືກກຳນົດເປັນບ້ານແດງໃໝ່ໃນນະຄອນຫຼວງວຽງຈັນ ມີ 3 ບ້ານ:
ເມືອງ ບ້ານ ຈໍານວນປະຊາກອນ ຈຳນວນກໍລະນີໃໝ່ ວັນເລີ່ມຕົ້ນນັບເປັນເຂດແດງ ວັນທີສິ້ນສຸດການເປັນເຂດແດງ
ໄຊເສດຖາ ຄໍາສະຫວາດ 2 13/9/2021 27/9/2021
ສີສັດຕະນາກ ດອນນົກຄຸ້ມ 2,646 2 13/9/2021 27/9/2021
ຫາດຊາຍຟອງ ດອນຂາຊ້າຍ 1,149 4 13/9/2021 27/9/2021
• ຜູ້ທີ່ມີຈຸດປະສົງຢາກກວດຊອກຫາເຊື້ອໂຄວິດ-19 ສໍາລັບ ນະຄອນຫຼວງວຽງຈັນ ຢູ່ຈຸດເກັບຕົວຢ່າງບຶງຂະຫຍອງ ເຊິ່ງເປີດໃຫ້ບໍລິການບັນດາທ່ານທຸກວັນ (ວັນຈັນ ຫາ ວັນອາທິດ) ໃນຕອນເຊົ້າ ເວລາ 9:00-12:00 ໂມງ ແລະ ຍັງມີທີມງານເກັບຕົວຢ່າງເຄື່ອນທີ່ໄປເກັບໃນສະຖານທີ່ທີ່ມີການລາຍງານຄົນຕິດເຊື້ອ.
• ສຳລັບແຂວງ ແມ່ນທ່ານສາມາດໄປກວດຊອກຫາເຊື້ອໄດ້ຢູ່ໂຮງໝໍແຂວງ ຫຼື ສະ
ຖານທີ່ທີ່ກຳນົດໄວ້.
ການເຝົ້າລະວັງຢູ່ຕາມຈຸດຜ່ານແດນ ໃນຂອບເຂດທົ່ວປະເທດ
• ວັນທີ 13 ກັນຍາ 2021 ມີຜູ້ເດີນທາງເຂົ້າຕາມດ່ານຕ່າງໆໃນ ສປປ ລາວ ຈໍານວນ ທັງໝົດ 1,486 ຄົນ.
• ປັດຈຸບັນ ທົ່ວປະເທດມີສູນຈຳກັດບໍລິເວນທີ່ຍັງເປີດຢູ່ 93 ສູນ ແລະ 54 ໂຮງແຮມ, ມີຜູ້ຈຳກັດບໍລິເວນ 5,705 ຄົນ.
ຕໍ່ໄປນີ້ ຂ້າພະເຈົ້າຂໍລາຍງານສະພາບການຕິດເຊື້ອໃນທົ່ວໂລກ:
• ປັດຈຸບັນ ທົ່ວໂລກ ມີລາຍງານຜູ້ຕິດເຊື້ອສະສົມທັງໝົດ 225,993,987 (397,752 ໃໝ່), ເສຍຊິວິດທັງໝົດ 4,651,371 (6,483 ໃໝ່), ປີ່ນປົວຫາຍດີ 202,645,828 (661,107 ໃໝ່). ສໍາລັບ 3 ອັນດັບ ປະເທດທີ່ມີຜູ້ຕິດເຊື້ອ ແລະ ເສຍຊິວິດຫຼາຍກວ່າໝູ່ໃນໂລກ ກໍ່ຍັງແມ່ນ ສະຫະລັດອາເມລິກາ, ອິນເດຍ ແລະ ບຣາຊິວ.
• ບັນດາປະເທດທີ່ມີຊາຍແດນຕິດຈອດກັບ ສປປ ລາວ
– ປະເທດທີ່ລາຍງານຜູ້ຕິດເຊື້ອຫຼາຍກ່ວາໝູ່ແມ່ນ ປະເທດໄທ ເຊິ່ງມີຜູ້ຕິດເຊື້ອໃໝ່ 12,583 ຄົນ ແລະ ເສຍຊີວິດໃນມື້ດຽວ 132 ຄົນ, ຮອງລົງມາແມ່ນ ສສ ຫວຽດນາມ ມີລາຍງານຜູ້ຕິດເຊື້ອໃໝ່ 11,172 ຄົນ ແລະ ເສຍຊີວິດໃນມື້ດຽວ 274 ຄົນ.
ບັນດາທ່ານທີ່ນັບຖື ແລະ ຮັກແພງທັງຫຼາຍ
• ທ່າອ່ຽງການລະບາດຂອງພະຍາດນີ້ ຢູ່ໃນທົ່ວໂລກ ລວມທັງ ສປປ ລາວ ແມ່ນ ຍັງບໍ່ທັນເປັນທີ່ໄວ້ວາງໃຈ, ຫຼາຍແຂວງ ມີການລະບາດຢູ່ໃນລະດັບ 2 ພ້ອມມີທ່າອ່ຽງທີ່ຈະກ້າວໄປຫາລະດັບ 3 ນັ້ນກໍ່ຄື ລະດັບສູງສຸດ;
• ການຈັດລະດັບຂອງການແຜ່ລະບາດ ປະກອບມີ: ລະດັບ ສູນ, ລະດັບ 1, ລະດັບ 2 ແລະ ລະດັບ 3 ດັ່ງນີ້:
• ສໍາລັບ ເຂດແດງ ແລະ ເຂດເຫຼືອງ ແມ່ນ ມີການແບ່ງດັ່ງນີ້:
o ບ້ານເຂດແດງ: ບ້ານທີ່ມີການລາຍງານຜູ້ຕິດເຊື້ອຢ່າງໜ້ອຍ 1 ກໍລະນີ ທີ່ບໍ່ສາມາດລະບຸແຫຼ່ງທີ່ມາຂອງການຕິດເຊື້ອໄດ້ ຫຼື ບໍ່ມີປະຫວັດເຊື່ອມໂຍງກັບກໍລະນີອື່ນໆ ຫຼື ການຕິດເຊື້ອແບບເປັນຈຸ້ມ ຫຼື ມີການລາຍງານຫຼາຍກ່ວາ 2 ກໍລະນີຂື້ນໄປໃນໄລຍະ 14 ວັນທີ່ຜ່ານມາ;
o ບ້ານເຂດເຫຼືອງ: ແມ່ນບ້ານທີ່ສິ້ນສຸດການເປັນບ້ານເຂດແດງ ແຕ່ຕ້ອງສືບຕໍ່ເຝົ້າລະວັງຢ່າງໃກ້ຊິດ;
• ສະນັ້ນ ການປະຕິບັດມາດຕະການທີ່ຄະນະສະເພາະກິດວາງອອກ ມີຄວາມຈໍາເປັນທີ່ສຸດ ທີ່ຈະຕ້ອງໄດ້ສືບຕໍ່ຈັດຕັ້ງປະຕິບັດຢ່າງເຄັ່ງຄັດ ໂດຍສະເພາະ ຫຼີກເວັ້ນການເດີນທາງໄປສະຖານທີ່ສ່ຽງ, ສະຖານທີ່ແອອັດ ເຊັ່ນ: ເຮືອນດີ, ເຮືອນກຳ, ພິທີການທາງປະເພນີ ແລະ ສາດສະໜາ, ງານດອງ, ຮ້ານອາຫານ-ບັນເທິງ ອື່ນໆ, ບໍ່ໃຫ້ຊຸມແຊວກັນເປັນກຸ່ມ, ການຮັກສາໄລຍະຫ່າງ, ໃສ່ຜ້າອັດປາກ-ດັງ, ລ້າງມືເລື້ອຍໆດ້ວຍສະບູ ແລະ ນ້ຳສະອາດ ຫຼື ເຈວລ້າງມືທີ່ມີທາດເຫຼົ້າ 70 ຂື້ນໄປ, ຮັກສາມາລະຍາດໃນການໄອ-ຈາມ, ຖ້າຫາກທ່ານຮູ້
ສືກວ່າ ເປັນກຸ່ມສ່ຽງ ຕ້ອງຈໍາກັດບໍລິເວນຕົນເອງທັນທີ ພ້ອມທັງໄປກວດຊອກຫາເຊື້ອ, ເຖິງແມ່ນວ່າ ຜົນກວດຈະເປັນລົບກໍ່ຕາມ ຕ້ອງໄດ້ສືບຕໍ່ຈຳກັດບໍລິເວນຕົນເອງ ຈົນຄົບກຳນົດ 14 ວັນ ຫຼື ກັບມາກວດຄືນ ຖ້າວ່າມີອາການຜິດປົກກະຕິ;
• ການດໍາລົງຊິວິດປົກກະຕິແບບໃໝ່ (new normal) ຍັງເປັນສິ່ງສຳຄັນ ແລະ ຈຳເປັນຂອງພວກເຮົາທຸກຄົນ, ພ້ອມທັງ ຮ່ວມແຮງຮ່ວມໃຈສາມັກຄີ ເພື່ອພ້ອມກັນຜ່ານຜ່າວິກິດນີ້ໄປດ້ວຍກັນ ຈຶ່ງສາມາດກັບມາດຳລົງຊີວິດປົກກະຕິໄດ້ໂດຍໄວ.