ປະຈຸບັນສະພາບການລະບາດພະຍາດໂຄວິດ-19 ຢູ່ ສປປ ລາວ, ໂດຍລວມແລ້ວເຫັນວ່າ ການຕິດເຊື້ອຈາກກໍລະນີນຳເຂົ້າຂອງແຮງງານ ແມ່ນມີທ່າອ່ຽງຫຼຸດລົງ ແຕ່ການຕິດເຊື້ອໃນຊຸມຊົນແມ່ນເພີ່ມຂື້ນຢ່າງຕໍ່ເນື່ອງຢູ່ຫຼາຍແຂວງ, ຖ້າສົມທຽບໃສ່ໃນໄລຍະດຽວກັນໃນ ເດືອນຜ່ານມາເຫັນວ່າອັດຕາການຕິດເຊື້ອໃນຊຸມຊົນແມ່ນເພີ່ມຂຶ້ນເຖິງ 72.79% (ເດືອນກັນຍາ ມີ 2.191 ທຽບກັບເດືອນສິງຫາ 345ກໍລະນີ). ມາຮອດມື້ນີ້, ພວກເຮົາມີຕົວເລກຜູ້ຕິດເຊື້ອສະສົມທັງໝົດ 19,730 ຄົນ, ເສຍຊີວິດສະສົມ 16ຄົນ (ໃໝ່ 0) ແລະ ຄົນເຈັບກຳລັງປິ່ນປົວ ທັງໝົດ 4,596 ຄົນ.
ສະເພາະວັນທີ 20 ກັນຍາ 2021, ໄດ້ກວດວິເຄາະທັງໝົດ 6,508 ຄົນ, ໃນນັ້ນກວດພົບຜູ້ຕິດເຊື້ອໃໝ່ທັງໝົດ 331 ຄົນ:

ຄໍາມ່ວນ 7 ຄົນ, ຈຳປາສັກ 5 ຄົນ, ນະຄອນຫຼວງວຽງຈັນ 3 ຄົນ ແລະ ສາລະວັນ 2 ຄົນ
ເຊິ່ງກວດພົບຈາກແຮງງານລາວ ຫຼື ຜູ້ທີ່ເດີນທາງມາຈາກຕ່າງປະເທດ ເຂົ້າມາຕາມຈຸດຜ່ານ ແດນ
ສາກົນ.
” ສຳລັບການຕິດເຊື້ອໃນຊຸມຊົນ ມີ 296 ຄົນ ລາຍລະອຽດ ດັ່ງຕໍ່ໄປນີ້:
• ສະຫວັນນະເຂດ 7 ຄົນ:
– ພະນັກງານແພດ ມີ 02 ຄົນ (ເພດຊາຍ, ອາຍຸ 39 ປີ ເປັນທ່ານໝໍ ແລະ ເພດຍິງ ອາຍຸ 34
ປີ ເປັນພະຍາບານ) ເຮັດວຽກຢູ່ເມືອງພະລານໄຊ, ແຕ່ໄດ້ມາປະຈໍາການຢູ່ສູນອັບເກນ ໃນວັນ
ທີ 9 ສິງຫາ 2021 ແລະ ອອກຈາກສູນໃນວັນທີ 2 ກັນຍາ 2001 ແລ້ວໄປກັກໂຕ ຢູ່
ໂຮງແຮມ ແລະ ໃນວັນທີ 15 ກັນຍາ 2021 ໄດ້ກັບໄປເມືອງ ແລະ ໃນວັນທີ 19 ກັນຍາ
2021 ທັງສອງຄົນ ມີອາການໄຂ້ ແລະ ໄອ ຊຶ່ງກວດດ້ວຍ RDT ກໍ່ແມ່ນໃຫ້ຜົນບວກ ແລະ
ມາກວດດ້ວຍ PCR ກໍ່ໃຫ້ຜົນບວກເຊັ່ນດຽວກັນ.
– ພະນັກງານຕຳຫລວດ ຢູ່ຄ້າຍຄຸມຂັງຫຼັກ ມີ 02 ກໍລະນີ (ກັກໂຕຢູ່ສູນຫົວເມືອງ) ແລະ
ນັກໂທດ ຢູ່ຄ້າຍຄຸມຂັງຫຼັກ 6 ມີ 01 ກໍລະນີ (ກວດຄັ້ງທີ 03)
– ມີ 01 ກໍລະນີ ທີ່ເປັນພະນັກງານບໍລິສັດເອຄອນ ທີ່ໄດ້ພົວພັນໃກ້ຊິດກັບພະນັກງານທີ່ເຮັດວຽກ
ບ່ອນດຽວກັນຕິດເຊື້ອ ທີ່ຂື້ນກັບສະຫວັນປາກ
– ມີ 01 ກໍລະນີ ເປັນຄົນຫວຽດ ຂັບລົດຂົນສົ່ງສິນຄ້າ
• ຈໍາປາສັກ 59 ຄົນ:
– ເມືອງບາຈຽງ 12 ຄົນ
– ນະຄອນປາກເຊ 20 ຄົນ
– ເມືອງປະທຸມພອນ 23
– ເມືອງ ໂພນທອງ (ສູນກັກໂຕ ເກົ່າເກິ່ງ) 01 ຄົນ
• ນະຄອນຫຼວງ 176 ຄົນ:
1). ກຸ່ມ ໂຮງງານ ອານພີ ລາວ (ເກັບຈາກ ຈາກໂຮງງານ 191 ຕົວຢ່າງ) ໃຫ້ຜົນບວກ 72
ຕຢ; positive rate ເທົ່າ ກັບ 37.6% (72/191).
2). ຈຸດເກັບຕົວຢ່າງ ຈາກບຶງຂະຫຍອງ : ໃຫ້ຜົນບວກ 25 ຄົນ (ຕົວຢ່າງຄ້າງ 04 ຕົວຢ່າງ ຂໍ
ກວດຄືນໃໝ່)
3). ໂຮງໝໍເຊດຖາທິລາດ ແລະ ໂຮງໝໍ ເດັກ (ກວດຢູ່ IPL) ໃຫ້ຜົນບວກ 19 ຄົນ (ໂຮງໝໍ ເດັກ
01 ແລະ ເສດຖາ 18) ຄື:
– ຈາກ ເມືອງສີໂຄດຕະບອງ ມີ 05 ຄົນ ( 05 ບ້ານ)
– ເມືອງ ຈັນທະບູລີ ມີ 03 ຄົນ ( 03 ບ້ານ)
– ເມືອງ ສີສັດຕະນາກ ມີ 3 ຄົນ (02 ບ້ານ)
– ເມືອງຫາດຊາຍຟອງ 01 ຄົນ (ບ້ານສົມຫວັງໄຕ້)
– ເມືອງໄຊທານີ 4 ຄົນ ( ມີ 03 ບ້ານ)
– ເມືອງໄຊເສດຖາ ມີ 02 ຄົນ (02 ບ້ານ)
– ເມືອງ ນາຊາຍທອງ 01 (ບ້ານ ນາຄູນນ້ອຍ)
4) ຈຸດມໍປາຍ ສີໂຄດ ແລະ ໂຮງໝໍມະໂຫສົດ (ກວດຢູ່ ລົມຣູ ມະໂຫສົດ): ໃຫ້ຜົນບວກ 12
ຄົນ; 10 ຄົນ ຈາກຈຸດມໍປາຍສີໂຄດ ແລະ 02 ຄົນ ຈາກ ໂຮງໝໍ ມະໂຫສົດ.
5). ເມືອງນາຊາຍທອງ (ທີມ 1 ແລະ 2) ໃຫ້ຜົນບວກ 37ຄົນ ອັດຕາຜົນບວກ 25,8% (37/143);
ກຸ່ມນີ້ແມ່ນ ເກັບຈາກກຸ່ມສຳຜັດ C1 ທີ່ພົວພັນກັບ ໂຮງງານ ຕັດຫຍິບ ອັນພີລາວ ແລະ ໂຮງງານ
ຕັດຫຍິບ ທີ່ໂອ (ຊື່ງກ່ອນໜ້າ ນີ້ ແມ່ນ ມີແມ່ຄ້າຂາຍເຄື່ອງໜ້າໂຮງງານ ຕິດເຊື້ອ).
• ຄໍາມວນ 28 ຄົນ:
– ທ່າແຂກ 24 ຕົວຢ່າງ
– ຍົມະລາດ 2 ຕົວຢ່າງ
– ເຊບັ້ງໄຟ 3 ຕົວຢ່າງ
– ໜອງບົກ 4 ຕົວຢ່າງ
– ຫີນບູນ 1 ຕົວຢ່າງ
– ໄຊບົວທອງ 1 ຕົວຢ່າງ
• ສາລະວັນ 3 ຄົນ: (ບ້ານໜອງເຜີ້ງ, ບ້ານຫຼັກສອງ ແລະ ບ້ານນາເຫຼັກ ມີບ້ານລະ 01 ກໍລະນີ
ແລະ ທັງໜົດເປັນພະນັກງານ ຊື່ງກັກໂຕຢູ່ບ້ານ ແລະ ໄດ້ເກັບຕົວຢ່າງເປັນຄັ້ງທີ່ 02 ໃນວັນທີ 18
ກັນຍາ 2021 ແລະ ຜົນກວດອອກທີ່ 20 ກັນຍາ 2021 ແລະ ໄດ້ສໍາຜັດໃກ້ຊິດກັບພະນັກງານ
ຕິດເຊື້ອທີ່ເຮັດວຽກບ່ອນດຽວກັນ.
• ບໍ່ແກ້ວ 3 ຄົນ: ຈາກເຂດເສດຖະກິດພິເສດ ແລະ ຄົນຈາກ ເມືອງຕົ້ນເຜິ້ງ.
• ວຽງຈັນ 6 ຄົນ: ເຈົ້າໜ້າທີ່ຕຳຫລວດ ພ້ອມຄອບຄົວ ໄປຍາມພີ່ນ້ອງ ຢູ່ບ້ານໂພນຊູ, ເມືອງວັງ
ວຽງ ແລະ ໃນວັນທີ 14 ກັນຍາ 2021 ພີ່ນ້ອງໄດ້ໂທມາແຈ້ງວ່າກວດພົບເຊື້ອ; ດັ່ງນັ້ນ, ໃນວັນ
ທີ 19 ກັນຍາ 2021, ທັງໝົດ 06 ຄົນ ຈຶ່ງໄດ້ໄປເກັບຕົວຢ່າງ ແລະ ວັນທີ 20 ກັນຍາ 2021
ຜົນກວດອອກມາພົບເຊື້ອ.
.
• ຫຼວງພະບາງ 6 ຄົນ: ແມ່ນໄດ້ຈາກການລົງຄົ້ນຫາກໍລະນີ ສໍາຜັດໃກ້ຊິດ
• ຊຽງຂວາງ 8 ຄົນ: ຈາກຊຸມຊົນ ເປັນກໍລະນີສຳຜັດຈາກຜູ້ຕິດເຊື້ອທີ່ລາຍງານກ່ອນໜ້ານີ້ (ມີ
ຄອບຄົວ ແລະ ຜູ້ທີ່ມາຮ່ວມງານສົບ ທີ່ເດີນທາງໄປຈາກ ນະຄອນຫລວງວຽງຈັນ ແລະຈຳປາສັກ)
ປະຈຸບັນ ຜູ້ຕິດເຊື້ອໃໝ່ທັງໝົດ ໄດ້ເຂົ້ານອນ ແຍກປ່ຽວ ແລະ ຮັບການປິ່ນປົວຢູ່ສະຖານ ທີ່ປິ່ນປົວທີ່ຖືກກໍານົດໄວ້.
܀ປະຈຸບັນ ທົ່ວປະເທດ ບ້ານທີ່ຍັງເປັນເຂດແດງ 119 ບ້ານ:
” ໃນນະຄອນຫຼວງ ມີ 54 ບ້ານ
” ໃນແຂວງສະຫວັນນະເຂດ 23 ບ້ານ
” ໃນແຂວງຄຳມ່ວນ ມີ 46 ບ້ານ
* ສຳລັບ ບ້ານໃໝ່ທີ່ກໍານົດເປັນເຂດແດງ ໃນນະຄອນຫຼວງວຽງຈັນ ມີ 04 ບ້ານ ຄື:
– ບ້ານ ໜອງທາໃຕ້, ເມືອງຈັນທະບູລີ
– ບ້ານ ໂພນຕ້ອງສະຫວາດ, ເມືອງຈັນທະບູລີ
– ບ້ານ ໂນນສະຫວ່າງ, ເມືອງ ໄຊເສດຖາ
– ບ້ານ ໜອງວຽງຄໍາ, ເມືອງໄຊທານີ
ຜູ້ທີ່ມີຈຸດປະສົງຢາກກວດຊອກຫາເຊື້ອໂຄວິດ-19 ສຳລັບ ຢູ່ນະຄອນຫຼວງວຽງຈັນແມ່ນມີ ສອງຈຸດ:
1) ຈຸດເກັບຕົວຢ່າງ ເດີ່ນກິລາໃນຮົ່ມ ບຶງຂະຫຍອງ, 2) ຈຸດເກັບຕົວຢ່າງ ໂຮງຮຽນມໍປາຍສີໂຄດ.
ເຊິ່ງທັງສອງບ່ອນເປີດໃຫ້ບໍລິການບັນດາທ່ານທຸກວັນ (ວັນຈັນ ຫາ ວັນອາທິດ) ໃນຕອນເຊົ້າ ເວລາ
9:00-12:00 ໂມງ ພ້ອມທັງ ມີແຜນຈະຂະຫຍາຍຈຸດເກັບສະຖານທີ່ໄປນອກຕົວເມືອງ ເພື່ອອໍານວຍຄວາມສະດວກໃຫ້ປະຊາຊົນ ແລະ ເກັບຕົວຢ່າງໄດ້ໄວຂຶ້ນ (ສ່ວນລາຍລະອຽດ ຈະແຈ້ງໃຫ້ບັນດາທ່ານຊາບໃນພາຍຫຼັງ).
ສຳລັບແຂວງ ແມ່ນທ່ານສາມາດໄປກວດຊອກຫາເຊື້ອໄດ້ຢູ່ໂຮງໝໍແຂວງ ຫຼື ສະຖານທີ່ທີ່ກຳນົດໄວ້
ຫຼື ທີມງານໜ່ວຍເຄື່ອນທີ່ ທີ່ລົງເກັບຕົວຢ່າງ ໃນເຂດທີ່ມີການລະບາດໃນຊຸມຊົນ.
➢ ການເຝົ້າລະວັງຢູ່ຕາມຈຸດຜ່ານແດນ ໃນຂອບເຂດທົ່ວປະເທດ
. ວັນທີ 20 ກັນຍາ 2021 ມີຜູ້ເດີນທາງເຂົ້າຕາມດ່ານຕ່າງໆໃນ ສປປ ລາວ ຈຳນວນ ທັງໝົດ
1,480 ຄົນ.
. ປັດຈຸບັນ ທົ່ວປະເທດມີສູນຈໍາກັດບໍລິເວນທີ່ຍັງເປີດຢູ່ 116 ສູນ ແລະ 55 ໂຮງແຮມ, ມີຜູ້
ຈຳກັດບໍລິເວນ 6,818 ຄົນ.