ການຖະແຫຼງຂ່າວຂອງຄະນະສະເພາະກິດ ປະຈຳວັນອັງຄານ ວັນທີ 24 ສິງຫາ 2021, ໃຫ້ຮູ້ວ່າ:
 ສະພາບການລະບາດພະຍາດໂຄວິດ-19 ຢູ່ ສປປ ລາວ, ມາຮອດວັນທີ 23 ສິງຫາ 2021:
• ໄດ້ກວດວິເຄາະທັງໝົດ 2,342 ຄົນ, ໃນນັ້ນ ກວດພົບຜູ້ຕິດເຊື້ອໃໝ່ ທັງໝົດ 336 ຄົນ ເຊິ່ງຕິດເຊື້ອໃນຊຸມຊົນເຖິງ 147 ຄົນ ເປັນຜູ້ສຳຜັດໃກ້ຊິດນຳຜູ້ຕິດເຊື້ອທີ່ຜ່ານມາ ຄື:
– ສະຫວັນນະເຂດ 128 ຄົນ
– ບໍ່ແກ້ວ 12 ຄົນ
– ນະຄອນຫຼວງ 5 ຄົນ
– ຄຳມ່ວນ 1 ຄົນ
– ສາລະວັນ 1 ຄົນ
ສ່ວນ ກໍລະນີນໍາເຂົ້າ ມີ 189 ຄົນ ຈາກ ນະຄອນຫຼວງ 128 ຄົນ, ຈຳປາສັກ 46 ຄົນ, ຄຳມ່ວນ 13 ຄົນ ແລະ ສະຫວັນນະເຂດ 2 ຄົນ ເຊິ່ງກວດພົບຈາກແຮງງານລາວ ທີ່ກັບມາແຕ່ປະເທດເພື່ອນບ້ານ ເຂົ້າຕາມຈຸດຜ່ານແດນສາກົນ.
ສຳລັບ ການຕິດເຊື້ອໃນຊຸມຊົນ 128 ຄົນ ຢູ່ແຂວງສະຫວັນນະເຂດ, ໃນນັ້ນ ກວດພົບຢູ່ສະຖານທີ່ຄຸມຂັງ 121 ຄົນ ແລະ ກຸ່ມຄົນທົ່ວໄປ 7 ຄົນ.
ສ່ວນ ນະຄອນຫຼວງທີ່ຕິດເຊື້ອໃນຊຸມຊົນ 5 ຄົນນັ້ນ ແມ່ນຢູ່ບ້ານ ສິມມະໂນ ເຊິ່ງເປັນຜູ້ສຳຜັດໃກ້ຊິດກັບຜູ້ຕິດເຊື້ອທີ່ຜ່ານມາ ທີ່ໄດ້ຖະແຫຼງຂ່າວກ່ອນໜ້ານີ້, ສ່ວນອີກ 2 ຄົນ ເປັນເພດຊາຍ 38 ປີ ເປັນພະນັກງານ ແລະ ເພດຍິງ ອາຍຸ 35 ປີ ອາຊີບ ຄ້າຂາຍ ຢູ່ບ້ານດອນດູ່ ເມືອງໄຊທານີ ເປັນຜູ້ສຳຜັດໃກ້ຊິດນຳ ຜູ້ຕິດເຊື້ອທີ່ຢູ່ບ້ານສິມມະໂນ.
 ປະຈຸບັນ ຜູ້ຕິດເຊື້ອໃໝ່ທັງໝົດ ໄດ້ເຂົ້ານອນແຍກປ່ຽວ ແລະ ຮັບການປິ່ນປົວຢູ່ສະຖານທີ່ປິ່ນປົວທີ່ຖືກກຳນົດໄວ້ຂອງແຂວງ.
 ມາຮອດມື້ນີ້ ພວກເຮົາມີຕົວເລກຜູ້ຕິດເຊື້ອສະສົມທັງໝົດ 12,957 ຄົນ, ຄົນເຈັບເສຍຊີວິດສະສົມ 11 ຄົນ (ໃໝ່ 0 ຄົນ) ແລະ ກໍາລັງປິ່ນປົວ ທັງໝົດ 4,259 ຄົນ.
 ອີກເທື່ອໜຶ່ງ ຂ້າພະເຈົ້າ ຂໍແກ້ຂ່າວ ກ່ຽວກັບການລາຍຕົວເລກເສຍຊີວິດສະສົມ ໃນສປປ ລາວ ທີ່ໄດ້ຖະແຫຼງຂ່າວໃນວັນເສົາທີ 21 ສິງຫາ 2021 ນັ້ນ ເຊິ່ງປະກອບມີ ນະຄອນຫຼວງ 4 ຄົນ, ສະຫວັນນະເຂດ 3 ຄົນ, ຈຳປາສັກ 3 ຄົນ ແລະ ບໍ່ແກ້ວ 1 ຄົນນັ້ນ, ສຳລັບ ແຂວງບໍ່ແກ້ວ 1 ຄົນ ແມ່ນ ເປັນການສື່ສານຜິດພາດ ແຂວງບໍ່ແກ້ວ ບໍ່ໄດ້ມີລາຍງານຜູ້ເສຍຊີວິດ ຄວາມຈິງແມ່ນ ແຂວງຄຳມ່ວນ ທີ່ມີລາຍງານກໍໍລະນີເສຍຊີວິດ 1 ຄົນ, ດັ່ງນັ້ນ ຈຶ່ງຂໍອະໄພ ມາຍັງບັນດາທ່ານ ທີ່ໄດ້ຕິດຕາມຮັບຊົມ ແລະ ຮັບຟັງໃນທີ່ນີ້ດ້ວຍ.
• ຜູ້ທີ່ມີຈຸດປະສົງຢາກກວດໂຄວິດ-19 ສຳລັບນະຄອນຫຼວງວຽງຈັນນີ້ ແມ່ນຢູ່ຈຸດເກັບຕົວຢ່າງບຶງຂະຫຍອງ ເຊິ່ງເປີດໃຫ້ບໍລິການບັນດາທ່ານທຸກວັນ ໃນຕອນເຊົ້າ ເວລາ 9:00-12:00 ໂມງ.
• ສຳລັບແຂວງອື່ນ ແມ່ນທ່ານສາມາດໄປກວດຊອກຫາເຊື້ອໄດ້ຢູ່ໂຮງໝໍແຂວງ ຫຼື ສະຖານທີ່ທີ່ກຳນົດໄວ້.
 ການເຝົ້າລະວັງຢູ່ຕາມຈຸດຜ່ານແດນ ໃນຂອບເຂດທົ່ວປະເທດ
• ວັນທີ 23 ສິງຫາ 2021 ມີຜູ້ເດີນທາງຜ່ານເຂົ້າມາດ່ານຕ່າງໆໃນ ສປປລາວ ຈໍານວນ ທັງໝົດ 1,956 ຄົນ.
• ປັດຈຸບັນ ທົ່ວປະເທດມີສູນຈຳກັດບໍລິເວນທີ່ຍັງເປີດຢູ່ 107 ສູນ ແລະ 51 ໂຮງແຮມ ມີຜູ້ຈຳກັດບໍລິເວນ 10,019 ຄົນ.
ຕໍ່ໄປນີ້ ຂ້າພະເຈົ້າຂໍລາຍງານສະພາບການຕິດເຊື້ອໃນທົ່ວໂລກ:
• ປັດຈຸບັນ ທົ່ວໂລກມີລາຍງານຜູ້ຕິດເຊື້ອສະສົມ 213,151,198 (449,005ໃໝ່), ເສຍຊິວິດທັງໝົດ 4,451,297 (6,759ໃໝ່), ປີ່ນປົວຫາຍດີ 190,746,086 (517,600 ໃໝ່);
• ສຳລັບ 3 ອັນດັບ ປະເທດທີ່ມີຜູ້ຕິດເຊື້ອ ແລະ ເສຍຊິວິດຫຼາຍກວ່າໝູ່ໃນໂລກ ກໍ່ຍັງແມ່ນ ສະຫະລັດອາເມລິກາ, ອິນເດຍ ແລະ ບຣາຊິວ.
ລ/ດ ປະເທດ ກໍລະນີຕິດເຊື້ອ ເສຍຊິວີດ
ສະສົມທັງໝົດ ໃໝ່ ສະສົມທັງໝົດ ໃໝ່
1 ອາເມຣິກາ 38,721,797 72,388 645,791 313
2 ອິນເດຍ 32,459,524 10,555 435,038 254
3 ບຣາຊິວ 20,583,994 13,103 574,848 274
• ບັນດາປະເທດທີ່ມີຊາຍແດນຕິດຈອດກັບ ສປປ ລາວ
– ປະເທດໄທ ມີລາຍງານຜູ້ຕິດເຊື້ອໃໝ່ ສູງກວ່າໝູ່ ເຖິງ 17,491 ຄົນ, ຮອງລົງມາ ແມ່ນ ສສ ຫວຽດນາມ ສູງເຖິງ 10,280 ຄົນ.
– ສຳລັບ ປະເທດທີ່ມີລາຍງານຜູ້ເສຍຊີວິດໃໝ່ ສູງກວ່າໝູ່ ແມ່ນ ສສ ຫວຽດນາມ ເຖິງ 1,126 ຄົນ.
ລ/ດ ປະເທດ ກໍລະນີຕິດເຊື້ອ ເສຍຊິວີດ
ສະສົມທັງໝົດ ໃໝ່ ສະສົມທັງໝົດ ໃໝ່
1 ໄທ 1,066,786 17,491 9,562 242
2 ມຽນມ້າ 375,871 2,186 14,499 125
3 ຫວຽດນາມ 358,456 10,280 8,666 1,126
4 ຈີນ 94,652 21 4,636
5 ກໍາປູເຈຍ 89,641 410 1,808 16
ບັນດາທ່ານທີ່ນັບຖື ແລະ ຮັກແພງທັງຫຼາຍ,
• ສຳລັບ ສປປ ລາວ ສັງເກດເຫັນວ່າ ມີລາຍງານການຕິດເຊື້ອໃນຊຸມຊົນເພິ່ມຂື້ນ ເປັນຕົ້ນແມ່ນ ແຂວງສະຫວັນນະເຂດ ແລະ ບໍ່ແກ້ວ, ສ່ວນນະຄອນຫຼວງວຽງຈັນ, ຈຳປາສັກ, ຄຳມ່ວນ ແມ່ນມີລາຍງານກໍລະນີນຳເຂົ້າຈາກແຮງງານລາວ ຫຼື ຜູ້ທີ່ເດີນທາງເຂົ້າມາ ສປປ ລາວ ຈາກປະເທດໃກ້ຄຽງ ທີ່ມີກຳລັງມີການລະບາດ ເພິ່ມຂຶ້ນ;
• ຕໍ່ໜ້າສະພາບການລະບາດພາຍໃນປະເທດ ແລະ ບັນດາປະເທດໃກ້ຄຽງ ລັດຖະບານ ກໍ່ຄື ຄະນະສະເພາະກິດຂັ້ນສູນກາງ ແລະ ຂັ້ນທ້ອງຖິ່ນ ໄດ້ມີການວາງມາດຕະການສະກັດກັ້ນ ແລະ ຄວບຄຸມການແຜ່ລະບາດຂອງພະຍາດ ໄປຄຽງຄູ່ກັບການປະເມີນສະຖານະການ ພ້ອມທັງ ວາງມາດຕະການໃຫ້ສອດຄ່ອງແທດເໝາະກັບສະພາບການລະບາດຕົວຈິງ ໃນແຕ່ລະໄລຍະ;
• ອີກເທື່ອໜຶ່ງ ຂໍຮຽກຮ້ອງມາຍັງ ພໍ່ແມ່, ພີ່ນ້ອງ, ປະຊາຊົນ ແລະ ທຸກພາກສ່ວນໃນສັງຄົມ ເອົາໃຈໃສ່ປະຕິບັດຕາມແຈ້ງການຂອງຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ, ສະບັບເລກທີ 1036/ຫສນຍ, ລົງວັນທີ 19 ສິງຫາ 2021 ຢ່າງເຄັ່ງຄັດ;
• ສຳລັບການສັກຢາວັກຊີນນີ້ ປັດຈຸບັນ ສປປ ລາວເຮົາ ສາມາດສັກເຂັມທີ 1 ໄດ້ ຫຼາຍກວ່າ 2 ລ້ານໂດສ (2,188,426 ຄົນ) ເຊິ່ງກວມເອົາ 29.82 % ແລະ ເຂັມທີ 2 ໄດ້ 1,686,246 ຄົນ (22.9 %);
• ສ່ວນການໃຫ້ບໍລິການ Astra Zeneca ເຂັມ 1 ແມ່ນຂໍໃຫ້ຢຸດການໃຫ້ບໍລິການໃນຂອບເຂດທົ່ວປະເທດກ່ອນ ເພາະອີງຕາມແຜນແມ່ນສັກຮອດແຕ່ວັນທີ 20 ສິງຫາ ເພາະຈະໄດ້ຈົ່ງຢາໄວ້ບໍລິການໃຫ້ ຜູ້ທີ່ມາສັກເຂັມທີ 2;
• ການໄດ້ຮັບວັກຊີນຄົບ ແມ່ນຈະສ້າງພູມຄຸ້ມກັນໃຫ້ທ່ານ, ສາມາດຫຼຸດຜ່ອນຄວາມຮຸນແຮງຂອງພະຍາດໂຄວິດ-19 ແລະ ການເສຍຊີວີດໄດ້ ແຕ່ທ່ານກໍ່ຍັງສາມາດຕິດເຊື້ອໄດ້ຄືກັນ ຖ້າຫາກທ່ານ ບໍ່ເຂັ້ມງວດໃນການປະຕິບັດມາດຕະການປ້ອງກັນການຕິດເຊື້ອ ເຊັ່ນ: ການຮັກສາໄລຍະຫ່າງ, ການໃສ່ຜ້າປິດປາກ-ດັງ, ໝັ່ນລ້າງມືເລື້ອຍໆດ້ວຍນ້ຳສະອາດໃສ່ສະບູ ຫຼື ເຈວລ້າງມືຂ້າເຊື້ອ, ຫຼີກລ້ຽງການຊຸມແຊວກັນໃນໝູ່ຄູ່, ຄົນອ້ອມຂ້າງ ແລະ ຄອບຄົວ;
ກ່ອນຈະຈົບການລາຍງານຂ່າວມື້ນີ້ ຂ້າພະເຈົ້າ ຂໍຮຽກຮ້ອງມາຍັງບັນດາທ່ານທີ່ຕິດຕາມຮັບຊົມ ແລະ ຮັບຟັງການລາຍງານຂ່າວໃນມື້ນີ້ ຈົ່ງໄດ້ມີສະຕິ ໃນການ ຮັບຂໍ້ມູນຂ່າວສານ ຈາກສື່ຕ່າງໆ ແລະ ກ່ອນທີ່ທ່ານຈະສົ່ງຕໍ່ຂໍ້ມູນໃຫ້ແກ່ບຸກຄົນອື່ນ ຂໍໃຫ້ພິຈາລະນາເບິ່ງຕື່ມວ່າ ທີ່ມາຂອງຂໍ້ມູນຂ່າວສານດັ່ງກ່າວ ມີຄວາມໜ້າເຊື່ອຖືໄດ້ໜ້ອຍຫຼາຍສຳ່ໃດ ເພາະສື່ສັງຄົມອອນລາຍ ແມ່ນຈະມີການສົ່ງຕໍ່ຂໍ້ມູນອອກເປັນວົງກວ້າງໃນເວລາໄວທີ່ສຸດ ຖ້າມີການສົ່ງຂໍ້ມູນທີ່ບໍ່ຖືກຕ້ອງ ແລະ ບໍ່ແມ່ນຄວາມຈິງ ອອກໄປ ກໍ່ຈະເປັນການ ສ້າງຄວາມຫຍຸ້ງຍາກສັບສົນ ແລະ ແຕກຕື່ນໃນສັງຄົມຕື່ມອີກ.
Loading...