ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ ເຂົ້າສູ່ຊີວິດຈິງ

ການ ຖະແຫຼງຂ່າວຂອງຄະນະສະເພາະກິດ ປະຈຳວັນອັງຄານ ວັນທີ 28 ກັນຍາ 2021. ກ່ຽວກັບ ສະພາບການລະບາດຂອງພະຍາດໂຄວິດ-19 ປະຈໍາວັນ ໃນ ສປປ ລາວ ແລະ ໃນໂລກ.

  1. ສະພາບການລະບາດພະຍາດໂຄວິດ-19 ຢູ່ ສປປ ລາວ, ມາຮອດວັນທີ 27 ກັນຍາ 2021:

ໄດ້ກວດວິເຄາະທັງໝົດ 5,911 ຄົນ, ໃນນັ້ນ ກວດພົບຜູ້ຕິດເຊື້ອໃໝ່ ທັງໝົດ 500 ຄົນ ຊຶ່ງແຍກເປັນ

  • ຄົນນໍາເຂົ້າ ມີ 29 ຄົນ ຈາກ ແຂວງ ສະຫວັນນະເຂດ 20 ຄົນ, ນະຄອນຫຼວງວຽງຈັນ 6 ຄົນ ແລະ

ຈໍາປາສັກ 3 ຄົນ.

  • ສຳລັບ ການຕິດເຊື້ອໃນຊຸມຊົນ ມີ 471 ຄົນ ລາຍລະອຽດ ດັ່ງຕໍ່ໄປນີ້:
  1. ນະຄອນຫຼວງ 363 ຄົນ, ລາຍລະອຽດມີດັ່ງນີ້: 

ພະນັກງານໂຮງງານ Trio                 115 ຄົນ

ພະນັກງານໂຮງງານ Alpilao             1 ຄົນ

ໂຮງງານກຽນວິໄລ                            3 ຄົນ

ບໍລິສັດຊີມັງ                                   1 ຄົນ (ເອື້ອຍຕິດເຊື້ອເຮັດວຽກຢູ່ໂຮງງງານ Trio )

ພະນັກງານໂຮງໝໍມິດຕະພາບ               1 ຄົນ (ພະຍາບານພະແນກສຸກເສີນ)

ວິທະຍາຄານການແພດກອງທັບ             1 ຄົນ

ຕະຫຼາດທົ່ງຂັນຄຳ                            35 ຄົນ

ຕະຫຼາດອົດຊີ                                 2 ຄົນ

ຕະຫຼາດທ່າງງອນ                             3 ຄົນ

ສ່ວນ ທີ່ເຫຼືອທີມງານກຳລັງສອບຖາມເອົາຂໍ້ມູນຕື່ມອີກ ລາຍລະອຽດຈະແຈ້ງຜ່ານທາງສື່ອອນລາຍພາຍຫຼັງ

  1. ຫຼວງພະບາງ 29 ຄົນ

1)     ເມືອງງອຍ ມີ 27 ຄົນ

  1. ບ້ານໜອງຂຽວ ມີ 21 ຄົນ (ອາຊີບ: ພະນັກງານແພດ 02 ຄົນ, ຊາວສວນ 12 ຄົນ, ພະນັກງານຕໍາຫລວດ 02 ຄົນ, ນັກຮຽນ 02 ຄົນ, ພະນັກງານບໍານານ 02 ຄົນ ແລະ ພະນັກງານເຮັດວຽກຢູ່ຫ້ອງການພາຍໃນ 01 ຄົນ)
  2. ບ້ານຫ້ວຍບໍ່ ມີ 03 ຄົນ (ທັງໜົດອາຊີບເປັນຊາວໄຮນາ)
  3. ບ້ານປາກບາກ ມີ 02 ຄົນ (ອາຊີບ: ພະນັກງານຄູ ແລະ ເດັກ)
  4. ບ້ານສົບຮຸນ ມີ 01 ຄົນ (ອາຊີບ: ກໍາມະກອນ)

2)    ເມືອງນໍ້າບາກ (ບ້ານຂັນເທີງ ມີ 01 ຄົນ) ເປັນເພດຍິງ, ອາຍຸ 18 ປີ, ອາຊີບ: ກໍາມະກອນ

3)    ເມືອງວຽງຄໍາ (ບ້ານໂພນຄໍາ ມີ 01 ຄົນ) ເປັນເພດຍິງ, ອາຍຸ 18 ປີ, ອາຊີບ: ກໍາມະກອນ

  1. ແຂວງວຽງຈັນ 12 ຄົນ: ຊື່ງ ກ່ຽວພັນ ກັບ ງານເຮືອນດີ ໃນ ອາທິດຜ່ານມາ:

1)     ເມືອງໂພນໂຮງ ມີ 08 ຄົນ (ບ້ານນາໂພະລາດ ມີ 03 ຄົນ; ບ້ານໂພນໂຮງ ແລະ ບ້ານໂພນແກ້ວ ມີບ້ານລະ 02 ຄົນ; ບ້ານໂພນຫໍ ມີ 01 ຄົນ)

2)    ເມືອງວັງວຽງ ມີ 04 ຄົນ (ບ້ານນາບອນ ມີ 02 ຄົນ; ບ້ານປາກເປະ ແລະ ບ້ານວຽງແກ້ວ ມີບ້ານລະ 01 ຄົນ)

  1. ບໍ່ແກ້ວ 7 ຄົນ: ເປັນ ກຳມະກອນ ຊາວພະມ້າ ທີ່ເຮັດວຽກຢູ່ ເຂດເສດຖະກິດພິເສດ
  2. ຊຽງຂວາງ 1 ຄົນ:
  3. ບໍລິຄໍາໄຊ 3 ຄົນ:

1)     ບ້ານສີວິໄລ, ເມືອງປາກຊັນ ມີລາຍງານ 02 ຄົນ ທັງໜົດເປັນຄອບຄົວດຽວກັນ ແລະ ກັກໂຕຢູ່ເຮືອນ ຊື່ງໄດ້ ສຳຜັດ ກັບຜູ້ຕິດເຊື້ອ ທີ່ລາຍງານໃນວັນທີ 25 ກັນຍາ 2021.

2)    ບ້ານທົ່ງນ້ອຍ, ເມືອງປາກຊັນ ມີລາຍງານ 01 ຄົນ ແລະ ກັກໂຕຢູ່ເຮືອນ ໄດ້ສໍາຜັດໃກ້ຊິດກັບຄົນ ຕິດເຊື້ອ ຜ່ານມາທີ່ໄດ້ລາຍງານໃນວັນທີ 25 ກັນຍາ 2021.

  1. ໄຊສົມບູນ 13 ຄົນ: ມາຈາກ ບ້ານຖໍ້າດິນ ເມືອງ ລ້ອງຊານ ພົວພັນ ກັບ ເຮືອນດີ

1)     ບ້ານຖໍ້າດິນ, ເມືອງລ້ອງຊານ ມີ 12 ຄົນ ແລະ ສໍາຜັດໃກ້ຊິດກັບຄົນຕິດເຊື້ອຢູ່ບ້ານດຽວກັນ (ບ້ານຖໍ້າດິນ ທີ່ມາງານເຮືອນດີ) ແລະ ໄດ້ລາຍງານໃນວັນທີ 25 ກັນຍາ 2021

2)    ບ້ານນໍ້າຄຸ້ຍ, ເມືອງລ້ອງຊານ ມີ 01 ຄົນ  ຊື່ງໄດ້ພົວພັນກັບຄົນຕິດເຊື້ອ ທີ່ມາເຮືອນດີຢູ່ບ້ານຖໍ້າດິນ  ແລະ ໄດ້ລາຍງານໃນວັນທີ 25 ກັນຍາ 2021

  1. ຄຳມ່ວນ 19 ຄົນ:  18 ຄົນ ຢູ່ເມືອງທ່າແຂກ ແລະ 1 ຄົນ ຢູ່ເມືອງເຊບັ້ງໄຟ
  2. ສາລະວັນ 1 ຄົນ: ບ້ານນາເຫຼັກ, ເມືອງສາລະວັນ ທີ່ໄດ້ພົວພັນໃກ້ຊິດກັບຄົນຕິດເຊື້ອເປັນຄົນໃນຄອບຄົວດຽວກັນ ຊື່ງ ໄດ້ລາຍງານໃນວັນທີ 26 ກັນຍາ 2021.
  3. ສະຫວັນນະເຂດ 07 ຄົນ:

1)     ບ້ານໂພນໄຊ, ນະຄອນໄກສອນ ມີ 05 ອົງ ແມ່ນ ນັກບວດ ຊື່ງໄດ້ພົວພັນໃກ້ຊິດກັບຄົນ ຜູ້ຕິດເຊື້ອ ທີ່ໄດ້ລາຍງານໃນວັນທີ 27 ກັນຍາ 2021.

2)    ບ້ານໂນນສະຫວ່າງ, ເມືອງອຸທຸມພອນ ມີ 01 ຄົນ, ເຈົ້າໜ້າທີ່ ທະຫານ) ທີ່ໄດ້ພົວພັນໃກ້ຊິດກັບກັບຜູ້ຕິດເຊື້ອ ທີ່ໄດ້ລາຍງານໃນວັນທີ 25 ກັນຍາ 2021.

3)    ບ້ານສະພານໃຕ້, ນະຄອນໄກສອນ ມີ 01 ຄົນ, ເປັນກຸ່ມສ່ຽງ ແລະ ຍັງບໍ່ຮູ້ແຫຼ່ງທີ່ມາຂອງການຕິດເຊື້ອ

ຈໍາປາສັກ 16 ຄົນ:  

1)     ປາກເຊ 13 ຄົນ: ຈົວ 2 ອົງ, ໂຮງໝໍທະຫານແຂວງ 2 ຄົນ: (ທະຫານ 1 ຄົນ, ແພດທະຫານ 1 ຄົນ)

2)    ບາຈຽງ 2 ຄົນ (ກຳມະກອນ ນິຄົມ 01 ຄົນ)

3)    ໂພນທອງ 1 ຄົນ

  • ປະຈຸບັນ ຜູ້ຕິດເຊື້ອໃໝ່ທັງໝົດ ໄດ້ເຂົ້ານອນແຍກປ່ຽວ ແລະ ຮັບການປິ່ນປົວຢູ່ສະຖານທີ່ປິ່ນປົວທີ່ຖືກກຳນົດໄວ້.
  • ມາຮອດມື້ນີ້ ພວກເຮົາມີຕົວເລກຜູ້ຕິດເຊື້ອສະສົມທັງໝົດ 22,940 ຄົນ, ເສຍຊີວິດສະສົມ 16 ຄົນ ແລະ ຄົນເຈັບກໍາລັງປິ່ນປົວ ທັງໝົດ 5,088 ຄົນ.
  • ມາຮອດ ວັນທີ 28 ກັນຍາ ບັນດາບ້ານແດງ ໃນແຕ່ລະແຂວງຂອບເຂດທົ່ວປະເທດມີ: 262 ບ້ານ, 40 ເມືອງ ແລະ 11 ແຂວງ:
  1. ນະຄອນຫຼວງວຽງຈັນ ມີ 107 ບ້ານ ໃນ 8 ເມືອງ
  2. ຄໍາມ່ວນ ມີ 55​ ບ້ານ ໃນ 6 ເມືອງ
  3. ຈໍາປາສັກ ມີ 42 ບ້ານ ໃນ 6 ເມືອງ
  4. ສະຫວັນນະເຂດ ມີ 20 ບ້ານ ໃນ 5 ເມືອງ
  5. ແຂວງວຽງຈັນ 14 ບ້ານ ໃນ 4 ເມືອງ
  6. ຫຼວງພະບາງ 10 ບ້ານ ໃນ 4 ເມືອງ
  7. ສາລະວັນ 6 ບ້ານ ໃນ 2 ເມືອງ
  8. ບໍ່ແກ້ວ 3 ບ້ານໃນ 1 ເມືອງ
  9. ບໍລິຄໍາໄຊ 2 ບ້ານ ໃນ 1 ເມືອງ
  10. ໄຊສົມບູນ 2 ບ້ານ ໃນ 2 ເມືອງ
  11. ຊຽງຂວາງ 1 ບ້ານໃນ 1 ເມືອງ
  • ຜູ້ທີ່ມີຈຸດປະສົງຢາກກວດຊອກຫາເຊື້ອໂຄວິດ-19 ສໍາລັບ ນະຄອນຫຼວງວຽງຈັນແມ່ນມີ:

ຈຸດເກັບຕົວຢ່າງຄົງທີ່ ປະກອບມີ:

  • ຈຸດເກັບຕົວຢ່າງ ສະໝານກິລາໃນຮົ່ມ ບຶງຂະຫຍອງ
  • ຈຸດເກັບຕົວຢ່າງ ໂຮງຮຽນ ມສ ລາວ-ຫວຽດ, ເມືອງໄຊເສດຖາ
  • ຈຸດເກັບຕົວຢ່າງ ມສ ເຈົ້າອະນຸວົງ, ເມືອງ ຈັນທະບູລີ
  • ສາ​ທາເມືອງ​ນາ​ຊາຍ​ທອງ (​ຢູ່ ບ້ານ ຫ້ວຍ​ນ້ຳ​ເຢັນ)
  • ນອກຈາກນີ້ ຍັງມີບັນດາໂຮງໝໍສູນກາງ

ທິມເກັບຕົວຢ່າງເຄື່ອນທີ່:

  • ທິມ​ເຄື່ອນ​ທີ່​ຂອງ ​ເມືອງ ໄຊ​ທາ​ນີ ເຄື່ອນ​ທີ່​ຕາມ​ຈຸດ​ທີ່​ມີ​ການ​ລະ​ບາດ ພາຍ​ໃນ​ເມືອງ,
  • ​ເມືອງ ສີ​ສັດ​ຕະ​ນາກ ທີມເຄື່ອນ​ທີ່​ຕາມ​ຈຸດ​ທີ່​ມີ​ການ​ລະ​ບາດ​
  • ເມືອງນາ​ຊາຍ​ທອງ ມີ​ທິມເຄື່ອນ​ໄປ​ເກັບ​ຕາມ​ສູນ​ຈຳ​ກັດ​ບໍ​ລິ​ເວນ​ພາຍ​ໃນ​ເມືອງ​ຕື່ມອີກ,
  • ​ເມືອງ​ສີ​ໂຄດ​ຕະ​ບອງ ມີທີມ​ເຄື່ອນ​ທີ​່ໄປຕາມເຂດທີ່ມີການລະບາດ
  • ທິມ​ເຄື່ອນ​ທີ່​ຂອງ ນະ​ຄອນຫຼວງ 2 ທິມ ເຄື່ອນ​ທີ​ໄປຊ່ວຍ​ທຸກ​ເມືອງເກັບ​ຕົວ​ຢ່າງ​ຢູ່​ບ່ອນ​ທີ່​ມີ​ການ​ລະ​ບາດ

ທຸກທີມແມ່ນໃຫ້ບໍລິການທຸກວັນ ສໍາລັບພາກເຊົ້າເທົ່ານັ້ນ ເລີ່ມ 9:00–11:30 ໂມງ (ວັນຈັນ ເຖິງ ວັນອາທິດ).

  • ສຳລັບບັນດາແຂວງ ແມ່ນທ່ານສາມາດໄປກວດຊອກຫາເຊື້ອໄດ້ຢູ່ໂຮງໝໍແຂວງ ຫຼື ສະຖານທີ່ທີ່ກຳນົດໄວ້ ຫຼື ທີມງານໜ່ວຍເຄື່ອນທີ່ ທີ່ລົງເກັບຕົວຢ່າງ ໃນເຂດທີ່ມີການລະບາດໃນຊຸມຊົນ.
  • ການເຝົ້າລະວັງຢູ່ຕາມຈຸດຜ່ານແດນ ໃນຂອບເຂດທົ່ວປະເທດ
  • ວັນທີ 27 ກັນຍາ 2021 ມີຜູ້ເດີນທາງເຂົ້າຕາມດ່ານຕ່າງໆໃນ ສປປ ລາວ ຈໍານວນ ທັງໝົດ 1,615 ຄົນ.
  • ປັດຈຸບັນ ທົ່ວປະເທດມີສູນຈຳກັດບໍລິເວນທີ່ຍັງເປີດຢູ່ 106 ສູນ ແລະ 55 ໂຮງແຮມ, ມີຜູ້ຈຳກັດບໍລິເວນ 7,478 ຄົນ.
  • ຕໍ່ໄປນີ້ ຂ້າພະເຈົ້າຂໍລາຍງານສະພາບການຕິດເຊື້ອໃນທົ່ວໂລກ:
  • ປັດຈຸບັນ ທົ່ວໂລກມີລາຍງານຜູ້ຕິດເຊື້ອສະສົມທັງໝົດ ຄົນຢັ້ງຢືນຕິດເຊື້ອທັງ

232,942,599 (302,868 ໃໝ່), ເສຍຊິວິດທັງໝົດ 4,767,155 (4,545 ໃໝ່), ປີ່ນປົວຫາຍດີ 209,639,753 (398,294 ໃໝ່). ສໍາລັບ 3 ອັນດັບ ປະເທດທີ່ມີຜູ້ຕິດເຊື້ອ ແລະ ເສຍຊິວິດຫຼາຍກວ່າໝູ່ໃນໂລກ ກໍ່ຍັງແມ່ນ ສະຫະລັດອາເມລິກາ, ອິນເດຍ ແລະ ບຣາຊິວ.

  • ບັນດາປະເທດທີ່ມີຊາຍແດນຕິດຈອດກັບ ສປປ ລາວ:

ປະເທດທີ່ລາຍງານຜູ້ຕິດເຊື້ອຫຼາຍກ່ວາໝູ່ແມ່ນ ປະເທດໄທ ເຊິ່ງມີຜູ້ຕິດເຊື້ອໃໝ່ 10,288 ຄົນ ແລະ ເສຍຊີວິດໃນມື້ດຽວ 101 ຄົນ. ຮອງລົງມາແມ່ນ

ສສ ຫວຽດນາມ ມີລາຍງານຜູ້ຕິດເຊື້ອໃໝ່ 9,362 ຄົນ ແລະ ເສຍຊີວິດໃນມື້ດຽວ 174 ຄົນ.

  • ບັນດາທ່ານທີ່ນັບຖື ແລະ ຮັກແພງທັງຫຼາຍ
  • ມາຮອດມື້ນີ້ ການລະບາດໃນຊຸມຊົນ ຢູ່ ສປປ ລາວ ຍັງມີສະພາບໜ້າເປັນຫ່ວງຫຼາຍທີ່ສຸດ ແລະ ເປັນສັນຍານເຕືອນບອກວ່າ ທຸກຄົນແມ່ນມີຄວາມສ່ຽງສູງ ທີ່ສາມາດຕິດເຊື້ອພະຍາດນີ້ໄດ້ທຸກເວລາ ຖ້າຫາກບັນດາທ່ານລະເລີງໃນການປ້ອງກັນຕົນເອງ ແລະ ບໍ່ປະຕິບັດມາດຕະການທີ່ທາງຄະນະສະເພາະກິດວາງອອກຢ່າງເຄັ່ງຄັດ ແລະ ເຂັ້ມງວດ.
  • ການປິດເມືອງ ຫຼື ລອກດາວ ຂອງຄໍາສັ່ງເລກ 016/ຈນວ ລົງວັນທີ 19 ກັນຍາ 2021 ຈົນເຖິງວັນທີ 30 ກັນຍາ ເພື່ອຫຼຸດຜ່ອນຄວາມສ່ຽງໃຫ້ແກ່ພໍ່ແມ່ ພີ່ນ້ອງ ປະຊາຊົນ, ຫຼຸດຄວາມແອອັດ ໃນສະຖານທີ່ຕ່າງໆ, ສະນັ້ນ ຂໍໃຫ້ທຸກຄົນ ທຸກຄອບຄົວ ຖ້າບໍ່ຈໍາເປັນ ໃຫ້ຢູ່ບ້ານ.
  • ຖ້າຫາກທ່ານເປັນໄຂ້, ເປັນຫວັດ ຫຼື ໄອ ຫຼື ຫາຍໃຈຜິດປົກກະຕິ ສົມທົບກັບ ທ່ານຮູ້ສຶກວ່າຕົນໄດ້ສໍາພັດກັບຄວາມສ່ຽງແລ້ວ ໃຫ້ໂທປຶກສາສາຍດ່ວນ ທັນທີ ຫຼື ແຈ້ງໄປເຖິງສະຖານບໍລິການສາທາລະນະສຸກທີ່ໃກ້ທີ່ສຸດ ເພື່ອຂໍກວດຊອກຫາເຊື້ອ.
  • ຂໍຮຽກຮ້ອງໃຫ້ບັນດາທ່ານ ໃຫ້ຟັງຂ່າວຢ່າງມີສະຕິ ອັນໃດຄວນເຊື່ອ ແລະ ບໍ່ຄວນເຊື່ອ ເພາະປະຈຸບັນ ມີກະແສຂ່າວໃນສັງຄົມອອນລາຍ ບອກວ່າຖ້າບໍ່ມີອາການ ບໍ່ຄວນໄປກວດເດັດຂາດ ເຖິງຈະເປັນຜູ້ສໍາພັດໄກ້ສິດ ຫຼື ໃນກຸ່ມສ່ຽງກໍ່່ຕາມ ເພາະວ່າອາດເຮັດໃຫ້ຜູ້ໄປກວດຕິດເຊື້ອ ເວລາກວດຊອກຫາເຊື້ອ. ຂໍ້ມູນດັ່ງກ່າວບໍ່ແມ່ນຄວາມຈິງ! ປະຈຸບັນນີ້ ຜູ້ຕິດເຊື້ອທີ່ບໍ່ສະແດງອາການກໍ່່ມີຫຼວງຫຼາຍໃນທຸກໆປະເທດທີ່ມີການລະບາດ ແລະ ມີວິທະຍາສາດຢັ້ງຢືນ. – ຖ້າທ່ານສ່ຽງ ຫຼື ສໍາພັດໄກ້ຊິດກັບຜູ້ຕິດເຊື້ອ ທ່ານຈະມີອາການ ຫຼື ບໍ່ມີອາການກໍ່ຕາມ ຂໍໃຫ້ໄປກວດທັນທີ ແລະ ຈໍາກັດຕົນເອງຈົນຄົບ 14 ວັນ.

 

  • ຂໍເຊີນຜູ້ທີ່ບໍ່ທັນສັກວັກຊິນ ຫຼື ສັກຍັງບໍ່ຄົບ ໄປສືບຕໍ່ສັກ ແຕ່ຜູ້ກ່ຽວຕ້ອງກຽມໜັງສືຢັ້ງຢືນຈາກອໍານາດປົກຄອງບ້ານໄປພ້ອມ ໃຫ້ເຈົ້າໜ້າທີ່ຈະໄດ້ອໍານວຍຄວາມສະດວກໃນການເດີນທາງໄປສັກວັກຊິນ ເພື່ອສ້າງພູມຄຸມກັນໝູ່ ແລະ ພູມຄຸ້ມກັນໃຫ້ຕົວທ່ານເອງ ທັງຊ່ວຍຫຼຸດຜ່ອນຄວາມຮຸນແຮງ ແລະ ຫຼຸດຜ່ອນການເສຍຊີວິດ ຖ້າຕິດເຊື້ອ.
  • ຂໍແຈ້ງໃຫ້ທຸກທ່ານຊາບອີກຄັ້ງໜຶ່ງວ່າ ການບໍລິການສັກວັກຊິນຖືກກໍານົດຢູ່ຫຼາຍຈຸດຄື: ຈຸດທີ 1) ຢູ່ ສູນການຄ້າລາວໄອເຕັກ, 2) ໂຮງໝໍເມືອງ 9 ຕົວເມືອງ, 3) ຢູ່ວັດຈີນ ບ້ານດົງປາແລບ (ຈັນ ເຖິງ ສຸກ) ແລະ ຍັງມີທີມເຄື່ອນທີ່ໃຫ້ບໍລິການໃນເຂດທີ່ມີການລະບາດ. ມາຮອດປະຈຸບັນທົ່ວປະເທດແມ່ນສາມາດວັກວັກຊີນໄດ້:
    • ແມ່ນສັກເຂັມທີ 1 ໄດ້ 2.940.677 (ອັດຕາປົກຄຸມ 40,08%) ແລະ
    • ທຸກເຂັມທີ່ແນະນໍາ 2.023.326 (27,57 %),
  • ຂໍຮຽກຮ້ອງມາຍັງ ພໍ່ແມ່, ພີ່ນ້ອງ, ປະຊາຊົນ ແລະ ທຸກພາກສ່ວນໃນສັງຄົມ ຈົ່ງພ້ອມໃຈກັນ ປະຕິບັດການດໍາລົງຊິວິດປົກກະຕິແບບໃໝ່ (new normal) ໂດຍໝັ່ນລ້າງມື, ໃສ່ຜ້າປິດປາກ-ດັງ, ຮັກສາໄລຍະຫ່າງ, ບໍ່ກິນເຂົ້າຮ່ວມກັນເປັນກຸ່ມ, ຫຼີກລ້ຽງການຊຸມແຊວເປັນກຸ່ມ. ພວກເຮົາຕ້ອງຮ່ວມແຮງຮ່ວມໃຈກັນເພື່ອພ້ອມກັນຜ່ານຜ່າວິກິດນີ້ໄປດ້ວຍກັນ.