ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ ເຂົ້າສູ່ຊີວິດຈິງ
ການຖະແຫຼງຂ່າວຂອງຄະນະສະເພາະກິດ ປະຈຳວັນອັງຄານ ວັນທີ 31 ສິງຫາ 2021. ກ່ຽວກັບ ສະພາບໂຄວິດ-19 ຢູ່ໃນ ສປປ ລາວ, ໃນໂລກ ແລະ ບາງຂໍ້ແນະນຳເພິ່ມເຕີມ.
 ສະພາບການລະບາດພະຍາດໂຄວິດ-19 ຢູ່ ສປປ ລາວ, ມາຮອດວັນທີ 30 ສິງຫາ 2021:
• ໄດ້ກວດວິເຄາະທັງໝົດ 3,521 ຄົນ, ໃນນັ້ນ ກວດພົບຜູ້ຕິດເຊື້ອໃໝ່ ທັງໝົດ 199 ຄົນ ເຊິ່ງຕິດເຊື້ອໃນຊຸມຊົນເຖິງ 64 ຄົນ ເປັນຜູ້ສຳຜັດໃກ້ຊິດນຳຜູ້ຕິດເຊື້ອທີ່ຜ່ານມາ ຄື:
– ນະຄອນຫຼວງ: 24
– ສະຫວັນນະເຂດ 14 ຄົນ
– ບໍ່ແກ້ວ 11 ຄົນ
– ຫຼວງນ້ຳທາ 8 ຄົນ
– ສາລະວັນ 3 ຄົນ
– ຄຳມ່ວນ 2 ຄົນ
– ອຸດົມໄຊ 1 ຄົນ
– ຈຳປາສັກ 1 ຄົນ
ສ່ວນ ກໍລະນີນໍາເຂົ້າ ມີ 135 ຄົນ ຈາກ ບໍລິຄຳໄຊ 2 ຄົນ, ນະຄອນຫຼວງ 4 ຄົນ, ຄຳມ່ວນ 5 ຄົນ, ສາລະວັນ 19 ຄົນ ,ຈຳປາສັກ 51 ຄົນ ແລະ ສະຫວັນນະເຂດ 54 ຄົນ ເຊິ່ງກວດພົບຈາກແຮງງານລາວ ຫຼື ຜູ້ທີ່ເດີນທາງມາຈາກປະເທດເພື່ອນບ້ານ ເຂົ້າຕາມຈຸດຜ່ານແດນສາກົນ.
 ລາຍລະອຽດ ຜູ້ຕິດເຊື້ອຢູ່ໃນຊຸມຊົນ ໃນນະຄອນຫຼວງ ແລະ ບັນດາແຂວງ ມີດັ່ງນີ້:
• ນະຄອນຫຼວງ 24 ຄົນ, ທັງໝົດແມ່ນຜູ້ສຳຜັດໃກ້ຊິດກັບກຸ່ມຕິດເຊື້ອຂອງບໍລິສັດເບຍລາວ, ເປັບຊີ ແລະ ບໍລິສັດຂົນສົ່ງທາງບົກ-ທາງນ້ຳ (ຢູ່ບ້ານທ່າພະລານໄຊ)
– ເມືອງຫາດຊາຍຟອງ 14 ຄົນ: ປາກເປັ່ງ 6 ຄົນ, ທ່າພະ 5 ຄົນ, ໜອງແວງ 2 ຄົນ ແລະ ໜອງແຫ້ວ 1 ຄົນ
– ເມືອງໄຊເສດຖາ 5 ຄົນ: ນາໄຊ 2 ຄົນ, ອາມອນ 1 ຄົນ, ສະພັງໝໍ້ 1 ຄົນ, ໂຊກຄຳ 1 ຄົນ
– ເມືອງສີໂຄດຕະບອງ 2 ຄົນ: ຍາພະ 1 ຄົນ (ພະນັກງານບໍລິສັດຂົນສົ່ງເຂດທ່າພະລານໄຊ), ອ່າງໃຫຍ່ 1 ຄົນ
– ເມືອງສີສັດຕະນາກ 3 ຄົນ: ຈອມເພັດ 1 ຄົນ, ດອນນົກຂຸ້ມ 1 ຄົນ (ມາແຕ່ເມືອງຕົ້ນເຜິ້ງ), ທ່າພະລານໄຊ 1 ຄົນ
• ສະຫວັນນະເຂດ 14 ຄົນ, ໃນນັ້ນ:
– 7 ຄົນ ຈາກ ບ້ານ ລັດຕະນະລັງສີໃຕ້
– 1 ຄົນ ຈາກ ບ້ານບຸ່ງຄໍາ ເມືອງວິລະບູລີ
– 3 ຄົນ ຈາກ ບ້ານໂພນຊາຍ
– 2 ຄົນ ຈາກບ້ານສະໜາມໄຊ
– 1 ຄົນ ຈາກບ້ານໜອງຜື
• ບໍ່ແກ້ວ 11 ຄົນ ຈາກ ເມືຶອງຕົ້ນເຜິ້ງ:
–  1 ຄົນມາຈາກ ບ້ານໃຫຍ່ສີເມືອງງານ
–  7 ຄົນ ຈາກບ້ານຄຸນບົງ
–  3 ຄົນ ເປັນພະນັກງານຕຳຫຼວດມາຈາກເຂດສາມຫຼ່ຽມຄຳ
• ຫຼວງນ້ຳທາ 8 ຄົນ, ໃນນັ້ນ:
– 01 ຄົນ ຈາກບ້ານຈອມແຈ້ງ, ເມືອງລອງ ຊື່ງຕິດພັນກັບ ກໍລະນີ ບ້ານທົ່ງໄຈ້ ທີ່ເຊື່ອມໂຍງກັບ ບ້ານນາຝາຍ, ເມືອງນານ, ແຂວງຫລວງພະບາງ
– 06 ຄົນ ຈຸ້ມກໍລະນີ ບ້ານທົງໄຈ້ເໜືອ ແລະ ໃຕ້ ທີ່ເຄີຍລາຍງານມື້ຜ່ານມາ ແລະ ອີກ 01 ຄົນ ແມ່ນ ເຮັດວຽກຢູ່ສາທາແຂວງ (ທີມງານກຳລັງເກັບກຳຂໍ້ມູນ).
• ສາລະວັນ 3 ຄົນ ມີປະຫວັດສຳຜັດໃກ້ຊິດນຳຜູ້ຖືກຈຳກັດບໍລິເວນ
• ຈຳປາສັກ 1 ຄົນ ມາຈາກບໍ່ຄຳເຊໂປນ (ບໍລິສັດລ້ານຊ້າງມິເນໂຣ) ແຂວງສະຫວັນນະເຂດ ໄປຢາມຄອບຄົວ
• ຄຳມ່ວນ 2 ຄົນ ແມ່ນແພດປະຈຳສູນປີ່ນປົວ ເກັບຕົວຢ່າງ ກ່ອນໄປຈຳກັດບໍລິເວນແລ້ວກວດພົບເຊື້ອ.
 ປະຈຸບັນ ຜູ້ຕິດເຊື້ອໃໝ່ທັງໝົດ ໄດ້ເຂົ້ານອນແຍກປ່ຽວ ແລະ ຮັບການປິ່ນປົວຢູ່ສະຖານທີ່ປິ່ນປົວທີ່ຖືກກຳນົດໄວ້.
 ມາຮອດມື້ນີ້ ພວກເຮົາມີຕົວເລກຜູ້ຕິດເຊື້ອສະສົມທັງໝົດ 15,015 ຄົນ, ເສຍຊີວິດສະສົມ 14 ຄົນ (ໃໝ່ 0 ຄົນ) ແລະ ຄົນເຈັບກໍາລັງປິ່ນປົວ ທັງໝົດ 4,983 ຄົນ.
• ຜູ້ທີ່ມີຈຸດປະສົງຢາກກວດຊອກຫາເຊື້ອໂຄວິດ-19 ສຳລັບ ນະຄອນຫຼວງວຽງຈັນນີ້ ແມ່ນ ຢູ່ຈຸດເກັບຕົວຢ່າງບຶງຂະຫຍອງ ເຊິ່ງເປີດໃຫ້ບໍລິການບັນດາທ່ານທຸກວັນ (ວັນຈັນ ຮອດ ວັນອາທິດ) ໃນຕອນເຊົ້າ ເວລາ 9:00-12:00 ໂມງ.
• ສຳລັບແຂວງອື່ນ ແມ່ນທ່ານສາມາດໄປກວດຊອກຫາເຊື້ອໄດ້ຢູ່ໂຮງໝໍແຂວງ ຫຼື ສະຖານທີ່ທີ່ກຳນົດໄວ້.
 ສຳລັບ ບ້ານແດງທີ່ຖືກກຳນົດເປັນບ້ານແດງ ຢູ່ນະຄອນຫຼວງວຽງຈັນ ມີ: ບ້ານນາໄຊ, ເມືອງໄຊເສດຖາ ແລະ ບ້ານປາກເປັ່ງ, ເມືອງຫາດຊາຍຟອງ.
 ສະຖານທີ່ສ່ຽງຕ່າງໆ ທີ່ຜູ້ຕິດເຊື້ອເດີນທາງໄປ ໃນໄລຍະຜ່ານມາ:
– ຫ້ອງການກະຊວງຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ
– ໂຮງຮຽນທິດສະດີການເມືອງການປົກຄອງ ໜອງບົວທອງ ແລະ ຮ້ານເຂົ້າປຽກຂ້າງໂຮງຮຽນທິດສະດີການເມືອງການປົກຄອງ ໜອງບົວທອງ
– ໂຮງງານ ckl ຜະລິດເກີບຕັ້ງຢູ່ບ້ານຊຽງດາ, ເມືອງໄຊເສດຖາ
– ຮ້ານສາຂາຈຳໜ່າຍເບຍ, ສາຂານາໄຊ
– ຮ້ານຂາຍຢາໜ້າໂຮງຮຽນປະຖົມຊຽງຄວນ, ບ້ານຊຽງຄວນ, ເມືອງຫາດຊາຍຟອງ
 ບັນດາບ້ານແດງໃນຂອບເຂດທົ່ວປະເທດ ທີ່ມີກໍລະນີຢັ້ງຢືນກໍລະນີການຕິດພະຍາດ
ນະຄອນຫລວງ ໄຊທານີ
ຈະເລີນໄຊ 29/8/2021 12/8/2021 0 3
ດົງໂດກ 23/8/ 2021 06/9/ 2021 0 1*
ຄໍາຮຸ່ງ 27/8/2021 10/9/2021 0 2
ສັງທອງ
ກົວ 23/8/2021 6/9/2021 0 2
ຫາດຊາຍຟອງ
ດອນດູ່ 26/8/2021 09/9/2021 0 10
ສິມມະໂນໃຕ້ 28/8/2021 11/9/2021 0 11
ໜອງແຫ້ວ 27/8/ 2021 10/9/2021 0 6
ສິມມະໂນເໜືອ 28/8/2021 11/9/2021 0 4
ໜອງແວງ 29/8/2021 12/9/2021 0 3
ທ່າພະ 28/8/2021 11/9/2021 0 2
ດົງຄໍາຊ້າງ 28/8/2021 11/9/2021 0 2
ສີສັດຕະນາກ
ທ່ານພະລານໄຊ 28/8/2021 11/9/2021 0 6
ຈອມເພັດເໜືອ 29/8/2021 12/9/2021 0 2
ບໍ່ແກ້ວ
ຕົ້ນເຜິ້ງ ໃຫຍ່ສີເມືອງງາມ 20/8/2021 3/9/2021
ດອນສະຫວັນ 26/8/2021 09/9/2021
ຄ້ວານ 26/8/2021 09/9/2021
ຫ້ວຍຊາຍ ພິກຸນທອງ 26/8/2021 09/9/2021
ສະຫວັນນະເຂດ
ນະຄອນໄກສອນ
ລັຕະນະລັງສີ ເໜືອ 27/8/2021 10/9/2021
ນາເລົ່າ 27/8/2021 10/9/2021
ສຸນັນທາ 18/8/21 1/9/2021
ໂພນສະຫວ່າງ-ເໜືອ 20/8/21 3/9/2021
ໂພນສະຫວ່າງ-ໃຕ້ 21/8/2021 4/9/2021
ໂພໄຊ* 20/8/2021 3/9/2021
ໂພນສະອາດ 21/8/2021 4/9/2021
ຄໍາມ່ວນ
ທ່າແຂກ ໜອງບົວຄຳ 28/8/2021 11/9/2021
ສຸກສະຫວັນ 28/8/2021 11/9/2021
ຫີນບູນ ດົງມ່ວງໄຂ່ 28/8/2021 11/9/2021
 ການເຝົ້າລະວັງຢູ່ຕາມຈຸດຜ່ານແດນ ໃນຂອບເຂດທົ່ວປະເທດ
• ວັນທີ 30 ສິງຫາ 2021 ມີຜູ້ເດີນທາງຜ່ານເຂົ້າມາດ່ານຕ່າງໆໃນ ສປປ ລາວ ຈໍານວນ ທັງໝົດ 1,965 ຄົນ
• ປັດຈຸບັນ ທົ່ວປະເທດມີສູນຈຳກັດບໍລິເວນທີ່ຍັງເປີດຢູ່ 110 ສູນ ແລະ 51 ໂຮງແຮມ ມີຜູ້ຈຳກັດບໍລິເວນ 6,576 ຄົນ.
ຕໍ່ໄປນີ້ ຂ້າພະເຈົ້າຂໍລາຍງານສະພາບການຕິດເຊື້ອໃນທົ່ວໂລກ:
• ປັດຈຸບັນ ທົ່ວໂລກມີລາຍງານຜູ້ຕິດເຊື້ອສະສົມ 217,776,768
(604,086 ໃໝ່), ເສຍຊິວິດທັງໝົດ 4,521,979 (7,8397 ໃໝ່), ປີ່ນປົວຫາຍດີ 194,683,398 (623,042ໃໝ່)
• ສຳລັບ 3 ອັນດັບ ປະເທດທີ່ມີຜູ້ຕິດເຊື້ອ ແລະ ເສຍຊິວິດຫຼາຍກວ່າໝູ່ໃນໂລກ ກໍ່ຍັງແມ່ນ ສະຫະລັດອາເມລິກາ, ອິນເດຍ ແລະ ບຣາຊິວ.
• ບັນດາປະເທດທີ່ມີຊາຍແດນຕິດຈອດກັບ ສປປ ລາວ
– ປະເທດໄທ ມີລາຍງານຜູ້ຕິດເຊື້ອໃໝ່ ສູງກວ່າໝູ່ ເຖິງ 15,972 ຄົນ, ຮອງລົງມາ ແມ່ນ ສສ ຫວຽດນາມ ສູງເຖິງ 14,224 ຄົນ.
– ສຳລັບ ປະເທດທີ່ມີລາຍງານຜູ້ເສຍຊີວິດໃໝ່ ສູງກວ່າໝູ່ ແມ່ນ ປະເທດໄທ ເຖິງ 315 ຄົນ.
ບັນດາທ່ານທີ່ນັບຖື ແລະ ຮັກແພງທັງຫຼາຍ
• ປະເທດເຮົາ ແມ່ນໄດ້ມີການລະບາດໃນຊຸມຊົນ ຢູ່ຫຼາຍແຂວງ ບໍ່ວ່າຈະເປັນ ພະນັກງານເຮັດວຽກດ່ານໜ້າ ລວມທັງແພດ ຜູ້ທີ່ບໍລິການປະຊາຊົນຢູ່ຕາມສະຖານທີ່ຕ່າງໆ, ລັດວິສາຫະກິດ, ບໍລິສັດເອກະຊົນ ແລະ ຄອບຄົວ;
• ຕໍ່ສະພາບການດັ່ງກ່າວ ພັກ-ລັດ ກໍ່ຄື ຄະນະສະເພາະກິດທຸກຂັ້ນ ໄດ້ສຸມໃສ່ ໃນການວາງມາດຕະການໂຕ້ຕ້ອບໃຫ້ແທດເໝາະ ແລະ ທັນເວລາ ແຕ່ຂັ້ນສູນກາງ ຈົນຮອດ ທ້ອງຖິ່ນ ລວມທັງ ບຸກຄະລາກອນ-ຊັບພະຍາກອນ ເພື່ອຕິດຕາມ, ປະເມີນຜົນ ແຕ່ລະໄລຍະ. ພ້ອມດຽວກັນນີ້, ກໍຂໍຮຽກຮ້ອງມາຍັງ ພໍ່ແມ່, ພີ່ນ້ອງ, ປະຊາຊົນ ແລະ ທຸກພາກສ່ວນໃນສັງຄົມ ຈົ່ງພ້ອມໃຈກັນ ປະຕິບັດຕາມຄຳສັ່ງ ວ່າດ້ວຍການເພີ່ມທະວີການປ້ອງກັນ, ຄວບຄຸມ ແລະ ແກ້ໄຂການລະບາດຂອງພະຍາດ COVID-19 ຢ່າງເຂັ້ມງວດ ແລະ ເຄັ່ງຄັດ;
• ນອກຈາກນັ້ນ ຍັງໄດ້ເລັ່ງລັດການສັກວັກຊີນ ໃຫ້ກຸ່ມເປົ້າໝາຍ ໂດຍສະເພາະ ກຸ່ມສ່ຽງເຊັ່ນ: ແພດ, ຜູ້ສູງອາຍຸ ແລະ ຜູ້ທີ່ມີພະຍາດປະຈຳໂຕ ລວມທັງ ບຸກຄົນທົ່ວໄປໃນສັງຄົມ ແມ່ນວິທີທາງອອກເພື່ອຫຼຸດຜ່ອນອັດຕາການຕິດເຊື້ອ ກໍ່ຄື ການເສຍຊີວິດໃຫ້ໜ້ອຍລົງ ແລະ ກັບຄືນຟື້ນຟູສະພາບເສດຖະກິດ ແລະ ຊີວິດການເປັນຢູ່ຂອງປະຊາຊົນບັນດາເຜົ່າ ໃຫ້ດີຂື້ນໂດຍໄວ;
• ແຕ່ຍັງມີຫຼາຍຄົນຍັງເຂົ້າໃຈຜິດວ່າ ຖ້າສັກວັກຊິນແລ້ວ ແມ່ນບໍ່ຈໍາເປັນຕ້ອງປະຕິບັດມາດຕະການຫຍັງເລີຍ. ຈຸດນີ້ຢາກໃຫ້ພວກເຮົາມາທໍາຄວາມເຂົ້າໃຈນໍາກັນວ່າ ການສັກວັກຊີນ ແມ່ນ ການເຮັດໃຫ້ຮ່າງກາຍສ້າງພູມຄຸ້ມກັນ ເພື່ອປ້ອງກັນພະຍາດ ພ້ອມຫຼຸດຜ່ອນຄວາມຮ້າຍແຮງ ເມື່ອຕິດພະຍາດ ແຕ່ວ່າຍັງສາມາດ ຕິດ ແລະ ແຜ່ເຊື້ອ ພະຍາດໂຄວິດ-19 ນີ້ໄດ້ ໂດຍສະເພາະ ແມ່ນ ສາຍພັນເດວຕ້າ ທີ່ກໍາລັງເກີດຂື້ນໃນຫຼາຍປະເທດ ລວມທັງ ສປປ ລາວ ຂອງພວກເຮົາ. ປັດຈຸບັນ ສາມາດສັກເຂັມທີ 1 ໄດ້ 2,443,845 ໂດສ (ອັດຕາປົກຄຸມ 33.3%) ແລະ ທຸກເຂັມທີ່ແນະນໍາ ໄດ້ 1,794,698 ໂດສ (24.46 %);
• ສະນັ້ນ ການປະຕິບັດມາດຕະການທີ່ຄະນະສະເພາະກິດວາງອອກ ມີຄວາມຈໍາເປັນທີ່ສຸດ ທີ່ຈະຕ້ອງໄດ້ສືບຕໍ່ຈັດຕັ້ງປະຕິບັດຢ່າງເຄັ່ງຄັດ ໂດຍສະເພາະ ຫຼີກເວັ້ນການເດີນທາງໄປສະຖານທີ່ສ່ຽງ, ສະຖານທີ່ແອອັດ, ບໍ່ຊຸມແຊວກັນເປັນກຸ່ມ, ການຮັກສາໄລຍະຫ່າງ, ໃສ່ຜ້າອັດປາກ-ດັງ, ລ້າງມືເລື້ອຍໆດ້ວຍສະບູ ແລະ ນ້ຳສະອາດ ຫຼື ເຈວລ້າງມືທີ່ມີທາດເຫຼົ້າ 70 ຂື້ນໄປ, ຮັກສາມາລະຍາດໃນການໄອ-ຈາມ, ຖ້າຫາກທ່ານຮູ້ສືກວ່າ ເປັນກຸ່ມສ່ຽງຕ້ອງຈໍາກັດບໍລິເວນຕົນເອງທັນທີ ພ້ອມທັງໄປກວດຊອກຫາເຊື້ອ, ເຖິງແມ່ນວ່າ ຜົນກວດຈະເປັນລົບກໍ່ຕາມ ຕ້ອງໄດ້ສືບຕໍ່ຈຳກັດບໍລິເວນຕົນເອງ ຈົນຄົບກຳນົດ 14 ວັນ ຫຼື ກັບມາກວດຄືນຖ້າວ່າມີອາການຜິດປົກກະຕິ;
• ການດໍາລົງຊິວິດປົກກະຕິແບບໃໝ່ (new normal) ເປັນສິ່ງສຳຄັນ, ພວກເຮົາທຸກຄົນ ຕ້ອງຮ່ວມແຮງຮ່ວມໃຈ ແລະ ສາມັກຄີກັນ, ເພື່ອພ້ອມກັນຜ່ານຜ່າວິກິດນີ້ໄປດ້ວຍກັນ ແລະ ສາມາດກັບມາດຳລົງຊີວິດປົກກະຕິໂດຍໄວ.