ສະພາບການລະບາດພະຍາດໂຄວິດ-19 ຢູ່ ສປປ ລາວ, ມາຮອດວັນທີ 6 ກັນຍາ 2021: ໄດ້ກວດວິເຄາະທັງໝົດ 4,159 ຄົນ, ໃນນັ້ນ ກວດພົບຜູ້ຕິດເຊື້ອໃໝ່ ທັງໝົດ 307 ຄົນ ເຊິ່ງຕິດເຊື້ອໃນຊຸມຊົນ 86 ຄົນ ເປັນຜູ້ສໍາຜັດໃກ້ຊິດນໍາຜູ້ຕິດເຊື້ອທີ່ຜ່ານມາ ແລະ ກໍລະນີນໍາເຂົ້າ ມີ 221 ຄົນ ຈາກ ສະຫວັນນະເຂດ 195 ຄົນ, ຈໍາປາສັກ 14 ຄົນ, ສາລະວັນ 10 ຄົນ ແລະ ຄໍາມ່ວນ 2 ຄົນ, ເຊິ່ງກວດພົບຈາແຮງງານລາວ ຫຼື ຜູ້ທີ່ເດີນທາງມາຈາກປະເທດເພື່ອນບ້ານ ເຂົ້າຕາມຈຸດຜ່ານແດນສາກົນ.
ລາຍລະອຽດ ຜູ້ຕິດເຊື້ອໃນຊຸມຊົນ ຢູ່ນະຄອນຫຼວງວຽງຈັນ ແລະ ບັນດາແຂວງແມ່ນເປັນຜູ້ສໍາຜັດໃກ້ຊິດກັບຜູ້ຕິດເຊື້ອທີ່ຜ່ານມາ ລາຍລະອຽດດັ່ງນີ້:
• ຄໍາມ່ວນ 29 ຄົນ: ແພດທີ່ຈໍາກັດບໍລະເວນ 2 ຄົນ, ຊຸມຊົນໂພນສະຫວ່າງ 8 ຄົນ,
ຕະຫລາດຫລັກ3: 1 ຄົນ, ຄອບຄົວໄຟຟ້າ: 3 ຄົນ, ໂຮງຮຽນການເມືອງ: 5 ຄົນ
ແລະ ຊຸມຊົນອື່ນໆ 10 ຄົນ.
• ສະຫວັນນະເຂດ 26 ຄົນ: ສະຫັວນປາກ 2 ກໍລະນີ, ພະນັກງານຫ້ອງການກຸ່ມ 2 ກໍລະນີ ແລະ ຄອບຄົວພະນັກງານກຸ່ມ 1 ກໍລະນີ , ສ່ວນທີ່ເຫຼືອແມ່ນສໍາຜັດກັບກໍລະນີຕິດເຊື້ອທີ່ຜ່ານມາ ແລະ ອີກສ່ວນທີ່ເຫຼືອທີມງານລະບາດກໍາລັງສອບສວນ ແລະ ເກັບກໍາຂໍ້ມູນເພີ່ມເຕີມ.
• ບໍ່ແກ້ວ 13 ຄົນ: ເຂດເສດຖະກິດພິເສດ ສາມຫຼຽ່ມຄໍາ 11 ຄົນ (ຕໍາຫລວດ 02, ຄົນຈີນ 09), 01 ຈາກ ບ້ານຂອນແກ້ວ ເມືອງຫ້ວຍຊາຍ.
• ຈຳປາສັກ 10 ຄົນ: ມາຈາກຊຸມຊົນ ເຂດ ຫລັກ 40 ກ່ຽວພັນກັບ ກຸ່ມໂຮງໝໍ ເມືອງປະທຸມພອນ.
• ສາລະວັນ 4 ຄົນ: ແມ່ນ ກຸ່ມທີ່ພົວພັນ ກັບ ເຈົ້າໜ້າທີ່ ໄອຍະການ ແລະ ຫ້ອງການ
ຍຸດຕິທໍາແຂວງ ທີ່ເຄີຍໄດ້ລາຍງານໃນ ສອງວັນຜ່ານມາ.
• ຫຼວງນໍ້າທາ 2 ຄົນ: ຈາກບ້ານວຽງເງີນ, ເມືອງນໍ້າທາ ພົວພັນ ກັບ ຜູ້ຕິດເຊື້ອ ຜ່ານມາຈາກບ້ານທົ່ງໄຈ້ເໜືອ, ເມືອງນໍ້າບາງ.
• ນະຄອນຫຼວງວຽງຈັນ 1 ຄົນ: ບ້ານ ດອນດູ່ ເມືອງ ຫາດຊາຍຟອງ ເປັນລູກຂອງຜູ້ ທີ່ຕິດເຊື້ອ ຊຶ່ງໄດ້ລາຍງານ ໄລຍະວັນທີ 24 ສິງຫາ ຜ່ານມາ.
• ຫຼວງພະບາງ 1 ຄົນ: ແມ່ນຜູ້ສໍາຜັດໃກ້ຊິດກັບຜູ້ຕິດເຊື້ອມາກ່ອນ.
- ປະຈຸບັນ ຜູ້ຕິດເຊື້ອໃໝ່ທັງໝົດ ໄດ້ເຂົ້ານອນແຍກປ່ຽວ ແລະ ຮັບການປິ່ນປົວຢູ່
ສະຖານທີ່ປິ່ນປົວທີ່ຖືກກໍານົດໄວ້.
– ມາຮອດມື້ນີ້ ພວກເຮົາມີຕົວເລກຜູ້ຕິດເຊື້ອສະສົມທັງໝົດ 16,365 ຄົນ, ເສຍຊີວິດສະສົມ 16 ຄົນ ແລະ ຄົນເຈັບກໍາລັງປິ່ນປົວ ທັງໝົດ 5.019 ຄົນ.
– ສໍາລັບບ້ານແດງທີ່ຖືກກຳນົດເປັນບ້ານແດງໃໝ່ໃນນະຄອນຫຼວງວຽງຈັນ ມີ 0
ບ້ານ
• ຜູ້ທີ່ມີຈຸດປະສົງຢາກກວດຊອກຫາເຊື້ອໂຄວິດ-19 ສໍາລັບ ນະຄອນຫຼວງວຽງຈັນນີ້
ແມ່ນ ຢູ່ຈຸດເກັບຕົວຢ່າງບຶງຂະຫຍອງ ເຊິ່ງເປີດໃຫ້ບໍລິການບັນດາທ່ານທຸກວັນ
(ວັນຈັນ ຫາ ວັນອາທິດ) ໃນຕອນເຊົ້າ ເວລາ 9:00-12:00 ໂມງ ແລະ ຍັງມີທີມ
ງານເກັບຕົວຢ່າງເຄື່ອນທີ່ໄປເກັບໃນສະຖານທີ່ທີ່ມີລາຍງານຄົນເຈັບຕິດເຊື້ອ.
• ສໍາລັບແຂວງ ແມ່ນທ່ານສາມາດໄປກວດຊອກຫາເຊື້ອໄດ້ຢູ່ໂຮງໝໍແຂວງ ຫຼື
ສະຖານທີ່ທີ່ກໍານົດໄວ້.
➢ ການເຝົ້າລະວັງຢູ່ຕາມຈຸດຜ່ານແດນ ໃນຂອບເຂດທົ່ວປະເທດ
• ວັນທີ 6 ກັນຍາ 2021 ມີຜູ້ເດີນທາງຜ່ານເຂົ້າມາດ່ານຕ່າງໆໃນ ສປປ ລາວ ຈໍາ
ນວນ ທັງໝົດ 1,814 ຄົນ.
• ປັດຈຸບັນ ທົ່ວປະເທດມີສູນຈໍາກັດບໍລິເວນທີ່ຍັງເປີດຢູ່ 90 ສູນ ແລະ 54 ໂຮງແຮມ
ມີຜູ້ຈໍາກັດບໍລິເວນ 8,438 ຄົນ.