ດຣ. ຣັດຕະນະໄຊ ເພັດສຸວັນ ຫົວໜ້າກົມຄວບຄຸມພະຍາດຕິດຕໍ່, ກະຊວງສາທາລະນະສຸກ ກອງເລຂາ ຄະນະສະເພາະກິດເພື່ອປ້ອງກັນ, ຄວບຄຸມ ແລະ ແກ້ໄຂການລະບາດຂອງພະຍາດ COVID-19 ຖະແຫລງຂ່າວຕໍ່ສື່ມວນຊົນ ເຖິງສະພາບການລະບາດຂອງພະຍາດ COVID-19 ຢູ່ໃນສປປ ລາວວ່າ: ວັນທີ 12 ມິຖຸນາ 2021 ໄດ້ເກັບຕົວຢ່າງມາກວດວິເຄາະທັງໝົດ1,348ຕົວຢ່າງ, ກວດພົບຜູ້ຕິດເຊື້ອທັງໝົດ 6ກໍລະນີ,ໃນນັ້ນ ນະຄອນຫຼວງວຽງຈັນ 4ກໍລະນີ ,ສະຫວັນນະເຂດ1 ກໍລະນີ ແລະ ຫຼວງນ້ຳທາ 1 ກໍລະນີ,
ສຳລັບນະຄອນຫຼວງວຽງຈັນ 4 ຄົນ ແມ່ນກໍລະນີຕິດເຊື້ອໃນຊຸມຊົນ ຕິດເຊື້ອຈາກການສຳຜັດໃກ້ຊິດກັບຜູ້ຕິດເຊື້ອເກົ່າ
– 1 ຄົນຈາກແຂວງສະຫວັນນະເຂດແມ່ນແຮງງານລາວທີ່ກັບມາຈາກປະເທດໄທໂດຍຖືກຕ້ອງຕາມກົດໝາຍ.
– 1 ຄົນ ຈາກແຂວງຫຼວງນ້ຳທາແມ່ນສັນຊາດຈີນທີ່ອອກຈາກເມືອງຫ້ວຍຊາຍ ແຂວງບໍ່ແກ້ວ ໄປຜ່ານ ຫຼວງນ້ຳທາເພື່ອຈະກັບໄປຈີນ ແລ້ວກວດພົບເຊື້ອ(ຜູ້ກ່ຽວບໍ່ໄດ້ໄປເຂດເມືອງຕົ້ນເຜີ້ງ)
ສໍາລັບ 4 ກໍລະນີ ຢູ່ນະຄອນຫລວງວຽງຈັນ ຄື ກໍລະນີທີ 1932 ຫາ 1935 ມີປະຫວັດການເດີນທາງຄື:
1.ກໍລະນີ 1932: ຊື່ ທ້າວ ຖິ່ນ, ອາຍຸ 26 ປີ, ສັນຊາດລາວ, ອາຊີບຄ້າຂາຍ, ບ້ານເກົ້າລ້ຽວ ເມືອງສີໂຄດຕະບອງ, ນະຄອນຫຼວງວຽງຈັນ, ເຂົ້າໄປປິ່ນປົວຢູ່ໂຮງໝໍມະໂຫສົດ ຍ້ອນມີອາການໄອ, ປວດຕາມກ້າມຊີ້ນ ແລະ ແໜ້ນໜ້າເອີກ, ຫາຍໃຈຝືດ, ເຈັບຄໍ, ຂີ້ມູກຍ້ອຍ, ເຂົ້າປິ່ນປົວ ວັນທີ 12 ມີຖຸນາ 2021 ແລະ ແພດເກັບຕົວຢ່າງສົ່ງກວດ ແລະ ຜົນກວດອອກມາພົບເຊື້ອ, ປັດຈຸ ບັນພົບເຫັນຜູ້ກ່ຽວ ແລະໄດ້ເຂົ້າມາປ່ິ່ນປົວຢູ່ໂຮງໝໍແລ້ວ
2. ກໍລະນີ1933: ເພດຍິງ, ອາຍຸ 52 ປີ, ອາຊີບ ແມ່ເຮືອນ ຊຶ່ງເປັນແມ່ຂອງຜູ້ຕິດເຊື້ອ 1921 ( ຜູ້ສໍາຜັດໃກ້ສິດ), ບ້ານດອນແດງ ຮ່ອມ 32, ເມືອງຈັນທະບູລີ, ນະຄອນຫຼວວຽງຈັນ, ໄປໂຮງໝໍເສດຖາທິລາດ ຍ້ອນອາການເມື່ອຍ ເປັນວິນ ແລ້ວໄດ້ຖືກເກັບຕົວຢ່າງໃນວັນທີ 12 ມີຖຸນາ 2021, ຜູ້ກ່ຽວມີພະຍາດປະຈໍາໂຕ ແລະ ໄດ້ກິນຍາ ປິ່ນປົວ 5 – 6ປີ ດັ່ງນັ້ນ ຈຶ່ງບໍ່ໄດ້ອອກໄປໃສ,
3 .ກໍລະນີ 1934 :ເພດຍິງ, ອາຍຸ 36 ປີ, ອາຊີບແມ່ເຮືອນ, ບ້ານໜອງແຕ່ງເໜືອ ຮ່ອມ 15, ເມືອງສີໂຄດຕະບອງ, ບໍ່ມີອາການຫຍັງ, ຜູ້ກ່ຽວແມ່ນເປັນຜູ້ສໍາຜັດໃກ້ສິດໂດຍກົງກັບຜູ້ທີ່ຕິດເຊື້ອ ຢູ່ບ້ານເກົ້າລ້ຽວມາກ່ອນໜ້ານີ້ ແລ້ວ ຈຶ່ງໄປກວດຢູ່ ມສ ສີໂຄດ ໃນວັນທີ 12 ມີຖຸນາ 2021, ວັນທີ 7 ຫາ ທີ 8 ເດືອນ ມີຖຸນາ ໄດ້ມີລູກສາວ ແລະ ລູກຊາຍມານອນຍາມ ຢູ່ເຮືອນຂອງຜູ້ກ່ຽວ, ວັນທີ 13 ມີຖຸນາ ໄດ້ກັກໂຕຢູ່ເຮືອນ.
4. ກໍລະນີ 1935 :ເພດຍິງ, ອາຍຸ 16 ປີ, ອາຊີບ ແມ່ບ້ານ, ບ້ານສີໄຄທົ່ງ, ເມືອງສີໂຄດ, ນະຄອນຫຼວວຽງຈັນ, ຜູ້ກ່ຽວບໍ່ມີອາການຫັຍງ, ມີປະຫັວດສໍາຜັດໃກ້ສິດກັບຜູ້ຕິດເຊື້ອ, ໄປເກັບຕົວຢ່າງ ໃນວັນທີ 12 ມີຖຸນາ ຢູ່ ມສ ສີໂຄດ ແລະ ຜົນກວດພົບເຊື້ອ
ດຣ. ຣັດຕະນະໄຊ ເພັດສຸວັນ ຫົວໜ້າກົມຄວບຄຸມພະຍາດຕິດຕໍ່, ກະຊວງສາທາລະນະສຸກ ໃຫ້ຮູ້ເຖິງການລະບາດຂອງພະຍາດໂຄວິດ 19 ຢູ່ໃນປະເທດຂອງພວກເຮົາວ່າ: ເຖິງວ່າຈະມີທ່າອ່ຽງຫຼຸດລົງຢູ່ຫຼາຍແຂວງ ແຕ່ກໍ່ຍັງມີລາຍງານການຕິດເຊື້ອໃໝ່ໃນຊຸມຊົນແຕ່ລະວັນໃນນະຄອນຫຼວງວຽງຈັນ ລວມທັງກໍລະນີນຳເຂົ້າຈາກແຮງງານທີ່ກັບມາແຕ່ຕ່າງປະເທດ ແລະ ອາດຈະຍັງມີລາຍງານການລັກລອບເຂົ້າເມືອງແບບຜິດກົດໝາຍ ເຊີ່ງເປັນສີ່ງທ້າທາຍທີ່ຈະມີການລະບາດໃນຊຸມຊົນໃນຕໍ່ໜ້າ.
ຕໍ່ກັບສະພາບການດັ່ງກ່າວ, ຈຶ່ງຂໍຮຽກຮ້ອງ ມາຍັງພໍ່ແມ່, ປະຊາຊົນ ແລະ ທຸກພາກສ່ວນໃນສັງຄົມ ບໍ່ຄວນປະໝາດ, ລະເລີງ ໃນການປະຕິບັດມາດຕະການຕ່າງໆ ທີ່ທາງລັດຖະບານ ກໍ່ຄື ຄະນະສະເພາະກິດຂັ້ນສູງກາງ ແລະ ຂັ້ນແຂວງ ໄດ້ວາງອອກ ຈົນກວ່າ ພວກເຮົາບໍ່ມີລາຍງານກໍລະນີຕິດເຊື້ອໃໝ່ໃນຊຸມຊົນ ເປັນເວລາ 28 ວັນ.
ການດໍາລົງຊິວິດປົກກະຕິແບບໃໝ່(new normal) ຍັງມີຄວາມຈຳເປັນທີ່ຈະຕ້ອງໄດ້ສືບຕໍ່ປະຕິບັດເປັນປະຈຳເຊັ່ນ: ການໃສ່ຜ້າປິດປາກ-ດັງ, ການໝັ່ນລ້າງມື ເລື້ອຍໆ,ການຮັກສາໄລຍະຫ່າງໃນສັງຄົມແລະຫຼີກລ້ຽງໄປບ່ອນທີ່ມີຄົນແອອັດຫຼາຍ ຫຼື ເຂດທີ່ມີຄວາມສ່ຽງ, ຈົນກວ່າພວກເຮົາຈະຜ່ານພົ້ນວິກິດການລະບາດໃນຄັ້ງນີ້.
ຖ້າຫາກທ່ານຮູ້ວ່າຕົນເອງເປັນຜູ້ສຳພັດໃກ້ຊິດ ກັບຜູ້ທີ່ຕິດເຊື້ອພະຍາດໂຄວີດ-19 ຫຼື ໄດ້ເດີນທາງໄປຍັງສະຖານທີ່ ທີ່ມີຄວາມສ່ຽງ ຈົ່ງຮີບຮ້ອນໄປພົບແພດໝໍເພື່ອເກັບຕົວຢ່າງກວດຫາເຊື້ອພະຍາດ, ສຳລັບຜູ້ທີ່ບໍ່ສະບາຍມີອາການຄ້າຍຄືໄຂ້ຫວັດຫ້າມຊື້ຢາມາກິນເອງ ແລະ ໃນໄລຍະລໍຖ້າຜົນກວດກໍ່ໃຫ້ຈຳກັດໂຕເອງ ແຍກໂຕອອກຈາກຄອບຄົວ ແລະຄົນໃກ້ຊິດ ຈົນຄົບ 14ມື້້.