ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ ເຂົ້າສູ່ຊີວິດຈິງ
ການຖະແຫຼງຂ່າວ ຂອງ ຄະນະສະເພາະກິດເພື່ອປ້ອງກັນຄວບຄຸມແລະ ແກ້ໄຂການລະບາດພະຍາດCOVID-19, ໃນວັນອາທິດທີ 17 ຕຸລາ 2021 ກ່ຽວກັບສະ ພາບການລະບາດຂອງພະຍາດ COVID-19 ຢູ່ ສປປ ໃນມື້ວານນີ້ ວັນທີ 16 ຕຸລາ 2021 ທົ່ວປະເທດ ໄດ້ ມີການເກັບຕົວຢ່າງມາກວດ ຊອກຫາເຊື້ອ COVID-19 ທັງໝົດ 5,622 ຕົວຢ່າງ, ໃນນັ້ນ ກວດພົບຜູ້ຕິດເຊື້ອໃໝ່ 296 ຄົນ ( ຕິດເຊື້ອພາຍໃນປະເທດ = 283 ຄົນ, ເດີນທາງຈາກຕ່າງປະເທດ 13 ຄົນ ) ເຮັດໃຫ້ຕົວເລກຜູ້ຕິດເຊື້ອ ພະຍາດໂຄວິດ-19 ສະ ສົມໃນ ສປປ ລາວ ຮອດປະຈຸບັນ ແມ່ນ 32,029 ຄົນ (ຕິດເຊື້ອໃນປະເທດທັງໝົດ 18,141 ແລະ ເດີນທາງຈາກຕ່າງປະ ເທດ 13,888), ເສຍຊີວິດສະສົມ 40 (ໃໝ່ 2). ປິ່ນປົວຫາຍດີໃນມື້ວານນີ້ 864, (ຮອດມື້ນີ້ຜູ້ຖືກປິ່ນປົວຫາຍດີ ຖ້າທຽບໃສ່ຈໍານວນຜູ້ຕິດເຊື້ອ ທັງໝົດມີເຖິງ 77.46%)
ຮອດປະຈຸບັນມີຈໍານວນຜູ້ທີ່ຍັງປິ່ນປົວ ແມ່ນ 7,258 ເບິ່ງຈຳນວນດັ່ງກ່າວນີ້ ແມ່ນ ໝາຍເຖິງ ຜູ້ຍັງຕິດເຊື້ອພະຍາດໂຄວິດ-19 ໃນປະຈຸບັນ ເຊິ່ງກວມ 0.09 % ຂອງ ຈຳນວນພົນລະເມືອງທັງໝົດຂອງ ສປປລາວ
ຂໍ້ມູນໂດຍຫຍໍ້ ກ່ຽວກັບຄົນຕິດເຊື້ອໃໝ່ 296 ຄົນ ມີດັ່ງນີ້
– ສໍາລັບການຕີດເຊື້ອ ທີ່ເດີນທາງເຂົ້າປະເທດມີຈໍານວນ 13 ຄົນ ຄື: ນະຄອນຫຼວງ 7 ຄົນ, ສະຫວັນນະເຂດ 4 ຄົນ, ສາລະວັນ 1 ຄົນ ແລະ ໄຊຍະບູລີ 1 ຄົນ ນັ້ນແມ່ນ ໄດ້ມີການເກັບຕົວຢ່າງ ແລະ ສົ່ງໄປຈໍາກັດບໍລິເວນຢູ່ສູນຈໍາກັດບໍລິ ເວນ ຂອງແຕລະ ແຂວງ ເລີ້ມ ແຕ່ມື້ເດີນທາງເຂົ້າມາສປປລາວ, ເມື່ອຜົນກວດເປັນບວກພວກກ່ຽວຈະ ຖືກນໍາສົ່ງໄປປິ່ນປົວຢູ່ສະຖານທີ່ປິ່ນປົວທີ່ແຂວງກຳນົດໄວ້ ແຂວງ ເລີ້ມ ແຕ່ມື້ ເດີນທາງເຂົ້າມາສປປລາວ, ເມື່ອຜົນກວດເປັນບວກພວກກ່ຽວຈະ ຖືກນໍາສົ່ງໄປປິ່ນປົວຢູ່ສະຖານທີ່ປິ່ນປົວທີ່ແຂວງກໍານົດໄວ້
– ສ່ວນການຕິດເຊື້ອພາຍໃນປະເທດ ຈໍານວນ 283 ຄົນ ເຊິ່ງຈະລາຍງານຈາກແຂວງ
ຕາມລໍາດັບທີ່ມີການຕິເຊື້ອສູງຄືດັ່ງນີ້:
1. ນະຄອນຫຼວງ 105 ຄົນ ມາຈາກ 42 ບ້ານ, ໃນ 8 ເມືອງ:
• ເມືອງຈັນທະບຸລີ ມີ 03 ບ້ານ (04 ກໍລະນີ)
• ເມືອງສີໂຄດຕະບອງ ມີ 10 ບ້ານ (16 ກໍລະນີ)
• ເມືອງໄຊເສດຖາ ມີ 10 ບ້ານ (14 ກໍລະນີ)
• ເມືອງສີສັດຕະນາກມີ 09 ບ້ານ (16 ກໍລະນີ)
• ເມືອງນາຊາທອງ ມີ 01 ບ້ານ (26 ກໍລະນີ)
• ເມືອງໄຊທານີ ມີ 04 ບ້ານ (18 ກໍລະນີ)
• ເມືອງຫາດຊາຍຟອງ ມີ 04 ບ້ານ (05 ກໍລະນິ)
• ເມືອງ ປາກງຶ່ມ ມີ 01 ບ້ານ (01 ກໍລະນີ)
• ສືບຕໍ່ເອົາຂໍ້ມູນ 12 ກໍລະນີ
2. ຫຼວງພະບາງ 49 ຄົນ
• ນະຄອນຫຼວງພະບາງ ມີ 9 ບ້ານ (37 ກໍລະນີ)
– ບ້ານຜາສຸກ ມີ 12 ກໍລະນີ
ບ້ານຜາໂອ ມີ 12 ກໍລະນີ
ບ້ານນາສຳພັນ ມີ 4 ກໍລະນີ
ບ້ານໂພສີ ມີ 3 ກໍລະນີ
ບ້ານໂພນສະອາດ ມີ 2 ກໍລະນີ
ບ້ານຂາມຢ່ອງ, ບ້ານຄົກວ່າ, ບ້ານນາຫຼວງ, ບ້ານປ່ອງຄໍາ ມີ ບ້ານລະ 1
ກໍລະນີ
• ເມືອງຊຽງເງິນ ມີ 1 ບ້ານ (ບ້ານ ດອນໂມ ມີ 3 ກໍລະນີ)
• ເມືອງງອຍ ມີ 3 ບ້ານ (3 ກໍລະນີ)
ວັດສົບຮຸນ, ບ້ານໜອງຂຽວ ແລະ ບ້ານພູຫຼວງ ມີ ບ້ານ ລະ 1 ກໍລະນີ
• ເມືອງຈອມເພັດ ມິ 1 ບ້ານ (ໜອງຈອງ) ມີ 3 ກໍລະນີ
• ເມືອງນໍ້າບາກ ມີ 1 ບ້ານ (ບ້ານໂພສະອາດ) ມີ 2 ກໍລະນີ້
ວັດສົບຮຸນ, ບ້ານໜອງຂຽວ ແລະ ບ້ານພູຫຼວງ ມີ ບ້ານ ລະ 1 ກໍລະນີ
• ເມືອງຈອມເພັດ ມີ 1 ບ້ານ (ໜອງຈອງ) ມີ 3 ກໍລະນີ
• ເມືອງນໍ້າບາກ ມີ 1 ບ້ານ (ບ້ານໂພສະອາດ) ມີ 2 ກໍລະນີ
3. ແຂວງວຽງຈັນ 47 ຄົນ
• ເມືອງແກ້ວອຸດົມ, ມີ 35 ຄົນ, 13 ບ້ານ
ບ້ານແສງສະຫວ່າງ ມີ 10 ຄົນ,
ບ້ານພູເຂົາຄຳ ມີ 06 ຄົນ
– ບ້ານໂພນຄໍາ ມີ 04 ຄົນ
-ມີ 12 ຄົນຈາກບ້ານຖິ່ນແກ້ວ, ບ້ານທ່າຊັນ, ບ້ານນາປູນ, ບ້ານວຽງແກ້ວ
, ບ້ານຫ້ວຍໂຂງ ແລະ ບ້ານຫາດທາ ມີບ້ານລະ 02 ຄົນ
– ມີ 04 ຄົນ ຈາກບ້ານທ່າລາດ, ບ້ານນາແຊະ, ບ້ານໂພນມ່ວງ ແລະ ບ້ານ
ໃໝ່ ມີບ້ານລະ 01 ຄົນ
• ເມືອງໂພນໂຮງ, ມີ 08 ຄົນ, 02 ບ້ານ
-ມີ 06 ຄົນຈາກບ້ານນາໂພໃຕ້ ແລະ ບ້ານໂພນງາມ ມີບ້ານລະ 03 ຄົນ
-ມີ 02 ຄົນ ຈາກບ້ານນາເລົ່າ ແລະ ບ້ານໂພນໂຮງ ມີບ້ານລະ 01 ຄົນ
• ເມືອງວຽງຄໍາ, ມື 02 ຄົນ, 02 ບ້ານ
– ມີ 02 ຄົນ ຈາກບ້ານໂພນໝີ ແລະ ບ້ານນາມິນ ມີບ້ານລະ 01 ຄົນ
• ເມືອງທຸລະຄົມ, ບ້ານນາແພງ ມີ 02 ຄົນ
4. ຈໍາປາສັກ 24 ຄົນ
• ເມືອງໂພນທອງ ມິ 13 ຄົນ, 03 ບ້ານ
-ບ້ານສະໝໍລຽບ ມີ 08 ຄົນ
-ບ້ານໂພໄຊ ມີ 04 ຄົນ
– ບ້ານວັດຫໍພະແກ້ວ ມີ 21 ຄົນ
*ເມືອງໂພນທອງ ມີ 13 ຄົນ, 03 ບ້ານ
-ບ້ານສະໝໍລຽບ ມີ 08 ຄົນ
-ບ້ານໂພໄຊ ມີ 04 ຄົນ
-ບ້ານວັດຫໍພະແກ້ວ ມີ 01 ຄົນ
• ນະຄອນປາກເຊ ມີ 06 ຄົນ, 03 ບ້ານ
– ບ້ານປາກເຊ ມີ 03 ຄົນ
– ບ້ານສະໜາມໄຊ ມີ 02 ຄົນ
– ບ້ານໂພນງາມ ມີ 01 ຄົນ
• ເມືອງບາຈຽງຈະເລີນສຸກ, ບ້ານຫ້ວຍລືສີ ມີ 03 ຄົນ
• ເມືອງຊະນະສົມບູນ, ບ້ານສະຜ່າຍກາງ ມີ 01 ຄົນ
• ເມືອງປາກຊ່ອງ, ບ້ານຫຼັກ 48 ມີ 01 ຄົນ
5. ບໍ່ແກ້ວ 20 ຄົນ
• ເມືອງຕົ້ນເຜິ້ງ ມີ 15 ຄົນ
-ເຂດພັດທະນາສາມລຽມຄໍາ ມີ 14 ຄົນ
– ບ້ານຄ້ວານສາມຫຼ່ຽມຄໍາ ມີ 01 ຄົນ
• ເມືອງຫ້ວຍຊາຍ, ບ້ານນໍ້າປ່ອງ ມີ 03 ຄົນ
• ເມືອງຜາອຸດົມ, ບ້ານໂພນໄຊ ມີ 02 ຄົນ ມີປະຫວັດເດີນທາງມາແຕ່
ນະຄອນຫລວງວຽງຈັນຄົນ
6. ຄໍາມວນ 15 ຄົນ
• ເມືອງທ່າແຂກ ມີ 08 ຄົນ
-ບ້ານສຸກສະຫວັນ ມີ 3 ຄົນ
-ບ້ານໜອງຜື ມີ 3 ຄົນ
-ບໍລິສັດຕັງຈະເລີນ (ກວດຄັ້ງທີ່ 2) ມີ 2 ຄົນ
• ເມືອງຄູນຄໍາ, ບ້ານຜາຊ້າງ ມີ 6 ຄົນ
• ເມືອງໜອງບົກ, ບ້ານໜອງບົກ ມີ 1 ຄົນ
7. ສາລະວັນ 12 ຄົນ
• ເມືອງສາລະວັນ ມີ 12 ຄົນ, 04 ບ້ານ
-ບ້ານນາກົກໂພ ມີ 05 ຄົນ
-ບ້ານເຕົ້າປູນ 05 ຄົນ
– ມີ 02 ຄົນ ຈາກບ້ານຫຼັກສອງ ແລະ ບ້ານໂພນແກ້ວ ມີບ້ານລະ 01 ຄົນ
8. ສະຫວັນນະເຂດ 8 ຄົນ
• ເມືອງອຸທຸມພອນ, ບ້ານໄຊຍະເພັດ ມີ 05 ຄົນ
• ນະຄອນໄກສອນ ມີ 03 ຄົນ, ຈາກ 03 ບ້ານ ຄື:
– ບ້ານໂພນຊາຍ, ບ້ານສຸນັນທາ ແລະ ບ້ານໜອງເດີນ ມີບ້ານລະ 01 ຄົນ
9. ບໍລິຄໍາໄຊ 2 ຄົນ
• ເມືອງປາກກະດິງ ມີ 02 ຄົນ, 02 ບ້ານ
– ບ້ານນ້ໍາສ້າງ ມີ 01 ຄົນ
– ບ້ານທົ່ງນາມີ ມີ 01 ຄົນ
10.ຫຼວງນໍ້າທາ 1 ຄົນ ບ້ານດອນຄູນ, ເມືອງນ້ໍາທາ, ແຂວງຫຼວງນໍ້າທາ ຊື່ງໄດ້ສໍາ
ຜັດໄກ້ຊິດກັບກໍລະນີຕິດເຊື້ອ ບ້ານຂອນ, ເມືອງນ້ໍາທາ, ແຂວງຫຼວງນ້ຳທາ ທີ່ໄດ້
ເດີນທາງມາຈາກນະຄອນຫຼວງພະບາງ, ແຂວງຫລວງພະບາງ ເພື່ອກັບແຂວງ
ຫຼວງນໍ້າທາ.
• ສໍາລັບ ຄົນເຈັບເສຍຊີວິດ 2 ຄົນ, ລາຍລະອຽດ ດັ່ງນີ້:
ຜູ້ທີ 1: ເພດຊາຍ, ອາຍຸ 69 ປີ, ອາຊີບ: ນັກທຸລະກິດ, ບ້ານຈອມມະນີ, ເມືອງໄຊເສດຖາ,
ນະຄອນຫລວງວຽງຈັນ, ຜ່ານມາ ຍັງບໍ່ໄດ້ຮັບວັກຊີນປ້ອງກັນເຊື້ອໂຄວິດ-19. ພະຍາດປະຈຳຕົວ ມີ
ພະຍາດຊັກບ້າໝູ, ເບົາຫວານ ແລະ ຄວາມດັນເລືອດສູງ.
ຜູ້ກ່ຽວເປັນຄົນເຈັບນອນປິ່ນປົວຢູ່ພະແນກລະບົບປະສາດ ຂອງໂຮງໝໍມິດຕະພາບ ແຕ່ວັນທີ
26/09/2021
– ວັນທີ 29 ກັນຍາ 2021 ໄດ້ກວດຊອກຫາເຊື້ອໂຄວິດ-19 ແລະ ຜົນກວດພົບເຊື້ອ ຈຶ່ງໄດ້ຍ້າຍ
ເຂົ້ານອນປິ່ນປົວຢູ່ພະແນກຊືມເຊື້ອໂຮງຫມໍມິດຕະພາບ ໃນວັນທີ 02/10/2021.
– ມາຮອດເວລາ 06:14 ນາທີ ຂອງວັນທີ 16/10/2021 ຜູ້ກ່ຽວໄດ້ເສຍຊີວິດ.
ຜູ້ທີ 2: ເພດຊາຍ, 33 ປີ, ອາຊີບ: ຫວ່າງງານ, ສັນຊາດ ມຽນມາ, ເມືອງຕົ້ນເຜິ້ງ, ແຂວງບໍ່ແກ້ວ.
ຜູ້ກ່ຽວ ມີພະຍາດປະຈໍາຕົວ ເບົາຫວານ, ຜ່ານມາຍັງບໍ່ໄດ້ສັກຢາວັກຊີນປ້ອງກັນໂຄວິດ-19.
– ມີອາການໄຂ້, ໄອ ແລະ ເຈັບຄໍ ໄດ້ປະມານ 01 ອາທິດ ແຕ່ຜູ້ກ່ຽວຊື້ຢາກິນເອງ
– ວັນທີ 25/09/2021: ໄດ້ເກັບຕົວຢ່າງມາກວດເພື່ອຊອກຫາພະຍາດໂຄວິດ-19
– ວັນທີ 26/09/2021: ຜົນກວດພົບເຊື້ອໂຄວິດ-19 ແລະ ໄດ້ເຂົ້ານອນປິ່ນປົວຢູ່ໂຮງໝໍສະໜາມ
ເຂດເສດຖະກິດພິເສດສາມຫຼ່ຽມຄໍາ, ໄລຍະເວລານອນປິ່ນປົວ ຢູ່ມໍລະສຸມຂອງໂຮງໝໍດັ່ງກ່າວ
(ຜູ້ກ່ຽວ ບໍ່ໄດ້ໃຫ້ການຮ່ວມມືໃນການປິ່ນປົວເທົ່າທີ່ຄວນ). ວັນທີ 15/10/2021 ເວລາ 2ໂມງ
ຜູ້ກ່ຽວໄດ້ເສຍຊີວິດ ຢູ່ໂຮງໝໍສະໜາມເຂດເສດຖະກິດພິເສດສາມຫຼ່ຽມຄໍາ
* ສະຖານທີ່ບໍລິການເກັບຕົວຢ່າງ ເພື່ອກວດຫາເຊື້ອ ໂຄວິດ-19
– ບັນດາແຂວງ
ແມ່ນສາມາດໄປເກັບຕົວຢ່າງເພື່ອກວດຊອກຫາເຊື້ອພະຍາດໂຄວິດ19ໄດ້ຢູ່ໂຮງໝໍ ແຂວງ ຫຼືຈຸດກວດເພີ້ມເຕີມທີ່ທາງຄະນະສະເພາະກິດຂອງແຂວງກໍານົດຢູ່ພາຍໃນ ແຂວງ ແລະ ຖ້າຫາກມີການຕິດເຊື້ອໃໝ່ທີມງານເຝົ້າລະວັງຂອງແຂວງກໍຈະໄປຊອກ ຄົ້ນຫາ ຜູ້ຕິດເຊື້ອແບບບຸກໂດຍການເຄື່ອນທີ່ໄປເກັບຕົວຢ່າງຢູສະ ຖານທີ່ ເຊິ່ງມີຜູ້ ຕິດເຊື້ອໃໝ່ ແລະ ເຂດທີ່ມີການລະບາດໃນຊຸມຊົນ
➢ ນະຄອນຫຼວງວຽງຈັນມີລາຍລະອຽດ ດັ່ງນີ້:
ຈຸດກວດຄົງທີ່: ປະຈຸບັນແມ່ນມີແຕ່ສະໜາມກິລາໃນຮົ່ມ ບຶງຂະຫຍອງເປີດ ບໍລິການທຸກ ວັນ (ວັນຈັນ ຫາ ອາທິດ) ເວລາ 9:00-11:30 ໂມງ
• ທີມກວດເຄື່ອນທີ່:
໐ 01 ທີມ ຂອງສາທາເມືອງໄຊທານີ, 01 ທີມ ຂອງສາທາ ເມືອງ ສີສັດຕະນາກ , 01 ທີມ ຂອງສາທາເມືອງສີໂຄດຕະບອງ 02 ທີມ ສາທາເມືອງນາຊາຍທອງ ມີການ ເຄື່ອນທີ່ເກັບຕົວຢ່າງ ຕາມຈຸດທີ່ມີການລະບາດ ພາຍໃນເມືອງຂອງຕົ້ນ,
໐ 2 ທິມ ຂອງພະແນກສາທາລະນະສຸກນະຄອນຫຼວງວຽງຈັນເຄື່ອນໄຫວໄປຊ່ວຍທຸກ ເມືອງໃນການເກັບຕົວຢ່າງຢູ່ສະຖານທີ່ມີການລະບາດ
• ສໍາລັບສະຖານໃຫ້ ວັກຊີນ ຢູ່ນະຄອນຫຼວງວຽງຈັນມີຄື :
1. ໂຮງໝໍ ສູນກາງ
2. ໂຮງໝໍ ເມືອງ 9 ຕົວເມືອງ
3. ວັດຈີນ ບ້ານ ດົງປາແລບ ເມືອງຈັນທະບູລີ (ເປີດ ວັນຈັນ ຮອດ ວັນສຸກ)
ຮອດປະຈຸບັນສປປລາວ ສັກວັກຊີນໄດ້ ທັງໝົດ :
0 ເຂັມທີ 1 ໄດ້ 3,120,022 ຄິດເປັນເປີເຊັນ 42.52 %
໐ ທຸກເຂັ້ມທີ່ແນະນໍາ ໄດ້ 2,486,950 ຄິດເປັນ ເປີເຊັນ 33.89 %