ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ ເຂົ້າສູ່ຊີວິດຈິງ

 

ການຖະແຫຼງຂ່າວປະຈຳ ວັນອາທິດ ວັນທີ 15 ສິງຫາ  2021 ໃຫ້ຮູ້ວ່າ: ສະພາບໂຄວິດ-19 ຢູ່ ໃນ ສປປ ລາວ ແລະ ບັນດາຂໍ້ແນະນຳ.

             ສະພາບການລະບາດພະຍາດໂຄວິດ-19 ຢູ່ ສປປ ລາວ, ມາຮອດວັນທີ 14 ສິງຫາ 2021:

  • ໄດ້ກວດວິເຄາະທັງໝົດ 2,318 ຄົນ, ໃນນັ້ນ ກວດພົບຜູ້ຕິດເຊື້ອໃໝ່ ທັງໝົດ 198 ຄົນ ເຊິ່ງຕິດເຊື້ອໃນຊຸມຊົນ 12 ຄົນ ເປັນຜູ້ສຳຜັດໃກ້ຊິດນຳຜູ້ຕິດເຊື້ອທີ່ຜ່ານມາ ຄື:

–              ສະຫວັນນະເຂດ 11 ຄົນ

–              ນະຄອນຫຼວງ 1 ຄົນ (ຢູ່ບ້ານຮ່ອງແກ ເຊິ່ງເປັນຜູ້ສຳຜັດໃກ້ຊິດກັບຜູ້ຕິດເຊື້ອທີ່ຈຳກັດບໍລິເວນ)

ສ່ວນ ກໍລະນີນໍາເຂົ້າ ມີ 186 ຄົນ ຈາກ ຄຳມ່ວນ 52 ຄົນ, ສະຫວັນນະເຂດ 50 ຄົນ, ຈຳປາສັກ 47 ຄົນ, ນະຄອນຫຼວງ 26 ຄົນ ແລະ ສາລະວັນ 11 ຄົນ ເຊິ່ງກວດພົບຈາກແຮງງານລາວ ທີ່ກັບມາແຕ່ປະເທດເພື່ອນບ້ານ ເຂົ້າຕາມຈຸດຜ່ານແດນສາກົນ.

             ປະຈຸບັນ ຜູ້ຕິດເຊື້ອໃໝ່ທັງໝົດ ໄດ້ເຂົ້ານອນແຍກປ່ຽວ ແລະ ຮັບການປິ່ນປົວຢູ່ສະຖານທີ່ປິ່ນປົວທີ່ຖືກກຳນົດໄວ້ຂອງແຂວງ.

             ມາຮອດມື້ນີ້ ພວກເຮົາມີຕົວເລກຜູ້ຕິດເຊື້ອສະສົມທັງໝົດ 10,092 ຄົນ, ຄົນເຈັບເສຍຊີວິດສະສົມ 9 ຄົນ (ໃໝ່ 0) ແລະ ກໍາລັງປິ່ນປົວ ທັງໝົດ 4,210 ຄົນ.

             ສຳລັບ ຈຸດບໍລິການກວດໂຄວິດ-19 ຢູ່ ມສ ສີໂຄດ ໄດ້ເປີດໃຫ້ບໍລິການບັນດາທ່ານທຸກໆມື້.

               ການເຝົ້າລະວັງຢູ່ຕາມຈຸດຜ່ານແດນ ໃນຂອບເຂດທົ່ວປະເທດ

  • ປັດຈຸບັນ ທົ່ວປະເທດ ມີສູນຈຳກັດບໍລິເວນ ທີ່ຍັງເປີດຢູ່ 99 ສູນ ແລະ 45 ໂຮງແຮມ ມີ

ຜູ້ຈຳກັດບໍລິເວນ 14,464 ຄົນ.

  • ບັນດາທ່ານ ທີ່ນັບຖື ແລະ ຮັກແພງ ອີງຕາມແຈ້ງການຂອງ ຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ, ສະບັບເລກທີ 956/ຫສນຍ, ລົງວັນທີ 3 ສິງຫາ 2021 ໃນຂໍ້ທີ 5 ພາຍຫຼັງຈຳກັດບໍລິເວນຢູ່ສູນນະຄອນຫຼວງວຽງຈັນ ຫຼື ບັນດາແຂວງຄົບ 14 ວັນແລ້ວ ໃຫ້ອົງການປົກຄອງທ້ອງຖິ່ນຕິດຕາມ ການສືບຕໍ່ຈຳກັດບໍລິເວນຢູ່ເມືອງ ຫຼື ບ້ານ ຕື່ມອີກ 14 ວັນຢ່າງເຂັ້ມງວດ ;
  • ຕາມການລາຍງານຕົວເລກຕິດເຊື້ອປະຈຳວັນ ເຫັນວ່າ ປະເທດໃກ້ຄຽງກັບ ສປປ ລາວເຮົາ ແມ່ນຍັງສືບຕໍ່ມີການລະບາດຂອງພະຍາດໂຄວິດ-19 ອອກເປັນວົງກວ້າງໃນຊຸມຊົນ ແລະ ສະພາບການລະບາດຍັງບໍ່ມີທ່າອ່ຽງທີ່ຈະຫຼຸດລົງ, ໃນແຕ່ລະວັນ ແມ່ນຍັງມີແຮງງານ ຫຼື ຜູ້ທີ່ເດີນທາງຈາກປະເທດເຫຼົ່ານັ້ນເປັນຈຳນວນຫຼວງຫຼາຍເຂົ້າມາ ສປປ ລາວຂອງພວກເຮົາ;
  • ສຳລັບ ສປປ ລາວ ເຫັນວ່າການລາຍງານຕົວເລກການຕິດເຊື້ອຂອງພະຍາດໂຄວິດ-19 ໃນແຮງງານທີ່ເດີນທາງເຂົ້າແມ່ນເພິ່ມຂຶ້ນຫຼາຍ ຢູ່ບັນດາແຂວງໃນຂອບເຂດທົ່ວປະເທດ ໂດຍສະເພາະແມ່ນແຂວງທີ່ມີຊາຍແດນຕິດຈອດກັບປະເທດໃກ້ຄຽງ ແລະ ຍັງສືບຕໍ່ເຂົ້າມາຢ່າງຕໍ່ເນື່ອງ;
  • ຕໍ່ໜ້າສະພາບການລະບາດພາຍໃນປະເທດ ແລະ ບັນດາປະເທດໃກ້ຄຽງ ລັດຖະບານ ກໍ່ຄື ຄະນະສະເພາະກິດຂັ້ນສູນກາງ ແລະ ຂັ້ນທ້ອງຖິ່ນ ໄດ້ມີການວາງມາດຕະການສະກັດກັ້ນ ແລະ ຄວບຄຸມການແຜ່ລະບາດຂອງພະຍາດ ໄປຄຽງຄູ່ກັບການປະເມີນສະຖານະການ ພ້ອມທັງ ວາງມາດຕະການໃຫ້ສອດຄ່ອງແທດເໝາະກັບສະພາບການລະບາດຕົວຈິງ ໃນແຕ່ລະໄລຍະ;
  • ພ້ອມດຽວກັນນັ້ນ ກໍ່ຍັງເລັ່ງໃສ່ການສັກວັກຊີນໃຫ້ປະຊາຊົນ ໃຫ້ໄດ້ຫຼາຍທີ່ສຸດ ເພື່ອສາມາດບັນລຸຕາມແຜນການທີ່ວາງໄວ້ ຄືໃຫ້ການສັກວັກຊີນກວມ 50% ຂອງພົນລະເມືອງລາວ ໃນປີ 2021. ປັດຈຸບັນ ສປປ ລາວເຮົາ ສາມາດສັກເຂັມທີ 1 ໄດ້ ຫຼາຍກວ່າ 1 ລ້ານຄົນ (1,700,139 ຄົນ) ເຊິ່ງກວມເອົາ 23.17 % ແລະ ເຂັມທີ 2 ໄດ້ 1,479,898 ຄົນ (20.17 %);
  • ການໄດ້ຮັບວັກຊີນຄົບ ແມ່ນຈະສ້າງພູມຄຸ້ມກັນໃຫ້ທ່ານ, ສາມາດຫຼຸດຜ່ອນຄວາມຮຸນແຮງຂອງພະຍາດໂຄວິດ-19 ແລະ ການເສຍຊີວີດໄດ້ ແຕ່ທ່ານກໍ່ຍັງສາມາດຕິດເຊື້ອໄດ້ຄືກັນ ຖ້າຫາກທ່ານ ບໍ່ເຂັ້ມງວດໃນການປະຕິບັດມາດຕະການປ້ອງກັນການຕິດເຊື້ອ ເຊັ່ນ: ການຮັກສາໄລຍະຫ່າງ, ການໃສ່ຜ້າປິດປາກ-ດັງ, ໝັ່ນລ້າງມືເລື້ອຍໆດ້ວຍນ້ຳສະອາດໃສ່ສະບູ ຫຼື ເຈວລ້າງມືຂ້າເຊື້ອ, ຫຼີກລ້ຽງການຊຸມແຊວກັນໃນໝູ່ຄູ່, ຄົນອ້ອມຂ້າງ ແລະ ຄອບຄົວ;

ກ່ອນຈະຈົບການລາຍງານຂ່າວມື້ນີ້ ຂ້າພະເຈົ້າ ຂໍຮຽກຮ້ອງມາຍັງບັນດາທ່ານທີ່ຕິດຕາມຮັບຊົມ ແລະ ຮັບຟັງການລາຍງານຂ່າວໃນມື້ນີ້ ຈົ່ງໄດ້ມີສະຕິ ໃນການ ຮັບຂໍ້ມູນຂ່າວສານ ຈາກສື່ຕ່າງໆ ແລະ ກ່ອນທີ່ທ່ານຈະສົ່ງຕໍ່ຂໍ້ມູນໃຫ້ແກ່ບຸກຄົນອື່ນ ຂໍໃຫ້ພິຈາລະນາເບິ່ງຕື່ມວ່າ ທີ່ມາຂອງຂໍ້ມູນຂ່າວສານດັ່ງກ່າວ ມີຄວາມໜ້າເຊື່ອຖືໄດ້ໜ້ອຍຫຼາຍສຳ່ໃດ ເພາະສື່ສັງຄົມອອນລາຍ ແມ່ນຈະມີການສົ່ງຕໍ່ຂໍ້ມູນອອກເປັນວົງກວ້າງໃນເວລາໄວທີ່ສຸດ ຖ້າມີການສົ່ງຂໍ້ມູນທີ່ບໍ່ຖືກຕ້ອງ ແລະ ບໍ່ແມ່ນຄວາມຈິງ ອອກໄປ ກໍ່ຈະເປັນການ ສ້າງຄວາມຫຍຸ້ງຍາກສັບສົນ ແລະ ແຕກຕື່ນໃນສັງຄົມຕື່ມອີກ.