ຕອນເຊົ້າ ວັນອາທິດ ວັນທີ 18 ກໍລະກົດ ປີ 2021, ດຣ. ສີສະຫວາດ ສຸດທານີລະໄຊ ຮອງຫົວໜ້າກົມຄວບຄຸມພະຍາດຕິດຕໍ່ , ກະຊວງສາທາລະນະສຸກ ໄດ້ຖະແຫຼງຂ່າວສະພາບການລະບາດພະຍາດ COVID-19 ໃນມື້ນີ້

ສະພາບການລະບາດພະຍາດໂຄວິດ-19 ຢູ່ ສປປ ລາວ, ມາຮອດວັນທີ 17 ກໍລະກົດ 2021 :
• ໄດ້ກວດວິເຄາະທັງໝົດ 2,356 ຄົນ, ກວດພົບຜູ້ຕິດເຊື້ອໃໝ່ ທັງໝົດ 131 ຄົນ, ໃນນັ້ນ ຈາກ ສະຫວັນນະເຂດ 76 ຄົນ, ຈໍາປາສັກ 30 ຄົນ, ສາລະວັນ 10 ຄົນ, ຄໍາມ່ວນ 07 ຄົນ, ນະຄອນຫຼວງວຽງຈັນ 07 ຄົນ ແລະ ບໍລິຄໍາໄຊ 01 ຄົນ.
• 123 ຄົນ ແມ່ນກໍລະນີນຳເຂົ້າ ຈາກ ສະຫວັນນະເຂດ 76 ຄົນ, ຈໍາປາສັກ 22 ຄົນ, ສາລະວັນ 10 ຄົນ, ນະຄອນຫຼວງວຽງຈັນ 07 ຄົນ, ຄໍາມ່ວນ 07 ຄົນ ແລະ ບໍລິຄໍາໄຊ 01 ຄົນ ເຊິ່ງກວດພົບຈາກແຮງງານລາວ ທີ່ກັບມາແຕ່ປະເທດເພື່ອນບ້ານຜ່ານດ່ານສາກົນ.
• ການຕິດເຊື້ອໃນຊຸມຊົນ 8 ຄົນ ທັງໝົດ ມາຈາກແຂວງຈຳປາສັກ ເຊິ່ງມີປະຫວັດສຳຜັດໃກ້ຊິດກັບຜູ້ຕິດເຊື້ອຜ່ານມາ ທີ່ໄດ້ຖະແຫຼງຂ່າວໄປກ່ອນໜ້ານີ້.
ມາຮອດມື້ນີ້ ພວກເຮົາມີຕົວເລກຜູ້ຕິດເຊື້ອສະສົມທັງໝົດ 3,426 ຄົນ, ເສຍຊີວິດສະສົມ 5 ຄົນ (ໃໝ່ 1 ຄົນ) ແລະ ກໍາລັງປິ່ນປົວ ທັງໝົດ 1,132 ຄົນ.
– ສຳລັບ ຜູ້ເສຍຊີວິດໃໝ່ 1 ຄົນ, ລາຍລະອຽດມີດັ່ງນີ້: ເພດຊາຍ, ອາຍຸ 49 ປີ, ບ້ານ ໜອງບົວທ່າ, ເມືອງສອງຄອນ, ແຂວງສະຫວັນນະເຂດ, ອາຊີບ ຂາຍອາຫານຢູ່ປະເທດໄທ. ກ່ອນເດີນທາງເຂົ້າມາ ສປປ ລາວ ໄດ້ກວດຊອກຫາເຊື້ອໂຄວິດ-19 ໃນວັນທີ 9 ກໍລະກົດ 2021 ຢູ່ປະເທດໄທ ແລະ ຜົນກວດແມ່ນພົບເຊື້ອ ເນື່ອງຈາກສະພາບການລະບາດຂອງປະເທດໄທ ແລະ
ຕ້ອງລໍຖ້າເພື່ອຮັບເຂົ້າສະຖານທີ່ປີ່ນປົວ ຜູ້ກ່ຽວຈີ່ງໄດ້ສະເໜີຂໍກັບມາປີ່ນປົວ ຢູ່ ສປປລາວ,
ວັນທີ 13 ກໍລະກົດ 2021 ຜູ້ກ່ຽວເດີນທາງມາ ສປປ ລາວ ໂດຍຜ່ານ ດ່ານຂົວມິດຕະພາບ 2 ແລະ ຖືກນຳສົ່ງເຂົ້າປິ່ນປົວຢູ່ສະຖານທີ່ປິ່ນປົວທີ່ຖືກກຳນົດໄວ້ ພ້ອມທັງ ເກັບຕົວຢ່າງກວດຫາເຊື້ອ. ເວລາ 15:00 ໂມງ ຂອງມື້ດຽວກັນ ຜູ້ກ່ຽວຮູ້ສຶກອິດເມື່ອຍ, ຫາຍໃຈຝຶດ, ແໜ້ນໜ້າເອີກ, ໄຂ້ ແລະ ຖອກທ້ອງ, ໃນເວລາ 16:30 ໂມງ ຜົນກວດວິເຄາະ ຢັ້ງຢືນວ່າ ພົບເຊື້ອໂຄວິດ-19. ໃນວັນທີ 16 ກໍລະກົດ 2021 ຜູ້ກ່ຽວໄອ, ແໜ້ນໜ້າເອິກ, ນອນຫງາຍບໍ່ໄດ້ ແລະ ໃນເວລາ 11:10 ໂມງ ຜູ້ກ່ຽວ ເລິ່ມບໍ່ຮູ້ສະຕິ, ປາຍຕີນປາຍມືກໍ່າແຫຼ້, ແພດໝໍ ແລະ ພະຍາບານ ໄດ້ສຸມທຸກກຳລັງຊ່ວຍຊີວິດຜູ້ກ່ຽວຢ່າງສຸດຄວາມສາມາດ ແຕ່ອາການຂອງຜູ້ກ່ຽວໜັກຫຼາຍ ຈຶ່ງບໍ່ສາມາດກອບກູ້ຊີວິດຂອງຜູ້ກ່ຽວໄດ້ ແລະ ຜູ້ກ່ຽວໄດ້ເສຍຊີວິດລົງ ໃນເວລາ 5:30 ໂມງ ຂອງວັນທີ 17 ກໍລະກົດ 2021.
ການເຝົ້າລະວັງຢູ່ຕາມຈຸດຜ່ານແດນ ໃນຂອບເຂດທົ່ວປະເທດ
• ປັດຈຸບັນ ທົ່ວປະເທດ ມີສູນຈຳກັດບໍລິເວນ ທີ່ຍັງເປີດຢູ່ 48 ສູນ ແລະ ມີຜູ້ຈຳກັດບໍລິເວນ ທັງໝົດ 6,145 ຄົນ.
• ປະຈຸບັນ ຈຳນວນບ້ານແດງ ແລະ ບ້ານເຫຼືອງ ໃນນະຄອນຫຼວງວຽງຈັນ ແມ່ນບໍ່ມີ.
• ປະຈຸບັນ ສປປ ລາວ ໂດຍສະເພາະ ແມ່ນ ແຂວງຈຳປາສັກ, ແຂວງສະຫວັນນະເຂດ ແລະ ຄຳມ່ວນ ມີລາຍງານຜູ້ຕິດເຊື້ອໃໝ່ ຫຼາຍໃນແຕ່ລະວັນ ເຊິ່ງກວດພົບຈາກແຮງງານລາວ ທີ່ເດີນທາງກັບມາຈາກປະເທດໄທ, ໃນນັ້ນ ໄດ້ມີການສຸ່ມກວດຊອກຫາສາຍພັນ ແລະ ພົບເຫັນສາຍພັນເດວຕ້າ. ຕໍ່ກັບສະພາບການດັ່ງກ່າວ, ຈຶ່ງມີຄວາມຈຳເປັນຢ່າງຍິ່ງ ທີ່ຈະຕ້ອງໄດ້ປະຕິບັດຕາມແຈ້ງການຂອງຄະນະສະເພາະກິດຂັ້ນສູນກາງ ກໍ່ຄື ຂັ້ນແຂວງ ຢ່າງເຄັ່ງຄັດ ໂດຍສະເພາະ ການເດີນທາງເຂົ້າ-ອອກ ເຂດທີ່ຖືກກຳນົດເປັນເຂດແດງ ເຊິ່ງເປັນພື້ນທີ່ ທີ່ມີການແຜ່ເຊື້ອ. ດັ່ງນັ້ນ, ຈຶ່ງຮຽກຮ້ອງໃຫ້ປະຊາຊົນ ແລະ ທຸກພາກສ່ວນໃນສັງຄົມ ໃສ່ຜ້າປິດປາກ-ດັງ ເມື່ອອອກຈາກບ້ານ, ຫຼີກລ້ຽງການເດີນທາງໄປຍັງສະຖານທີ່ສ່ຽງ ຖ້າບໍ່ມີຄວາມຈຳເປັນ, ໝັ່ນລ້າງມືດ້ວຍນ້ຳສະອາດໃສ່ສະບູ ຫຼື ເຈວລ້າງມືຂ້າເຊື້ອ, ຮັກສາໄລຍະຫ່າງ, ງົດການຊຸມແຊວໃນຄອບຄົວ ຫຼື ໝູ່ເພື່ອນ ເພາະສ່ຽງຕໍ່ການຕິດເຊື້ອຈາກສາຍພັນເດວຕ້າ. ສຳລັບ ຜູ້ປະກອບການ ກໍ່ໃຫ້ມີມາດຕະການກັ່ນກອງ ແລະ ປະຕິບັດມາດຕະການປ້ອງກັນການຕິດເຊື້ອຢ່າງເຄັ່ງຄັດ. ສຳຄັນທີ່ສຸດ ແມ່ນຈະຕ້ອງໄດ້ປະຕິບັດວິຖີການດຳລົງຊີວິດປົກກະຕິແບບໃໝ່ເຊັ່ນ: ໝັ່ນລ້າງມື, ຮັກສາໄລຍະຫ່າງ, ໃສ່ຜ້າອັດປາກ-ດັງ, ສັກຢາວັກຊີນ.
• ອີກເທື່ອໜຶ່ງ, ຂໍຮຽກຮ້ອງມາຍັງ ພໍ່ແມ່, ປະຊາຊົນ, ທະຫານ, ຕຳຫຼວດ ກໍ່ຄື ກຸ່ມສ່ຽງອື່ນໆ ພ້ອມໃຈກັນໄປຮັບການສັກວັກຊີນ ບໍ່ວ່າ ເຂັມ 1 ຫຼື ເຂັມ 2 ເພາະເປັນວິທີການດຽວ ແລະ ດີທີ່ສຸດ ໃນການຫຼຸດຜ່ອນ, ສະກັດກັ້ນ ການແຜ່ເຊື້ອ ຂອງພະຍາດໂຄວິດ-19 , ຖ້າທຸກຄົນ ພາຍໃນປະເທດ ໄດ້ຮັບວັກຊີນ ຫຼາຍກວ່າ 50% ຂື້ນໄປ ຈະເຮັດໃຫ້ພວກເຮົາ ມີພູມຄຸ້ມກັນໃນຊຸມຊົນ (ໝູ່) ແລະ ເຮັດໃຫ້ສາມາດກັບມາດຳເນີນຊີວິດແບບປົກກະຕິໂດຍໄວ. ທ່ານສາມາດໄປຮັບວັກຊີນຕາມຈຸດບໍລິການຕ່າງໆ ທີ່ທາງຄະນະສະເພາະກິດກຳນົດໄວ້. ສຳລັບທ່ານທີ່ໄດ້ສັກເຂັມທີ 1 ຢູ່ຈຸດບໍລິການໃດ, ເມື່ອຮອດກຳນົດ ໃຫ້ກັບຄືນໄປສັກຢູ່ຈຸດບໍລິການເກົ່າ ເພື່ອຫຼຸດຜ່ອນຄວາມແອອັດ, ບໍ່ເປັນລະບຽບ ແລະ ປ້ອງກັນການຕິດເຊື້ອ ແລະ ຊ່ວຍໃຫ້ແພດໝໍພວກເຮົາ ສາມາດເກັບກຳຂໍ້ມູນການສັກວັກຊີນຂອງທ່ານໄດ້ຢ່າງຖືກຕ້ອງຄົບຖ້ວນ.