ວັນທີ 20 ມິຖຸນາ 2021, ດຣ. ຣັດຕະນະໄຊ ເພັດສຸວັນ ຫົວໜ້າກົມຄວບຄຸມພະຍາດຕິດຕໍ່, ກະຊວງສາທາລະນະສຸກ, ຕາງໜ້າກອງເລຂາ ຄະນະສະເພາະກິດ ເພື່ອປ້ອງກັນ, ຄວບຄຸມ ແລະ ແກ້ໄຂການລະບາດຂອງພະຍາດ COVID-19 ໄດ້ຖະແຫຼງຂ່າວກ່ຽວກັບສະພາບການລະບາດຂອງພະຍາດໂຄວິດ-19 ຢູ່ສປປລາວ:
ມາຮອດວັນທີ 19 ມິຖຸນາ 2021 :
• ໄດ້ກວດວິເຄາະທັງໝົດ 1,783 ຄົນ, ໃນນັ້ນ ກວດພົບຜູ້ຕິດເຊື້ອທັງໝົດ 3 ຄົນ, ຈາກນະຄອນຫຼວງ 2 ຄົນ ແລະ ສະຫວັນນະເຂດ 1 ຄົນ.
ສຳລັບນະຄອນຫຼວງວຽງຈັນ 2 ຄົນ ແມ່ນກໍລະນີຕິດເຊື້ອໃນຊຸມຊົນ ຈາກການສຳຜັດໃກ້ຊິດກັບຜູ້ຕິດເຊື້ອເກົ່າ ເຊິ່ງຈະໄດ້ລາຍງານຕໍ່ໄປ.
ສ່ວນ ແຂວງສະຫວັນນະເຂດ 1 ຄົນ ແມ່ນກວດພົບຈາກແຮງງານລາວ ທີ່ກັບມາຈາກປະເທດໄທ ໂດຍຖືກຕ້ອງຕາມກົດໝາຍ ເຊິ່ງຖືວ່າ ເປັນກໍລະນີນຳເຂົ້າ.
ດັ່ງນັ້ນ, ມື້ນີ້ມີການຕິດເຊື້ອໃໝ່ 3 ກໍລະນີ, ບໍ່ມີການເສຍຊີວິດໃໝ່ 0 ຄົນ, ກຳລັງປິ່ນປົວ 106 ຄົນ (ນະຄອນຫຼວງ 57 ຄົນ, ຕ່າງແຂວງ 49 ຄົນ).
ຕໍ່ໄປຂ້າພະເຈົ້າຂໍລົງລາຍລະອຽດ ກ່ຽວກັບ 2 ຄົນ ທີ່ຕິດເຊື້ອໃໝ່ ໃນນະຄອນຫຼວງວຽງຈັນ, ດັ່ງຕໍ່ໄປນີ້:
– ຄົນທີ 1:
ເນື່ອງຈາກວ່າ ມີຜູ້ຕິດເຊື້ອຈາກບ້ານຫ້ວຍເຕີຍ ທີ່ໄດ້ລາຍງານຜ່ານມາ, ດັ່ງນັ້ນ, ໜ່ວຍງານສອບສວນ ໄດ້ລົງເກັບຕົວຢ່າງຢູ່ບ້ານຫ້ວຍເຕີຍ 212 ຕົວຢ່າງ ແລະ ພົບ 1 ຕົວຢ່າງ ເຊິ່ງເປັນ ເພດຍິງ, ອາຍຸ 25 ປີ, ສັນຊາດລາວ, ບ້ານວຽງແກ້ວ, ເມືອງໄຊທານີ, ນະຄອນຫຼວງວຽງຈັນ, ຜູ້ກ່ຽວມີ ໄອ ແລະ ເປັນຫວັດ, ມີປະຫວັດສໍາຜັດໃກ້ຊິດກັບຜູ້ຕິດເຊື້ອ (ຄົນໃນຄອບຄົວຜູ້ຕິດເຊື້ອ), ໄປເກັບຕົວຢ່າງ ໃນວັນທີ 19 ມີຖຸນາ 2021 ຢູ່ບ້ານຫ້ວຍເຕີຍ ແລະ ຜົນກວດພົບເຊື້ອ.
– ຄົນທີ 2
ໂດຍປະຕິບັດຕາມ ແຈ້ງການຂອງກະຊວງສາທາລະນະສຸກ ທີ່ໄດ້ສົ່ງຜູ້ສຳຜັດໃກ້ຊິດທັງໝົດ ເຂົ້າໄປສູນຈຳກັດບໍລິເວນ, ດັ່ງນັ້ນ, ຈຶ່ງພົບຜູ້ຕິດເຊື້ອ 1 ຄົນ ເຊິ່ງເປັນ ເພດຊາຍ, ອາຍຸ 26 ປີ, ສັນຊາດລາວ, ບ້ານສົມສະຫວັນ, ເມືອງໄຊທານີ, ນະຄອນຫຼວງວຽງຈັນ, ຜູ້ກ່ຽວບໍ່ມີອາການຫຍັງ, ມີປະຫວັດສໍາຜັດໃກ້ຊິດກັບຜູ້ຕິດເຊື້ອ, ໄປເກັບຕົວຢ່າງ ໃນວັນທີ 19 ມີຖຸນາ 2021 ຢູ່ສູນຈຳກັດບໍລິເວນທີ່ຄະນະສະເພາະກິດກຳນົດໄວ້ (ຫຼັກ 27) ແລະ ຜົນກວດພົບເຊື້ອ.
 ການເຝົ້າລະວັງຢູ່ຕາມຈຸດຜ່ານແດນໃນຂອບເຂດທົ່ວປະເທດ
• ປັດຈຸບັນ ທົ່ວປະເທດ ມີສູນຈຳກັດບໍລິເວນ ທີ່ຍັງເປີດຢູ່ 42 ສູນ ແລະ ມີຜູ້ຈຳກັດບໍລິເວນ 3,843 ຄົນ.
ສຳລັບສະຖານທີ່ ເກັບຕົວຢ່າງ ເພື່ອກວດຫາເຊື້ອ ພະຍາດໂຄວີດ-19 ມີດັ່ງນີ້:
– ສຳລັບນະຄອນຫຼວງວຽງຈັນ ມີ 5 ໂຮງໝໍສູນກາງ ແລະ ໂຮງໝໍ 103 ສູນກາງກອງທັບ
– ຈຸດກວດນອກສະຖານທີ່ ຢູ່ ໂຮງຮຽນ ສີໂຄດ ໃຫ້ບໍລິການ ເກັບຕົວຢ່າງ 9-12 ໂມງ ທຸກມື້ (ວັນຈັນ ເຖີງ ວັນອາທິດ)
– ແລະ ຖ້າມີກໍລະນີບວກ (+) ໃໝ່ ຢູ່ບ້ານໃດ ຈະມີທີມງານເຄື່ອນທີ່ໄປເກັບຕົວຢ່າງຜູ້ສຳພັດໃກ້ຊິດ ໃນຈຸດ ທີ່ມີກໍລະນີຜູ້ຕິດເຊື້ອໃໝ່
• ປະຈຸບັນ ຈຳນວນບ້ານແດງ ໃນນະຄອນຫຼວງວຽງຈັນ ແມ່ນມີ 13 ບ້ານ ໃນ 05 ເມືອງ.
– ບ້ານໃໝ່ທີ່ຖືກກຳນົດເປັນເຂດແດງ ມີ 2 ບ້ານ ຄື: ບ້ານຫ້ວຍເຕີຍ, ເມືອງໄຊທານີ ແລະ ບ້ານ ໂພນສີນວນ, ເມືອງ ສີສັດຕະນາກ.
ບັນດາທ່ານທີ່ນັບຖື ແລະ ຮັກແພງທັງຫຼາຍ,
• ການລະບາດຢູ່ໃນໂລກເຮົານີ້ ຍັງມີລາຍງານການເກີດລະບາດຮອບໃໝ່ ໃນຫຼາຍປະເທດ ໃນຍູໂຣບ ເຊິ່ງມີສາເຫດຂອງການຈໍລະຈອນຂອງສາຍພັນໃໝ່ ເຮັດໃຫ້ມີການຕິດເຊື້ອໄດ້ໄວກວ່າເກ່ົາ ແລະ ແຜ່ອອກສູ່ຊຸມຊົນໄດ້ໄວ ຈຶ່ງເຮັດໃຫ້ປະເທດເຫຼົ່ານັ້ນ ຈະຕ້ອງເລື່ອນມາດຕະການຜ່ອນຜັນອອກໄປໂດຍບໍ່ມີກຳນົດ;
• ອົງການອະນາໄມໂລກ ໄດ້ຈັດແບ່ງສາຍພັນໂຄວິດ-19 ອອກເປັນ 2 ໝວດໃຫຍ່:
– ໝວດທີ 1 ສາຍພັນທີ່ໜ້າເປັນຫ່ວງ
– ໝວດທີ 2 ສາຍພັນທີ່ຄວນໃຫ້ເຝົ້າລະວັງ
ສຳລັບໝວດທີ 1 ນັ້ນ ຈະມີສາຍພັນ ອານຟ້າ (ສາຍພັນອັງກິດ B.1.1.7), ເບຕ້າ, ກາມມ້າ ແລະ ເດວຕ້າ ເຊິ່ງສາຍພັນທີ່ຢູ່ໃນໝວດທີ 1 ແມ່ນສາມາດແຜ່ເຊື້ອໄດ້ໄວ ແລະ ມີຄວາມຮຸນແຮງ.
ສຳລັບໝວດທີ 2 ເຊິ່ງປະກອບດ້ວຍ ແອັບຊີລອນ, ເຊຕ້າ, ເອຕ້າ, ເຕຕ້າ, ອີໂອຕ້າ ແລະ ກັບປ້າ ເຊິ່ງສາມາດເຮັດໃຫ້ເກີດມີການແຜ່ເຊື້ອໃນຊຸມຊົນ ຫຼື ເກີດມີການຕິດເຊື້ອເປັນຫຼາຍຈຸ້ມ ຫຼື ພົບເຫັນໄດ້ໃນຫຼາຍປະເທດ.
• ສິ່ງທ້າທາຍຂອງສາຍພັນໃໝ່ ໃນໝວດທີ 1 ແມ່ນ:
– ຄວາມສາມາດໃນການແຜ່ເຊື້ອໄດ້ໄວໃນຄົນ
– ຄວາມສາມາດໃນການເຮັດໃຫ້ພະຍາດ ມີຄວາມຮຸນແຮງຂຶ້ນໃນຄົນ
– ຄວາມສາມາດຂອງສາຍພັນ ຫຼີກລ້ຽງການກວດພົບເຊື້ອໂດຍໃຊ້ເຄື່ອງກວດ PCR ທີ່ມີຢູ່ປະຈຸບັນ (ໝາຍຄວາມວ່າ ຜົນກວດຈະອອກເປັນລົບ ແຕ່ໃນຕົວຈິງມີເຊື້ອ)
– ຈະເຮັດໃຫ້ປະສິດຕິພາບຂອງຢາປິ່ນປົວຫຼຸດລົງ
– ສາມາດລົບຫຼີກພູມຄຸ້ມກັນ ທີ່ມາຈາກການສັກວັກຊີນໃນປະຈຸບັນ
• ກ່ຽວກັບອັດຕາການແຜ່ເຊື້ອຂອງແຕ່ລະສາຍພັນ ເຊັ່ນ: ສາຍພັນດັ້ງເດີມ ຈະມີອັດຕາການແຜ່ເຊື້ອ ໄດ້ໃນ 3 ຄົນ, ອານຟ້າ (ສາຍພັນອັງກິດ) ແມ່ນ 4 ຄົນ, ສ່ວນສາຍພັນເດວຕ້າແມ່ນ 6 ຄົນ. ດ້ວຍເຫດຜົນດ່ັງກ່າວ ສປປ ລາວເຮົາປະສົບກັບການນຳເຂົ້າຂອງສາຍພັນ ອານຟ້າ ໃນໄລຍະປີໃໝ່ລາວ ຈຶ່ງເຮັດໃຫ້ມີການຕິດເຊື້ອເປັນຈຳນວນຫຼວງຫຼາຍ ແລະ ປະຈຸບັນ ກໍ່ຍັງໃຊ້ຄວາມພະຍາຍາມຈາກທຸກພາກສ່ວນ ເພື່ອຢຸດຕິການຕິດເຊື້ອໂດຍໄວ. ມີການລາຍງານ ການພົບສາຍພັນເດວຕ້າ (ສາຍພັນອິນເດຍ), ສາຍພັນເບຕ້າ (ສາຍພັນອາຟຣິກາໃຕ້) ໃນປະເທດເພື່ອນບ້ານ ແລະ ສາຍພັນປະສົມ ອານຟ້າ, ເດວຕ້າ (ອິນເດຍ-ອັງກິດ) ເຊິ່ງຮຽກຮ້ອງໃຫ້ພວກເຮົາ ຈະຕ້ອງໄດ້ເຂັ້ມງວດໃນການກວດຂັນ ຜູ້ທີ່ເດີນທາງເຂົ້າມາ ສປປ ລາວ ຕາມຈຸດຜ່ານແດນຕ່າງໆ ໂດຍສະເພາະແມ່ນ ການລັກລອບເຂົ້າມາບໍ່ຖືກຕາມລະບຽບຫຼັກການ. ສະນັ້ນ, ຈຶ່ງຮຽກຮ້ອງໃຫ້ເຈົ້າໜ້າທີ່ ທັງ ປກສ ແລະ ປກຊ ກໍ່ຄື ອຳນາດການປົກຄອງທ້ອງຖິ່ນ ຈົ່ງເອົາໃຈໃສ່ລາດຕະເວນ ເພື່ອສະກັດກັ້ນ ການນຳເອົາເຊື້ອເຂົ້າມາ ແລະ ຖ້າພົບເຫັນ ບຸກຄົນທີ່ກັບມາຈາກປະເທດເພື່ອນບ້ານ ແມ່ນໃຫ້ຮີບຮ້ອນລາຍງານໃຫ້ແກ່ອຳນາດປົກຄອງບ້ານທັນທີ ເພື່ອຈະນຳເອົາຜູ້ກ່ຽວ ເຂົ້າໄປສູນຈຳກັດບໍລິເວນ ແລະ ເກັບຕົວຢ່າງກວດຊອກຫາເຊື້ອ;
• ປະຈຸບັນນີ້ ໄດ້ມີການເປີດບໍລິການສັກວັກຊີນ ໃນຫຼາຍຈຸດຂອງນະຄອນຫຼວງ ກໍ່ຄື ບັນດາແຂວງຕ່າງໆ ຈຶ່ງຂໍເຊີນຊວນ ປະຊາຊົນບັນດາເຜົ່າ, ພະນັກງານ, ທະຫານ, ຕຳຫຼວດ ໄປສັກວັກຊີນ ເພື່ອເຮັດໃຫ້ເມືອງ/ແຂວງ ແລະ ປະເທດຂອງພວກເຮົາ ປອດໄພ ຈາກພະຍາດໂຄວິດ-19 ໂດຍໄວ ເມື່ອອັດຕາການສັກຢາຂອງວັກຊີນທົ່ວປະເທດ ຫາສູງກວ່າ 70% ຂຶ້ນໄປ ຕາມທີ່ທາງກະຊວງສາທາລະນະສຸກໄດ້ວາງອອກ;
• ເຖິງແມ່ນວ່າ ສະພາບການລະບາດຂອງພວກເຮົາ ມີທ່າອ່ຽງຫຼຸດລົງ ບາງແຂວງກໍ່ບໍ່ມີລາຍງານການຕິດເຊື້ອ ຈຶ່ງຂໍຮຽກຮ້ອງ ມາຍັງ ພໍ່ແມ່, ພີ່ນ້ອງ, ປະຊາຊົນ ແລະ ທຸກພາກສ່ວນໃນສັງຄົມ ເອົາໃຈໃສ່ປະຕິບັດມາດຕະການ ຕາມແຈ້ງການຂອງຫ້ອງວ່າການສຳນັກງານນາຍົກລັດຖະ
ມົນຕີ ສະບັບເລກທີ 671/ຫສນຍ, ລົງວັນທີ 19 ມີຖຸນາ 2021 ທີ່ສືບຕໍ່ປະຕິບັດມາດຕະການຜ່ອນຜັນ ຢ່າງເຂັ້ມງວດ. ກະຊວງທີ່ກ່ຽວຂ້ອງ ແລະ ຄະນະສະເພາະກິດຂັ້ນຕ່າງໆ ກໍ່ຈະຜັນຂະຫຍາຍມາດຕະການຕ່າງໆ ໂດຍອີງໃສ່ແຈ້ງການ 671/ຫສນຍ, ດັ່ງນັ້ນ ຈຶ່ງສະເໜີໃຫ້ບັນດາທ່ານ ໄດ້ຕິດຕາມ ຢ່າງໃກ້ຊິດ;
• ການຮັກສາໄລຍະຫ່າງທາງສັງຄົມ, ສວມໃສ່ຜ້າປິດ-ດັງ, ໝັ່ນລ້າງມືເລື້ອຍໆ ດ້ວຍນ້ຳສະອາດໃສ່ສະບູ ຫຼື ເຈວເຫຼົ້າ 70 % ຂຶ້ນໄປ ຍັງຈະຕ້ອງໄດ້ສືບຕໍ່ປະຕິບັດ ເພື່ອປ້ອງກັນ ການແຜ່ລະບາດຂອງພະຍາດໂຄວິດ-19 ບໍ່ໃຫ້ຂະຫຍາຍເປັນວົງກວ້າງ;
• ອີກເທື່ອໜຶ່ງ ຮຽກຮ້ອງໃຫ້ບັນດາ ທ່ານຈົ່ງຕິດຕາມຂໍ້ມູນຂ່າວສານທີ່ຖືກຕ້ອງ ແລະ ເປັນທາງການ,
o ວິທະຍຸກະຈາຍສຽງ, ໂທລະພາບ, ໜັງສືພິມ ແລະສື່ຕ່າງໆ ຂອງລັດຖະບານ
o ນອກຈາກນີ້ຍັງມີເວັບໄຊ້ຂອງຄະນະສະເພາະກິດເພື່ອປ້ອງກັນ, ຄວບຄຸມ ແລະແກ້ໄຂ ການລະບາດ ພະຍາດໂຄວິດ-19 ກໍ່ຄື covid19.gov.la ແລະ
o ເວັບໄຊ້ຂອງກົມຄວບຄຸມພະຍາດຕິດຕໍ່, ກະຊວງສາທາລະນະສຸກcdc.gov.la
o ເຟດບຸກຂອງສູນຂ່າວສານການແພດແລະສຸຂະສຶກສາ, ກະຊວງສາທາລະນະສຸກ
o ແລະສາມາດໂທສອບຖາມ ສາຍດ່ວນ 165 ຫຼື 166 ສຳລັບສູນກາງ ແລະ ສາຍດ່ວນແຂວງ (ລະຫັດແຂວງ ຕາມດ້ວຍ 165 ຫຼື 166).
Loading...