ການຖະແຫຼງຂ່າວຂອງຄະນະສະເພາະກິດ ປະຈຳວັນອາທິດ ວັນທີ 22 ສິງຫາ  2021, ໃຫ້ຮູ້ວ່າ:

         ສະພາບການລະບາດພະຍາດໂຄວິດ-19 ຢູ່ ສປປ ລາວ, ມາຮອດວັນທີ 21 ສິງຫາ 2021:

  • ໄດ້ກວດວິເຄາະທັງໝົດ 2,723 ຄົນ, ໃນນັ້ນ ກວດພົບຜູ້ຕິດເຊື້ອໃໝ່ ທັງໝົດ 305 ຄົນ ເຊິ່ງຕິດເຊື້ອໃນຊຸມຊົນເຖິງ 81 ຄົນ ເປັນຜູ້ສຳຜັດໃກ້ຊິດນຳຜູ້ຕິດເຊື້ອທີ່ຜ່ານມາ ຄື:

–           ບໍ່ແກ້ວ (ຕົ້ນເຜິ້ງ) 29 ຄົນ

–           ສະຫວັນນະເຂດ 52 ຄົນ

ສ່ວນ ກໍລະນີນໍາເຂົ້າ ມີ 224 ຄົນ ຈາກ ຈຳປາສັກ 134 ຄົນ, ສະຫວັນນະເຂດ 33 ຄົນ, ສາລະວັນ 22 ຄົນ, ຄຳມ່ວນ 20 ຄົນ, ນະຄອນຫຼວງ 12 ຄົນ ແລະ ຫຼວງພະບາງ 3 ຄົນ ເຊິ່ງກວດພົບຈາກແຮງງານລາວ ທີ່ກັບມາແຕ່ປະເທດເພື່ອນບ້ານ ເຂົ້າຕາມຈຸດຜ່ານແດນສາກົນ.

ສຳລັບ ແຂວງສະຫວັນນະເຂດ ທີ່ຕິດເຊື້ອໃນຊຸມຊົນ 52 ຄົນນັ້ນ, ໃນນັ້ນ ເປັນຜູ້ຕິດເຊື້ອຢູ່ສະຖານທີ່ຄຸມຂັງ 02 ແຫ່ງ ຈໍານວນ ເຖິງ 43 ຄົນ, ສ່ວນອີກ 07 ຄົນ ແມ່ນເປັນຜູ້ສໍາຜັດໃກ້ຊິດກັບກໍາມະກອນ ສົ່ງນໍ້າ ເພດຊາຍ, ອາຍຸ 33 ປີ, ອາຊີບກໍາມະກອນ, ພະນັກງານໂຮງງານ KP Build 1 ຄົນ ແລະ ອີກ 01 ຄົນ ທາງທີມແພດແຂວງສະຫວັນນະເຂດກໍາລັງຕິດຕາມພົວພັນຜູ້ກ່ຽວຢູ່  ແລ້ວຈະແຈ້ງໃຫ້ບັນດາທ່ານຊາບຕື່ມໃນພາຍຫຼັງ.

ສໍາລັບ ແຂວງ ບໍ່ແກ້ວຕິດເຊື້ອໃນຊຸມຊົນ 29 ຄົນ, ໃນນັ້ນ 17 ຄົນ ແມ່ນ ຈາກບ້ານໃຫຍ່ສີເມືອງງາມ 16 ຄົນ ແລະ ຈາກບ້ານນໍ້າເກີ່ງ 1 ຄົນ ເຊິງເປັນແມ່ຄ້າຂາຍເຄື່ອງຢູ່ຕະຫລາດບ້ານໃຫຍ່ສີເມືອງງາມ ແລະ ອີກ 12 ຄົນ ແມ່ນມາຈາກເຂດສາມລ່ຽມຄໍາ.

         ປະຈຸບັນ ຜູ້ຕິດເຊື້ອໃໝ່ທັງໝົດ 305 ຄົນ ໄດ້ເຂົ້ານອນແຍກປ່ຽວ ແລະ ຮັບການປິ່ນປົວຢູ່ສະຖານທີ່ປິ່ນປົວທີ່ຖືກກຳນົດໄວ້ຂອງແຂວງ.

         ມາຮອດມື້ນີ້ ພວກເຮົາມີຕົວເລກຜູ້ຕິດເຊື້ອສະສົມທັງໝົດ 12,469 ຄົນ, ຄົນເຈັບເສຍຊີວິດສະສົມ 11 ຄົນ (ໃໝ່ 0 ຄົນ) ແລະ ກໍາລັງປິ່ນປົວ ທັງໝົດ 4,520 ຄົນ.

           ການເຝົ້າລະວັງຢູ່ຕາມຈຸດຜ່ານແດນ ໃນຂອບເຂດທົ່ວປະເທດ

  • ວັນທີ 21 ສິງຫາ 2021 ມີຜູ້ເດີນທາງຜ່ານເຂົ້າມາຕາມດ່ານຕ່າງໆ ໃນສປປ ລາວ ທັງໝົດ 1,474 ຄົນ ໃນນີ້ແຮງງານລາວ 193 ຄົນ, ໄດ້ຖືກເກັບຕົວຢ່າງ ແລະ ນໍາສົ່ງເຂົ້າສູນຈຳກັດບໍລິເວນ ທີ່ຄະນະສະເພາະກິດກຳນົດໄວ້;
  • ປັດຈຸບັນ ທົ່ວປະເທດ ມີສູນຈຳກັດບໍລິເວນ ທີ່ຍັງເປີດຢູ່ 99 ສູນ ແລະ 51 ໂຮງແຮມ, ມີຜູ້ຈຳກັດບໍລິເວນ 10,940 ຄົນ.
  • ຜູ້ຈໍາກັດບໍລິເວນສະສົມ ທົ່ວປະເທດ ນັບແຕ່ວັນທີ 01 ມັງກອນ 2021 ຮອດປະຈຸບັນ ມີ 86,050 ຄົນ.
  • ສະພາບການລະບາດ ໃນ ສປປລາວ ແມ່ນ ພົບໃນແຂວງທີ່ມີແຮງງານລາວ ເຂົ້າມາຈໍານວນຫຼວງຫຼາຍ: ສະຫວັນນະເຂດ, ຈໍາປາສັກ, ສາລະວັນ, ຄໍາມ່ວນ, ນະຄອນຫຼວງວຽງຈັນ…ຈໍານວນກໍລະນີເຊື້ອໃໝ່ສ່ວນໃຫຍ່ແມ່ນມາຈາກແຮງງານຈາກປະເທດໃກ້ຄຽງ ແລະ ອີກຈໍານວນໜຶ່ງແມ່ນການຕິດເຊື້ອໃນຊຸມຊົນ ແລະ ໃນສູນຈໍາກັດບໍລິເວນ.
  • ກ່ຽວກັບຂ່າວທີ່ທາງສື່ສັງຄົມອອນລາຍ ລົງກ່ຽວກັບ ມີຄົນຈີນ ຕິດເຊື້ອ ແລ້ວເອົາມາແຜ່ຕໍ່ພົນລະເມືອງລາວ ຈໍານວນ 20 ຄົນ ແມ່ນຜູ້ສໍາຜັດໃກ້ຊິດກັບຄົນຈີນ ແລະ ພວກເຮົາໄດ້ເກັບຕົວຢ່າງ 140 ຄົນທີ່ຖືວ່າເປັນຜູ້ສໍາຜັດໃກ້ຊິດ ແລະ 20 ຄົນທີ່ເປັນຂ່າວກໍ່ນອນໃນ 140 ຄົນ ເຊິ່ງທັງໝົດໄດ້ເກັບຕົວຢ່າງ, ຜົນອອກມາເປັນລົບ. ດັ່ງນັ້ນ, ຂໍ້ມູນອື່ນໆທີ່ເຜີຍແຜ່ອອກໄປ ບໍ່ແມ່ນຄວາມຈິງ ແລະ ຜູ້ທີ່ເຜີຍແຜ່ ແມ່ນ ມີຄວາມຜິດທາງດ້ານກົດໝາຍ ແລະ ເຈົ້າໜ້າທີ່ກໍາລັງຕິດຕາມກຸ່ມຄົນດັ່ງກ່າວ.
  • ກ່ຽວກັບການເພີ່ມຂື້ນຂອງຈໍານວນຜູ້ຕິດເຊື້ອ ໃນ ແຂວງ ສະຫວັນນະເຂດ, ຄໍາມ່ວນ ແລະ ບໍ່ແກ້ວ, ທາງຄະນະສະເພາະກິດ ກໍ່ຄື ກະຊວງສາທາລະນະສຸກ ໄດ້ຈັດສົ່ງທີມວິຊາການ ພ້ອມ ຊ່ຽວຊານ ຈາກກະຊວງສາທາລະນະສຸກ, ກະຊວງປ້ອງກັນຄວາມສະຫງົບ ລົງໄປສົມທົບກັບແຂວງເພື່ອແກ້ໄຂສະພາບການລະບາດໃນແຂວງ ໂດຍສະເພາະ ສູນຈໍາກັດບໍລິເວນ ແລະ ຄ້າຍຄຸມຂັງ ໃຫ້ຄວບຄຸມໄດ້ໂດຍໄວ ແລະ ນອກຈາກນັ້ນກໍ່ ໄດ້ໄປຊ່ວຍໂຮງໝໍພາກສະໜາມ ເພື່ອປັບປຸງຄຸນະພາບຂອງການປິ່ນປົວໃຫ້ດີຂື້ນ ບໍ່ໃຫ້ມີການເສຍຊິວິດ. ນອກຈາກນີ້ ພວກເຮົາກໍ່ໄດ້ສົ່ງນັກລະບາດວິທະຍາພາກສະໜາມຂື້ນ ໄປຊ່ວຍ ແຂວງບໍ່ແກ້ວ.
  • ອີກເທື່ອໜຶ່ງ ຂໍຮຽກຮ້ອງມາຍັງ ພໍ່ແມ່, ພີ່ນ້ອງ, ປະຊາຊົນ, ທະຫານ, ຕຳຫຼວດ ແລະ ທຸກພາກສ່ວນໃນສັງຄົມ ເອົາໃຈໃສ່ປະຕິບັດຕາມແຈ້ງການຂອງຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ສະບັບເລກທີ 1036/ຫສນຍ, ລົງວັນທີ 19 ສິງຫາ 2012 ຢ່າງເຄັ່ງຄັດ ເພື່ອບໍ່ໃຫ້ພະຍາດແຜ່ລະບາດອອກສູ່ວົງກວ້າງ;

 

Loading...