ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ ເຂົ້າສູ່ຊີວິດຈິງ

ການຖະແຫຼງຂ່າວຂອງຄະນະສະເພາະກິດ ປະຈຳວັນອາທິດ ວັນທີ 5 ກັນຍາ  2021.

ກ່ຽວກັບ ສະພາບໂຄວິດ-19 ຢູ່ໃນ ສປປ ລາວ, ໃນໂລກ ແລະ ບາງຂໍ້ແນະນຳເພິ່ມເຕີມ

ພ້ອມດ້ວຍ ທ່ານ ຖະໜອງ ທຳທອງ, ຄະນະປະຈຳພັກນະຄອນຫຼວງ, ປະທານແນວລາວສ້າງຊາດ ຈະມາຖະແຫຼງຂ່າວກ່ຽວກັບ ມາດຕະການທີ່ຈະຕ້ອງປະຕິບັດໃນງານບຸນຫໍ່ເຂົ້າປະ ດັບດິນ.

  • ສະພາບການລະບາດພະຍາດໂຄວິດ-19 ຢູ່ ສປປ ລາວ, ມາຮອດວັນທີ 4 ກັນຍາ 2021:

ໄດ້ກວດວິເຄາະທັງໝົດ 3,093 ຄົນ, ໃນນັ້ນ ກວດພົບຜູ້ຕິດເຊື້ອໃໝ່ ທັງໝົດ 172 ຄົນເຊິ່ງຕິດເຊື້ອໃນຊຸມຊົນ 56 ຄົນ ເປັນຜູ້ສຳຜັດໃກ້ຊິດນຳຜູ້ຕິດເຊື້ອທີ່ຜ່ານມາ ແລະ ກໍລະນີນໍາເຂົ້າ ມີ 116 ຄົນ ຈາກ ສະຫວັນນະເຂດ 68 ຄົນ, ສາລະວັນ 14 ຄົນ, ນະຄອນຫຼວງວຽງຈັນ 13 ຄົນ, ຈໍາປາສັກ 12 ຄົນ, ຄໍາມ່ວນ 5 ຄົນ, ແລະ ບໍລິຄໍາໄຊ 4 ຄົນ ເຊິ່ງກວດພົບຈາກແຮງງານລາວ ຫຼື ຜູ້ທີ່ເດີນທາງມາຈາກປະເທດເພື່ອນບ້ານ ເຂົ້າຕາມຈຸດຜ່ານແດນສາກົນ.   

ລາຍລະອຽດ ຜູ້ຕິດເຊື້ອໃນຊຸມຊົນ ຢູ່ນະຄອນຫຼວງວຽງຈັນ ແລະ ບັນດາແຂວງແມ່ນເປັນຜູ້ສຳຜັດໃກ້ຊີດກັບຜູ້ຕິດເຊື້ອທີ່ຜ່ານມາ ລາຍລະອຽດດັ່ງນີ້:

  • ສະຫວັນນະເຂດ 21 ຄົນ
  • ຈໍາປາສັກ 13 ຄົນ
  • ຄໍາມ່ວນ 7 ຄົນ: ທັງໝົດແມ່ນ ພະນັກງານ ປກສ ຢູ່ຄ້າຍຄຸມຂັງ, ບ້ານຄຳຂີ້ໄກ່.
  • ຫຼວງນໍ້າທາ 5 ຄົນ
  • ສາລະວັນ 2​ ຄົນ:​ ຄົນໃນຄອບຄົວດຽວກັນ (ຜົວ ແລະ ເມຍຕິດເຊື້ອ ເປັນພະນັກງານທັງສອງຄົນ)
  • ບໍ່ແກ້ວ 2 ຄົນ: ບ້ານຂຸນບົງ ມີປະຫວັດພົວພັນ ກັບບ້ານໃໝ່ສີເມືອງງາມ
  • ນະຄອນຫຼວງວຽງຈັນ 6 ຄົນ (ຄົນໃນຄອບຄົວດຽວກັນ):
  1. ເພດຊາຍ, ອາຍຸ 24 ປີ, ບ້ານ ຫາດຊາຍຂາວ,​ ເມືອງຫາດຊາຍຟອງ, ອາຊີບ ພະນັກງານທະຫານ (ໂພນເຄັງ)
  • ຄົນໃນຄອບຄົວຕິດເຊື້ອ
  • ສັກຢາວັກຊີນຄົບ 2 ເຂັມ
  1. ເພດຊາຍ , ອາຍຸ 52 ປີ, ບ້ານ ຫາດຊາຍຂາວ, ເມືອງ ຫາດຊາຍຟອງ

ອາຊີບ: ພະນັກງານທະຫານ (ໂພນເຄັງ)

  • ຄົນໃນຄອບຄົວຜູ້ຕິດເຊື້ອ
  • ໄດ້ສັກຢາວັນຊີນ 2 ເຂັມ
  • ພະຍາດປະຈຳໂຕ: ເບົາຫວານ ແລະ ຄວາມດັນເລືອດສູງ
  1. ເພດຍິງ, ອາຍຸ 19 ປີ, ບ້ານຫາດຊາຍຂາວ ເມືອງຫາດຊາຍຟອງ,​ ອາຊີບ ຂາຍເຄື່ອງ Online
  • ຄົນໃນຄອບຄົວຕິດເຊື້ອ
  • ບໍ່ມີພະຍາດປະຈຳໂຕ ແລະ ຍັງບໍ່ໄດ້ສັກຢາວັນຊີນ
  1. ເພດຊາຍ, ເດັກອາຍຸ 8 ເດືອນ ບ້ານຫາດຊາຍຂາວ ເມືອງຫາດຊາຍຟອງ
  • ຄົນໃນຄອບຄົວຕິດເຊື້ອ
  • ມີອາການວັນທີ 2/9: ໄຂ້, ນ້ຳມູກຍ້ອຍ
  1. ເພດຍິງ , ອາຍຸ 52 ປີ ບ້ານຫາດຊາຍຂາວ ເມືອງຫາດຊາຍຟອງ

ອາຊີບ: ພະນັກງານທະຫານ (ໂພນເຄັງ)

  • ຄົນໃນຄອບຄົວຕິດເຊື້ອ
  • ພະຍາດປະຈຳໂຕ: ເບົາຫວານ
  • ໄດ້ສັກຢາວັນຊີນ 2 ເຂັມ
  1. ເພດຊາຍ, ອາຍຸ 18 ປີ, ບ້ານຫາດຊາຍຂາວ, ເມືອງຫາດຊາຍຟອງ

ອາຊີບ ນັກຮຽນ

  • ຄົນໃນຄອບຄົວຕິດເຊື້ອ
  • ບໍ່ມີພະຍາດປະຈຳໂຕ
  • ສັກຢາວັກຊີນ 2 ເຂັມ
  • ສະຖານທີ່ສ່ຽງ ທີ່ຜູ້ຕິດເຊື້ອໄດ້ເດີນທາງໄປໃນນະຄອນຫຼວງ:
  • ວັນທີ 31/8:
    • ຮ້ານມ່າລ່າ ແຖວຊ້າງເຜືອກ
    • ຮ້ານຕັດຜົມຕໍ່ໜ້າບໍລິສັດ ສະກາຍ
    • ວັດທ່າແຂກ ເມືອງຫາດຊາຍຟອງ
    • ຮ້ານເສີມສວຍ ດອນນົກຂຸ້ມ
  • ວັນທີ 1/9:
    • ຕະຫຼາດໜອງໄຮ
  • ວັນທີ 2/9:
    • ຮ້ານ J-mark ສາຂາທາດຫຼວງ
    • ຮ້ານ 365 ຢູ່ຫຼັກ 8
  • ວັນທີ 3/9:
    • ຮ້ານອາຫານ ຊັ້ນ 6 ຢູ່ໄອເຕັກ
  • ປະຈຸບັນ ຜູ້ຕິດເຊື້ອໃໝ່ທັງໝົດ ໄດ້ເຂົ້ານອນແຍກປ່ຽວ ແລະ ຮັບການປິ່ນປົວຢູ່ສະຖານທີ່ປິ່ນປົວທີ່ຖືກກຳນົດໄວ້.
  • ມາຮອດມື້ນີ້ ພວກເຮົາມີຕົວເລກຜູ້ຕິດເຊື້ອສະສົມທັງໝົດ 15,933 ຄົນ, ເສຍຊີວິດສະສົມ 16 ຄົນ ແລະ ຄົນເຈັບກໍາລັງປິ່ນປົວ ທັງໝົດ 5,464 ຄົນ.
  • ສຳລັບ ບ້ານແດງທີ່ຖືກກຳນົດເປັນບ້ານແດງໃໝ່ໃນນະຄອນຫຼວງວຽງຈັນ ມີ 1​ ບ້ານຄື: ບ້ານຫາດຊາຍຂາວ, ເມືອງຫາດຊາຍຟອງ
  • ຜູ້ທີ່ມີຈຸດປະສົງຢາກກວດຊອກຫາເຊື້ອໂຄວິດ-19 ສຳລັບ ນະຄອນຫຼວງວຽງຈັນນີ້ ແມ່ນ ຢູ່ຈຸດເກັບຕົວຢ່າງບຶງຂະຫຍອງ ເຊິ່ງເປີດໃຫ້ບໍລິການບັນດາທ່ານທຸກວັນ (ວັນຈັນ ຫາ ວັນອາທິດ) ໃນຕອນເຊົ້າ ເວລາ 9:00-12:00 ໂມງ ແລະ ຍັງມີທີມງານເກັບຕົວຢ່າງເຄື່ອນທີ່ໄປເກັບໃນສະຖານທີ່ທີ່ມີລາຍງານຄົນເຈັບຕິດເຊື້ອ.
  • ສຳລັບແຂວງ ແມ່ນທ່ານສາມາດໄປກວດຊອກຫາເຊື້ອໄດ້ຢູ່ໂຮງໝໍແຂວງ ຫຼື ສະຖານທີ່ທີ່ກຳນົດໄວ້.
  • ການເຝົ້າລະວັງຢູ່ຕາມຈຸດຜ່ານແດນ ໃນຂອບເຂດທົ່ວປະເທດ
  • ວັນທີ 4 ກັນຍາ 2021 ມີຜູ້ເດີນທາງຜ່ານເຂົ້າມາດ່ານຕ່າງໆໃນ ສປປ ລາວ ຈໍານວນ ທັງໝົດ 1,872 ຄົນ.
  • ປັດຈຸບັນ ທົ່ວປະເທດມີສູນຈຳກັດບໍລິເວນທີ່ຍັງເປີດຢູ່ 90 ສູນ ແລະ 54 ໂຮງແຮມ, ມີຜູ້ຈຳກັດບໍລິເວນ 8,144 ຄົນ.
  • ຕໍ່ໄປນີ້ ຂ້າພະເຈົ້າຂໍລາຍງານສະພາບການຕິດເຊື້ອໃນທົ່ວໂລກ:
  • ປັດຈຸບັນ ທົ່ວໂລກມີລາຍງານຜູ້ຕິດເຊື້ອສະສົມທັງໝົດ 221.073.029 (488.429 ໃໝ່), ເສຍຊິວິດທັງໝົດ 574.376 (8.256 ໃໝ່), ປີ່ນປົວຫາຍດີ 197.562.639 (481.127 ໃໝ່). ສໍາລັບ 3 ອັນດັບ ປະເທດທີ່ມີຜູ້ຕິດເຊື້ອ ແລະ ເສຍຊິວິດຫຼາຍກວ່າໝູ່ໃນໂລກ ກໍ່ຍັງແມ່ນ ສະຫະລັດອາເມລິກາ, ອິນເດຍ ແລະ ບຣາຊິວ.
  • ບັນດາປະເທດທີ່ມີຊາຍແດນຕິດຈອດກັບ ສປປ ລາວ

– ປະເທດ ໄທ ມີຜູ້ຕິດເຊື້ອ  15,942 ແລະ ເສຍຊີວິດໃນມື້ດຽວ 257 ຄົນ, ຮອງລົງມາ ແມ່ນ ຫວຽດນາມມີລາຍງານຜູ້ຕິດເຊື້ອໃໝ່ປະຈໍາວັນ 9,566 ຄົນ ແລະ ເສຍຊີວິດໃນມື້ດຽວ 347 ຄົນ.

  • ສະຖານະການ ການລະບາດຂອງພະຍາດນີ້ທັງໃນທົ່ວໂລກ ແລະ ໃນປະເທດເຮົາ ຍັງໜ້າເປັນຫ່ວງ, ຕົວເລກການຕິດເຊື້ອໃນຊຸມຊົນ ໃນ ສປປລາວ ໄດ້ເພີ້ມຂື້ນຢ່າງຕໍ່ເນື່ອງ, ການຕິດເຊື້ອນີ້ແມ່ນເກີດຂື້ນໃນຫຼາຍສາຂາອາຊີບ ທັງພະນັກງານດ່ານໜ້າ, ພະນັກງານລັດຖະກອນ, ບໍລິສັດເອກະຊົນ, ອົງການຈັດຕັ້ງ, ຊາວຄ້າຂາຍ ແລະ ອື່ນໆ;
  • ເພື່ອຫຼີກລ້ຽງ ແລະ ຕັດວົງຈອນ ຂອງພະຍາດ ພວກເຮົາທຸກຄົນ ແມ່ນຕ້ອງ ພ້ອມໃຈກັນປະຕິບັດຕາມແຈ້ງການສະບັບເລກທີ 1094/ຫສນຍ, ລົງວັນທີ 31 ສິງຫາ 2021, ຄໍາສັ່ງຂອງເຈົ້າຄອງນະຄອນຫຼວງ ສະບັບເລກທີ 015/ຈນວ, ລົງວັນທີ 30 ສິງຫາ 2021 ແລະ ແຈ້ງການ ຂອງແນວລາວສ້າງຊາດ ນະຄອນຫຼວງວຽງຈັນ ສະບັບເລກທີ 378/ນຊ.ນວ, ລົງວັນທີ 3 ກັນຍາ 2021,​ ແຈ້ງການ ແລະ ຄໍາສັ່ງທັງໝົດທີ່ໄດ້ວາງອອກ ເພື່ອສະກັດກັ້ນການຕິດເຊື້ອ ບໍ່ໃຫ້ແຜ່ລະບາດເປັນວົງກວ້າງໃນຊຸມຊົນ. ສະນັ້ນ ອີກເທື່ອນື່ງ ໃນງານບຸນປະເພນີ ບຸນຫໍ່ເຂົ້າປະດັບດິນ ທີ່ຈະມາເຖິງໃນວັນຈັນ ວັນທີ 6 ກັນຍາ ນີ້ ແມ່ນ ຫ້າມໃສ່ບາດ ແລະ ວຽນທຽນ ຕໍ່ໄປ ຂ້າພະເຈົ້າ ຈະຂໍອ່ານແຈ້ງການ  ຂອງແນວລາວສ້າງຊາດ ນະຄອນຫຼວງວຽງຈັນ ສະບັບເລກທີ 378/ນຊ.ນວ, ລົງວັນທີ 3 ກັນຍາ 2021
  • ຂໍຮຽກຮ້ອງມາຍັງ ພໍ່ແມ່, ພີ່ນ້ອງ, ປະຊາຊົນ ແລະ ທຸກພາກສ່ວນໃນສັງຄົມ ຈົ່ງພ້ອມໃຈກັນ ປະຕິບັດການດໍາລົງຊິວິດປົກກະຕິແບບໃໝ່ (new normal) ເປັນຕົ້ນ ຫຼີກເວັ້ນການເດີນທາງໄປສະຖານທີ່ສ່ຽງ, ສະຖານທີ່ແອອັດ, ຮັກສາໄລຍະຫ່າງ, ໃສ່ຜ້າອັດປາກ-ດັງ, ລ້າງມືເລື້ອຍໆດ້ວຍນ້ຳສະອາດໃສ່ສະບູ ຫຼື ເຈວລ້າງມືທີ່ມີທາດເຫຼົ້າ 70% ຂື້ນໄປ, ຮັກສາມາລະຍາດໃນການໄອ-ຈາມ, ອະນາໄມຂ້າເຊື້ອຈຸດສ່ຽງ ແລະ ຫ້າມຊຸມແຊວກັນເປັນກຸ່ມ;
  • ພວກເຮົາທຸກຄົນ ຕ້ອງຮ່ວມແຮງຮ່ວມໃຈ ແລະ ສາມັກຄີກັນ,  ເພື່ອພ້ອມກັນຜ່ານຜ່າວິກິດນີ້ໄປດ້ວຍກັນ ແລະ ສາມາດກັບມາດຳລົງຊີວິດປົກກະຕິໂດຍໄວ.