ໃນຕອນເຊົ້າວັນທີ 3 ກໍລະກົດ 2021, ຄະນະສະເພາະກິດ ເພື່ອປ້ອງກັນ ຄວບຄຸມ ແລະ ແກ້ໄຂການລະບາດຂອງພະຍາດ CoVID-19, ໄດ້ຖະແຫຼງຂ່າວກ່ຽວກັບສະ ພາບການລະບາດຂອງພະຍາດ coVID-19 ຢູ່ ສປປ ລາວ ສະພາບການລະບາດຂອງພະຍາດ COVID-19 ຢູ່ ສປປ ລາວ ຮອດປະຈຸບັນ ສປປລາວມີຈໍານວນຜູ້ຕິດເຊື້ອສະສົມທັງໝົດ 2,213 ຄົນ (ຕິດເຊື້ອໃໝ່ 37 ຄົນ ) ຈາກ ແຂວງສະນະເຂດ 7 ຄົນ, ຈຳປາສັກ 28 ຄົນ, ແລະ ຄຳມ່ວນ 1 ຄົນ, ຫຼວງນໍ້າທາ 1 ຄົນ ແມ່ນຕິດໃນຊຸມຊົນ ) ເສຍຊີວີດ ສະສົມທັງໝົດ 03 ຄົນ (ເສຍຊິວິດໃໝ 00), ຍັງຕິດຕາມປິ່ນປົວທົ່ວປະເທດທັງໝົດ 191 ຄົນ.
ການເດີນທາງເຂົ້າມາ ສປປ ລາວ ຕາມຈຸດຜ່ານແດນວັນທີ 02 ກໍລະກົດ 2011 ຜູ້ທີ່ໄດ້ຮັບອະນຸຍາດຈາກຄະນະສະເພາະກິດເດີນທາງ ເຂົ້າມາ ສປປ ລາວ ຈຳນວນ 2,969 ຄົນ ທຸກຄົນໄດ້ເກັບຕົວຢ່າງໄປກວດ ແລະ ເຂົ້າຈຳກັດບໍລິເວນ 14 ມື້ ຈື່ງຈະອອກໄປເຄື່ອນໄຫວ ປົກກະຕິ.
ວຽກງານການຈຳກັດບໍລິເວນ ປະຈຸບັນທົ່ວປະເທດມີສູນຈຳກັດບໍລິເວນທີ່ເປີດນຳໃຊ້ຢູ່ທັງໝົດ 51 ສູນ, ມີຜູ້ຈຳກັດບໍລິເວນທັງໝົດ 3,744 ຄົນ.
ວຽກງານວິເຄາະ ໃນວັນທີ 02 ກໍລະກົດ 2021 ທົ່ວປະເທດ ໄດ້ມີການເກັບຕົວຢ່າງມາກວດຊອກຫາເຊື້ອ COVID-19 ທັງໝົດ 1,992 ຕົວຢ່າງ, ໃນນັ້ນ ກວດພົບຜູ້ຕິດເຊື້ອໃໝ່ 37 ກໍລະນີ ( ສະຫວັນນະເຂດ 7 ກໍລະນີ, ຈຳປາສັກ 28 ກໍລະນີ, ຫຼວງນໍ້າທາ 1 ກໍລະນີ ແລະ ຄໍາມ່ວນ 1 ກໍລະນີ)