ການຖະແຫຼງຂ່າວ ຂອງ ຄະນະສະເພາະກິດ, ໃນຕອນເຊົ້າ ວັນທີ 7 ສິງຫາ 2021 ກ່ຽວກັບ ສະພາບການລະບາດຂອງພະຍາດ COVID-19 ຢູ່ ສປປ ລາວ ໃຫ້ຮູ້ວ່າ:
ປະຈຸບັນເຫັນວ່າມີລາຍງານ ການຕິດເຊື້ອໃນແຮງງານ ແລະ ບຸກຄົນ ທີ່ເດີນທາງເຂົ້າປະເທດ ໃນແຕ່ລະວັນຈຳນວນເພີ້ມຂຶ້ນຫຼາຍ ໃນແຕ່ລະວັນ ໃນວັນທີ 7 ສິງຫາ 2011 ນີ້ ມີລາຍງານຜູ້ຕິດ ເຊື້ອໃໝ່ ຈຳນວນ 354 ຄົນ ເຮັດໃຫ້ຕົວເລກຜູ້ຕິດເຊື້ອສະສົມໃນ ສປປ ລາວ ຮອດປະຈຸບັນ ແມ່ນ 8,132 ຄົນ, ມີຈຳນວນ ເສຍຊີວິດສະສົມ 8 (ໃໝ່ 1 ແຂວງ ຈຳປາສັກ) ຍັງສືບຕໍ່ປິ່ນປົວ 3,946 ຄົນ.
ໃນມື້ວານນີ້ ທົ່ວປະເທດ ໄດ້ມີການເກັບຕົວຢ່າງມາກວດຊອກຫາເຊື້ອ COVID-19 ທັງໝົດ 3,884 ຕົວຢ່າງ, ໃນນັ້ນ ກວດພົບຜູ້ຕິດເຊື້ອໃໝ່ 354 ຄົນ ເຊິ່ງ ກໍລະນີຕິດເຊື້ອໃໝ່ທັງໝົດ ແມ່ນມີການ ຕິດເຊື້ອພາຍໃນແຂວງ ຈຳນວນ 27 ຄົນ ຄື: ບໍ່ແກ້ວ 13 ຄົນ, ແຂວງວຽງຈັນ 5 ຄົນ, ໄຊຍະບູລີ 5 ຄົນ ແລະ ຈຳປາສັກ 4 ຄົນ, ສ່ວນ ອີກ 327 ຄົນ ແມ່ນການຕິດເຊື້ອໃນແຮງງານ ແລະ ຜູ້ທີ່ເດີນທາງເຂົ້າ ປະເທດ ຄື: ຈາກ ສະຫວັນນະເຂດ 153 ຄົນ, ຈໍາປາສັກ 70 ຄົນ, ຄໍາມ່ວນ 51 ຄົນ, ນະຄອນຫຼວງ 49
ຄົນ, ວຽງຈັນ 2 ຄົນ, ໄຊຍະບູລີ 1 ຄົນ ແລະ ບໍລິຄຳໄຊ 1 ຄົນ. ຂໍ້ມູນໂດຍຫຍໍ້ ກ່ຽວກັບກໍລະນີຕິດເຊື້ອໃໝ່ 354 ຄົນ
• ສໍາລັບ ບໍ່ແກ້ວ 13 ຄົນ (ເມືອງຕົ້ນເຜີ້ງ), ແຂວງວຽງຈັນ 5 ຄົນ, ໄຊຍະບູລີ 5 ຄົນ ແລະ ຈຳປາສັກ 4 ຄົນ ແມ່ນເປັນຜູ້ສຳຜັດໃກ້ຊິດກັບຜູ້ຕິດເຊື້ອເກົ່າໃນໄລຍະຜ່ານມາ.
• ສ່ວນ ຈາກ ສະຫວັນນະເຂດ 153 ຄົນ, ຈໍາປາສັກ 70 ຄົນ, ຄໍາມ່ວນ 51 ຄົນ, ນະຄອນຫຼວງ 49 ຄົນ, ວຽງຈັນ 2 ຄົນ, ໄຊຍະບູລີ 1 ຄົນ ແລະ ບໍລິຄຳໄຊ 1 ຄົນແມ່ນແຮງງານລາວທີ່ ເດີນທາງກັບຄືນມາຈາກປະເທດໃກ້ຄຽງ ເຊິ່ງໄດ້ຮັບອະນຸຍາດຈາກຄະນະສະເພາະກິດ ເຂົ້າມາຖືກຕ້ອງຕາມລະບຽບຫຼັກການ, ໄດ້ເກັບຕົວຢ່າງ ແລະ ຈຳກັດບໍລິເວນຢູ່ສູນຈຳກັດບໍລິເວນຂອງແຂວງ, ເມື່ອຜົນກວດເປັນຜົນບວກພວກກ່ຽວໄດ້ ຖືກນຳສົ່ງໄປປິ່ນປົວຢູ່ສະຖານທີ່ປິ່ນປົວ ທີ່ຖືກກຳນົດໄວ້.
ການເດີນທາງເຂົ້າມາ ສປປ ລາວ ຕາມຈຸດຜ່ານແດນ ວັນທີ 6 ສິງຫາ 2021 ມີຜູ້ເດີນທາງຜ່ານ ດ່ານເຂົ້າມາ ສປປ ລາວ ຈຳນວນ ທັງໝົດ 3,260 ຄົນ, ທຸກຄົນເດີນທາງເຂົ້າມາທັງໝົດ ແມ່ນໄດ້ ຖືກເກັບຕົວຢ່າງກວດຊອກຫາເຊື້ອພະຍາດໂຄວິດ-19 ແລະ ນໍາສົ່ງເຂົ້າໄປຈໍາກັດບໍລິເວນຢູ່ສູນ ຈໍາກັດບໍລິເວນ ຫຼືໂຮງແຮມຈຳກັດບໍລິເວນ ທີ່ຄະນະສະເພາະກິດກຳນົດໄວ້ຈົນຄົບ 14 ວັນ ຈຶ່ງຈະໄປເຄື່ອນໄຫວໄດ້, ຮອດປະຈຸບັນທົ່ວປະເທດມີສູນຈຳກັດບໍລິເວນທີ່ເປີດນຳໃຊ້ຢູ່ທັງໝົດ 79 ສູນ ແລະ 43 ໂຮງແຮມ, ມີຜູ້ຈຳກັດບໍລິເວນທັງໝົດ 14,114 ຄົນ.
ສະຖານທີ່ ການເກັບຕົວຢ່າງ ເພື່ອກວດຫາເຊື້ອ ໂຄວິດ-19 ຢູ່ນະຄອນຫຼວງວຽງຈັນ
• ໂຮງຮຽນ ມສ ສີໂຄດ
• ນອກຈາກຈຸດກວດຄົງທີ່ ຖ້າຫາກມີການລະບາດໃນຊຸມຊົນ ທີມງານເຝົ້າລະວັງຈະມີການ ຄົ້ນຫາກໍລະນີຜູ້ຕິດເຊື້ອໂດຍການເຄື່ອນທີ່ໄປເກັບຕົວຢ່າງຢູ່ສະຖານທີ່ເຊິ່ງມີຜູ້ຕິດເຊື້ອໃໝ່
(ບ້ານເຂດແດງ ສໍານັກງານອົງການ, ສະຖາບັນການສຶກສາ ແລະ ອື່ນໆ ) ແລະ ບ່ອນທີ່ມີຊຸມຊົນແອອັດ ( ຕະຫຼາດສົດ, ໂຮງຈັກ ໂຮງງານ ແລະ ສະຖານທີ່ ທີ່ມີ ແຮງງານກຳມະກອນ ຈຳນວນຫຼາຍ ເປັນຕົ້ນ ) ນອກຈາກນັ້ນ ປະຈຸບັນນະຄອນຫຼວງວຽງຈັນມີການເກັບຕົວຢ່າງຄືນໃນບ້ານທີ່ເຄີຍເປັນບ້ານແດງ
• ສຳລັບ ສປປລາວ ເຫັນວ່າ ການລາຍງານການຕິດເຊື້ອໃນ ພະຍາດ COVID-19 ໃນແຮງງານເດີນທາງເຂົ້າມາ ສປປ ລາວ ແມ່ນ ເພີ້ມຂຶ້ນຢ່າງຕໍ່ເນື່ອງຢູ່ຫຼາຍແຂວງ ໃນທົ່ວປະເທດ , ສົມທຽບຄວາມແຕກຕ່າງ ການຕິດເຊື້ອໃນກຸ່ມຄົນ ເດີນມທາງ ເຂົ້າ ປະເທດ ແຕ່ເດືອນ ມີຖຸນາ 2021 ( 169 ຄົນ) ເດືອນ ກໍລະກົດ 2021 (4ພັນກ່ວາຄົນ ) ແລະ ສຳລັບເດືອນ ເດືອນສິງຫາ ເລີ້ມແຕ່ ວັນທີ 1 ຮອດປະຈຸບັນເຫັນວ່າມີຜູ້ຕິດເຊື້ອ ໃນແຮງງານເດີນທາງ ເຂົ້າມາ ເຖິງ 1 ພັນກວ່າຄົນ ຖືວ່າເປັນການຕິດເຊື້ອທີ່ສູງ ພຽງໃນໄລຍະອາທິດທຳອິດ ຂອງ ເດືອນເທົ່ານັ້ນ ພ້ອມດຽວກັນປະເທດໃກ້ຄຽງ ກັບ ສປປ ລາວ ແມ່ນຍັງສືບຕໍ່ມີການລະບາດຂອງພະຍາດໂຄວິດ 19 ອອກເປັນວົງກ້ວາງໃນຊຸມຊົນ ແລະ ສະພາບການລະບາດ ຍັງບໍ່ມີທ່າອຽງທີ່ຈະຫຼຸດລົງ ບາງປະເທດຕິດເຊື້ອມື້ດຽວ 2 ໝື່ນກ່ວາຄົນ(ໄທ) ເສຍຊີວິດ ເກືອບ 300 ຄົນໃນມື້ດຽວ (ຫວຽດ) ແລະ ໃນແຕ່ລະວັນແມ່ນຍັງມີຜູ້ເດີນທາງຈາກ ປະເທດ ເຫຼົ່ານັ້ນ ເຂົ້າມາ ສປປລາວ ຕໍ່ກັບສະພາບການລະບາດໃນປະເທ ແລະ ປະເທດໃກ້ຄຽງ ລັດຖະບານ ກໍຄື ຄະນະ ສະເພາະກິດຂັ້ນສູນກາງ ແລະ ຂັ້ນແຂວງ ໄດ້ມີຄວາມຕັດສິນໃຈສູງ ໃນການວາງມາດ ຕະການ ສະກັດກັ້ນ ແລະ ຄວບຄຸມ ການແຜ່ລະບາດຂອງພະຍາດ , ໂດຍການນຳໃຊ້ ທຸກ
• ສຳລັບ ສປປລາວ ເຫັນວ່າ ການລາຍງານການຕິດເຊື້ອໃນ ພະຍາດ COVID-19 ໃນແຮງ ງານເດີນທາງເຂົ້າມາສປປລາວ ແມ່ນ ເພີ້ມຂຶ້ນຢ່າງຕໍ່ເນື່ອງຢູ່ຫຼາຍແຂວງ ໃນທົ່ວປະເທດ ,
ສົມທຽບຄວາມແຕກຕ່າງ ການຕິດເຊື້ອໃນກຸ່ມຄົນ ເດີນມທາງ ເຂົ້າ ປະເທດ ແຕ່ເດືອນ ມີຖຸ ນາ 2021 ( 169 ຄົນ) ເດືອນ ກໍລະກົດ 2021 (4,ພັນກ່ວາຄົນ ) ແລະ ສຳລັບເດືອນ ເດືອນສິງຫາ ເລີ້ມແຕ່ ວັນທີ 1 ຮອດປະຈຸບັນເຫັນວ່າມີຜູ້ຕິດເຊື້ອ ໃນແຮງງານເດີນທາງ ເຂົ້າມາ ເຖິງ 1 ພັນກວ່າຄົນ ຖືວ່າເປັນການຕີເຊື້ອທີ່ສູງ ພຽງໃນໄລຍະອາທິດທໍາອິດ ຂອງ ເດືອນເທົ່ານັ້ນ ພ້ອມດຽວກັນປະເທດໃກ້ຄຽງ ກັບສປປລາວ ແມ່ນຍັງສືບຕໍ່ມີການລະບາດຂອງພະຍາດໂຄ ວີດ 19 ອອກເປັນວົງກ້ວາງໃນຊຸມຊົນ ແລະ ສະພາບການລະບາດ ຍັງບໍ່ມີທ່ານອຽງທີ່ຈະຫຼຸດ ລົງ ບາງປະເທດຕິດເຊື້ອມື້ດຽວ 2 ໝື່ນກ່ວງຄົນ(ໄທ) ເສຍຊີວິດ ເກືອບ 300 ຄົນໃນມື້ດຽວ (ຫວຽດ)
ແລະ ໃນແຕ່ລະວັນແມ່ນຍັງມີຜູ້ເດີນທາງຈາກ ປະເທດ ເຫຼົ່ານັ້ນ ເຂົ້າມາ ສປປລາວ ຕໍ່ກັບສະພາບການລະບາດໃນປະເທດ ແລະ ປະເທດໃກ້ຄຽງ ລັດຖະບານ ກໍຄື ຄະນະ ສະເພາະກິດຂັ້ນສູນກາງ ແລະ ຂັ້ນແຂວງ ໄດ້ມີຄວາມຕັດສິນໃຈສູງ ໃນການວາງມາດຕະການ ສະກັດກັ້ນ ແລະ ຄວບຄຸມ ການແຜ່ລະບາດຂອງພະຍາດ , ໂດຍການນຳໃຊ້ທຸກທ່າແຮງທີ່ມີ ໄປຄຽງຄູ່ກັນກັບການປະເມີນສະຖານະການພ້ອມທັງວາງມາດຕະການໃຫ້ສອດຄອງ ແທດເໝາະກັບສະພາບການລະບາດຕົວຈິງ ຂອງພະຍາດ ໃນແຕ່ລະໄລຍະ ແລະ ຈັດຕັ້ງປະຕິບັດ ບາງມາດຕະການຢ່າງເຂັ້ມງວດ ແລະ ຜ່ອນຜັນບາງມາດຕະການ ໄປພ້ອມໆກັນ ປະຈຸບັນປະຕິບັດມາດຕະການ ຕາມແຈ້ງການ ພ້ອມດຽວກັນກໍ່ເລັ່ງການໃຫ້ວັກຊີນໃຫ້ແກ່ປະຊາຊົນໃຫ້ໄດ້ຫຼາຍທີ່ສຸດເຊິ່ງປະຈຸບັນ ອົງການອານາໄມໂລກໄດ້ ຢັ້ງຢືນວ່າ ທຸກວັກຊີນທີ່ທາງອົງການອານາໄມໂລກ ຮັບຮອງໃຫໃຊ້ ໃນພາວະສຸກເສີນນັ້ນ ຖ້າໄດ້ສັກຄົບໂດສແລ້ວ ແມ່ນສາມາດປ້ອງກັນອາການຮຸນແຮງ ແລະ ການເສຍຊີວິດ ຍ້ອນພະຍາດໂຄວິດ 19 ທຸກສາຍພັນ ໄດ້ເຖິງ 90% ແຕ່ເຖິງຢ່າງໃດກໍຕາມ ທຸກວັກຊີນທີ່ນຳໃຊ້ໃນປະຈຸບັນຍັງບໍ່ມີວັກຊີນໂຕໃດທີ່ສາມາດ ປ້ອງກັນການ ຕິດເຊື້ອພະຍາດໂຄວິດ 19 ໄດ້ 100 % ດັ່ງນັ້ນ ເພື່ອບໍ່ເປັນການ ປະຫມາດ ເຖິງວ່າຈະໄດ້ຮັບວັກຊີນຄົບແລ້ວ ກໍ່ຍັງຕ້ອງໄດ້ສືບຕໍ່ປະຕິບັດມາດຕະການປ້ອງກັນໂຕເອງຢ່າງເຂັ້ມງວດ ເພື່ອຄວາມປອດໄພຂອງໂຕທ່ານເອງ, ຄົນອ້ອມຂ້າງ ແລະ ທຸກຄົນໃນສັງຄົມ
ດັ່ງນັ້ນ ຕາງໜ້າ ໃຫ້ກອງເລຂາ ຂອງຄະນະສະເພາະກິດ . ຂ້າພະເຈົ້າຂໍສົ່ງກຳລັງໃຈ ແລະ ສະແດງຄວາມຂອບໃຈ ແລະ ຮູ້ບຸນຄຸນເປັນຢ່າງສູງມາຍັງພະນັກງານ ແພດ ໝໍ ລວມທັງພະນັກງານ ແລະ ບຸກຄະລາກອນຂອງທຸກຂະແໜງການທີ່ໄດ້ເສຍ ສະຫຼະ ແລະ ທຸ້ມເທເຫື່ອແຮງເຂົ້າໃນການປະຕິບັດໜ້າທີ່ຂອງຕົນເພື່ອປົກປ້ອງສຸຂະພາບ ຂອງປະຊາຊົນຈາກພະຍາດໂຄວິດ19 ໂດຍສະເພາະແມ່ນ ຜູ້ປະຕິບັດໜ້າໃນການເບິ່ງແຍງ ຄົນເຈັບຢູ່ໂຮງໝໍ ແລະ ສະຖານທີ່ປິ່ນປົວຄົນເຈັບ ໂຄວິດ 19, ເຈົ້າໜ້າທີ່ຮັບຜິດຊອບສະຖານທີ່ຈຳກັດບໍລິເວນທີມງານທີ່ປະຈຳການຢູ່ດ່ານ ເພື່ອກວດກັ່ນກອງຄົນເດີນທາງເຂົ້າປະເທດ, , ທີມງານເຝົ້າລະວັງ ແລະໂຕ້ຕອບ ແລະອື່ນໆ … ໃນແຕ່ລະແຂວງ , ພ້ອມດຽວກັນຂໍສົ່ງກຳລັງໃຈໃຫ້ພໍ່ແມ່ປະຊາຊົນຢູ່ໃນແຂວງ ທີ່ມີການລາຍງານຕົວເລກຜູ້ຕິດເຊື້ອ ໃນແຮງງານເຂົ້າມາປະເທດ ແລະ ແຂວງທີ່ມີການຕິດເຊື້ອ ໃນຊຸມຊົນ ຈົ່ງໄດ້ມີຄວາມອົດທົນ ແລະ ມີຄວາມສາມັກຄີກັນໃນການປະຕິບັດຕາມມາດຕະການສະກັດກັ້ນຄວບຄຸມການລະບາດຂອງພະຍາດຢ່າງເຂັ້ມງວດ ເພື່ອພ້ອມກັນຂ້າມຜ່ານສະພາບການລະບາດ ຂອງພະຍາດ ພາຍໃນແຂວງຂອງພວກທ່ານ ໄປໃຫ້ໄດ້ ແລະຂ້າພະເຈົ້າ ກໍ່ຂໍການຮ່ວມມືນຳ ບັນດາ ແຮງງານທີ່ຈະເດີນທາງເຂົ້າມາປະເທດ ແລະ ຄອບຄົວ ແລະ ຍາດພີ່ນ້ອງທີ່ຢູ່ໃນ ສປປ ລາວ ຖ້າມີຂໍ້ມູນລູກຫຼານ ຫຼືຄົນຮູ້ຈັກຮັກແພງ ທີ່ຈະເດີນທາງເຂົ້າມາປະເທດ ຂໍຈົ່ງໃຫ້ການຮ່ວມມືໂດຍການ ແຈ້ງຂໍ້ມູນໃຫ້ເຈົ້າໜ້າທີ່, ການຈັດຕັ້ງ ແລະ ອຳນາດການປົກຄອງຊາບ ເພື່ອໃຫ້ການແນະນຳ ຊ່ວຍເຫຼືອແກ້ໄຂບັນຫາທີ່ອາດເກີດຂຶ້ນໄດ້ໂດຍໄວ ແລະ ທັນການ. ແນະນໍາໃຫ້ເຂົ້າມາຢ່າງຖືກຕ້ອງ ເມື່ອມາຮອດແຜ່ນດິນລາວແລ້ວໃຫ້ເຂົ້າສະເໜີໂຕຕໍ່ເຈົ້າໜ້າທີ່ ແລະ ອຳນາດການປົກຄອງໂດຍທັນທີ , ການເຂົ້າມາ ແບບບໍ່ຖືກຕ້ອງ ອາດເປັນການນຳເອົາເຊື້ອພະຍາດມາແຜ່ໃສ່ຄົນໃນຄອບຄົວ, ຄົນໃກ້ຊິດ ແລະ ກໍ່ຈະແຜ່ເປັນວົງກ້ວາງໄປສູ່ຊຸມຊົນ ແລະ ທຸກຄົນໃນສັງຄົມ ຖ້າພວກເຮົາທຸກຄົນມີຄວາມສາມັກຄີ ແລະ ເປັນຈິດຫນຶ່ງໃຈດຽວກັນປະຕິບັດຕາມທຸກມາດຕະການທີ່ຄະນະສະເພາະກິດວາງອອກ ຢ່າງເຂັ້ມງວດ ແລະ ຄົບຖ້ວນແມ່ນ ຈະເປັນພະລັງ ອັນຍິ່ງໃຫ່ຍນຳພາປະຊາຊົນລາວ ແລະ ປະເທດຊາດຂອງ ພວກເຮົາ ຜ່ານພົ້ນຈາກວິກິດ ການລະບາດພະຍາດຄັ້ງນີ້ໄປໄດ້.
• ບັນດາທ່ານ ທີ່ນັບຖື ແລະ ຮັກແພງ ຂ້າພະເຈົ້າຂໍລາຍງານ ເພີ້ມເຕີມ ຂໍ້ມູນການຕິດເຊື້ອພະຍາດຍຸງລາຍ ເຊິ່ງປະຈຸບັນແມ່ນຢູ່ໃນຊ່ວງລະດູຝົນ ເຊິ່ງເປັນສະພາບອາກາດທີ່ອຳນວຍ ໃຫ້ແກ່ການເພາະພັນ ແລະ ຂະຫຍາຍພັນ ຂອງໜອນນໍ້າຍຸງລາຍ ເຊິ່ງເປັນຍຸງ ທີ່ເປັນພາຫະນຳເຊື້ອພະຍາດ ໄຂ້ຍຸງລາຍ ໃນມື້ວານນີ້ມີລາຍງານຜູ້ຕິດເຊື້ອພະຍາດໄຂ້ຍຸງລາຍ 13 ຄົນ ແລະ ເລິ່ມແຕ່ເດືອນ ມັງກອນ 2021 ຮອດປະຈຸບັນ ມີຜູ້ຕິດເຊື້ອທັງໝົດ 800 ແລະ ຍັງບໍ່ມີການລາຍງານກໍລະນີເສຍຊີວິດ ດັ່ງນັ້ນຄຽງຄູ່ກັບການປະຕິບັດມາດຕະການຄວບຄຸມພະຍາດໂຄວິດ 19 ຂ້າພະເຈົ້າຂໍໃຫ້ ບັນດາທ່ານ ຈົ່ງໄດ້ເອົາໃຈໃສ່ໃນວຽກງານການປ້ອງກັນ ແລະຄວບຄຸມ ພະຍາດໄຂ້ຍຸງລາຍ ໂດຍການ ປະຕິບັດ 05 ປ ຢ່າງເຂັ້ມງວດ ແລະ ທົ່ວເຖິງ ເພື່ອຈຳກັດ ແລະ ທຳລາຍແຫຼ່ງ ເພາະພັນຂອງໜອນນໍ້າຍຸງລາຍ ເຊັ່ນ: ອານາໄມເຮືອນຊານໃຫ້ສະອາດ ບໍ່ໃຫ້ມີການຮົກເຮື້ອ ແລະ ບໍ່ໃຫ້ມີນໍ້າຂັງ ອັ່ງອໍ ໃນຂອບເຂດບໍລິເວນອ້ອມແອ້ມເຮືອນຊານຂອງທ່ານ ແລະ ຫຼີກລ່ຽງບໍ່ໃຫ້ຍຸງກັດ ໂດຍການນອນໃນມຸ້ງທຸກຄັ້ງ ເພື່ອປ້ອງກັນບໍ່ໃຫ້ມີການຕິດເຊື້ອໄຂ້ຍຸງລາຍເພີ້ມຂຶ້ນ ແລະ ບໍ່ໃຫ້ເກີດມີສະພາບລະບາດຂອງພະຍາດໄຂ້ຍຸງລາຍ ໃນປະເທດ ເຊິ່ງຈະເປັນບັນຫາໃນສັງຄົມເພີ້ມຕື່ມອີກ.