ໃນວັນທີ 5 ມິຖຸນາ 2021, ດຣ ສີສະຫວາດ ສຸດທານີລະໄຊ ຮອງຫົວໜ້າກົມຄວບຄຸມພະຍາດຕິດຕໍ່, ກະຊວງສາທາລະນະສຸກ, ຕາງໜ້າກອງເລຂາ ຄະນະສະເພາະກິດ ເພື່ອປ້ອງກັນ, ຄວບຄຸມ ແລະ ແກ້ໄຂການລະບາດຂອງພະຍາດ COVID-19 ໄດ້ຖະແຫຼງຂ່າວກ່ຽວກັບ ສະພາບການລະບາດຂອງພະຍາດ COVID-19 ຢູ່ ສປປ ລາວ.
ສປປ ລາວ ວັນທີ 4 ມິຖຸນາ 2021 ໄດ້ເກັບຕົວຢ່າງມາກວດວິເຄາະທັງໝົດ 2,532 ຕົວຢ່າງ ກວດພົບຜູ້ຕິດເຊື້ອທັງໝົດ 05 ກໍລະນີ, ກໍລະນີສະສົມ ທັງໝົດ 1,957 ໃນນີ້ ຈາກນະຄອນຫຼວງວຽງຈັນ 02 ກໍລະນີ ແມ່ນ ກໍລະນີຕິດເຊື້ອໃນຊຸມຊົນ ຕິດເຊື້ອຈາກການສຳຜັດໃກ້ຊິດກັບຜູ້ຕິດເຊື້ອເກົ່າ (1 ຄົນຈາກບ້ານ ທ່າຊ້າງ ເມືອງ ປາກງື່ມ ແລະ ອີກ 1 ຄົນ ຈາກບ້ານໂພນທັນ ເມືອງໄຊເສດຖາ). ສຳຫຼັບແຂວງສະຫວັນນະເຂດ 2 ກໍລະນີ ແລະ ຈໍາປາສັກ 01 ກໍລະນີ ແມ່ນກໍລະນີນໍາເຂົ້າ ເຊິ່ງກວດພົບເຊື້ອໃນແຮງງານລາວທີ່ກັບຄືນມາຈາກປະເທດໄທຖືກຕ້ອງຕາມກົດໝາຍ). ການປີ່ນປົວຫາຍດີທັງໝົດ 1,693 ກໍລະນີ (ໃໝ່ 13) ແລະ ກໍາລັງປິ່ນປົວ 259 ກໍລະນີ. ຄົນເຈັບເສຍຊີວິດ 03 ກໍລະນີ (ໃໝ່ 0)
ເຂດສ່ຽງ/ສະຖານທີ ທີ່ຜູ້ຕິດເຊື້ອໄດ້ເດີນທາງໄປ
– ໄປຕະຫລາດສະພານທອງ, ເມືອງສີສັດຕະນາກ
– ວັນທີ 31/05/2021:
• ກຸ່ມບ້ານສິນໄຊ
• ເວລາ 12: 00 ໂມງ: ຮ້ານຕັດຜົມ ໃກ້ກັບຫ້ອງການບ້ານນາບົງ, ເມືອງໄຊທານີ
• ບ້ານໂພນຂາມ, ເມືອງປາກງື່ມ
ການເຝົ້າລະວັງຢູ່ຕາມຈຸດຜ່ານແດນໃນຂອບເຂດທົ່ວປະເທດ
• ໄດ້ຕິດຕາມເຝົ້າລະວັງ ແລະ ກັ່ນກອງຢ່າງເຄັ່ງຄັດບຸກຄົນທີ່ໄດ້ຮັບອະນຸຍາດຈາກຄະນະສະເພາະກິດ ທີ່ມີຄວາມຈຳເປັນເດີນທາງເຂົ້າ-ອອກ ສປປ ລາວ ໃນໄລຍະນີ້ ແລະ ໄດ້ນຳໄປກວດຫາເຊື້ອ ແລະ ເຂົ້າຈຳກັດບໍລິເວນຕົນເອງຈົນຄົບ 14 ວັນ. ຮຽກຮ້ອງໃຫ້ ເຈົ້າໜ້າທີ່ ປກຊ ປກສ ແລະ ອຳນາດການປົກຄອງແຕ່ລະຂັ້ນ ຈົ່ງເຂັ້ມງວດໃນການກວດກາຕິດຕາມຊາຍແດນຈຸດຂ້າມລອຍຕ່າງໆເພື່ອຮັບປະກັນບໍ່ໃຫ້ມີການລັກລອບເຂົ້າເມືອງແບບຜິດກົດໝາຍ.
 ສຳລັບສະຖານທີ່ ເກັບຕົວຢ່າງ ເພື່ອກວດຫາເຊື້ອ ພະຍາດໂຄວີດ-19 ມີດັ່ງນີ້:
• ສຳລັບນະຄອນຫຼວງວຽງຈັນ ມີ 5 ໂຮງໝໍສູນກາງ ແລະ ໂຮງໝໍ 103
• ນອກນັ້ນ, ຍັງມີຈຸດກວດ ຢູ່ ມສ ລາວ ຫວຽດ ທີ່ຍັງໃຫ້ບໍລິການ ເກັບຕົວຢ່າງ 9-12 ໂມງ ທຸກມື້
• ແລະ ຖ້າມີກໍລະນີ + ໃໝ່ ຢູຈຸດໃດ ຈະມີທີມງານເຄື່ອນທີ່ໄປເກັບຕົວຢ່າງຜູ້ສຳພັດໃກ້ຊິດ ໃນຈຸດ ທີ່ມີກໍລະນີຜູ້ຕິດເຊື້ອໃໝ່
• ປະຈຸບັນ ຈຳນວນບ້ານແດງ ໃນນະຄອນຫຼວງວຽງຈັນ ແມ່ນມີ 22 ບ້ານ ໃນ 07 ເມືອງ.
• ຄືດັ່ງທີ່ພວກເຮົາຮູ້ນຳກັນແລ້ວວ່າ, ສະພາບການລະບາດພະຍາດ COVID-19 ໃນ ທົ່ວໂລກ ຍັງຄົງສືບຕໍ່ເພີ່ມຂື້ນ ເຊີ່ງເປັນສີ່ງທ້າທາຍທີ່ສຸດຕໍ່ຜົນກະທົບຫຼາຍດ້ານໂດຍສະເພາະຊີວິດການເປັນຢູ່ຂອງປະຊາຊົນ ແລະ ບັນດາປະເທດອ້ອມຂ້າງ ສປປລາວ ກໍ່ຍັງຄົງສືບຕໍ່ມີການລະບາດໃນຊຸມຊົນທີ່ແຜ່ລະບາດເປັນວົງກ້ວາງຍ້ອນມີການລະບາດຂອງສາຍພັນໃໝ່ທີ່ມີຄວາມຮ້າຍແຮງ ແລະ ແຜ່ເຊື້ອໄດ້ຢ່າງໄວວາ.
• ເຖິງວ່າທ່າອ່ຽງຂອງການລະບາດຢູ່ໃນປະເທດຂອງພວກເຮົາ ໂດຍສະເພາະບັນດາແຂວງມີທ່າອ່ຽງຫຼຸດລົງຕາມການລາຍງານໃນແຕ່ລະວັນກໍ່ຕາມ, ແຕ່ສໍາລັບນະຄອນຫຼວງວຽງຈັນ ເຖີງວ່າຈຳນວນຄົນເຈັບຕິດເຊື້ອລາຍງານຫຼຸດລົງແຕ່ກໍ່ຍັງມີລາຍງານກໍລະນີໃໝ່ທີ່ຕິດເຊື້ອໃນຊຸມຊົນແຕ່ລະວັນ ແລະ ຍັງມີບາງກໍລະນີກວດພົບວ່າບໍ່ຮູ້ແຫຼ່ງທີ່ມາຂອງການຕິດເຊື້ອ,
• ສະນັ້ນຫ້ອງວ່າການສຳນັກງານນາຍົກລັດຖະມົນຕີໄດ້ອອກແຈ້ງການໃໝ່ສະບັບເລກທີ 595/ຫສນຍ ລົງວັນທີ່ 4 ມີຖຸນາ 2021 ກ່ຽວກັບການສືບຕໍ່ປະຕິບັດມາດຕະການປ້ອງກັນ, ຄວບຄຸມ ແລະ ສະກັດກັ້ນການລະບາດຂອງພະຍາດ COVID-19 ໃນ ສປປລາວ ໃນໄລຍະ ວັນທີ 5-19 ມີຖຸນາ 2021 ໂດຍມີການສືບຕໍ່ປະຕິບັດມາດຕະການຕາມຄຳສັ່ງເລກທີ 15/ນຍ, ແຈ້ງການເລກທີ 528/ຫສນຍ ແລະ ໄດ້ຜ່ອນຜັນບາງມາດຕະການເຊັ່ນວ່າ: ອະນຸຍາດໃຫ້ເປີດບາງກິດຈະການເພື່ອຊ່ວຍກະຕຸ້ນໃຫ້ເສດຖະກິດຟື້ນໂຕ ແລະ ອຳນວຍຄວາມສະດວກໃຫ້ປະຊາຊົນທີ່ບໍ່ໄດ້ນອນຢູ່ໃນເຂດທີ່ມີການລະບາດໄດ້ອອກມາທຳມາຫາກີນ ແລະ ດຳລົງຊີວິດປົກກະຕິແບບ ໃໝ່,
• ບັນດາທ່ານທີ່ນັບຖື ໂດຍຄວາມເປັນຫ່ວງເປັນໃຍຂອງພັກ-ລັດຖະບານ ແລະ ທຸກພາກສ່ວນທີ່ສຸມທຸກກຳລັງແຮງ ເພື່ອປະຕິບັດມາດຕະການປ້ອງກັນ, ຄວບຄຸມ ແລະ ແກ້ໄຂການລະບາດພະຍາດ COVID-19, ສະນັ້ນ ຂໍໃຫ້ທຸກຄົນໃນສັງຄົມ ບໍ່ຄວນປະໝາດ ໃນການປະຕິບັດມາດຕະການຕ່າງໆ ທີ່ທາງລັດຖະບານ ກໍ່ຄື ຄະນະສະເພາະກິດຂັ້ນສູງກາງ ແລະ ຂັ້ນແຂວງ ໄດ້ວາງອອກ ຈົນກວ່າ ພວກເຮົາບໍ່ມີລາຍງານກໍລະນີຕິດເຊື້ອໃໝ່ ເປັນເວລາ 28 ວັນ. ການທີ່ໃຫ້ຢູ່ເຮືອນ ແລະ ບໍ່ອອກເດີນທາງ ໄປສະຖານທີ ອື່ນໆ ຍັງຖືວ່າເປັນ ຍຸດທະສາດ ແລະ ມາດຕະການຫຼັກ ທີ່ສໍາຄັນໃນການຢຸດຢັ້ງການແຜ່ລະບາດໃນຄັ້ງນີ້ຂອງປະເທດເຮົາ.
• ໃນໄລຍະປະຈຸບັນຍັງມີຄວາມຈໍາເປັນທີ່ຈະຕ້ອງປະຕິບັດວິຖີ່ຊິວິດ ດໍາລົງຊິວິດປົກກະຕິແບບໃໝ່ ເຊັ່ນ: ການໃສ່ຜ້າປິດປາກດັງ, ການໝັ່ນລ້າງມື ດ້ວຍເຈວ ແລະ ເຫຼົ້າ 70%ເລື້ອຍໆ, ການຮັກສາໄລຍະຫ່າງໃນສັງຄົມ ແລະ ຫຼີກລ້ຽງໄປບ່ອນທີ່ມີຄົນຫຼາຍ ຫຼື ຊຸມຊົນແອອັດ, ການເຮັດວຽກຢູ່ບ້ານ ຫຼື ແບ່ງກັນປະຈໍາການ ຈົນກວ່າພວກເຮົາຈະຜ່ານພົ້ນວິກິດການລະບາດໃນຄັ້ງນີ້.
• ບັນດາທ່ານທີ່ນັບຖື, ພະຍາດ COVID-19 ບໍ່ແມ່ນພະຍາດທີ່ເປັນທີ່ນ່າລັງກຽດຂອງສັງຄົມແຕ່ຢ່າງໃດເລີຍ, ສະນັ້ນຖ້າຫາກທ່ານໃດ ຮູ້ວ່າຕົນເອງເປັນຜູ້ສຳພັດໃກ້ຊິດ ກັບ ຜູ້ທີ່ຕິດເຊື້ອພະຍາດໂຄວີດ 19 ຫຼື ໄດ້ເດີນທາງໄປຍັງສະຖານທີ່ ທີ່ມີຄວາມສ່ຽງ ຈົ່ງຮີບຮ້ອນໄປພົບແພດໝໍ ເພື່ອເກັບຕົວຢ່າງກວດຫາເຊື້ອພະຍາດ, ສຳລັບຜູ້ທີ່ບໍ່ສະບາຍມີອາການຄ້າຍຄືໄຂ້ຫວັດກໍ່ໃຫ້ຮີບຮ້ອນໄປກວດໂດຍຫ້າມບໍ່ໃຫ້ໄປຊື້ຢາມາກິນເອງ ແລະ ໄລຍະລໍຖ້າຜົນກວດກໍ່ໃຫ້ຈຳກັດໂຕເອງ ແຍກໂຕອອກຈາກຄອບຄົວ ແລະ ຄົນໃກ້ຊິດ ຈົນຄົບ 14 ມື້້ ເຖິງແມ່ນວ່າຜົນກວດຕົວຢ່າງຈະອອກມາເປັນລົບ(-) ກໍ່ໃຫ້ສືບຕໍ່ຈຳກັດບໍລິເວນຕົນເອງ ຈົນຄົບກຳນນົດ ຈິ່ງອອກມາເຄື່ອນໄຫວປົກກະຕິ ເພື່ອຕັດວົງຈອນການສົ່ງເຊື້ອພະຍາດໄປຫາຄົນອ້ອມຂ້າງ ແລະ ສູ່ສັງຄົມ;
• ໃນໄລຍະປະຈຸບັນ ໄດ້ມີການສັກຢາວັກຊິນປ້ອງກັນພະຍາດ ໂຄວິດ 19 ເຂັມທີ 2 ໃນສະຖານທີ່ບໍລິການສາທາລະນະສຸກໃນຂອບເຂດທົ່ວປະເທດ, ຂ້າພະເຈົ້າຮຽກຮ້ອງໃຫ້ບັນດາທ່ານ ຈົ່ງໄປສັກວັກຊິນເຂັ້ມທີ 2 ຕາມກໍານົດເວລາ. ຖ້າກຸ່ມສ່ຽງ ຫາກໄດ້ຮັບວັກຊິນຄົບ ທັງ ສອງ ໂດສ ກໍ່ຈະເຮັດໃຫ້ ທ່າອ່ຽງຂອງການລະບາດຢູ່ບ້ານເຮົານີ້ ບໍ່ສາມາດແຜ່ລາມໄປໄດ້, ດັ່ງທີ່ພວກເຮົາເຫັນຫຼາຍປະເທດ ທີ່ມີອັດຕາການສັກວັກຊິນສູງ ເລີ່ມຜ່ອນຜັນບັນດາມາດຕະການໃນສັງຄົມ ຕະຫຼອດຮອດການເດີນທາງ. ສໍາລັບຜູ້ທີ່ຍັງບໍ່ທັນໄດ້ຮັບວັກຊິນ ຫຼື ບໍ່ເປັນກຸ່ມສ່ຽງ, ພັກ ແລະ ລັດຖະບານ ໄດ້ຊີ້ນໍາ ແລະ ເລັ່ງລັດໃຫ້ ກະຊວງສາທາລະນະສຸກ ຈັດຫາວັກຊິນ ເພື່ອສັກໃຫ້ປະຊາຊົນໃຫ້ໄດ້ຢ່າງໝ້ອຍ 50 ເປີເຊັນ ຂື້ນໄປ, ສໍາລັບນະຄອນຫຼວງວຽງຈັນການສັກຢາວັກຊີນເຂັມທີ 1 ຊະນິດ Pfizer ຈະໄດ້ເລີ່ມຕົ້ນສັກວັນທີ 15 ມິຖຸນາ 2021 ເປັນຕົ້ນໄປ. ກຸ່ມເປົ້າຫມາຍບຸລິມະສິດແມ່ນ ຜູ້ອາຍຸ60 ປີຂື້ນໄປ ແລະ ຜູ້ມີພະຍາດປະຈໍາຕົວ. ເພື່ອໃຫ້ອັດຕາການສັກຢາວັກຊີນປົກຄຸມໄດ້ຕາມຄາດໝາຍ, ດັ່ງນັ້ນ, ຂ້າພະເຈົ້າຈຶ່ງຮຽກຮ້ອງມາຍັງ ອໍານາດການປົກຄອງທ້ອງຖິ່ນ, ພະແນກສາທາລະນະສຸກແຂວງ ກໍ່ຄື ພະແນກການອື່ນໆ ລົງກວດກາ, ຊີ້ນໍາຢ່າງໃກ້ຊິດໃນບັ້ນສັກຢາປ້ອງກັນໃນແຂວງຂອງທ່ານເພື່ອໃຫ້ບັນລຸໃນເປົ້າໝາຍທີ່ໄດ້ວາງໄວ້.
• ໃນໄລຍະປະຈຸບັນ ສັງເກດເຫັນວ່າມີສື່ສັງຄົມອອນລາຍຈໍານວນໜຶ່ງ ສວຍໃຊ້ໂອກາດການລະບາດໃນຄັ້ງນີ້ ເພື່ອສ້າງຄວາມ ວຸ້ນວາຍໃນສັງຄົມ. ດັ່ງນັ້ນ ໃຫ້ຕິດຕາມຂໍ້ມູນຂ່າວສານທີ່ຖືກຕ້ອງ ແລະ ເປັນທາງການ.
Loading...