ສະພາບການການລະບາດຂອງພະຍາດ COVID-19 ປະຈຳ ວັນທີ 08 ພຶດສະພາ ປີ 2021 ດັ່ງນີ້
ສປປ ລາວ ມາຮອດປະຈຸບັນ ມີ ລາຍງານຜູ້ຕິດເຊື້ອທັງໝົດ 1,233 ຄົນ (ໃໝ່ 28)
• ບໍ່ມີຜູ້ເສຍຊີວີດ,
• ໃນຈຳນວນຜູ້ຕິດເຊື້ອທັງໝົດ ແມ່ນໄດ້ຮັບການ ປິ່ນປົວຫາຍດີທັງໝົດ 150 ຄົນ (28)
• ໃນວັນທີ 07 ພຶດສະພາ 2021 ໄດ້ເກັບຕົວຢ່າງມາກວດວິເຄາະ ທັງໝົດ 1,588, ຜົນກວດວິເຄາະ ແມ່ນພົບຜູ້ຕິດເຊື້ອໃໝ່ 28 ຄົນ, ລາຍລະອຽດຄື: ນະຄອນຫຼວງວຽງຈັນ 8, ສະຫວັນນະເຂດ 3, ຈຳປາສັກ 3, ບໍ່ແກ້ວ 12, ອຸດົມໄຊ 1 ແລະ ວຽງຈັນ1.
• ຍັງນອນຕິດຕາມປິ່ນປົວຢູ່ສະຖານທີ່ຄະນະສະເພາະກິດກຳນົດໄວ້ໃນຕ່ລະແຂວງ ຈຳນວນ 1,083 ຄົນ :
ລາຍລະອຽດຂອງຜູ້ຕິດເຊື້ອໃໝ່ 28 ຄົນ (ກໍລະນີຢັ້ງຢືນທີ 1,206 – 1,233)
– ສຳລັບຄົນເຈັບຕິດເຊື້ອໃໝ່ໃນ 28 ຄົນ ຢູ່ ນະຄອນຫຼວງວຽງຈັນ ແຂວງຈຳປາສັກ, ບໍ່ແກ້ວ, ສະຫວັນນະເຂດ, ອຸດົມໄຊ ແລະ ແຂວງວຽງຈັນ ມີ 23 ຄົນ ແມ່ນ ຕິດເຊືອໃນຊຸມຊົນທີ່ພົວພັນກັບຜູ້ຕິດເຊື້ອເກົ່າຜ່ານມາ ແລະ 05 ຄົນ ແມ່ນກໍລະນີ ນຳເຂົ້າຈາກຕ່າງປະເທດ (ແຂວງ ຈຳປາສັກ 3 ຄົນ ແລະ ສະຫວັນນະເຂດ 2 ຄົນ).
– ພາຍຫຼັງ ພວກເຮົາກວດພົບຜູ້ຕິດເຊື້ອໃໝ່, ພວກເຮົາໄດ້ລົງສອບສວນ, ສອບຖາມປະຫວັດ, ຕິດຕາມຜູ້ສຳຜັດໃກ້ຊິດ ແລະ ປະຫວັດການເຄື່ອນໄຫວຂອງພວກກ່ຽວ, ພາຍຫຼັງໄດ້ຂໍ້ມູນລະອຽດ ຈະແຈ້ງທາມລາຍໃຫ້ບັນດາທ່ານຮັບຊາບຕື່ມ.
ລ/ດ ຊື່ແຂວງ ກໍລະນີສະສົມທັງໝົດ
ນັບແຕ່ປີ 2020 ຮອດປັດຈຸບັນ ຄົນເຈັບຕິດເຊື້ອໃໝ່ວັນທີ່ 7/5/2021 ຄົນເຈັບອອກໂຮງໝໍທັງໝົດ7/5/2021 ໝາຍເຫດ
1 ນະຄອນຫຼວງວຽງຈັນ 703 8 117
2 ຈຳປາສັກ 179 3 6 ຄົນເຈັບແຂວງເຊກອງປີ່ນປົວຢູ່ແຂວງຈຳປາສັກ 01 ຄົນແຕ່ໄລ່ເປັນຄົນເຈັບແຂວງເຊກອງ
3 ຫຼວງພະບາງ 21 5
4 ສະຫັວນນະເຂດ 44 3 2
5 ບໍ່ແກ້ວ 223 12 0
6 ສາລະວັນ 12 6
7 ຫຼວງນ້ຳທາ 6 6
8 ວຽງຈັນ 19 1 4
9 ຜົ້ງສາລີ 5 0 ຄົນເຈັບແຂວງຜົ້ງສາລີ 1 ຄົນນອນປີ່ນປົວຢູ່ແຂວງອຸດົມໄຊ
10 ອຸດົມໄຊ 11 1 0
11 ໄຊຍະບູລີ 3 0
12 ໄຊສົມບູນ 1 1
13 ເຊກອງ 1 0
14 ບໍລິຄຳໄຊ 3 1
15 ຄຳມ່ວນ 1 1
16 ຫົວພັນ 0 0
17 ຊຽງຂວາງ 1 0
18 ອັດຕະປື 0 0
ລວມ 1,233 28 150
1. ວຽກງານວີເຄາະ ກວດຊອກຫາເຊື້ອພະຍາດ ໂຄວີດ 19
• ໃນວັນທີ 07 ພຶດສະພາ 2021 ໄດ້ເກັບຕົວຢ່າງມາກວດວິເຄາະ ທັງໝົດ 1,588, ຜົນກວດວິເຄາະ ແມ່ນພົບຜູ້ຕິດເຊື້ອໃໝ່ 28 ຄົນ, ລາຍລະອຽດຄື: ນະຄອນຫຼວງວຽງຈັນ 8, ສະຫວັນນະເຂດ 3, ຈຳປາສັກ 3, ບໍ່ແກ້ວ 12, ອຸດົມໄຊ 1 ແລະ ວຽງຈັນ1.
2. ການຕິດຕາມ ຜູ້ເດີນທາງເຂົ້າມາ ສປປ ລາວ
ວັນທີ 7 ພຶດສະພາ 2021 ທົ່ວປະເທດມີຜູ້ເດີນທາງເຂົ້າມາ ທັງໝົດ 2,333 ຄົນ:
– ຈຸດຜ່ານດ່ານ ລາວ – ໄທ ທັງໝົດ 1,519 ຄົນ;
– ຈຸດຜ່ານດ່ານ ລາວ-ຈີນ ທັງໝົດ 63 ຄົນ;
– ຈຸດຜ່ານດ່ານ ລາວ-ຫວຽດນາມ ທັງໝົດ 751 ຄົນ;
– ຈຸດຜ່ານດ່ານສະໜາມບິນສາກົນວັດໄຕ ທັງໝົດ 0 ຄົນ;
• ທຸກຄົນທີ່ເຂົ້າມາທາງຈຸດຜ່ານແດນ ໃນມື້ວານນີ້ ແມ່ນ
o ໄດ້ຜ່ານການວັດແທກອຸນຫະພູມຮ່າງກາຍ, ແຕ່ບໍ່ພົບຜູ້ມີອາການເປັນໄຂ້
o ໄດ້ເກັບຕົວຢ່າງທຸກໆຄົນມາກວດຫາເຊື້ອ COVID-19;
o ນຳສົ່ງໄປຈຳກັດບໍລິເວນຢູ່ສູນທີ່ຄະນະສະເພາະກິດກຳນົດໄວ້
3. ວຽກງານການຈຳກັດບໍລິເວນ ຢູ່ສູນຈຳກັດບໍລິເວນ
ປະຈຸບັນ ທົ່ວປະເທດ ມີສູນຈໍາກັດບໍລິເວນທີ່ເປີດນຳໃຊ້ຢູ່ ທັງໝົດ 50 ສູນ, ມີຜູ້ຈຳກັດບໍລິເວນທັງໝົດ 3,129 ຄົນ, ທຸກຄົນແມ່ນໄດ້ເກັບຕົວຢ່າງມາກວດວິເຄາະຫາເຊື້ອພະຍາດ COVID-19.
ຂໍ້ແນະນຳ
• ຕໍ່ກັບສະພາບ ການລະບາດຂອງພະຍາດໃນປະເທດເຮົາ ເລີ້ມແຕກາງເດືອນ ເມສາ 2021 ຄະນະສະເພາະກິດຂັ້ນສູນກາງ ແລະ ທ້ອງຖິ່ນກໍໄດ້ມີການວາງ ມາດຕະການ ສະກັດກັ້ນ ແລະ ຄວບຄຸມການລະບາດຂອງພະຍາດຢ່າງເຂັ້ມງວດ ຄືການປະຕີບັດມາດຕະການ 15/ນຍ ຮອດວັນທີ 20/ພຶດສະພາ/ 2021 ໂດຍການປະຕິບັດ
o ປິດການເຂົ້າອອກ ເພື່ອສະກັດການແຜ່ເຊື້ອພະຍາດ ອອກເປັນວົງກ້ວາງ
o ເພີ້ມຈຸດ ເກັບຕົວຢ່າງ ກວດຊອກເຊື້ອໂຄວິດ 19 ເພື່ອຄົ້ນຫາຜູ້ສຳພັດ ແລະ ກຸ່ມສ່ຽງໃຫ້ໄດ້ຫຼາຍຂຶ້ນ ສຳລັບນະຄອນຫຼວງວຽຈັນແມ່ນມີ ໂຮງໝໍເສດຖາທີລາດ ແລະ ໂຮງໝໍມີດຕະພາບ ມສ ສີໂຄດ ມສ ລາວຫວຽດ ສະໜາມ ກິລາເຈົ້າອານຸວົງ
o ປະຕິບັດມາດຕະການ ປ້ອງກັນ ການຕິດເຊື້ອໃນສັງຄົມສົມທົບ ເລັ່ງການໃຫ້ຢາວັກຊີນປ້ອງກັນພະຍາດໂຄວິດ 19 ໂດຍຍການເພີ້ມຈຸດບໍລິການໃຫ້ຢາວັກຊີນແກ່ກຸ່ມເປົ້າໝາຍໃນທົ່ວປະເທດສຳລັບນະຄອນຫຼວງ ນອກຈາກໂຮງໝໍເມືອງແລ້ວ ຈະມີຈຸດ ບໍລິການຄື : ມວສ ດົງໂພສີສູນການຄ້າ ວຽງຈັນເຊັນເຕີ ສູນກາງຄ້າຊັງຈຽງ ແລະ ຢູສູນການຄ້າໄອເຕັກ ແລະກຳລັງປະ ຕິບັດການເຄື່ອນທີ່ໄປສັກຢູ່ແຕ່ລະກະຊວງໃຫ້ສຳເລັດໂດຍໄວ
• ໃນສະພາບປະຈຸບັນ ທຸກຄົນ ໃນສັງຄົມ ຕ້ອງ ເອົາໃຈໃສ່ ພ້ອມທັງ ເປັນເຈົ້າການນຳກັນ ຖ້າຫາກວ່າ ຕົວທ່ານເອງ ຄົນໃກ້ຊິດ ລູກຫລານ ຫາກເປັນ ຜູ້ທີ່ໄດ້ສຳຜັດກັບກໍລະນີຕິດເຊື້ອ ຫຼື ໄດ້ໄປໃນສະສະຖານທີ່ສ່ຽງແມ່ນ ຕ້ອງໄດ້ແຍກໂຕເອງອອກຈາກ ຄອບຄົວ ຄົນໃກ້ຊິດ ພ້ອມທັງໃຫ້ໄປກວດຫາເຊື້ອພະຍາດ COVID-19 ໂດຍໄວ ຕາມຈຸດບໍລິການເກັບຕົວຢ່າງ ທີ່ທາງຄະນະສະເພາະກິດກຳນົດໄວ້ ແລະ ພາຍຫຼັງກວດແລ້ວໃຫ້ກັບທີ່ພັກຂອງຕົນເອງທັນທີ ແລະ ສືບຕໍ່ ປະຕິບັດຮັກສາໄລຍະຫ່າງກັບ ບຸກຄົນ ອື່ນ ເປັນເວລາ 14 ວັນ ຕາມມາດຕະການຂອງຄະນະສະເພາະກີດວາງອອກ
o ຖ້າການກວດໃຫ້ຜົນບວກ ແພດຈະແຈ້ງ ແລະມາຮັບໄປປິ່ນປົວ
o ຖ້າຜົນລົບ ແມ່ນທ່ານຈະບໍ່ໄດ້ຮັບການໂທແຈ້ງ ແຕ່ທ່ານຍັງຕ້ອງສືບຕໍ່ ຈຳກັດບໍລິເວນຕົນເອງໃຫ້ຄົບ 14 ວັນ
• ອີກຈຸດນື່ງທີ່ຢາກໃຫ້ຂໍການຮ່ວມມື ຈາກບັນດາທ່ານກໍຄືໃນເວລາໄປກວດຕົວຢ່າງ ຂໍໃຫ້ໃຫ້ທ່ານແຈ້ງລາຍລະອຽດຂອງຕົນເອງຈະແຈ້ງ ຊື່ນາມສະກຸນ ອາຍຸ ບ້ານຢູ່ ແລະ ເບີໂທລະສັບຕິດຕໍ່ ໃຫ້ແກ່ທີມງານແພດເກັບຕົວຢ່າງ ເພື່ອສະດວກໃນການຕີດຕໍ່ພົວພັນ ກັບຄືນຫາທ່ານ ໃນເວລາໄດ້ຜົນກວດ
• ແລະໃນຄຳສັ່ງເລກທີ 15/ນຍ ນັ້ນແມ່ນມີ 18 ຂໍ້ເຊິ່ງ ພົວພັນກັບຫຼາຍຂະແໜງການ ດັ່ງນັ້ນ ໃນການລາຍງານຂ່າວປະຈຳວັນແຕ່ລະມື້ ນອກຈາກລາຍງານວຽກງານ ດ້ານສາທາ ລະນະສຸກ ແລ້ວ ໃນບາງມື້ ກໍຈະມີພາກສ່ວນທີ່ກ່ຽວຂ້ອງ ມາຮ່ວມ ເພື່ອລາຍງານກ່ຽວກັບການປະຕິບັດຄຳສັ່ງ 15/ນຍ ຂອງແຕ່ລະພາກສ່ວນ ເພື່ອໃຫ້ພໍ່ແມ່ປະຊາຊົນໄດ້ຮັບຮູ້ ແລະເຂົ້າໃຈເຖິງການປະຕິບັດວຽກງານ ຄວບຄຸມພະຍາດ ໂຄວີດ 19 ຂອງ ແຕ່ລະພາກສ່ວນ ເຊິ່ງໃນມື້ນີ້ແມ່ນ ທ່ານ ພຸດທະໄຊ ສີວິໄລ ຮອງຜູ້ວ່າການທະນາຄານແຫ່ງ ສປປ ລາວ ຈະມາລາຍງານກ່ຽວກັບ ວຽກງານນະໂຍບາຍດ້ານເງິນຕາ ເພື່ອຫຼຸດຜ່ອນຜົນກະທົບ ຈາກ ການລະບາດຂອງພະຍາດ COVID-19.ຕໍ່ບັນດາທ່ານ ຂໍເຊີນ
• ທ້າສຸດນີ້ ຂໍແຈ້ງໃຫ້ທ່ານຊາບວ່າ ທ່ານສາມາດຮັບຂໍ້ມູນຂ່າວສານທີ່ຖືກຕ້ອງ ແລະ ເປັນທາງການຂໍໃຫ້ທ່ານຕິດຕາມຂໍ້ມູນຂ່າວສານ ໄດ້ ທີ່:
o ວິທະຍຸ ໂທລະພາບ ໜັງສືພິມ ແລະສື່ຕ່າງໆ ຂອງລັດຖະບານ
o ຈາກເວັບໄຊ້ຂອງຄະນະສະເພາະກິດເພື່ອປ້ອງກັນ, ຄວບຄຸມ ແລະ ແກ້ໄຂ ການລະບາດ ພະຍາດໂຄວິດ-19 covid19.gov.la ແລະ
o ເວັບໄຊ້ຂອງກົມຄວບຄຸມພະຍາດຕິດຕໍ່,ກະຊວງສາທາລະນະສຸກcdc.gov.la
o ເຟດບຸກຂອງສູນຂ່າວສານການແພດ ແລະ ສຸຂະສຶກສາ, ກະຊວງສາທາລະ
ນະສຸກ
o ແລະ ສາມາດໂທສອບຖາມ ສາຍດ່ວນ 166 ຫຼື 165 ສຳລັບສູນກາງ ແລະ ສາຍດ່ວນແຂວງ (ລະຫັດແຂວງ ຕາມດ້ວຍ 166 ຫຼື 165).