ເຊົ້າ ວັນເສົາ ວັນທີ 10 ກໍລະກົດ 2021, ດຣ. ຣັດຕະນະໄຊ ເພັດສຸວັນ ຫົວໜ້າກົມ ຄວບຄຸມພະຍາດຕິດຕໍ່, ກະຊວງສາທາລະນະສຸກ ໄດ້ຖະແຫຼງຂ່າວສະພາບການລະບາດພະຍາດ COVID-19 ໃນ ສປປ ລາວ, ສະພາບການລະບາດພະຍາດໂຄວິດ-19 ຢູ່ ສປປ ລາວ, ມາຮອດວັນທີ 9 ກໍລະກົດ 2021 :
- ໄດ້ກວດວິເຄາະທັງໝົດ 1,967 ຄົນ, ໃນນັ້ນ ກວດພົບຜູ້ຕິດເຊື້ອໃໝ່ ທັງໝົດ 93 ຄົນ, ຈາກ ສະຫວັນນະເຂດ 45 ກໍລະນີ, ຈຳປາສັກ 45 ກໍລະນີ ຄຳມ່ວນ 1 ກໍລະນີ ແລະ ແຂວງບໍ່ແກ້ວ 2 ກໍລະນີ.
- ໃນນັ້ນ ກໍລະນີນຳເຂົ້າມີ 91 ຄົນ ຈາກ ສະຫວັນນະເຂດ 45 ກໍລະນີ, ຈຳປາສັກ 43 ກໍລະນີ , ຄຳມ່ວນ 1 ກໍລະນີ ແລະ ບໍ່ແກ້ວ 2 ກໍລະນີ ເຊິ່ງກວດພົບຈາກແຮງງານລາວ ທີ່ກັບມາແຕ່ປະເທດເພື່ອນບ້ານ ໂດຍຖືກຕ້ອງຕາມກົດໝາຍ.
- ການຕິດເຊື້ອໃນຊຸມຊົນມີ 2 ຄົນ ຈາກ ແຂວງຈຳປາສັກ ທີ່ມີປະຫວັດສຳຜັດໃກ້ຊິດ ນຳຜູ້ຕິດເຊື້ອເກົ່າ.
- ມາຮອດມື້ນີ້ ຕົວເລກຜູ້ຕິດເຊື້ອສະສົມທັງໝົດ 2,630 ຄົນ, ເສຍຊີວິດສະສົມ 3 ຄົນ (ບໍ່ມີກໍລະນີເສຍຊີວິດໃໝ່) ແລະ ກໍາລັງປິ່ນປົວ ທັງໝົດ 453 ຄົນ.
- ການເຝົ້າລະວັງຢູ່ຕາມຈຸດຜ່ານແດນ ໃນຂອບເຂດທົ່ວປະເທດ
- ວັນທີ 9 ກໍລະກົດ ມີຜູ້ເດີນທາງເຂົ້າມາ ຕາມຈຸດຜ່ານດ່ານຕ່າງໆ ໃນສປປ ລາວ ທັງໝົດ 2,144 ຄົນ ເຊິ່ງທັງໝົດ ແມ່ນຖືກເກັບຕົວຢ່າງກວດຊອກຫາເຊື້ອ ແລະ ເຂ້ົ້າໄປຈຳກັດບໍລິເວນຢູ່ສູນທີ່ຄະນະສະເພາະກິດກຳນົດໄວ້ 14 ວັນ;
- ປັດຈຸບັນ ທົ່ວປະເທດ ມີສູນຈຳກັດບໍລິເວນ ທີ່ຍັງເປີດຢູ່ 49 ສູນ ແລະ ມີຜູ້ຈຳກັດບໍລິເວນ 4,979 ຄົນ.
- ປະຈຸບັນ ຈຳນວນບ້ານແດງ ໃນນະຄອນຫຼວງວຽງຈັນ ແມ່ນມີ 02 ບ້ານ (ບໍ່ມີບ້ານແດງໃໝ່) ໃນ 02 ເມືອງ ຄື: ເມືອງໄຊທານີ ແລະ ນາຊາຍທອງ
- ສຳລັບ ບ້ານທີ່ສິ້ນສຸດການເປັນເຂດແດງ ມາເປັນເຂດເຫຼືອງ (ບໍ່ມີ)
- ມາຮອດປະຈຸບັນໂລກເຮົາຍັງປະເຊີນໜ້າກັບການລະບາດຂອງພະຍາດໂຄວິດ-19 ຢ່າງໜັກໜ່ວງພ້ອມກັນນັ້ນມີການພົບສາຍພັນໃໝ່ເກີດຂື້ນໃນຫຼາຍປະເທດໂດຍສະເພາະໃນບັນດາປະເທດທີ່ມີອັດຕາການສັກຢາວັກຊິນໂຄວິດ-19 ຕໍ່າ ແລະ ມີການລະບາດໃຫຍ່ໃນຊຸມຊົນຢ່າງກ້ວາງຂວາງ. ສາຍພັນໃໝ່ທີ່ອົງການອະນາໄມໂລກຈັດໃຫ້ເປັນສາຍພັນທີ່ໜ້າເປັນຫ່ວງໄດ້ແກ່: ສາຍພັັນອັນຟ້າ, ສາຍພັນເບຕ້າ, ກາມ້າ ແລະ ແດນຕ້າ. ປະຈຸບັນນີ້ສາຍພັັນແດນຕ້າມີທ່າອ່ຽງທີ່ຈະມາທົດແທນສາຍພັນອານຟ້າໃນຫຼາຍປະເທດໃນຫຼາຍທະວີບລວມທັງບັນດາປະເທດທີ່ມີຊາຍແດນຮ່ວມກັບ ສປປ ລາວ ທີ່ກໍາລັງປະເຊີນໜ້າກັບການລະບາດໃນຊຸມຊົນໃນຂະນະນີ້ເພາະສາຍພັນເບຕ້າສາມາດແຜ່ເຊື້ອໄດ້ໄວກ່ອນສາຍພັນອານຟ້າກ່າວ 60% ແລະ ສາມາດແຜ່ເຊື້ອໄດ້ໄວ ແລະ ເຮັດໃຫ້ເກີດມີອາການຮຸ້ນແຮງຫຼາຍກ່າວອານຟ້າ. ປະຈຸບັນ ສາຍພັນເດວຕ້າ ແມ່ນພົບຫຼາຍ ຢູ່ໃນຢູໂຣບ ແລະ ອາເມລິກາ ແລະ ຄາດວ່າຕໍ່ໜ້າ ຈະເປັນສາຍພັນທີ່ຈະມາທົດແທນສາຍພັນອານຟ້າ ແລະ ສາຍພັນດັ້ງເດີມ;
- ບັນດາປະເທດໃກ້ຄຽງ ສປປ ລາວ ແມ່ນກຳລັງມີການລະບາດໃນຊຸມຊົນ ຍ້ອນສາຍພັນເດວຕ້າ ເຊິ່ງມີລາຍງານຜູ້ຕິດເຊື້ອໃໝ່ຫຼາຍກວ່າ 9 ພັນກວ່າຄົນ ພາຍໃນມື້ດຽວ. ສະນັ້ນ, ແຮງງານທີ່ກັບມາຈາກປະເທດໃກ້ຄຽງນັ້ນ ແມ່ນມີຄວາມສ່ຽງສູງ ທີ່ຈະນຳສາຍພັນເດວຕ້າເຂົ້າມາແຜ່ລະບາດໃນປະເທດຂອງເຮົາ;
- ດັ່ງນັ້ນ, ຂໍໍຮຽກຮ້ອງມາຍັງທຸກພາກສ່ວນໃນສັງຄົມ ຈົ່ງຮ່ວມແຮງຮ່ວມໃຈກັນ ໃນການປະຕິບັດຕາມແຈ້ງການຂອງຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ, ສະບັບເລກທີ 745/ຫສນຍ, ລົງວັນທີ 4 ກໍລະກົດ 2021;
- ໃນໄລຍະນີ້ກໍ່ມີສື່ໃນປະເທດໃກ້ຄຽງອອກຂ່າວກ່ຽວກັບການສັກວັກຊິນເຂັມທີ 3 ຫຼັງຈາກໄດ້ຮັບວັກຊິນຄົບ 2 ເຂັມຈາກຊະນິດໜຶ່ງແລ້ວຕໍ່ຂ່າວດັງກ່າວຂ້າພະເຈົ້າຢາກແຈ້ງໃຫ້ບັນດາທ່ານຊາບວ່າທຸກວັກຊິນທີ່ໄດ້ນຳໃຊ້ໃນປະເທດເຮົາແມ່ນໄດ້ຖືກຮອງຮັບຈາກອົງການອະນາໄມໂລກໃຫ້ນຳໃຊ້ໃນພາວະສຸກເສີນແມ່ນມີປະສິດຕິພາບສູງໃນການປ້ອງກັນບໍ່ໃຫ້ຕິດເຊື້ອໄດ້ງ່າຍ ແລະ ຖ້າຕິດເຊື້ອກໍ່ບໍ່ໃຫ້ເກີດມີອາການໜັກ. ມາຮອດປະຈຸບັນອົງການອະນາໄມໂລກແມ່ນແນະນຳໃຫ້ສັກວັກຊິນຊະນິດໃດຊະນິດນັ້ນ ແລະ ຍັງບໍ່ມີການແນະນຳໃຫ້ສັກວັກຊິນຂ້າມຊະນິດແຕ່ເຖິງຢ່າງໃດການຕາມແຕ່ກໍ່ຍັງມີການສຶກສາໃນຫຼາຍປະເທດທີ່ກຳລັງສຶກສາກ່ຍວກັບບັນຫາດັ່ງກ່າວ ແລະ ຖ້າມີຂໍ້ມູນສົມບູນຄົບຖ້ວນກໍ່ຈະມີການແນະນຳດ້ານວິຊາການຢ່າງເປັນທາງການ. ສະຫຼຸບແລ້ວວັກຊິນທີ່ໃຊ້ຢູ່ບ້ານເຮົາແມ່ນຍັງມີປະສິດຕິພາບຕໍ່ທຸກສາຍພັນທີ່ພົບໃນໂລກຖ້າໄດ້ຮັບວັກຊິນປ້ອງກັນໂຄວິດ-19ຄົບຕາມແພດແນະນຳ
- ອີກເທື່ອໜຶ່ງ ໃຫ້ທຸກຄົນ ຮີບຮ້ອນໄປສັກວັກຊີນ ເຂັມ 2 ຕາມກຳນົດ, ຕາມຈຸດ ບໍລິການສັກວັກຊີນ ໃນຂອບເຂດທົ່ວປະເທດ. ດັ່ງນັ້ນ,ຈຶ່ງໃຫ້ທ່ານຕິດຕາມ ແຈ້ງການຂອງໜ່ວຍງານສັກຢາ ໃນເຂດທີ່ໃກ້ບ້ານທ່ານ ເພື່ອສະດວກໃນການລົງທະບຽນ ແລະ ການເດີນທາງໄປສັກ ຕາມກຳນົດເວລາ ແລະ ສິ່ງສຳຄັນ ແມ່ນໃຫ້ຮັກສາຄວາມເປັນລະບຽບຮຽບຮ້ອຍ ບໍ່ແຫຍ້ ບໍ່ແຊງຄິວກັນ ໃຫ້ຮັກສາໄລຍະຫ່າງ ແລະ ບໍ່ໃຫ້ກັງວົນ ວ່າ ວັກຊີນຈະບໍ່ພຽງພໍສັກ ເພາະ ພັກ ແລະ ລັດຖະບານ ກໍ່ຄື ກະຊວງສາທາລະນະສຸກ ແມ່ນມີແຜນໃນການຈັດຫາວັກຊີນມາບໍລິການໃຫ້ແກ່ປະຊາຊົນທຸກທົ່ວໜ້າ ເພື່ອບັນລຸໃຫ້ໄດ້ 50 % ຂອງປະຊາຊົນລາວ ໃນປີ 2021;