ຕອນເຊົ້າ ວັນເສົາ ວັນທີ 17 ກໍລະກົດ 2021, ດຣ. ຣັດຕະນະໄຊ ເພັດສຸວັນ ຫົວໜ້າກົມ ຄວບຄຸມພະຍາດຕິດຕໍ່, ກະຊວງສາທາລະນະສຸກ ໄດ້ຖະແຫຼງຂ່າວສະພາບການລະບາດພະຍາດ COVID-19 ປະຈຳວັນທີ 17 ກໍລະກົດ 2021. ສະພາບການລະບາດພະຍາດໂຄວິດ-19 ຢູ່ ສປປ ລາວ, ມາຮອດວັນທີ 16 ກໍລະກົດ 2021:
• ໄດ້ກວດວິເຄາະທັງໝົດ1,513 ຄົນ, ໃນນັ້ນ ກວດພົບຜູ້ຕິດເຊື້ອໃໝ່ທັງໝົດ 108 ຄົນ,ໃນນັ້ນ ຈຳປາສັກ 45 ຄົນ, ສະຫວັນນະເຂດ 43 ຄົນ, ສາລະວັນ 13 ຄົນ,ນະຄອນຫຼວງວຽງຈັນ 05 ຄົນ, ບໍລິຄຳໄຊ 1 ຄົນ ແລະ ຄຳມ່ວນ 1 ຄົນ.
• ໃນນັ້ນ ມີກໍລະນີນຳເຂົ້າ 104 ຄົນ ມາຈາກ ສະຫວັນນະເຂດ 43 ຄົນ, ຈຳປາສັກ 41 ຄົນ, ສາລະວັນ 13 ຄົນ, ນະຄອນຫຼວງ 5 ຄົນ, ບໍລິຄຳໄຊ 1 ຄົນ ແລະ ຄຳມ່ວນ 1 ຄົນ ເຊິ່ງກວດພົບຈາກແຮງງານລາວ ທີ່ກັບມາແຕ່ປະເທດເພື່ອນບ້ານ ໂດຍຖືກຕ້ອງຕາມກົດໝາຍ.
• ການຕິດເຊື້ອໃນຊຸມຊົນ 4 ຄົນທັງໝົດມາຈາກແຂວງຈຳປາສັກ, ໃນນັ້ນ 3 ຄົນ ແມ່ນພະນັກງານປະຈຳດ່ານເຊິ່ງມີປະຫວັດສຳຜັດໃກ້ຊິດກັບຜູ້ຕິດເຊື້ອຜ່ານມາຈຶ່ງຖືກນຳສົ່ງເຂົ້າຈຳກັດບໍລິເວນຢູ່ສູນທີ່ຄະນະສະເພາະກິດກຳນົດໄວ້ ແລະ ກວດພົບເຊື້ອ. ສ່ວນອີກ 1 ຄົນແມ່ນແຮງງານລາວ ພາຍຫຼັງຈຳກັດບໍລິເວນຄົບ 14 ວັນ ຢູ່ສູນຂອງແຂວງແລ້ວຖືກນຳສົ່ງໄປຈຳກັດບໍລິເວນຢູ່ສູນຂອງຂັ້ນເມືອງຕໍ່ ເຊິ່ງໄດ້ເກັບຕົວຢ່າງກວດທັງໝົດ 4 ຄັ້ງແລ້ວພົບເຊື້ອ.
 ມາຮອດມື້ນີ້ ພວກເຮົາມີຕົວເລກຜູ້ຕິດເຊື້ອສະສົມທັງໝົດ 3,295 ຄົນ, ເສຍຊີວິດສະສົມ 4 ຄົນແລະ ກໍາລັງປິ່ນປົວ ທັງໝົດ 1,009 ຄົນ.
 ການເຝົ້າລະວັງຢູ່ຕາມຈຸດຜ່ານແດນໃນຂອບເຂດທົ່ວປະເທດ
• ວັນທີ 16 ກໍລະກົດ ມີຜູ້ເດີນທາງເຂົ້າມາ ຕາມຈຸດຜ່ານດ່ານຕ່າງໆ ໃນສປປ ລາວ ທັງໝົດ 2,673 ຄົນ ເຊິ່ງທັງໝົດ ແມ່ນຖືກເກັບຕົວຢ່າງກວດຊອກຫາເຊື້ອ ແລະ ເຂ້ົ້າໄປຈຳກັດບໍລິເວນຢູ່ສູນທີ່ຄະນະສະເພາະກິດກຳນົດໄວ້ 14 ວັນ;
• ປັດຈຸບັນ ທົ່ວປະເທດ ມີສູນຈຳກັດບໍລິເວນ ທີ່ຍັງເປີດຢູ່ 48 ສູນແລະ ມີຜູ້ຈຳກັດບໍລິເວນ 6,152 ຄົນ.
• ປະຈຸບັນຈຳນວນບ້ານແດງແລະ ບ້ານເຫຼືອງ ໃນນະຄອນຫຼວງວຽງຈັນແມ່ນບໍ່ມີ.
• ໂດຍສືບເນື່ອງມາຈາກ ການລະບາດຮອບໃໝ່ ຈາກສາຍພັນເດວຕ້າ ໃນບັນດາປະເທດອ້ອມຂ້າງ ສປປ ລາວ ຈຶ່ງເປັນສາເຫດໃຫ້ມີແຮງງານລາວຈຳນວນຫຼວງຫຼາຍກັບຄືນມາປະເທດຕາມຈຸດຜ່ານແດນຕ່າງໆ ທັງມີເອກະສານເດີນທາງທີ່ຖືກຕ້ອງ ຫຼື ບໍ່ມີ ໂດຍທີ່ທາງ ພັກ ແລະ ລັດຖະບານ ບໍ່ໄດ້ເອົາຄວາມຜິດນຳ. ການປະຕິບັດດ່ັ່ງນີ້ ກໍ່ແມ່ນ ໃຫ້ແຮງງານລາວ ໄດ້ກັບຄືນມາປະເທດ ແລະ ຖືກກັ່ນກອງ, ເກັບຕົວຢ່າງກວດຫາເຊື້ອໂຄວິດ-19 ເພື່ອບໍ່ໃຫ້ມີການຕິດເຊື້ອຈາກແຮງງານລາວ ໄປສູ່ຄອບຄົວ, ໝູ່ເພື່ອນ, ຄົນອ້ອມຂ້າງ, ສູ່ຊຸມຊົນ ແລະ ເພື່ອບໍ່ໃຫ້ແຮງງານລາວຂ້າມມາ ແບບຜິດກົດໝາຍ ແລະ ຍາກຕໍ່ການຕິດຕາມ. ດັ່ງນັ້ນ, ຈຶ່ງສະເໜີໃຫ້ ບັນດາແຮງງານທັງຫຼາຍ ຫຼື ຍາດຕິພີ່ນ້ອງ ທີ່ໄປເຮັດວຽກຢູ່ປະເທດເພື່ອນບ້ານ ຖ້າມີຈຸດປະສົງຢາກກັບຄືນມາປະເທດ ກໍ່ໃຫ້ມາຕາມຈຸດຜ່ານແດນ ທີ່ທາງການໄດ້ກຳນົດ ແລະ ແຈ້ງການໄວ້;
 ອີກເທື່ອໜ່ຶງ ຂ້າພະເຈົ້າ ຂໍປະກາດ ເຖິງຜູ້ໂດຍສານລົດເມຕຽງນອນ ສາຍ ບໍ່ແກ້ວ-ນະຄອນຫຼວງວຽງຈັນ ເຊິ່ງບໍ່ຮູ້ປ້າຍທະບຽນລົດ
• ອອກເດີນທາງຈາກເມືອງຕົ້ນເຜິ້ງ, ແຂວງບໍ່ແກ້ວ, ວັນທີ 11/7/2021 ເວລາ 16:30 ໂມງ
• ມີຜູ້ໂດຍສານປະມານ 40 ຄົນ, ໃນຊ່ວງໄລຍະການເດີນທາງເວລາປະມານ 21:30 ນາທີ ໄດ້ແວ່ກີນເຂົ້າຢູ່ຮ້ານອາຫານແຫ່ງໜຶ່ງ (ບໍ່ຮູ້ຊື່) ຂອງແຂວງຫຼວງນໍ້າທາ
• ວັນທີ 12/7/2021 ມາຮອດແຂວງອຸດົມໄຊ ເວລາປະມານ 2:00 ໂມງເຊົ້າ ລົດເມໄດ້ຈອດຢູ່ຄິວລົດສາຍເໜືອ ເຊິ່ງຕັ້ງຢູ່ບ້ານ ນາເລົາ, ເມືອງໄຊ, ແຂວງອຸດົມໄຊ, ມີຜູ້ໂດຍສານ05 ຄົນລົງ ຢູ່ຄີວລົດດັ່ງກ່າວ (ເປັນຄົນອຸດົມໄຊ 3, ຄົນຜົ້ງສາລີ 1 ແລະ 1 ຄົນບໍ່ຮູ້ວ່າເປັນຄົນແຂວງໃດ)
• ຫຼັງຈາກນັ້ນໄດ້ອອກເດີນທາງມາຮອດຄິວລົດສາຍເໜືອນະຄອນຫຼວງວຽງຈັນ ໃນວັນທີ 12/07/2021
• ຜູ້ໂດຍສານທັງໝົດ ແມ່ນເປັນຜູ້ສຳຜັດໃກ້ຊິດ ເພາະຢູ່ໃນລົດມີຜູ້ຕິດເຊື້ອເດີນທາງມານຳ ເປັນເພດຍິງ, ອາຍຸ 19 ປີ, ອາຊີບ ພະນັກງານບໍລິສັດ, ທີ່ຢູ່ປະຈຸບັນ ບ້ານຫ້ວຍຂຸມ, ເມືອງໄຊ, ແຂວງອຸດົມໄຊ.
• ສຳລັບຜູ້ໂດຍສານ ທີ່ໄດ້ລົງຢູ່ ນະຄອນຫຼວງພະບາງ, ແຂວງວຽງຈັນ, ບໍລິຄຳໄຊ, ສະຫວັນນະເຂດ ແລະ ນະຄອນຫຼວງວຽງຈັນ ນັ້ນ ພວກເຮົາສາມາດຕິດຕໍ່ໄດ້ທັງໝົດແລ້ວ ແລະ ໄດ້ຖືກເກັບຕົວຢ່າງ ແລະ ນຳສົ່ງເຂົ້າສູນຈຳກັດບໍລິເວນທີ່ຄະນະສະເພາະກິດກຳນົດໄວ້.
Loading...