ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ ເຂົ້າສູ່ຊີວິດຈິງ
 ສະພາບການລະບາດພະຍາດໂຄວິດ-19 ຢູ່ ສປປ ລາວ, ມາຮອດວັນທີ 17 ກັນຍາ 2021:
ໄດ້ກວດວິເຄາະທັງໝົດ 6,504 ຄົນ, ໃນນັ້ນ ກວດພົບຜູ້ຕິດເຊື້ອໃໝ່ ທັງໝົດ 466 ຄົນ:
– ກໍລະນີນໍາເຂົ້າ ມີ 83 ຄົນ ຈາກ ແຂວງ ສະຫວັນນະເຂດ 72 ຄົນ, ສາລະວັນ 9 ຄົນ, ແລະ ຫຼວງພະບາງ 2 ຄົນ ເຊິ່ງກວດພົບຈາກແຮງງານລາວ ຫຼື ຜູ້ທີ່ເດີນທາງມາຈາກຕ່າງປະເທດ ເຂົ້າມາຕາມຈຸດຜ່ານແດນສາກົນ.
– ສຳລັບ ການຕິດເຊື້ອໃນຊຸມຊົນ ມີ 383 ຄົນ ລາຍລະອຽດ ດັ່ງຕໍ່ໄປນີ້:
• ນະຄອນຫຼວງ 264 ຄົນ:
1. ກຸ່ມໂຮງງານ ອານພິລາວ (ເກັບຕົວຢ່າງໃນໂຮງງານ) ພົບເຊື້ອ 246 ຄົນ ແມ່ນເຮັດວຽກຢູ່ໂຮງງານຕັດຫຍິບ ອັນພີລາວ ບ້ານໜອງທາເໜືອ, ເມືອງຈັນທະບູລີ ແລະ ມີປະຫວັດພົວພັນກັບຊ່າງຈັກຊ່າງໄຟ (ຄົນໄທ) ຈາກໂຮງງານ ອິນເຕີເມດແຟຊັນ (ທີ່ຕິດເຊື້ອ) ເຊິ່ງໄດ້ໄປແປງຈັກໃຫ້
2. ໂຄງການສຶກສາ LACOVISS: ມີ 03 ຄົນ
o 01 ຄົນ ຈາກບ້ານ ໜອງຈັນ, ເຈົ້າໜ້າທີ່ຕຳຫລວດ
o 02 ຄົນ ແມ່ນ ຈາກ ບ້ານ ໜອງທາເໜືອ (ພໍ່ ແລະ ລູກ ສາວ), ເມືອງ ຈັນທະບູລີ
3. ຈຸດເກັບຕົວຢ່າງຈາກບຶງຂະຫຍອງ ພົບເຊື້ອ 12 ຄົນ:
o ບ້ານ ດ່ານຊ້າງ, ເມືອງ ໄຊທານີ 01 ຄົນ
o ບ້ານ ຫົວຂົວ, ເມືອງ ໄຊເສດຖາ 02 ຄົນ (ພະນັກງານ ບໍລິສັດ ເອກະຊົນ
ຊີເຄແອວ)
o ບ້ານ ສະພັງເມິກ, ເມືອງ ໄຊທານີ 01 ຄົນ
o ບ້ານ ໜອງທາເໜືອ, ເມືອງ ຈັນທະບູລີ 03 ຄົນ (ເຮັດວຽກຢູ່ໂຮງງານ
ອານພີລາວ 01 ຄົນ ແລະ ຄ້າຂາຍໜ້າໂຮງງານ)
o ບ້ານ ສີເກີດ, ເມືອງນາຊາຍທອງ 03 ຄົນ (01 ຄົນ ແມ່ນ ຄ້າຂາຍໃນ
ຕະຫລາດອົດຊີ)
4. ກຸ່ມເມືອງໄຊທານີ 2 ຄົນ
5. ຈາກໂຮງໝໍມະໂຫສົດ 1 ຄົນ ຈາກ ບ້ານຫ້ວຍຫົງ, ເມືອງ ຈັນທະບູລີ, ໂຮງງານ ອານພີລາວ (ເກັບຕົວຢ່າງຈາກ ໂຮງໝໍມະໂຫສົດ)
• ຈໍາປາສັກ 41 ຄົນ
• ຫຼວງພະບາງ 30 ຄົນ
• ຄຳມ່ວນ 26 ຄົນ: ທັງໝົດ 12 ບ້ານ ຈາກ 3 ເມືອງ ຄື:
– ທ່າແຂກ 9 ບ້ານ
– ບົວລະພາ 2 ບ້ານ
– ນາກາຍ 1 ບ້ານ
• ສະຫວັນນະເຂດ 20 ຄົນ: ໃນນີ້ 13 ຄົນ ແມ່ນຈາກສະຖານທີ່ຄຸມຂັງ
• ຫຼວງນໍ້າທາ 2 ຄົນ
 ປະຈຸບັນ ຜູ້ຕິດເຊື້ອໃໝ່ທັງໝົດ ໄດ້ເຂົ້ານອນແຍກປ່ຽວ ແລະ ຮັບການປິ່ນປົວຢູ່ສະຖານທີ່ປິ່ນປົວທີ່ຖືກກຳນົດໄວ້.
 ມາຮອດມື້ນີ້ ພວກເຮົາມີຕົວເລກຜູ້ຕິດເຊື້ອສະສົມທັງໝົດ 18,813 ຄົນ, ເສຍຊີວິດສະສົມ 16 ຄົນ ແລະ ຄົນເຈັບກໍາລັງປິ່ນປົວ ທັງໝົດ 3,665 ຄົນ.
 ບ້ານໃໝ່ທີ່ກຳນົດເປັນເຂດແດງ ໃນນະຄອນຫຼວງວຽງຈັນ ມີ 2 ບ້ານ: ບ້ານໂນນແສງຈັນ ແລະ ບ້ານດອນໜູນ ເມືອງໄຊທານີ.
• ຜູ້ທີ່ມີຈຸດປະສົງຢາກກວດຊອກຫາເຊື້ອໂຄວິດ-19 ສໍາລັບ ນະຄອນຫຼວງວຽງຈັນ ຢູ່ຈຸດເກັບຕົວຢ່າງບຶງຂະຫຍອງ ເຊິ່ງເປີດໃຫ້ບໍລິການບັນດາທ່ານທຸກວັນ (ວັນຈັນ ຫາ ວັນອາທິດ) ໃນຕອນເຊົ້າ ເວລາ 9:00-12:00 ໂມງ ແລະ ຍັງມີທີມງານເກັບຕົວຢ່າງເຄື່ອນທີ່ໄປເກັບໃນສະຖານທີ່ທີ່ມີການລາຍງານຄົນຕິດເຊື້ອ.
• ສຳລັບແຂວງ ແມ່ນທ່ານສາມາດໄປກວດຊອກຫາເຊື້ອໄດ້ຢູ່ໂຮງໝໍແຂວງ ຫຼື ສະ
ຖານທີ່ທີ່ກຳນົດໄວ້.
 ການເຝົ້າລະວັງຢູ່ຕາມຈຸດຜ່ານແດນ ໃນຂອບເຂດທົ່ວປະເທດ
• ວັນທີ 17 ກັນຍາ 2021 ມີຜູ້ເດີນທາງເຂົ້າຕາມດ່ານຕ່າງໆໃນ ສປປ ລາວ ຈໍານວນ ທັງໝົດ 2,482 ຄົນ.
• ປັດຈຸບັນ ທົ່ວປະເທດມີສູນຈຳກັດບໍລິເວນທີ່ຍັງເປີດຢູ່ 122 ສູນ ແລະ 55 ໂຮງແຮມ, ມີຜູ້ຈຳກັດບໍລິເວນ 7,626 ຄົນ.