ວັນທີ 19 ມິຖຸນາ 2021, ດຣ. ສີສະຫວາດ ສຸດທານີລະໄຊ ຮອງຫົວໜ້າກົມຄວບຄຸມພະຍາດຕິດຕໍ່, ກະຊວງສາທາລະນະສຸກ ຕາງໜ້າກອງເລຂາ ຄະນະສະເພາະກິດ ເພື່ອປ້ອງກັນ, ຄວບຄຸມ ແລະ ແກ້ໄຂການລະບາດຂອງພະຍາດ COVID-19 ໄດ້ຖະແຫຼງຂ່າວກ່ຽວກັບການລະບາດຂອງພະຍາດໂຄວິດ-19 ຢູ່ ສປປລາວ

ວັນທີ 18 ມິຖຸນາ 2021 ມີຜູ້ເດີນທາງເຂົ້າມາ ສປປ ລາວ ມີທັງໝົດ 2,611 ຄົນ ທຸກຄົນໄດ້ຜ່ານການວັດແທກອຸນຫະພູມ ແລະ ບໍ່ພົບຜູ້ມີອາການໄຂ້ ຫຼື ອາການຜິດປົກກະຕິ ແລະ ໄດ້ເຂົ້າຈຳກັດບໍລິເວນຕາມສະຖານທີ່ທີ່ກຳນົດໄວ້.
ປັດຈຸບັນ ທົ່ວປະເທດ ມີສູນຈຳກັດບໍລິເວນ ທີ່ຍັງເປີດຢູ່ 42 ສູນ ແລະ ມີຜູ້ຈຳກັດບໍລິເວນ 3,865 ຄົນ.
ສຳລັບ ສປປ ລາວ ມາຮອດວັນທີ 18 ມິຖຸນາ 2021 :
ໄດ້ກວດວິເຄາະທັງໝົດ 1,486 ຄົນ, ໃນນັ້ນ ກວດພົບຜູ້ຕິດເຊື້ອທັງໝົດ 3 ຄົນ, ຈາກນະຄອນຫຼວງ 2 ຄົນ ແລະ ຈຳປາສັກ 1 ຄົນ.
ສຳລັບນະຄອນຫຼວງວຽງຈັນ 2 ຄົນ ແມ່ນກໍລະນີຕິດເຊື້ອໃນຊຸມຊົນ ຈາກການສຳຜັດໃກ້ຊິດກັບຜູ້ຕິດເຊື້ອເກົ່າ.
ສ່ວນ ແຂວງຈຳປາສັກ 1 ຄົນ ແມ່ນກວດພົບຈາກແຮງງານລາວ ທີ່ກັບມາຈາກປະເທດໄທ ໂດຍຖືກຕ້ອງຕາມກົດໝາຍ ເຊິ່ງຖືວ່າ ເປັນກໍລະນີນຳເຂົ້າ.
ດັ່ງນັ້ນ, ຕົວເລກຕິດເຊື້ອສະສົມທັງໝົດ 2,050 ຄົນ (ໃໝ່ 3)
– ເສຍຊີວິດສະສົມ 3 ຄົນ (ໃໝ່ 0)
– ປິ່ນປົວຫາຍດີສະສົມ 1,935 ຄົນ (ໃໝ່ 4)
– ກຳລັງປິ່ນປົວ 112 ຄົນ
ຕໍ່ໄປຂ້າພະເຈົ້າຂໍລົງລາຍລະອຽດ ກ່ຽວກັບ 2 ຄົນ ທີ່ຕິດເຊື້ອໃໝ່ ໃນນະຄອນຫຼວງວຽງຈັນ, ດັ່ງຕໍ່ໄປນີ້:
– ຄົນທີ 1:
ເພດຍິງ, ອາຍຸ 66 ປີ, ສັນຊາດລາວ, ອາຊີບ: ແມ່ເຮືອນ, ບ້ານຫ້ວຍເຕີຍ, ເມືອງໄຊທານີ, ນະຄອນຫຼວງວຽງຈັນ, ຜູ້ກ່ຽວມີ ໄອ, ເຈັບຄໍ, ຂີ້ກະເທີ່ ແລະ ເມື່ອຍ, ມີປະຫວັດສໍາຜັດໃກ້ສິດກັບຜູ້ຕິດເຊື້ອ, ໄປເກັບຕົວຢ່າງ ໃນວັນທີ 18 ມີຖຸນາ 2021 ຢູ່ໂຮງໝໍມິດຕະພາບ ແລະ ຜົນກວດພົບເຊື້ອ.
– ຄົນທີ 2
ເພດຍິງ, ອາຍຸ 22 ປີ, ສັນຊາດລາວ, ອາຊີບ: ຫວ່າງງານ, ບ້ານໂພນສີນວນ, ເມືອງສີສັດຕະນາກ, ນະຄອນຫຼວງວຽງຈັນ, ຜູ້ກ່ຽວບໍ່ມີອາການຫຍັງ, ມີປະຫວັດສໍາຜັດໃກ້ສິດກັບຜູ້ຕິດເຊື້ອ, ໄປເກັບຕົວຢ່າງ ໃນວັນທີ 18 ມີຖຸນາ 2021 ຢູ່ບ້ານໂພນສີນວນ ແລະ ຜົນກວດພົບເຊື້ອ.
ເຂດສ່ຽງ/ສະຖານທີ ທີ່ຜູ້ຕິດເຊື້ອໄດ້ເດີນທາງໄປ
– ວັນທີ 12/06/2021: ໄດ້ໄປເອົາຜົມອອກ ເພື່ອຈະຕໍ່ຜົມ ຢູ່ຮ້ານ LUCKY HAIR
SALON ຕັ້ງຢູ່ບ້ານໂພນສີນວນ
– ວັນທີ 13/06/2021 ເວລາ 14:00-18:00 ໂມງ: ໄດ້ໄປຕໍ່ຜົມ ຢູ່ຮ້ານ LUCKY HAIR
SALON ຕັ້ງຢູ່ບ້ານໂພນສີນວນ
– ວັນທີ 14/06/2021 ເວລາ 15:30-17:30 ໂມງ: ຜູ້ກ່ຽວໄປກອງຄະດີ ຢູ່ບ້ານສົມສະ
ຫງ່າ, ເມືອງໄຊເສດຖາ
ສຳລັບສະຖານທີ່ ເກັບຕົວຢ່າງ ເພື່ອກວດຫາເຊື້ອ ພະຍາດໂຄວີດ-19 ມີດັ່ງນີ້:
– ສຳລັບນະຄອນຫຼວງວຽງຈັນ ມີ 5 ໂຮງໝໍສູນກາງ ແລະ ໂຮງໝໍ 103 ສູນກາງກອງທັບ
– ຈຸດກວດນອກສະຖານທີ່ ຢູ່ ໂຮງຮຽນ ສີໂຄດ ໃຫ້ບໍລິການ ເກັບຕົວຢ່າງ 9-12 ໂມງ ທຸກມື້ (ວັນຈັນ ເຖີງ ວັນອາທິດ)
– ແລະ ຖ້າມີກໍລະນີບວກ (+) ໃໝ່ ຢູ່ບ້ານໃດ ຈະມີທີມງານເຄື່ອນທີ່ໄປເກັບຕົວຢ່າງຜູ້ສຳພັດໃກ້ຊິດ ໃນຈຸດ ທີ່ມີກໍລະນີຜູ້ຕິດເຊື້ອໃໝ່
ປະຈຸບັນ ຈຳນວນບ້ານແດງ ໃນນະຄອນຫຼວງວຽງຈັນ ແມ່ນມີ 15 ບ້ານ ໃນ 05 ເມືອງ.
ບ້ານໃໝ່ທີ່ຖືກກຳນົດເປັນເຂດແດງ ມີ 1 ບ້ານ ຄື: ບ້ານໜອງດ້ວງ, ເມືອງສີໂຄດຕະບອງ
• ທ່າອ່ຽງຂອງການແຜ່ລະບາດ ໃນ ສປປ ລາວ ເຮົາ ຍັງຄົງໜ້າເປັນຫ່ວງ, ຕ້ອງໄດ້ຕິດຕາມສະພາບການຢ່າງໃກ້ຊິດ ເນື່ອງຈາກຍັງສືບຕໍ່ມີລາຍງານກໍລະນີໃໝ່ເພິ່ມຂຶ້ນໃນແຕ່ລະວັນ;
• ປະຈຸບັນນີ້ ປະຊາຊົນບັນດາເຜົ່າ ໃຫ້ຄວາມສົນໃຈໃນການສັກວັກຊີນເປັນຈຳນວນຫຼວງຫຼາຍ, ບາງຈຸດບໍລິການສັກວັກຊີນ ສ່ວນໃຫຍ່ ກໍ່ເປັນລະບຽບຮຽບຮ້ອຍ ແຕ່ມີບາງຈຸດບໍລິການ ມີຄວາມແອອັດ ເພາະບໍ່ສາມາດຮັກສາໄລຍະຫ່າງ ເຊິ່ງມີຄວາມສ່ຽງສູງໃນການແຜ່ເຊື້ອໄປສູ່ຄົນອ້ອມຂ້າງ ແລະ ຜູ້ທີ່ມາໃຊ້ບໍລິການຢູ່ຈຸດດັ່ງກ່າວ. ດັ່ງນັ້ນ, ຈຶ່ງສະເໜີໃຫ້ ອຳນາດການປົກຄອງບ້ານ ແລະ ທຸກພາກສ່ວນວາງມາດຕະການ ໃນການຈັດແຖວໂດຍຮັກສາໄລຍະຫ່າງ ແລະ ແຈ້ງໃຫ້ຮູ້ຈຳນວນບັດຄິວ ທີ່ສາມາດຮັບໄດ້ໃນແຕ່ລະຄັ້ງ (ເຊົ້າ-ແລງ), ສຳຄັນ ແມ່ນໃຫ້ແຍກລະຫວ່າງ ຜູ້ທີ່ມາສັກເຂັມທີ 2, ກຸ່ມຜູ້ສູງອາຍຸ ແລະ ຄົນທົ່ວໄປ ທີ່ມາສັກເຂັມທີ 1 ອອກຈາກກັນ ຫຼື ແຈ້ງໃຫ້ຮູ້ວ່າ ຈຸດໃດ ແມ່ນສຳລັບສັກເຂັມທີ 1 ແລະ 2 ເພື່ອບໍ່ໃຫ້ມີການສົນລະວົນ ດັ່ງທີ່ພວກເຮົາເຫັນໃນໄລຍະຜ່ານມາ;
• ສະນັ້ນ, ຂໍຮຽກຮ້ອງ ມາຍັງ ພໍ່ແມ່, ພີ່ນ້ອງ, ປະຊາຊົນ ແລະ ທຸກພາກສ່ວນໃນສັງຄົມ ເອົາໃຈໃສ່ປະຕິບັດມາດຕະການທີ່ຄະນະສະເພາະກິດວາງອອກ ຢ່າງເຄັ່ງຄັດ ແລະ ສະໝ່ຳສະ
ເໝີ, ຮັກສາໄລຍະຫ່າງທາງສັງຄົມ, ສວມໃສ່ຜ້າປິດ-ດັງ, ໝັ່ນລ້າງມືເລື້ອຍໆ ດ້ວຍນ້ຳສະອາດໃສ່ສະບູ ຫຼື ເຈວເຫຼົ້າ 70 % ຂຶ້ນໄປ ເຊິ່ງການປະຕິບັດທັງໝົດນີ້ ກໍ່ແມ່ນເພື່ອປ້ອງກັນ ການແຜ່ລະບາດຂອງພະຍາດໂຄວິດ-19 ບໍ່ໃຫ້ຂະຫຍາຍເປັນວົງກວ້າງ;
• ອີກເທື່ອໜຶ່ງ ຮຽກຮ້ອງໃຫ້ບັນດາ ທ່ານຈົ່ງຕິດຕາມຂໍ້ມູນຂ່າວສານທີ່ຖືກຕ້ອງ ແລະ ເປັນທາງການ,
o ວິທະຍຸກະຈາຍສຽງ, ໂທລະພາບ, ໜັງສືພິມ ແລະສື່ຕ່າງໆ ຂອງລັດຖະບານ
o ນອກຈາກນີ້ຍັງມີເວັບໄຊ້ຂອງຄະນະສະເພາະກິດເພື່ອປ້ອງກັນ, ຄວບຄຸມ ແລະແກ້ໄຂ ການລະບາດ ພະຍາດໂຄວິດ-19 ກໍ່ຄື covid19.gov.la ແລະ
o ເວັບໄຊ້ຂອງກົມຄວບຄຸມພະຍາດຕິດຕໍ່, ກະຊວງສາທາລະນະສຸກcdc.gov.la
o ເຟດບຸກຂອງສູນຂ່າວສານການແພດແລະສຸຂະສຶກສາ, ກະຊວງສາທາລະນະສຸກ
o ແລະສາມາດໂທສອບຖາມ ສາຍດ່ວນ 165 ຫຼື 166 ສຳລັບສູນກາງ ແລະ ສາຍດ່ວນແຂວງ (ລະຫັດແຂວງ ຕາມດ້ວຍ 165 ຫຼື 166).