ການຖະແຫຼງຂ່າວຂອງຄະນະສະເພາະກິດ ປະຈຳວັນເສົາ ວັນທີ 28 ສິງຫາ 2021 ໃຫ້ຮູ້ວ່າ:
ສະພາບການລະບາດພະຍາດໂຄວິດ-19 ຢູ່ ສປປ ລາວ, ມາຮອດວັນທີ 27 ສິງຫາ 2021:
• ໄດ້ກວດວິເຄາະທັງໝົດ 2,839 ຄົນ, ໃນນັ້ນ ກວດພົບຜູ້ຕິດເຊື້ອໃໝ່ ທັງໝົດ 115 ຄົນ ເຊິ່ງຕິດເຊື້ອໃນຊຸມຊົນເຖິງ 60 ຄົນ ເປັນຜູ້ສຳຜັດໃກ້ຊິດນຳຜູ້ຕິດເຊື້ອທີ່ຜ່ານມາ ຄື:
– ນະຄອນຫຼວງ 17 ຄົນ (ເປັນຜູ້ສຳຜັດໃກ້ຊິດກັບຜູ້ຕິດເຊື້ອຜ່ານມາ)
– ບໍ່ແກ້ວ 20 ຄົນ
– ຫຼວງພະບາງ 2 ຄົນ
– ຫຼວງນ້ຳທາ 1 ຄົນ
– ຄຳມ່ວນ 2 ຄົນ
– ສະຫວັນນະເຂດ 18 ຄົນ
ສ່ວນ ກໍລະນີນໍາເຂົ້າ ມີ 55 ຄົນ ຈາກ ສາລະວັນ 15 ຄົນ, ສະຫວັນນະເຂດ 12 ຄົນ, ຈຳປາສັກ 12 ຄົນ,
ຄຳມ່ວນ 9 ຄົນ, ນະຄອນຫຼວງ 4 ຄົນ, ແຂວງວຽງຈັນ 1 ຄົນ, ໄຊຍະບູລີ 1 ຄົນ ແລະ ບໍລິຄຳໄຊ 1 ຄົນ ເຊິ່ງກວດພົບຈາກແຮງງານລາວ ຫຼື ຜູ້ທີ່ເດີນທາງມາຈາກປະເທດເພື່ອນບ້ານ ເຂົ້າຕາມຈຸດຜ່ານແດນສາກົນ.
ອີກເທື່ອໜຶ່ງ ຂ້າພະເຈົ້າ ຂໍໍແກ້ຂ່າວ ກ່ຽວກັບການຕິດເຊື້ອໃນຊຸມຊົນ ຢູ່ນະຄອນຫຼວງວຽງຈັນ ທີ່ໄດ້ຖະແຫຼງຂ່າວໃນມື້ວານນີ້ ວ່າ ພະນັກງານ ບໍລິສັດຂົນສົ່ງທາງບົກ-ທາງນ້ຳ ຢູ່ຄິດລົດສາຍໃຕ້ 2 ຄົນຕິດເຊື້ອນັ້ນ ຂໍ້ມູນດັ່ງກ່າວແມ່ນເກີດຈາກການໄດ້ຮັບຂໍ້ມູນທີ່ບໍ່ຊັດເຈນ ຄວາມຈິງແມ່ນ ບໍ່ໄດ້ຢູ່ຄິວລົດສາຍໃຕ້ ແຕ່ເປັນບໍລິສັດຂົນສົ່ງທາງບົກ-ທາງນ້ຳ ຕັ້ງຢູ່ຫຼັກ 4 (ບ້ານທ່າພະລານໄຊ). ສະນັ້ນ ຈຶ່ງຂໍອະໄພຢ່າງສູງ ມາຍັງບັນດາທ່ານທີ່ຕິດຕາມຮັບຊົມ ແລະ ຮັບຟັງໃນທີ່ນີ້ດ້ວຍ.
ປະຈຸບັນ ຜູ້ຕິດເຊື້ອໃໝ່ທັງໝົດ ໄດ້ເຂົ້ານອນແຍກປ່ຽວ ແລະ ຮັບການປິ່ນປົວຢູ່
ສະຖານທີ່ປິ່ນປົວທີ່ຖືກກຳນົດໄວ້ຂອງແຂວງ.
ມາຮອດມື້ນີ້ ພວກເຮົາມີຕົວເລກຜູ້ຕິດເຊື້ອສະສົມທັງໝົດ 14,466 ຄົນ, ຄົນເຈັບເສຍຊີວິດສະສົມ 12 ຄົນ (ໃໝ່ 0 ຄົນ) ແລະ ຄົນເຈັບກໍາລັງປິ່ນປົວ ທັງໝົດ 4,843 ຄົນ.
• ຜູ້ທີ່ມີຈຸດປະສົງຢາກກວດຊອກຫາເຊື້ອໂຄວິດ-19 ສຳລັບ ນະຄອນຫຼວງວຽງຈັນນີ້ ແມ່ນຢູ່ຈຸດເກັບຕົວຢ່າງບຶງຂະຫຍອງ ເຊິ່ງເປີດໃຫ້ບໍລິການບັນດາທ່ານທຸກວັນ ໃນຕອນເຊົ້າ ເວລາ 9:00-12:00 ໂມງ.
• ສຳລັບແຂວງອື່ນ ແມ່ນທ່ານສາມາດໄປກວດຊອກຫາເຊື້ອໄດ້ຢູ່ໂຮງໝໍແຂວງ ຫຼື ສະຖານທີ່ທີ່ກຳນົດໄວ້.
ການເຝົ້າລະວັງຢູ່ຕາມຈຸດຜ່ານແດນ ໃນຂອບເຂດທົ່ວປະເທດ
• ວັນທີ 27 ສິງຫາ 2021 ມີຜູ້ເດີນທາງຜ່ານເຂົ້າມາດ່ານຕ່າງໆໃນ ສປປ ລາວ ຈໍານວນ ທັງໝົດ 2,521 ຄົນ.
ປັດຈຸບັນ ທົ່ວປະເທດມີສູນຈຳກັດບໍລິເວນທີ່ຍັງເປີດຢູ່ 111 ສູນ ແລະ 51 ໂຮງແຮມ ມີຜູ້ຈຳກັດບໍລິເວນ 7,673 ຄົນ.