ສະພາບການລະບາດພະຍາດໂຄວິດ-19 ຢູ່ ສປປ ລາວ, ມາຮອດວັນທີ 3 ກັນຍາ 2021 ໄດ້ກວດວິເຄາະທັງໝົດ 3,180 ຄົນ, ໃນນັ້ນ ກວດພົບຜູ້ຕິດເຊື້ອໃໝ່ ທັງໝົດ 156 ຄົນ ເຊິ່ງຕິດເຊື້ອໃນຊຸມຊົນ 64 ຄົນ ເປັນຜູ້ສໍາຜັດໃກ້ຊິດນໍາຜູ້ຕິດເຊື້ອທີ່ຜ່ານມາ ແລະ ກໍລະນີນຳເຂົ້າ ມີ 92 ຄົນ ຈາກ ສາລະວັນ 46 ຄົນ, ສະຫວັນນະເຂດ 17 ຄົນ, ຈຳປາສັກ 12 ຄົນ, ຫຼວງພະບາງ 7 ຄົນ, ນະຄອນຫຼວງວຽງຈັນ 7 ຄົນ, ຄຳມ່ວນ 2 ຄົນ, ແລະ ໄຊຍະບູລີ 1 ຄົນ ເຊິ່ງກວດພົບຈາກແຮງງານລາວ ຫຼື ຜູ້ທີ່ເດີນທາງມາຈາກປະເທດເພື່ອນບ້ານ ເຂົ້າຕາມຈຸດຜ່ານແດນສາກົນ.

ລາຍລະອຽດ ຜູ້ຕິດເຊື້ອໃນຊຸມຊົນ ຢູ່ນະຄອນຫຼວງວຽງຈັນ ແລະ ບັນດາແຂວງແມ່ນເປັນຜູ້ສຳຜັດໃກ້ຊີດກັບຜູ້ຕິດເຊື້ອທີ່ຜ່ານມາລາຍລະອຽດດັ່ງນີ້:

  • ຄຳມ່ວນ 25 ຄົນ,
  • ຈຳປາສັກ 20 ຄົນ,
  • ສະຫວັນນະເຂດ 6 ຄົນ,
  • ຫຼວງພະບາງ 5 ຄົນ,
  • ບໍ່ແກ້ວ 2 ຄົນ
  1. ນະຄອນຫລວງ ວຽງຈັນ: 06 ຈາກ ຊຸມຊົນ ຊຶ່ງມີດັ່ງລຸ່ມນີ້: 4 ຄົນ ຈາກ ບ້ານຈອມເພັດເໜືອ, ເມືອງ ສີສັດຕະນາກມີ (03 ຄົນ, ແມ່ນ ຄອບຄົວດຽວກັນ) ແລະ ອີກ 01 ຄົນ ກໍາມະກອນ ເຊື່ອມໂຍງກັບ ກຸ່ມ ບໍລິສັດຂົນສົ່ງ ທາງບົກທາງນ້ຳ. 01 ຄົນ ຈາກ ບ້ານ ຫາດຊາຍຂາວ, ເມືອງຫາດຊາຍຟອງ, ພົວພັນ ກັບຜູ້ຕິດເຊື້ອຜ່ານມາແລ້ວ 01 ຄົນ ຈາກ ບ້ານຫນອງແວງ ເມືອງຫາດຊາຍຟອງ (ອົງການ room to read),
  2. ສະຫວັນນະເຂດ: ຊຸມຊົນ 06ຄົນ, ພ້ອມດຽວກັນ ມີຜູ້ເສຍຊີວິດໜື່ງຄົນ;

ບ້ານສະພານເຫນືອ ມິ 02 ຄົນ ທີ່ພົວພັນກັບກໍລະນີຕິດເຊື້ອຜ່ານມາ,

ບ້ານຫນອງຜື ມີ 01 ກໍລະນີ ເປັນເມຍພະນັກງານແພດ ຢູ່ຕຶກເດັກໂຮງຫມໍແຂວງ,

ບ້ານວຽງສະຫັວນ, ບ້ານໂພນສະຫວ່າງເຫນືອ ແລະ ບ້ານລັດຕະນະລັງສີໃຕ້ ມີບ້ານ

ລະ 01 ຄົນ ແຕ່ຍັງບໍ່ຮູ້ແຫລ່ງທີ່ມາຂອງການຕິດເຊື້ອ.

  1. ຈຳປາສັກ: 20 ຄົນ ມາຈາກ ກຸ່ມ ທີ່ເຊື່ອມໂຍງ ກັບກຸ່ມ ໂຮງໝໍ ຊຸມຊົນເມືອງປະທຸມພອນ ທີ່ລາຍງານໃນວັນ ສອງວັນຜ່ານມາ.

ມາດຕະການທີ່ໄດ້ຈັດຕັ້ງປະຕິບັດ:

  • ປີດໂຮງໝໍ ເພື່ອຂ້າເຊື້ອ ແລະຈັດສັນພະນັກງານປະຈຳການ.
  • ສືບຕໍ່ຄົ້ນຫາຜູ້ສຳຜັດໃກຊິດ ເພື່ອສືບຕໍ່ເກັບຕົວຢ່າງ ແລະ ຈຳກັດບໍລິເວນ.
  • ສືບຕໍ່ຕັ້ງຈຸດເກັບຕົວຢ່າງຢູ່ເມືອງປະທຸມພອນ ແລະ ເມືອງອື່ນ.
  • ປິດບ້ານທີ່ມີຜູ້ຕິດເຊື້ອໃໝ່.
  • ໂຄສະນາສຸຂະສຶກສາໃນບ້ານເຂດສ່ຽງ.
  1. ຄຳມ່ວນ: ຊຸມຊົນ 25 ຄົນ, 24 ຄົນ ຈາກຊຸມຊົນ ຫວຽດນາມ ຢູ່ ຕະຫລາດ ຫລັກ 2 ແລະ 3 (ເກັບຕົວຢ່າງທັງໝົດ 120 ຕົວຢ່າງ) ແລະ ອີກ 1 ຄົນ ຈາກບ້ານ ບົງ ແມ່ນຜູ້ສຳຜັດໃກ້ຊິດກ່ອນຫນ້ານີ້ກັບກໍລະນີຢູ່ເມືອງຫີນບູນ.
  2. ບໍ່ແກ້ວ: 2 ຄົນ; ຊື່ງເປັນ ກໍລະນີ ຊຸມຊົນ ຈາກບ້ານຂຸນບົງ, ເມືອງ ຕົ້ນເຜີ້ງ.
  3. ແຂວງຫລວງພະບາງ: ຊຸມຊົນ 05 ຄົນ, 03 ຄົນແມ່ນຄອບຄົວດຽວກັນ (ພໍ່, ແມ່ ແລະ ລູກ) ຢູ່ບ້ານພູຊ້າງຄຳ ນະຄອນຫລວງພະບາງ ທີ່ເປັນເຊື່ອມໂຍງກັບບ້ານ ໂຄມຂວາງ ທີ່ເຄີຍລາຍງານຜ່ານມາ;

01 ຄົນ ຈາກ ບ້ານປ່າໄຜ່.

01 ຄົນຈາກ ບ້ານນາຝາຍ ເມືອງນານ.

ປະຈຸບັນ ຜູ້ຕິດເຊື້ອໃໝ່ທັງໝົດ ໄດ້ເຂົ້ານອນແຍກປ່ຽວ ແລະ ຮັບການປິ່ນປົວຢູ່ສະຖານທີ່ປິ່ນປົວທີ່ຖືກກຳນົດໄວ້.

  • ຜູ້ທີ່ມີຈຸດປະສົງຢາກກວດຊອກຫາເຊື້ອໂຄວິດ-19 ສໍາລັບ ນະຄອນຫຼວງວຽງຈັນນີ້ ແມ່ນ ຢູ່ຈຸດເກັບຕົວຢ່າງບຶງຂະຫຍອງ ເຊິ່ງເປີດໃຫ້ບໍລິການບັນດາທ່ານທຸກວັນ (ວັນຈັນ ຮອດ ວັນອາທິດ) ໃນຕອນເຊົ້າ ເວລາ 9:00-12:00 ໂມງ ແລະ ຍັງມີທີມງານເກັບຕົວຢ່າງເຄື່ອນທີ່ໄປເກັບໃນສະຖານທີ່ທີ່ມີລາຍງານຄົນເຈັບຕິດເຊື້ອ.
  • ສຳລັບແຂວງອື່ນ ແມ່ນທ່ານສາມາດໄປກວດຊອກຫາເຊື້ອໄດ້ຢູ່ໂຮງໝໍແຂວງ ຫຼື ສະຖານທີ່ທີ່ກຳນົດໄວ້.
  • ມາຮອດມື້ນີ້ ພວກເຮົາມີຕົວເລກຜູ້ຕິດເຊື້ອສະສົມທັງໝົດ 15,761 ຄົນ, ເສຍຊີວິດສະສົມ 16 ຄົນ (ໃໝ່ 1 ຄົນ) ແລະ ຄົນເຈັບກຳລັງປິ່ນປົວ ທັງໝົດ 5,568 ຄົນ.
  • ລາຍລະອຽດຄົນເຈັບເສຍຊີວິດໃໝ່: ເພດຊາຍ ອາຍຸ 31 ປີ, ບ້ານ ໜອງເດີນ, ເມືອງ ສອງຄອນແຂວງ ສະຫວັນນະເຂດ. ຕິດເຊື້ອໃນວັນທີ 12 ສິງຫາ 2021 ແລະ ໄດ້ຮັບການປິ່ນປົວ, ໄລຍະປິ່ນປົວບໍ່ມີອາການຫຍັງ ມີແຕ່ມັກເຈັບກະເພາະເປັນບາງຄັ້ງຄາວ, ຮອດວັນທີ່ 30 ສິງຫາ 2021 ມີອາການໄຂ້,ເຈັບກະເພາະຮຸນແຮງ ແຕ່ອາການຊີວິດປົກກະຕິດີ ໝໍໄດ້ໃຫ້ຢາຕາມອາການ ແລະ ບັນເທົາລົງ, ຮອດເວລາ 11:00ມ ຂອງວັນທີ່ 31 ສີງຫາ 2021 ຜູ້ກ່ຽວເມື່ອຍ, ມີຮາກອອກເລືອດ ແລະ ກະວົນກະວາຍ ອາການຊີວິດບໍ່ປົກກະຕິຄວາມດັນເລືອດສູງ 170/100, ຊີບພະຈອນ 116 ເທື່ອ, ປະລິມານອົກຊີແຊນໃນເລືອດ 77 ເປີເຊັນ, ໝໍໄດ້ໃຫ້ຢາເຊີດຊູ ຈົນຮອດເວລາ 17:25 ຄົນເຈັບເສຍຊີວິດ, ທາງແຂວງໄດ້ມ້ຽນສົບຕາມລະບຽບຫຼັກການ.

ສຳລັບ ບ້ານແດງທີ່ຖືກກຳນົດເປັນບ້ານແດງໃໝ່ແມ່ນບໍ່ມີ ຍັງເຫຼືອແຕ່ບ້ານແດງເກົ່າ.

  • ການເຝົ້າລະວັງຢູ່ຕາມຈຸດຜ່ານແດນ ໃນຂອບເຂດທົ່ວປະເທດ.
  • ວັນທີ 3 ກັນຍາ 2021 ມີຜູ້ເດີນທາງຜ່ານເຂົ້າມາດ່ານຕ່າງໆໃນ ສປປ ລາວ ຈໍານວນ ທັງໝົດ 2,725 ຄົນ.
  • ປັດຈຸບັນ ທົ່ວປະເທດມີສູນຈຳກັດບໍລິເວນທີ່ຍັງເປີດຢູ່ 105 ສູນ ແລະ 51 ໂຮງແຮມ ມີຜູ້ຈຳກັດບໍລິເວນ 8,142 ຄົນ.

ສະພາບການສັກວັກຊີນໂຄວິດ-19 ແລະ ຈຳນວນເປີເຊັນທີ່ໄດ້ສັກຢາວັກຊີນທັງໝົດ ທົ່ວປະເທດ: ແມ່ນສັກເຂັມທີ 1 ໄດ້ 2.537.992 (ອັດຕາປົກຄຸມ 34.59%) ແລະ ສັກຄົບ = 1.831,021 (24.95 %).

ບັນດາທ່ານທີ່ນັບຖື ແລະ ຮັກເເພງທັງຫຼາຍ

ດັ່ງທີ່ພວກເຮົາຮູ້ກັນແລ້ວວ່າ ພະຍາດ ໂຄວິດ-19 ມີການພັດທະນາ ແລະ ປັບພັນທຸກໍາໂຕເອງຂອງພວກມັນໄປເລື້ອຍໆ, ໂຄວິດ-19 ສາຍພັນເດວຕາ (B.1.617.2) ທີ່ກຳລັງລະບາດໃນຫຼາຍປະເທດລວມທັງບ້ານເຮົາ. ປະຈຸບັນ ນັກວິທະຍາສາດໄດ້ພົບວ່າສາຍພັນນີ້ໄດ້ມີການປັບປ່ຽນພັນທຸກຳເພີ້ມຂື້ນເອີ້ນວ່າ ເດວຕາບວກ ຫຼື ສາຍພັນ ເດວຕາ ຍ່ອຍ ປະກອບມີ AY,4, AY.6, AY.10, AY.12. ຜ່ານມາອັດຕາການແຜ່ເຊື້ອ ຂອງສາຍພັນ ອູຫັນ ມາສາມາດແຜ່ໄປໄດ້ 2-3 ຄົນ, ອານຟ້າ 4-5 ຄົນ ແລະ ເດຕາ 5-8 ຄົນ ສໍາລັບປະຈຸບັນຍັງບໍ່ມີການຢັ້ງຢືນວ່າສາຍພັນຍ່ອຍໂຕໃດຂອງເດວຕາ ມີອັດຕາການແຜ່ເຊື້ອໄດ້ຫຼາຍກວ່າກັນຊຳໃດ. ເຊິ່ງມັນມີຄວາມສາມາດໃນການສົ່ງເຊື້ອ ຈາກຄົນນື່ງໄປຫາອີກຄົນໜື່ງໄດ້ໄວຂື້ນກວ່າ ສາຍພັນເດວຕາທຳມະດາ ແລະ ມີຄວາມເປັນໄປໄດ້ສູງ ທີ່ວິທີການປິ່ນປົວດ້ວຍພູມຄຸ້ມກັນ Monoclonal antiboday therapy ຫຼຸດຜ່ອນປະສິດທິພາບລົງ, ສາຍພັນມີຄວາມກ່ຽວຂ້ອງກັບສາຍພັນເດວຕາ ເປັນສາຍພັນທີ່ໜ້າເປັນຫວງ ພົບເປັນຄັ້ງທຳອິດ ຢູ່ປະເທດອິນເດຍ ໃນປີກາຍນີ້ ຄາດວ່າເປັນສາເຫດ ເຮັດໃຫ້ເກີດການລະບາດ ໃນຊວງລະດູຮ້ອນ ເຮັດໃຫ້ມີຜູ້ເສຍຊີວິດເປັນຈໍານວນຫຼວງຫຼາຍ. ນອກຈາກນີ້ ພົບສາຍພັນ ມິວ ພົບຄັ້ງທຳອິດໃນຕົ້ນເດືອນມັງກອນຢູ່ປະເທດໂຄລົມເບຍ ແລະ ປະຈຸບັນໄດ້ແຜ່ກະຈ່າຍໄປ ຫຼາຍເຖິງ 40 ປະເທດ ເຊິ່ງອົງການອະນາໄມໂລກກໍ່ໄດ້ຈັດເປັນສາຍພັນທີ່ຈະຕ້ອງໄດ້ເຝົ້າລະວັງ ແລະ ຈະຕິດເຊື້ອໄດ້ງ່າຍຄືສາຍພັນເດວຕ້າ. ພວກເຮົາຈະຕ້ອງໄດ້ຕິດຕາມຕໍ່ໄປ.

  • ເນື່ອງຈາກພົບມີການລະບາດໃນຊຸມຊົນ ໃນຫຼາຍແຂວງ ເຊິ່ງຜູ້ຖືກກວດພົບເຊື້ອແມ່ນໄດ້ຖືກສົ່ງໄປຮັບການປິ່ນປົວ ແຕ່ສຳລັບຜູ້ສຳຜັດໃກ້ຊິດ ໂດຍສະເພາະແມ່ນຜູ້ສຳຜັດໃກ້ຊິດກັບຜູ້ຕິດເຊື້ອຂັ້ນ 1 (C1) ຕ້ອງໄດ້ແຍກຕົນເອງເພື່ອຈຳກັດບໍລິເວນຕົນເອງເປັນເວລາ 14 ວັນ. ດັ່ງນັ້ນ ຈຶ່ງບໍ່ສາມາດປະຕິບັດໜ້າທີ່ໄດ້ ຍົກເວັ້ນແຕ່ເຮັດວຽກທາງ ອອນລາຍ, ດັ່ງນັ້ນຈອ່ງສະເໜີໃຫ້ ສຳນັກງານ, ອົງການ, ບໍລິສັດຕ່າງໆ ແມ່ນຕ້ອງໄດ້ອະນາໄມຂ້າເຊື້ອສະຖານທີ່ເຮັດວຽກຂອງທັງຜູ້ຕິດເຊື້ອ ແລະ ສຳຜັດ ແລະ ໃຫ້ຈັດຕັ້ງພະນັກງານ ຫຼື ເຈົ້າໜ້າທີ່ມາເຮັດວຽກແທນເພື່ອຮັບປະກັນບໍ່ໃຫ້ມີການແຜ່ເຊື້ອ.
  • ການລະບາດຂອງພະຍາດນີ້ທັງໃນທົ່ວໂລກ ແລະ ປະເທດເຮົາ ແມ່ນຍັງມີຕົວເລກຜູ້ຕິດເຊື້ອເພິ່ມຂຶ້ນ ໂດຍສະເພາະແມ່ນການຕິດເຊື້ອໃນຊຸມຊົນແມ່ນຄ້ອນຂ້າງໜ້າເປັນຫ່ວງ ເພາະມັນໄດ້ແຜ່ໄປໃນຫຼາຍບ້ານ ຫຼາຍເມືອງ ແລະ ເກືອບທຸກ ແຂວງແລ້ວ, ແລະ ກໍລະນີທີ່ພົບ ແມ່ນໄດ້ເກີດຂື້ນກັບຜູ້ທີ່ໄດວຽກໃກ້ຊິດກັບຜູ້ຕິດເຊື້ອ, ປັດໃຈນີ້ສະແດງໃຫ້ພວກເຮົາເຫັນໄດ້ວ່າ ອາດຈະມີການບົ່ມເຊື້ອໃນເຂດນັ້ນມາເປັນເວລາໃດນື່ງ. ສະນັ້ນ ອີກເທືອນື່ງຢາກຮຽກຮ້ອງໃຫ້ບັນດາທ່ານ ປະຕິບັດຕາມມາດຕະການທີ່ໄດ້ວາງອອກຢ່າງເຄັ່ງຄັດ. ແລະ ຢາກຂໍແຈ້ງເຖິງ ພໍ່ແມ່ຜູ້ປົກຄອງ, ເຈົ້າຂອງໂຮງຮຽນ ທີ່ໄດ້ລົງທະບຽນເພື່ອກຽມຈະເປີດການຮຽນການສອນນັ້ນ. ສໍາລັບນະຄອນຫຼວງວຽງຈັນ ແຂວງທີ່ມີການລະບາດໃນຊຸມຊົນ ໂດຍອີງຕາມແຈ້ງການເລກທີ 1094/ຫສນຍ ລົງວັນທີ 31 ສິງຫາ 2021 (ຂໍ້ 1.12) ແລະ ຄຳສັ່ງຂອງເຈົ້າຄອງນະຄອນຫຼວງ ເລກທີ 015/ຈນວ, ລົງວັນທີ 30 ສິງຫາ 2011 (ຂໍ້ 2.10) ແມ່ນ ປິດ ການຮຽນການສອນທຸກຊັ້ນທຸກສາຍ ລວມທັງການເສັງເຂົ້າສາຍວິຊາຊີບຕ່າງໆ ແລະ ມີຄວາມຈຳເປັນຕ້ອງໄດ້ເລື່ອນການເປີດອອກໄປກ່ອນ ຈົນກວ່າຈະມີການປະເມີນ ສະພາບການລະບາດຂອງພະຍາດຄືນໃໝ່.
  • ອີກປະການໜຶ່ງເພື່ອປະຕິບັດຕາມຄຳສັ່ງ ໃນບຸນຫໍ່ເຂົ້າທີ່ຈະມາເຖິງນີ້ແມ່ນຢາກຮຽກຮ້ອງໃຫ້ບັນດາທ່ານຕ້ອງໄດ້ປະຕິບັດມາດຕະການ ທີ່ຄະນະສະເພາະກິດວາງອອກ ມີຄວາມຈຳເປັນທີ່ສຸດ ທີ່ຈະຕ້ອງໄດ້ສືບຕໍ່ຈັດຕັ້ງປະຕິບັດຢ່າງເຄັ່ງຄັດ ໂດຍສະເພາະ ບໍ່ໃຫ້ໂຮມຊຸມນຸມ, ບໍ່ຊຸມແຊວກັນເປັນກຸ່ມ, ຫ້າມຈັດກິດຈະກຳເກີນ 20 ຄົນ, ຫຼີກເວັ້ນການເດີນທາງໄປສະຖານທີ່ສ່ຽງ, ສະຖານທີ່ແອອັດ, ການຮັກສາໄລຍະຫ່າງ, ໃສ່ຜ້າອັດປາກ-ດັງ, ລ້າງມືເລື້ອຍໆດ້ວຍສະບູ ແລະ ນ້ຳສະອາດ ຫຼື ເຈວລ້າງມືທີ່ມີທາດເຫຼົ້າ 70 ຂື້ນໄປ, ຮັກສາມາລະຍາດໃນການໄອ-ຈາມ, ເຮັດການອະນາໄມຂ້າເຊື້ອຈຸດສ່ຽງ ເຊັ່ນ ຮາວຂັ້ນໃດ – ບ່ອນຈັບປະຕູ – ຣີໂມດ ອື່ນໆ, ຖ້າຫາກທ່ານຮູ້ສືກວ່າ ເປັນກຸ່ມສ່ຽງຕ້ອງຈຳກັດບໍລິເວນຕົນເອງທັນທີ ພ້ອມທັງໄປກວດຊອກຫາເຊື້ອ, ເຖິງແມ່ນວ່າ ຜົນກວດຈະເປັນລົບກໍ່ຕາມ ຕ້ອງໄດ້ສືບຕໍ່ຈຳກັດບໍລິເວນຕົນເອງ ຈົນຄົບກຳນົດ 14 ວັນ ຫຼື ກັບມາກວດຄືນຖ້າວ່າມີອາການຜິດປົກກະຕິ.

ຂໍຮຽກຮ້ອງມາຍັງ ພໍ່ແມ່, ພີ່ນ້ອງ, ປະຊາຊົນ ແລະ ທຸກພາກສ່ວນໃນສັງຄົມ ຈົ່ງພ້ອມໃຈກັນປະຕິບັດການດຳລົງຊິວິດປົກກະຕິແບບໃໝ່ (new normal), ພວກເຮົາທຸກຄົນ ຕ້ອງຮ່ວມແຮງຮ່ວມໃຈ ແລະ ສາມັກຄີກັນ, ເພື່ອພ້ອມກັນຜ່ານຜ່າວິກິດນີ້ໄປດ້ວຍກັນ ແລະ ສາມາດກັບມາດຳລົງຊີວິດປົກກະຕິໂດຍໄວ.

 

Loading...