ໃນວັນທີ 21 ພຶດສະພາ 2021, ດຣ. ຣັດຕະນະໄຊ ເພັດສຸວັນ ຫົວໜ້າກົມຄວບຄຸມພະຍາດຕິດຕໍ່, ກະຊວງສາທາລະນະສຸກ ພ້ອມດ້ວຍ ດຣ ໄຊພອນ ນັນທະວົງ ຫົວພະແນກສາທາລະນະສຸກ ນະຄອນຫຼວງວຽງຈັນ, ຕາງໜ້າກອງເລຂາ ຄະນະສະເພາະກິດເພື່ອປ້ອງກັນ, ຄວບຄຸມ ແລະ ແກ້ໄຂ ການລະບາດຂອງພະຍາດ COVID-19, ໄດ້ຖະແຫຼງຂ່າວ ກ່ຽວກັບ: 1) ສະພາບຂອງການລະບາດຂອງພະຍາດ COVID-19 ໃນໂລກ ແລະ ໃນລາວ ກໍ່ຄື ຂໍ້ແນະນໍາຕ່າງໆ. 2) ມາດຕະການໃນການຜັນຂະຫຍາຍ ແຈ້ງການຂອງ ຫສນຍ ສະບັບເລກ 527/ຫສນຍ, ລົງວັນທີ 20ພຶດສະພາ 2021 ໃນບ້າທີ່ມີການຈັດລະດັບການລະບາດຂອງພະຍາດ COVID-19 ໃນນະຄອນຫຼວງວຽງຈັນ, ເຊິງລາຍລະອຽດ ມີດັ່ງນີ້:
I. ສຳລັບ ສປປ ລາວ
• ວັນທີ 20 ພຶດສະພາ 2021 ໄດ້ເກັບຕົວຢ່າງມາກວດວິເຄາະ ທັງໝົດ 1,815 ຕົວຢ່າງ ພົບຜູ້ຕິດເຊື້ອ 12 ຄົນ, ໃນນີ້ ນະຄອນຫຼວງວຽງຈັນກວດ 1,059 ຕົວຢ່າງ ພົບເຊື້ອ 4 ຄົນ ເຊິງເປັນການຕິດເຊື້ອໃນຊຸມຊົນ, ສະຫວັນນະເຂດກວດ 64 ຕົວຢ່າງ ພົບເຊື້ອ 5 ຄົນ ແມ່ນ ການຕິດເຊື້ອນໍາເຂົ້າຈາກຕ່າງປະເທດ, ຈຳປາສັກ ກວດ 212 ຕົວຢ່າງ ພົບເຊື້ອ 2 ຄົນ ແມ່ນການຕິດເຊື້ອນໍາເຂົ້າ, ອຸດົມໄຊ ກວດ 61 ຕົວຢ່າງ ພົບເຊື້ອ 1 ຄົນ ເຊິງກໍາລັງສອບຖາມປະຫວັດຢ່າງລະອຽດ. ມາຮອດປະຈຸບັນຈໍານວນຜູ້ຕິດເຊື້ອສະສົມທັງໝົດທົ່ວປະເທດແມ່ນ 1,763 ຄົນ, ບໍ່ມີເສຍຊີວີດໃໝ່ເພີ່ມ, ຕົວເລກເສຍຊິວິດສະສົມຍັງຢູ່ທີ່ 2 ຄົນ, ປີ່ນປົວຫາຍດີ 800 ຄົນ ແລະ ກຳລັງປີ່ນປົວ 961 ຄົນ.
• ກ່ຽວກັບກໍລະນີ ຕິດເຊື້ອໃໝ່ 12 ຄົນ (ກໍລະນີຢັ້ງຢືນທີ 1,752-1763 ) ຂ້າພະເຈົ້າຂໍລົງລາຍລະອຽດດັ່ງຕໍ່ໄປນີ້:
– ຄົນເຈັບຕິດເຊື້ອໃໝ່ ຈາກ ນະຄອນຫຼວງ 4 ຄົນ (ທັງ 4 ຄົນ ແມ່ນຜູ້ສຳຜັດໃກ້ຊິດກັບຜູ້ຕິດເຊື້ອ ເກົ່າທີ່ມີການຕິດເຊື້ອໃນຊຸມຊົນ)
– ສໍາລັບ ແຂວງຈໍາປາສັກ 2 ຄົນ ແລະ ແຂວງສະຫວັນນະເຂດ 5 ຄົນແມ່ນກໍລະນີນຳເຂົ້າ ເຊິ່ງກວດພົບເຊື້ອໃນແຮງງານລາວ ທີ່ກັບຄືນປະເທດຖືກຕາມລະບຽບກົດໝາຍ.
– ສຳລັບແຂວງອຸດົມໄຊ 1 ຄົນ ແມ່ນຄົນເຈັບທີ່ຕິດເຊື້ອໃໝ່ທີ່ບໍ່ໄດ້ເດີນທາງໄປໃສ ລາຍລະອຽດທີມງານກຳລັງສອບສວນ
• ທັງໝົດຄົນເຈັບຕິດເຊື້ອໃໝ່ຍັງຢູ່ໃນຂັ້ນຕອນສອບສວນ ແລະ ເກັບກຳຂໍ້ມູນ ປະຫວັດການເຄື່ອນໄຫວໃນໄລຍະເວລາ 14 ວັນທີ່ຜ່ານມາ ວ່າບຸກຄົນໃດເປັນຜູ້ສຳຜັດໃກ້ຊິດ ເພື່ອເກັບຕົວຢ່າງ ແລະ ເຂົ້າຈໍາກັດບໍລິເວນ ຕາມຄຳແນະນຳຂອງຄະນະສະເພາະກິດກຳນົດໄວ້.
• ປະຈຸບັນມີຜູ້ຍັງຕິດຕາມປິ່ນປົວທົ່ວປະເທດທັງໝົດ 961 ຄົນ ໃນນັ້ນໄດ້ຮັບການປິ່ນປົວດີ ທັງໝົດ 800 ຄົນ (ໃໝ່ 60 ຄົນ) ແລະ ພວກກ່ຽວຈະຕ້ອງໄປສືບຕໍ່ຈຳກັດບໍລິເວນຢູ່ເຮືອນ ຫຼື ສູນຈໍາກັດບໍລິເວນ ສໍາລັບຜູ້ທີ່ບໍ່ມີເງື່ອນໄຂ, ຈົນຄົບກຳນົດຕາມຄຳແນະນຳຂອງແພດຢ່າງເຄັງຄັດ, ແຍກຕົນເອງອອກຈາກຄົນໃນຄອບຄົວ, ບໍ່ໃຊ້ສິ່ງຂອງຮ່ວມກັນ ແລະ ມອບໃຫ້ອໍານາດການປົກຄອງເມືອງ/ບ້ານ ແລະ ເຈົ້າໜ້າທີ່ສູນ ລົງໄປຕິດຕາມກວດກາສຸຂະພາບ ເຊັ່ນ: ວັດແທກອຸນຫະພູມ, ສອບຖາມອາການ ຖ້າພົບເຫັນເປັນໄຂ້, ມີໄອ ແລະ ຈາມ ຕ້ອງຮີບຮ້ອນໄປພົບແພດຢູ່ ສະຖານທີ່ບໍລິການໃກ້ບ້ານທ່ານ. ທັງໝົດນີ້ ແມ່ນສ້າງຄວາມໝັ້ນໃຈໃຫ້ແກ່ສັງຄົມວ່າຄົນເຈັບທີ່ອອກຈາກໂຮງໝໍແມ່ນປະຕິບັດຕາມຄໍາແນະນໍາຢ່າງເຄັງຄັດ ແລະ ບໍ່ອອກຈາກບ້ານຈົນໝົດກໍານົດ;
1. ວຽກງານການຈຳກັດບໍລິເວນ ຢູ່ສູນຈຳກັດບໍລິເວນ
ປະຈຸບັນ ທົ່ວປະເທດ ມີສູນຈໍາກັດບໍລິເວນທີ່ເປີດນຳໃຊ້ຢູ່ ທັງໝົດ 44 ສູນ, ມີຜູ້ທີ່ຍັງຈຳກັດບໍລິເວນທັງໝົດ 3,037 ຄົນ ແລະ ທຸກຄົນທີ່ເຂົ້າມາສູນດັ່ງກ່າວແມ່ນໄດ້ເກັບຕົວຢ່າງມາກວດວິເຄາະຫາເຊື້ອພະຍາດ COVID-19 .
• ສຳລັບຜູ້ເດີນທາງເຂົ້າ ຕາມດ່ານຕ່າງໆທີ່ໄດ້ຮັບອະນຸຍາດຈາກຄະນະສະເພາະກິດໃນຂອບເຂດທົ່ວປະເທດທັງໝົດ 2,589 ຄົນ, ທຸກຄົນໄດ້ຜ່ານການວັດແທກອຸນຫະພູມ ແລະ ບໍ່ພົບຜູ້ມີອາການໄຂ້ ຫຼື ອາການຜິດປົກກະຕິ ພ້ອມທັງໄດ້ເກັບຕົວຢ່າງກວດຫາເຊື້ອພະຍາດ.
ບັນດາທ່ານທີ່ນັບຖື ແລະ ຮັກແພງທັງຫຼາຍ,
• ສະພາບການລະບາດໃນທົ່ວໂລກ, ມາຮອດປັດຈຸບັນເຫັນວ່າ ການລະບາດກໍ່ຍັງສືບຕໍ່ເພີ່ີມຂື້ນສົມທຽບໃສ່ອາທິດທີ່ຜ່ານມາ ພາຍໃນ 2 ວັນມີກໍລະນີໃໝ່ລາຍງານຫຼາຍກ່ວາ 1 ລ້ານຄົນ.
• ບັນດາປະເທດທີ່ມີຊາຍແດນຕິດຈອດກັບ ສປປ ລາວ ກໍ່ກໍາລັງປະເຊີນໜ້າກັບການລະບາດຢູ່ໃນຊຸມຊົນຮອບໃໝ່.
• ສ ປປ ລາວ ການລະບາດໃນຊຸມຊົນທີ່ແຕ່ເດືອນ ເມສາ 2021 ເປັນຕົ້ນມາເຫັນວ່າ ແຫຼ່ງແຜ່ເຊື້ອ ແລະ ຕິດເຊື້ອທຳອິດແມ່ນຢູ່ໃນບັນດາສະຖານທີ່ບັນເທີງ, ຮ້ານຄາລາໂອເກະ, ເທັກ, ບາ, ຮ້ານອາຫານ ແລະ ຮ້ານເບຍ ຕໍ່ຈາກນັ້ນໄດ້ແຜ່ລະບາດໄປຫາເຂດຊຸມຊົນ ແລະ ຄອບຄົວ. ໃນໄລຍະປະຕິບັດຄຳສັ່ງຂອງທ່ານ ນາຍົກສະບັບເລກທີ່ 15/ນຍ, ການລະບາດຍັງສືບຕໍ່ ພົບໃນຄອບຄົວ, ໝູ່ເພື່ອນ ແລະ ຊຸມຊົນ ເພາະວ່າການຈັດຕັ້ງປະຕິບັດມາດຕະການດັ່ງກ່າວຍັງບໍ່ທັນເຂັ້ມງວດເທົ່າທີ່ຄວນ, ຍັງມີການໄປມາຫາສູ່ລະຫ່ວາງຍາດຕິພີ່ນ້ອງ ແລະ ໝູ່ເພື່ອນ, ມີການພົບປະສັງສັນແບບປົກກະຕິ ຈີ່ງເຮັດໃຫ້ມີການລະບາດເປັນຈຸ້ມໃນຫຼາຍຄອບຄົວ, ຍາດຕິພີ່ນ້ອງ ແລະ ຫມູ່ຄູ່,
• ຮອດປັດຈຸບັນ ການລະບາດເຂົ້າສູ່ບັນດາຫ້ອງການສຳນັກງານອົງການ, ບໍລິສັດ, ໂຮງຈັກໂຮງງານ ຍ້ອນວ່າບັນດາຜູ້ສຳຜັດໃກ້ສິດກັບຜູ້ຕິດເຊື້ອພາຍຫຼັງເກັບຕົວຢ່າງແລ້ວຍັງສືບຕໍ່ໄປເຄື່ອນໄຫວດຳລົງຊີວີດແບບປົກກະຕິໃນສະຖານທີ່ຕ່າງໆ ລວມທັງໄປເຮັດວຽກ ໂດຍບໍ່ປະຕິບັດການຈຳກັດຕົນເອງຢ່າງເຂັ້ມງວດ ຈີ່ີງເຮັດໃຫ້ການລະບາດໃນຄັ້ງນີ້ແຜ່ເປັນວົງກວ້າງໂດຍສະເພາະໃນນະຄອນຫຼວງວຽງຈັນ.
• ຕໍ່ບັນຫາສະພາບການດັ່ງກ່າວນີ້ ຂໍຮຽກຮ້ອງໃຫ້ພໍ່ແມ່ປະຊາຊົນ ຜູ້ທີ່ສໍາພັດໃກ້ຊິດກັບຜູ້ທີ່ຕິດເຊື້ອ ແລະ ບຸກຄົນທີເດີນທາງໄປໃນເຂດທີ່ມີຄວາມສ່ຽງ ໃຫ້ເອົາໃຈໃສ່ໄປກວດຊອກຫາເຊື້ອ ເຖິງວ່າຜົນກວດຈະອອກມາເປັນລົບ ຫຼື ຍັງລໍຖ້າຜົນກວດຢູ່ນັ້ນກໍ່ໃຫ້ສືບຕໍ່ຈຳກັດບໍລິເວນຕົນເອງຢູ່ເຮືອນ ພ້ອມທັງປະຕິບັດມາດຕະການຢ່າງເຄັ່ງຄັດ ຈົນກວ່າຈະຄົບ 14 ວັນ..
• ບັນດາທ່ານທີ່ນັບຖື ແລະ ຮັກແພງ ໃນໄລຍະນີ້ ຖ້າບໍ່ມີຄວາມຈໍາເປັນ ຂໍຮຽກຮ້ອງໃຫ້ພໍ່ແມ່ປະຊາຊົນ ຢູ່ເຮືອນ ຫຼຸດຜ່ອນການສັນຈອນ ເພາະທ່ານອອກນອກເຮືອນຫຼາຍເທົ່າໄດກໍ່ຍີ່ງມີຄວາມສ່ຽງທີ່ນຳເອົາເຊື້ອພະຍາດເຂົ້າມາຕິດໃສ່ຄອບຄົວ, ແຕ່ຖ້າຈໍາເປັນຕ້ອງອອກໄປຕະຫຼາດ ຫຼື ໂຮງໝໍ ແມ່ນສາມາດອອກໄປໄດ້ ແຕ່ຕ້ອງປະຕິບັດມາດຕະການປ້ອງກັນຕົນເອງຢ່າງເຂັ້ມງວດເຊັ່ນວ່າ: ໃສ່ຜ້າອັດປາກ-ດັງ, ຮັກສາໄລຍະຫ່າງ, ໝັ່ນລ້າງມືດ້ວຍນ້ຳສະອາດໃສ່ສະບູ ຫຼື ເຈວທີ່ມີທາດເຫຼົ້າ 70%ຂື້ນໄປ.
• ອີກເທື່ອໜຶ່ງ, ຂໍຮຽກຮ້ອງໃຫ້ ພໍ່ແມ່, ພີ່ນ້ອງ, ປະຊາຊົນ ແລະ ທຸກພາກສ່ວນໃນສັງຄົມ, ເມື່ອທ່ານໄດ້ຮັບຂໍ້ມູນຂ່າວສານ ຈາກສື່ສັງຄົມອອນລາຍຕ່າງໆ ຄວນວິເຄາະຂໍ້ມູນ, ແຫຼ່ງທີ່ມາຂອງຂໍ້ມູນ, ຂ່າວແທ້ ຫຼື ຂ່າວປອມ ກ່ອນທີ່ທ່ານຈະສົ່ງຕໍ່ຂໍ້ມູນດັ່ງກ່າວ ໃຫ້ແກ່ບຸກຄົນອື່ນ;
• ທ່ານສາມາດຮັບຂໍ້ມູນຂ່າວສານທີ່ຖືກຕ້ອງ ແລະ ເປັນທາງການ ໄດ້ທາງ:
o ວິທະຍຸກະຈາຍສຽງ, ໂທລະພາບ, ໜັງສືພິມ ແລະ ສື່ຕ່າງໆ ຂອງລັດຖະບານ
o ນອກຈາກນີ້ຍັງມີເວັບໄຊ້ຂອງຄະນະສະເພາະກິດເພື່ອປ້ອງກັນ, ຄວບຄຸມ ແລະ ແກ້ໄຂ ການລະບາດ ພະຍາດໂຄວິດ-19 ກໍ່ຄື covid19.gov.la ແລະ
o ເວັບໄຊ້ຂອງກົມຄວບຄຸມພະຍາດຕິດຕໍ່,ກະຊວງສາທາລະນະສຸກcdc.gov.la
o ເຟດບຸກຂອງສູນຂ່າວສານການແພດ ແລະ ສຸຂະສຶກສາ, ກະຊວງສາທາລະ
ນະສຸກ
o ແລະ ສາມາດໂທສອບຖາມ ສາຍດ່ວນ 165 ຫຼື 166 ສຳລັບສູນກາງ ແລະ ສາຍດ່ວນແຂວງ (ລະຫັດແຂວງ ຕາມດ້ວຍ 165 ຫຼື 166).
• ອີກເທື່ອໜຶ່ງ ຂ້າພະເຈົ້າຂໍຕາງໜ້າໃຫ້ແກ່ ກອງເລຂາຄະນະສະເພາະກິດ ກໍ່ຄືປະຊາຊົນລາວ ໃນຂອບເຂດທົ່ວປະເທດ, ຂໍສະແດງ ຄວາມຂອບໃຈເປັນຢ່າງສູງມາຍັງ ພໍ່ແມ່, ພີ່ນ້ອງ, ປະຊາຊົນ ແລະ ທຸກພາກສ່ວນໃນສັງຄົມ ທີ່ໄດ້ໃຫ້ການສະໜັບສະໜູນ, ອຸປະຖຳ ເຄື່ອງບໍລິໂພກ ແລະ ອຸປະໂພກ ລວມທັງ ປັດໄຈ ເຂົ້າໃນການປ້ອງກັນ, ຄວບຄຸມພະຍາດັ່ງກ່າວ.
Loading...