ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ ເຂົ້າສູ່ຊີວິດຈິງ

ການຖະແຫຼງຂ່າວ ປະຈຳວັນອາທິດ 10 ຕຸລາ 2021 ກ່ຽວກັບ ສະພາບການການຕິດເຊື້ອພະຍາດໂຄວິດ19 ຢູ່ປະເທດເຮົາໃນປະຈຸບັນເຫັນວ່າມີການຕົວ ເລກການຕີດເຊື້ອໃນຊຸມຊົນເພີ້ມຂຶ້ນຫຼາຍ, ໃນມື້ວານນີ້ ວັນທີ 09 ຕຸລາ 2011 ທົ່ວປະເທດ ໄດ້ ມີການເກັບຕົວຢ່າງມາກວດຊອກຫາເຊື້ອ COVID-19 ທັງໝົດ 5,660 ຕົວຢ່າງ, ໃນນັ້ນ ກວດ ພົບຜູ້ຕິດເຊື້ອໂຄວິດ ເພີ່ມໃໝ່ 508 ຄົນ ( ຕິດເຊື້ອພາຍໃນປະເທດ = 507 ຄົນ,ເດີນທາງຈາກຕ່າງປະເທດ 01 ຄົນ ) ເຮັດໃຫ້ຕົວເລກຜູ້ຕິດເຊື້ອ ພະຍາດໂຄວິດ 19 ສະ ສົມໃນ ສປປ ລາວ ຮອດປະຈຸບັນ ແມ່ນ 28,540 ຄົນ, ເສຍຊີວິດສະສົມ 26 (ໃໝ່ ). ປິ່ນປົວຫາຍດີໃນມື້ວານນີ້ 243 , ຮອດປະຈຸບັນມີ ຈຳນວນຜູ້ທີ່ຍັງປິ່ນປົວ ແມ່ນ 6.254 ເຊິ່ງກວມ 21.9% ໝາຍຄວາມວ່າ ຜູທີ່ປິ່ນປົວຫາຍດີແມ່ນມີ ເກືອບ 80% (ເຖິງ 78,1 %) ທຽບໃສ່ຈານວນຜູ້ຕິດເຊື້ອທັງໝົດ.

ຂໍ້ມູນໂດຍຫຍໍ້ ກ່ຽວກັບກໍລະນີຕິດເຊື້ອໃໝ່ 508 ຄົນ ມີດັ່ງນີ້

ການຕິດເຊື້ອ ຢູ່ພາຍໃນ ມີຈຳນວນ 507 ຄົນ ຄື:

  1. ນະຄອນຫຼວງ: 400 ຄົນ ( ພະນັກງານໂຮງງານ 155 ກໍລະນີ )

ຈາກ 7 ເມື່ອງ ແລະ 86 ບ້ານ, ຊຶ່ງສາມາດສະຫລູບ ຫຍໍ້ ຕາມ ຂໍ້ມູນໄດ້ມາມີດັ່ງນີ້:

1) ເມືອງຈັນທະບູລີ ມີ 09 ບ້ານ

2) ເມືອງສີໂຄດຕະບອງ ມີ 16 ບ້ານ

3) ເມືອງໄຊເສດຖາ ມີ 19 ບ້ານ

4) ເມືອງສີສັດຕະນາກມີ 10 ບ້ານ

5) ເມືອງນາຊາທອງ ມີ 05 ບ້ານ

6) ເມືອງໄຊທານີ ມີ 16 ບ້ານ

7) ເມືອງຫາດຊາຍຟອງ ມີ 11 ບ້ານ

2 . ບໍລິຄຳໄຊ: 28 ຄົນ

1). ເມືອງປາກກະດິງ , 02 ບ້ານ

– ບ້ານທົ່ງນາມີ 11 ຄົນ

– ບ້ານຫ້ວຍໄຮ 15 ຄົນ

ຂ). ເມືອງປາກຊັນ 02 ຄົນ ຢູ່ 1 ບ້ານ ບ້ານອານຸສອນໄຊ,

  1. ຫຼວງພະບາງ: 23 ຄົນ

1). ນະຄອນຫຼວງພະບາງ ມີ 10 ບ້ານ

ຂ). ເມືອງນ້ຳບາກ ມີ 2 ບ້ານ

3). ເມືອງຈອມເພັດ 1 ບ້ານ,

  1. ບໍ່ແກ້ວ: 13 ຄົນ:

1). ເມືອງຫ້ວຍຊາຍ 1 ບ້ານ

ຂ). ເມືອງຕົ້ນເຜິ້ງ

  1. ຄຳມ່ວນ: 13 ຄົນ

1). ເມືອງທ່າແຂກ ມີ 12

2) ເມືອງຄູນຄໍາ, ] 1

  1. ວຽງຈັນ: 11 ຄົນ

1). ເມືອງແກ້ວອຸດົມ ມີ 04 ບ້ານ (06 ຄົນ)

2). ເມືອງວັງວຽງ ມີ ໐2 ຄົນຢູ່02 ບ້ານ (ບ້ານໂພນຊູ ແລະ ບ້ານນາດາວ ບ້ານລະ 01 ຄົນ

3). ເມືອງໂພນໂຮງ ມີ 02 ບ້ານ (02 ຄົນ)ບ້ານນາຊູ ແລະ ບ້ານ ໂພນຫໍ ມີບ້ານລະ 01ຄົນ

4). ເມືອງວຽງຄໍາ ມີ 01 ຄົນບ້ານໂພນໝີເໜືອ,

  1. ສະຫວັນນະເຂດ: 10 ຄົນ

1). ເມືອງອຸທຸມພອນ ມີ 05 ບ້ານ

– ບ້ານຈະເລີນສຸກ ມີ 02 ຄົນ (ນັກສຶກສາແພດ ຢູ່ໂຮງໝໍ 109 ແລະ ເດັກ)

– ບ້ານມະນີວົງໄຊ ມີ 02 ຄົນ (ພະນັກງານແພດໂຮງໝໍ 109 ແລະ ປະຊາຊົນ)

– ບ້ານສີບຸນເຮືອງ, ບ້ານວົງພັນສີ ແລະ ບ້ານອຸດົມມີໄຊ ບ້ານມີ 01 ຄົນ =3

ຂ). ນະຄອນໄກສອນ ມີ 02 ບ້ານ ມີ 03 ຄົນ

  1. ໄຊສົມບູນ: 5 ຄົນ ຈາກເມືອງລ້ອງຊານ

– ບ້ານ ຖໍ້ດິນ 03 ຄົນ

– ບ້ານ ນ້ຳຄຸ້ຍ 02 ຄົນ

  1. ຈຳປາສັກ: 4 ຄົນ

1).ນະຄອນປາກເຊ ມີ 02 ຄົນ, 02 ບ້ານ

-ບ້ານແກ ມີ 1 ຄົນ

-ບ້ານໂນນສະຫວ່າງ ມີ 1 ຄົນ (ກໍາມະກອນ)

ຜູ້ຕິດເຊື້ອໃນຊຸມຊົນເຫຼົ່ານີ້ແມ່ນທິມແພດປິ່ນປົວຈະໂທແຈ້ງໃຫ້ຮູ້ ແລະມີລົດໄປຮັບເພື່ອເຂົ້ານອນ ຕິດຕາມປິ່ນປົວຢູ່ສະຖານທີ່ແຂວງກໍານົດໄວ້ (ຈຶ່ງຂໍໃຫ້ທຸກທ່ານທີ່ເກັບຕົວຢ່າງ ຖືສຳຄັນໃນເວລາທີ່ໄປ ກວດຕົວຢ່າງຕ້ອງແຈ້ງເບີໂທລະ ສັບທີ່ໃຊ້ເປັນປະຈຳໃຫ້ແພດໝໍທີ່ເກັບຕົວຢ່າງ ເພື່ອສາມາດຕິດຕໍ່ຫາ ທ່ານໂດຍທັນທີ ຖ້າຫາກຜົນກວດ ເປັນບວກ )

ສ່ວນການຕິດເຊື້ອໃນຜູ້ທີ່ເດີນທາງເຂົ້າປະເທດມີຈໍານວນ 01 ຄົນ ຄື: ນະຄອນຫຼວງ ນັ້ນ ແມ່ນໄດ້ມີການເກັບຕົວຢ່າງແລະ ສົ່ງໄປຈຳກັດບໍລິເວນຢູ່ສູນຈໍາກັດບໍລິ ເວນ ຂອງແຕລະ ແຂວງແຕ່ມື້ເດິນທາງ ເຂົ້າມາ ສປປລາວ, ເມື່ອຜົນກວດເປັນບວກພວກກ່ຽວຈະ ຖືກນໍາສົ່ງ ໄປປິ່ນປົວຢູ່ສະຖານທີ່ທີ່ ແຂວງກໍານົດໄວ້

  • ຄືດ່ັງການລາຍງານປະຈໍາວັນ ສຳລັບສປປລາວເຮົາ ເຫັນວ່າ ຕົວເລກ ການຕິດເຊື້ອມີຈຳນວນ ຫຼາຍ, ເລີ້ມແຕ່ກາງເດືອນ ກັນຍາ 2021 ເປັນຕົ້ນມການຕິດເຊື້ອພາຍໃນປະເທດມີທ່າອຽງເພີ້ມ ຂຶ້ນຈາກຕົວເລກລາຍງານ ຫຼັກ10 (ເລກສອງໂຕ) ເປັນຫຼັກ 100(ເລກ 3 ໂຕ ກົງກັນຂ້າມ ການຕິດເຊື້ອໃນຜູ້ເດີນທາງເຂົ້າປະເທດແມ່ນມີທ່າອຽງ ຫຼຸດລົງ ຈາກຫຼັກ 100 ເປັນ ມາເປັນ ຫຼັກ 10 , ເລີ້ແຕ່ວັນທີ 1 ຕຸລາ ມາຮອດມື້ນີ້ ການຕິດເຊື້ອພາຍໃນປະເທດ 4.172 ແລະ ເດີນທາງ ແລະ ເຂົ້າປະເທດ ມີພຽງ 58 , ໃນມື້ວານນີ້ທົ່ວປະເທດແມ່ນມີລາຍງານ ການຕິດເຊື້ອພະຍາດໂຄວິດ 19ໃນປະເທດ ຈາກນະຄອນຫຼວງວຽງຈັນ ແລະ ອີກ 08 ແຂວງ, ຮອດປະຈຸບັນ ທົ່ວປະເທດ

ຍັງມີພຽງແຂວງຫົວພັນທີ່ຍັງບໍ່ມີລາຍງານຜູ້ຕິດເຊື້ອພະຍາດ ໂຄວິດ 19

  • ຕໍ່ກັບສະພາບການເກີດພະຍາດໂຄວິດ 19 ໃນປະເທດທີ່ກ່າວມານັ້ນລັດຖະບານ ສປປລາວ ກໍ່ ໄດ້ມີມາດຕະການຢ່າງເຂັ້ມງວດ ແລະ ຮັດກຸມທີ່ສຸດເພື່ອຮັບມືກັບການລະບາດຂອງພະຍາດ, ຜ່ານການປະຕິບັດມາດຕະການໃນໄລຍະຜ່ານມາລັດຖະບານກໍຄືຄະນະສະເພາະກິດໄດ້ປະ ເມີນສະພາບການລະບາດຂອງພະຍາດໂຄວິດ 19 ແລະການຈັດຕັ້ງປະຕິບັດມາດຕະການໃນແຕ່ ລະໄລຍະໂດຍລວມກໍເຫັນວ່າອຳນາດການປົກຄອງ, ການຈັດຕັ້ງທຸກຂັ້ນລວມທັງທົ່ວປວງຊົນ ແລະ ທຸກພາກສ່ວນໃນສັງຄົມ ໄດ້ໃຫ້ການຮ່ວມມືໃນການປະຕິບັດ ຕາມມາດຕະການທີ່ວາງ ອອກຢ່າງເປັນຂະບວນດ້ວຍຄວາມຮັບຜິດຊອບຂອງໃຜລາວ, ປະຈຸບັນກໍ່ແມ່ນຢູ່ໃນໄລຍະສືບ ຕໍ່ຂະຫຍາຍເວລາໃນການປະຕິບັດມາດຕະການສະກັດກັ້ນ ແລະ ຄວບຄຸມການລະບາດພະ ຍາດໂຄວິດ 19 ຢ່າງເຂັ້ມງວດ ແລະ ຮັດກຸມ ຕື່ມອີກ ຕາມແຈ້ງການຂອງຫສນຍ ສະບັບເລກທີ 1260\ຫສນຍ ລົງວັນທີ 30 ກັນຍາ 2021 ເລີ້ມແຕ່ ວັນທີ 1-15 ຕຸລາ 2021 ເຊິ່ງຈະເປັນບ່ອນ ອີງໃຫ້ແກ່ອໍານາດການປົກຄອງ ແລະ ການຈັດຕັ້ງທຸກຂັ້ນນຳໄປຜັນຂະຫຍາຍເປັນ ອັນລະອຽດ ແລະ ໃຫ້ສອດຄ່ອງກັບສະພາບຂອງຂົງເຂດ ແລະ ທ້ອງຖິ່ນທີ່ຕົນຮັບຜິດຊອບ.
  • ໃນແຈ້ງການສະບັບດັ່ງກ່າວນີ້ແມ່ນມີທັງມາດຕະການທີ່ຕ້ອງພີ່ມທະວີການ ຈັດຕັ້ງປະຕິບັດ ແລະ ມາດຕະການທີ່ສືບຕໍ່ຜ່ອນຜັນ ພ້ອມດຽວກັນໃນແຈ້ງການຍັງໄດ້ມີ ຫຼັກການ ແລະ ເຫດຜົນການກຳນົດມາດຕະການຕ່າງໆ ຂອງ ລັດຖະບານຄື

– ລັດຖະບານໄດ້ວາງ ເປົ້າໝາຍໃນການສະກັດກັ້ນ ການລະບາດພະຍາດໂຄວິດ 19 ຢູ່ສປປລາວ ແມ່ນເຮັດໃຫ້ໃຫ້ພົນລະເມືອງລາວ ແລະ ທຸກຄົນ ທີ່ອາໃສຢູ່ໃນປະ ເທດ ມີການຕິດເຊື້ອໃໝ່ ແລະ ເສຍຊີວິດໃໝ່ໜ້ອຍທີ່ສຸດ

– ນຳພາປະຊາຊົນບັນດາເຜົ່າ ຫັນປ່ຽນແບບແຜນການດຳລົງຊິວິດຈາກການດຳລົງຊີ ວິດເປັນປົກກະຕິກ່ອນຈະມີສະພາບການລະບາດຂອງພະຍາດCOVID-19 ກ້າວ ສູ່ການດຳລົງຊິວິດປົກກະຕິແບບໃໝ່ໃນເງື່ອນໄຂ COVID-19.

– ແນວທາງໃນການຈັດຕັ້ງປະຕິບັດ ການດຳລົງຊິວິດປົກກະຕິແບບໃໝ່ໃນເງື່ອນໄຂ COVID-19 ຢູ່ ສປປ ລາວ ແມ່ນຕ້ອງໃຫ້ສອດຄ່ອງກັບສະພາບ ແລະ ຈຸດພິເສດ ຂອງປະເທດເຮົາ ເພື່ອໃຫ້ມີຄວາມສົມດຸນ ແລະ ກົມກຽວກັນລະຫວ່າງມາດຕະ ການດ້ານການແພດ, ດ້ານການບໍລິຫານ ແລະ ດ້ານເສດຖະກິດ ເພື່ອຮັບປະກັນ ໄດ້ຄາດ  ໝາຍທັງການປ້ອງກັນພະຍາດ, ພ້ອມທັງຄຳນຶງເຖິງຜົນກະທົບຕໍ່ການພັດ ທະນາເສດຖະກິດ ແລະ ການດຳລົງຊິວິດຂອງປະ ຊາຊົນໃນສັງຄົມ.

ແລະໄດ້ຍົກໃຫ້ເຫັນວ່າ ລັດຖະບານແມ່ນສືບຕໍ່ສົ່ງເສີມຄວາມມີນ້ຳໃຈເອື້ອເຟື້ອເພື່ອແຜ່ຂອງຄົນ ລາວທັງຊາດລວມທັງຊາວຕ່າງດ້າວ, ຜູ້ປະກອບການທຸລະກິດທັງພາຍໃນແລະຕ່າງປະເທດທີ່ ອາໃສຢູ່ໃນສປປລາວ ໃນການປະ ກອບສ່ວນເຂົ້າໃນການປະຕິບັດນະໂຍບາຍ ແລະ ມາດ ຕະການຕ່າງໆທີ່ລັດຖະບານວາງອອກ ທັງຊ່ວຍເຫຼືອເຊິ່ງກັນ ແລະ ກັນດ້ວຍຮູບການຕ່າງໆ ແລະ ຮຽກຮ້ອງໃຫ້ ທຸກຄົນຈົ່ງຮ່ວມແຮງຮ່ວມໃຈກັນປະຕິບັດມາດຕະການທີ່ຄະນະສະເພາະ ກິດແຕ່ລະຂັ້ນວາງອອກຢ່າງເຂັ້ມງວດ ພ້ອມທັງ ເປັນຫູເປັນຕາຕິດຕາມສະພາບການໃນກໍລະນີ

ພົບເຫັນມີການລັກລອບເຂົ້າເມືອງແລະ ການລະເມີດມາດຕະ ການຕ່າງໆທີ່ຄະນະສະເພາະກິດ ວາງອອກ ກໍ່ໃຫ້ຮີບຮ້ອນລາຍງານຕໍ່ຄະນະສະເພາະກິດ ຫຼື ອົງການປົກຄອງທ້ອງຖິ່ນ ຮັບຊາບ ເພື່ອການຈັດຕັ້ງກ່ຽວຂ້ອງດັ່ງກ່າວມີວິທີການແກ້ໄຂສະພາບຢ່າງ ທັນການ ເຊິ່ງທັງໝົດນັ້ນ ແມ່ນສະແດງໃຫ້ເຫັນຢ່າງຈະແຈ້ງວ່າລັດຖະບານຂອງສປປລາວ ແມ່ນເຫັນສໍາ ຄັນ ພ້ອມທັງມີຄວາມເປັນຫ່ວງເປັນໃຍ ແລະ ເອົາໃຈໃສ່ໃນການປົກປ້ອງ ສຸຂະພາບ ຂອງປະ

ຊາຊົນລາວທຸກຄົນໃຫ້ປອດໄພຈາກພະຍາດໂຄວິດ 19 ທີ່ກໍາລັງລະບາດ ຢ່າງກ້ວາງຂວາງໃນ ສັງຄົມ ແລະ ເຮັດແນວໃດໃຫ້ ປະຊາຊົນບັນດາເຜົ່າ ໄດ້ຍັບເຂົ້າໃກ້ ການດຳລົງຊິວິດປົກກະຕິ ແບບໃໝ່ ຮອບດ້ານ ໃນເງື່ອນໄຂ COVID-19 ຢູ່ ສປປ ລາວ ໃນໂອກາດນີ້ຂ້າພະເຈົ້າຂໍສະແດງຄວາມຂອບໃຈ ນຳພໍ່ແມ່ປະຊາຊົນ ແລະທຸກພາກສ່ວນໃນສັງ ຄົມທີ່ໄດ້ປະກອບສ່ວນ ແລະ ມີສ່ວນຮ່ວມໃນການສະກັດກັ້ນ ແລະ ຄວບຄຸມການລະ ບາດ

ຂອງພະຍາດໂຄວິດ19ຕະຫຼອດມາ (ນັບແຕ່ເລີ້ມມີການລະບາດຂອງພະຍາດໃນປະເທດ) ໂດຍ ການປະຕິບັດທຸກມາດຕະການທີ່ຄະນະສະເພາະກິດວາງອອກໃນແຕ່ລະໄລຍະຢ່າງເຂັ້ມງວດ ແລະ ຄົບຖ້ວນ, ເຮັດໃຫ້ ສປປລາວ ເປັນປະເທດນຶ່ງທີ່ມີການຕິດເຊື້ອ ແລະ ເສຍຊີວິດບໍ່ສູງ ຂໍໃຫ້ບັນດາທ່ານຈົ່ງໄດ້ສືບຕໍ່ໃຫ້ການຮ່ວມມືໃນການປະຕິບັດມາດຕະການ ຕາມແຈ້ງການ ຫສນຍ ແລະ ທຸກມາດຕະການຂອງ ແຕ່ລະພາກສ່ວນ ໃນຂັ້ນສູນກາງ ແລະ ຂັ້ນແຂວງທີ່ວາງ ອອກໃນແຕ່ລະໄລຍະ ຢ່າງເຂັ້ມງວດ ແລະ ຄົບຖ້ວນ ເພາະການເຂົ້າຮ່ວມເປັນເຈົ້າການຂອງ

ປະຊາຊົນ ແມ່ນຈະເປັນປັດໃຈຕັດສີນ ຜົນສໍາ ເລັດຂອງການຈັດຕັ້ງປະຕິບັດທຸກມາດຕະການສະກັດກັນ ແລະຄວບຄຸມພະຍາດໂຄວິດ 19 ໃນປະເທດ ຂອງພວກເຮົາ

  • ໃນສະພາບການລະບາດຂອງພະຍາດເປັນວົງກ້ວາງພາຍໃນປະເທດການໃຫ້ວັກຊີນ ປົກຄຸມແກ່ ຊຸມຊົນໄດ້ຫຼາຍທີ່ສຸດແມ່ນວິທີທາງນຶ່ງທີ່ຈະຫຼຸດຜ່ອນການຕິດເຊື້ອຂອງຊຸມຊົນໃນສັງຄົມ,ລັດຖະບານໄດ້ເອົາໃຈໃສ່ ແລະເຫັນສຳຄັນໃນການເລັ່ງໃຫ້ວັກຊີນໃຫ້ແກ່ປະຊາຊົນໃຫ້ໄດ້ຫຼາຍທີ່ສຸດ,ເຊິ່ງໄດ້ກຳນົດໃນແຈ້ງການສະບັບເລກທີ 1260\ຫສນຍ ຂໍ້ 06 ຍໍ້ໜ້າທີ່ 2 ວ່າ: ມອບໃຫ້ ຄະນະສະເພາະກິດແຕ່ລະຂັ້ນ ເອົາໃຈໃສ່ , ຮີບຮ້ອນຂຶ້ນແຜນແຈກຢາຍ ແລະ ສັກວັກຊີນໃຫ້ກຸ່ມເປົ້າໝາຍຢ່າງທົ່ວເຖິງໃນຂອບເຂດທົ່ວປະເທດ, ຂໍທຸກພາກສ່ວນຈົ່ງໄດ້ນຳໄປຜັນ ຂະຫບາຍ ແລະ ຈັດຕັ້ງປະຕິບັດຢ່າງເຂັ້ມແຂງ ເພື່ອເຮັດໃຫ້ ບັນດາກຸ່ມເປົ້າໝາຍຢູ່ໃນ ແຕ່ລະ

ແຂວງໄດ້ເຂົ້າເຖິງ ແລະ ໄດ້ຮັບວັກຊິນຢ່າງ ສະເໝີພາບ ແລະ ທົ່ວເຖິງ,ການໄດ້ຮັບວັກຊີນຄົບເຖິງຈະມີການຕິດເຊື້ອກໍ່ຈະບໍ່ມີອາການຮຸນແຮງ ແລະ ຄວາມສາມາດສົງເຊື້ອຫາຜູ້ອື່ຮແມ່ນມີ ເປີເຊັນໜ້ອຍທີ່ສຸດ ຫຼື ອາດບໍ່ມີເລີຍ ແລະ ສາມາດ ຫຼຸດຜ່ອນ ການເສຍຊີວີດ ຍ້ອນພະຍາດ ໂຄວິດ 19 ແຕ່ເຖິງແມ່ນວ່າ ທ່ານຈະໄດ້ຮັບວັກຊີນ ຄົບ ແລ້ວ, ແຕ່ກໍຕອ້ງສືບຕໍ່ ປະຕິບັດ ປະຕິບັດມາດຕະການ ປ້ອງກັນຕົນເອງ ຢ່າງເຂັ້ມງວດ ເພື່ອຄວາມປອດໄພຂອງໂຕເຮົາເອງ ແລະຄົນອ້ອມຂ້າງໃນສັງຄົມ,

  • ຮອດ ປະຈຸບັນທົ່ວປະເທດແມ່ນສາມາດສັກວັກຊີນປ້ອງກັນພະຍາດໂຄວິດ19 ໄດ້ດັ່ງນີ້

– ເຂັມທີ 1 ໄດ້ 3,058,466 ຄິດເປັນເປີເຊັນ 41,68 %

– ທຸກເຂັ້ມທີ່ແນະນຳ ໄດ້ 2,22,732 ຄິດເປັນ ເປີເຊັນ 30.29 %