ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ ເຂົ້າສູ່ຊີວິດຈິງ

 

ການ ຖະແຫຼງຂ່າວຂອງຄະນະສະເພາະກິດ ປະຈຳວັນອາທິດ ວັນທີ 12 ກັນຍາ  2021.

ກ່ຽວກັບ ສະພາບໂຄວິດ-19 ຢູ່ ສປປ ລາວ,  ໃນທົ່ວໂລກ ແລະ ບາງຂໍ້ແນະນຳເພິ່ມເຕີມ.

ຕໍ່ໄປ ຂ້າພະເຈົ້າ ຂໍລາຍງານ:

  • ສະພາບການລະບາດພະຍາດໂຄວິດ-19 ຢູ່ ສປປ ລາວ, ມາຮອດວັນທີ 11 ກັນຍາ 2021:

ໄດ້ກວດວິເຄາະທັງໝົດ 4,092 ຄົນ, ໃນນັ້ນ ກວດພົບຜູ້ຕິດເຊື້ອໃໝ່ ທັງໝົດ 217 ຄົນເຊິ່ງຕິດເຊື້ອໃນຊຸມຊົນ 96 ຄົນ ເປັນຜູ້ສຳຜັດໃກ້ຊິດນຳຜູ້ຕິດເຊື້ອທີ່ຜ່ານມາ ແລະ ກໍລະນີນໍາເຂົ້າ ມີ 121 ຄົນ ເຊິງ ມາຈາກ ແຂວງສາລະວັນ 49 ຄົນ, ສະຫວັນນະເຂດ 46 ຄົນ, ນະຄອນຫຼວງວຽງຈັນ 12 ຄົນ, ຄໍາມ່ວນ 9 ຄົນ,ຈໍາປາສັກ 4 ຄົນ, ແລະ ຫຼວງພະບາງ 1 ຄົນ . ເຊິ່ງກວດພົບຈາກແຮງງານລາວ ຫຼື ຜູ້ທີ່ເດີນທາງມາຈາກຕ່າງປະເທດ ເຂົ້າຕາມຈຸດຜ່ານແດນສາກົນ.   

ສໍາລັບການຕິດເຊື້ອໃນຊຸມຊົນ ຢູ່ນະຄອນຫຼວງວຽງຈັນ ແລະ ບັນດາແຂວງແມ່ນມີລາຍລະອຽດດັ່ງນີ້:

 

  • ຈຳປາສັກ 57 ຄົນ:

57 ຄົນ ມາຈາກຊຸມຊົນ ທີ່ເປັນຈຸ້ມກໍລະນີທີ່ກ່ຽວຂ້ອງກັບ ໂຮງໝໍຊຸມຊົນເມືອງປະທູພອນ ທີ່ ໄດ້ ລາຍງານ ມາແຕ່ຕົ້ນເດືອນກັນຍາ ຈົນຮອດປະຈຸບັນນີ້ ລາຍລະອຽດມີດັ່ງນີ້:

  • ຈາກເມືອງປະທຸມພອນ 53 ຄົນ : ໃນນີ້ ຈາກບ້ານຫຼັກ 40 ມີ 14 ຄົນ, ໜອງປັກແຮດ 34 ຄົນ, ນໍ້າໃສເທິງ 05 ຄົນ.
  • ຈາກເມືອງໄຊນະສົມບູນ 01 ຄົນ ເປັນຜູ້ສໍາຜັດໃກ້ຊິດແຮງງານ ບ້ານໜອງຂາມ
  • ຈາກເມືອງບາງຈຽງ 02 ຄົນ ເປັນຜູ້ສໍາຜັດໃກ້ຊິດຄົນຈີນ ບ້ານໜອງນໍ້າຂາວ
  • ນະຄອນປາກເຊ 01 ຄົນ ເປັນຜູ້ສໍາຜັດໃກ້ຊິດຄົນຈີນ ບ້ານທ່າຫີນ
  • ຄໍາມ່ວນ 24 ຄົນ:
  • ບ້ານຈອມແກ້ວ, ເມືອງທ່າແຂກ 02 ຄົນ
  • ບ້ານໂພນສະໜາມ, ເມືອງທ່າແຂກ 09 ຄົນ (ສຳຜັດ.ໃກ້ຊິດ 5 ຄົນ, ຈາກຈຸດຄັດກອງ ຄວາມສ່ຽງ ແລະ ກໍລະນີນີສົງໃສ)
  • ບ້ານວຽງວິໄລ, ເມືອງທ່າແຂກ 02 ຄົນ (ກໍລະນີສຳຜັດໃກ້ຊິດຜູ້ຕິດເຊື້ອ)
  • ບ້ານນາບົງ, ເມືອງທ່າແຂກ 03 ຄົນ (ກໍລະນີສຳຜັດໃກ້ຊິດຜູ້ຕິດເຊື້ອ)
  • ບ້ານຈອມທອງ, ເມືອງທ່າແຂກ 01 ຄົນ
  • ບ້ານສິວິໄລ ເມືອງທ່າ 02 ຄົນ
  • ບ້ານຕານ, ເມືອງທ່າແຂກ 01 ຄົນ
  • ບ້ານມ່ວງໄຂ່, ເມືອງທ່າແຂກ 01 ຄົນ
  • ບ້ານ ໂພນສະອາດ, ເມືອງມະຫາໄຊ 03 ຄົນ (ກໍລະນີສຳຜັດໃກ້ຊິດຜູ້ຕິດເຊື້ອ)ສະຫວັນນະເຂດ 5 ຄົນ:
  1. ບ້ານອຸດົມວິໄລ ມີ 02 ຄົນ, ທີ່ມີປະຫັວດພົວພັນໃກ້ຊິດກັບກໍລະນີຕິດເຊື້ອ ທີ່ເປັນພະນັກງານແພດ ເຮັດວຽກຢູ່ຕຶກເດັກໂຮງໝໍແຂວງສະຫວັນນະເຂດ ຊື່ງເປັນຄົນໃນຄອບຄົວດຽວກັນ
  2. ບ້ານທາດອີງຮັງ ມີ 01 ຄົນ ມີຄົນໃນຄອບຄົວຕິດເຊື້ອ
  3. ບ້ານສະພານເໜຶອ ມີ 01 ຄົນ ອາຊີບເປັນພະນັກງານຕໍາຫລວດຢູ່ແດນສະຫວັນ ຊື່ງໄດ້ພົວພັນໃກ້ຊິດກັບກໍລະນີຕິດເຊື້ອ ທີ່ເປັນ ປກສແຂວງ ທີ່ໄດ້ລາຍງານໃນວັນທີ 06/09/2021
  4. ບ້ານນາຄັນຫລີ່, ເມືອງສອງຄອນ ມີ 01 ຄົນ; ແຮງງານອອກຈາກສູນ ກັກກັນຫຼາຍກວ່າ 28 ມື້.
  • ສາລະວັນ 4 ຄົນ:
  1. ພະນັກງານແພດ 02 ຄົນ (ພະນັກງານອາຫານ ແລະ ຢາ 01 ຄົນ ແລະ ພະຍາບານ 01 ຄົນ, ເຂົ້າປະຈໍາການຢູ່ສູນ ມສ ສາລະວັນ; ກວດ ພົບ ເຊື້ອ ໃນຊ່ວງກັກຕົວ ຫຼັງສີ້ນສຸດ ການປະຈຳການໃນສູນ
  2. ຈາກບ້ານຄັນທະລາດ ມີ 01 ຄົນ ເປັນລູກຊາຍຂອງພະນັກງານຕໍາຫລວດທີ່ຕິດເຊື້ອມາກ່ອນແລ້ວ
  3. ບ້ານດົງໃຫ່ຍ ມີ 01 ຄົນ ເປັນລູກຊາຍຂອງພະນັກງານຕໍາຫລວດທີ່ຕິດເຊື້ອມາກ່ອນແລ້ວ

 

  • ຫຼວງພະບາງ 2 ຄົນ:

– ເປັນ ເພດ ຊາຍ ອາຍຸ 33 ປີ, ອາຊີບ ກຳມະກອນ, ບ້ານ ໃໝ່, ເມືອງງອຍ, ແຂວງຫຼວງພະບາງ

– ເປັນ ເພດ ຍິງ ອາຍຸ 32 ປີ, ອາຊີບ ກຳມະກອນ , ບ້ານ ໃໝ່, ເມືອງງອຍ, ແຂວງຫຼວງພະບາງ ເຊິງພວກກ່ຽວ ແມ່ນຕິດເຊື້ອ ໃນສູນຈຳກັດບໍລິເວນ

  • ບໍ່ແກ້ວ 2 ຄົນ: ຈາກຊຸມຊົນຈາກ ເຂດເສດຖະກິດພິເສດສາມຫຼ່ຽມຄໍາ
  • ຫຼວງນໍ້າທາ 1 ຄົນ:

01 ຄົນ ຊຸມຊົນ ສັນຊາດຈີນ ມາຈາກ ເຂດເສດຖະກິດພິເສດ ສາມຫລ່ຽມຄໍາ (ຄົນເຂົ້າເມືອງ ຜິດກົດໝາຍ (ເດີນທາງຈາກ ສາມຫຼ່ຽມຄຳ ມາຫາ ເມືອງລອງ ຜ່ານທາງເຮືອ ເພື່ອຈະກັບຄືນໄປຈີນ 04 ຄົນ ປະຊາຊົນໄດ້ແຈ້ງໃຫ້ເຈົ້າໜ້າທີ່ສະກັດໄດ້)

  • ນະຄອນຫຼວງວຽງຈັນ 1 ຄົນ:
  1. ຊຸມຊົນ 1 ຄົນ ມາຈາກ: ບ້ານດົງນາໂຊກໃຕ້ ເມືອງສີໂຄດຕະບອງ, ຜູ້ກ່ຽວໄດ້ເກັບຕົວຢ່າງ 03 ຄັ້ງ, ຊື່ງສໍາຜັດກັບກໍລະນີຕິດເຊື້ອທີ່ເຮັດວຽກຢູ່ບໍລິສັດທາງນໍ້າ-ທາງບົກ ທີ່ໄດ້ລາຍງານໃນວັນທີ 27/08/2021
  • ປະຈຸບັນ ຜູ້ຕິດເຊື້ອໃໝ່ທັງໝົດ ໄດ້ເຂົ້ານອນແຍກປ່ຽວ ແລະ ຮັບການປິ່ນປົວຢູ່ສະຖານທີ່ປິ່ນປົວທີ່ຖືກກຳນົດໄວ້.
  • ມາຮອດມື້ນີ້ ພວກເຮົາມີຕົວເລກຜູ້ຕິດເຊື້ອສະສົມທັງໝົດ 17,357 ຄົນ, ເສຍຊີວິດສະສົມ 16 ຄົນ ແລະ ຄົນເຈັບກໍາລັງປິ່ນປົວ ທັງໝົດ 4,228 ຄົນ.
  • ສໍາລັບ ບ້ານ ທີ່ຖືກກຳນົດເປັນບ້ານແດງໃໝ່ໃນນະຄອນຫຼວງວຽງຈັນ ແມ່ນບໍ່ມີ. ບ້ານແດງເກົ່າມີ 17 ບ້ານ
  • ແຂວງຄໍາມ່ວນ ບ້ານ ທີ່ຖືກກຳນົດເປັນບ້ານແດງໃໝ່ ມີ 01 ບ້ານ ຄື ບ້ານ ທ່າເດືອ ເມືອງທ່າແຂກ, ບ້ານແດງເກົ່າມີ 37 ບ້ານ
  • ແຂວງບໍ່ແກ້ວ ບ້ານ ທີ່ຖືກກຳນົດເປັນບ້ານແດງໃໝ່ ບໍ່ມີ, ບ້ານແດງເກົ່າມີ 05 ບ້ານ
  • ແຂວງສະຫວັນນະເຂດ ບ້ານ ທີ່ຖືກກຳນົດເປັນບ້ານແດງໃໝ່ ບໍ່ມີ, ບ້ານແດງເກົ່າມີ 28 ບ້ານ
  • ສະຖານທີ່ສ່ຽງທີ່ຜູ້ຕິດເຊື້ອໄດ້ໄປ:

 

  • ຜູ້ທີ່ມີຈຸດປະສົງຢາກກວດຊອກຫາເຊື້ອໂຄວິດ-19 ສໍາລັບ ນະຄອນຫຼວງວຽງຈັນ ຢູ່ຈຸດເກັບຕົວຢ່າງບຶງຂະຫຍອງ ເຊິ່ງເປີດໃຫ້ບໍລິການບັນດາທ່ານທຸກວັນ (ວັນຈັນ ຫາ ວັນອາທິດ) ໃນຕອນເຊົ້າ ເວລາ 9:00-12:00 ໂມງ ແລະ ຍັງມີທີມງານເກັບຕົວຢ່າງເຄື່ອນທີ່ໄປເກັບໃນສະຖານທີ່ທີ່ມີການລາຍງານຄົນຕິດເຊື້ອ.
  • ສຳລັບແຂວງ ແມ່ນທ່ານສາມາດໄປກວດຊອກຫາເຊື້ອໄດ້ຢູ່ໂຮງໝໍແຂວງ ຫຼື ສະ

ຖານທີ່ທີ່ກຳນົດໄວ້.

  • ການເຝົ້າລະວັງຢູ່ຕາມຈຸດຜ່ານແດນ ໃນຂອບເຂດທົ່ວປະເທດ
  • ວັນທີ 11 ກັນຍາ 2021 ມີຜູ້ເດີນທາງເຂົ້າຕາມດ່ານຕ່າງໆໃນ ສປປ ລາວ ຈໍານວນ ທັງໝົດ 1,431 ຄົນ.
  • ປັດຈຸບັນ ທົ່ວປະເທດມີສູນຈຳກັດບໍລິເວນທີ່ຍັງເປີດຢູ່ 93 ສູນ ແລະ 54 ໂຮງແຮມ, ມີຜູ້ຈຳກັດບໍລິເວນ 7,537 ຄົນ.
  • ຕໍ່ໄປນີ້ ຂ້າພະເຈົ້າຂໍລາຍງານສະພາບການຕິດເຊື້ອໃນທົ່ວໂລກ:
  • ປັດຈຸບັນ ທົ່ວໂລກມີລາຍງານຜູ້ຕິດເຊື້ອສະສົມທັງໝົດ 225,057,687 (439,724 ໃໝ່), ເສຍຊິວິດທັງໝົດ 4,637,423  (7,494 ໃໝ່), ປີ່ນປົວຫາຍດີ 201,585,223 (432,507 ໃໝ່).   ສໍາລັບ 3 ອັນດັບ ປະເທດທີ່ມີຜູ້ຕິດເຊື້ອ ແລະ ເສຍຊິວິດຫຼາຍກວ່າໝູ່ໃນໂລກ ກໍ່ຍັງແມ່ນ ສະຫະລັດອາເມລິກາ, ອິນເດຍ ແລະ ບຣາຊິວ.
  • ບັນດາປະເທດທີ່ມີຊາຍແດນຕິດຈອດກັບ ສປປ ລາວ

– ປະເທດທີ່ລາຍງານຜູ້ຕິດເຊື້ອຫຼາຍກ່ວາໝູ່ແມ່ນ   ປະເທດໄທ ເຊິ່ງມີຜູ້ຕິດເຊື້ອໃໝ່   15,191 ຄົນ ແລະ ເສຍຊີວິດໃນມື້ດຽວ 253 ຄົນ ຮອງລົງມາແມ່ນ ສສ ຫວຽດນາມ ມີລາຍງານຜູ້ຕິດເຊື້ອໃໝ່ 11,932 ຄົນ ແລະ ເສຍຊີວິດໃນມື້ດຽວ 273 ຄົນ.

  • ການລະບາດຂອງພະຍາດໂຄວິດ-19 ໃນທົ່ວໂລກ ລວມທັງ ສປປ ລາວ ແມ່ນຍັງມີທ່າອ່ຽງເພີ້ມຂື້ນໃນທຸກໆວັນ. ຫຼາຍປະເທດໃນອາຊີ ເຊັ່ນ: ຢີ່ປຸ່ນ, ຫວຽດນາມ ແມ່ນໄດ້ມີການຂະຫຍາຍເວລາໃນການລ໋ອກດາວອອກໄປຕື່ມ ພ້ອມທັງຍົກລະດັບການກວດຫາເຊື້ອໃຫ້ຫຼາຍຂື້ນ ການປະຕິບັດດັ່ງກ່າວແມ່ນເພື່ອຊອກຫາຄົນທີ່ຕິດເຊື້ອໃຫ້ໄດ້ໄວ ແລະ ທັງຫຼຸດຜ່ອນຈໍວົງຈອນ ການແຜ່-ຕິດເຊື້ອ. ເຊັ່ນດຽວກັນກັບ ຫຼາຍແຂວງ ໃນປະເທດເຮົາ ກໍ່ໄດ້ປະຕິບັດ ຍຸດທະສາດນີ້ເຊັ່ນດຽວກັນ,
  • ການຈໍາກັດບໍລິເວນສໍາລັບ ແຮງງານ ຫຼື ຜູ້ເດີນທາງມາແຕ່ຕ່າງປະເທດ ແລະ ຜູ້ສໍາຜັດໃກ້ຊິດ ແມ່ນສັງເກດເຫັນວ່າ ການຈໍາກັດບໍລິເວນ 14 ວັນ ຢູ່ຂັ້ນແຂວງແມ່ນປະຕິບັດໄດ້ດີ ແຕ່ ການສືບຕໍ່ໄປຈໍາກັດບໍລິເວນຢູ່ຂັ້ນເມືອງ/ບ້ານ ອີກ 14 ວັນນັ້ນ ແມ່ນຍັງປະຕິບັດບໍ່ໄດ້ດີ ມີການໄປມາຫາສູ່ກັບບຸກຄົນອື່ນ ແລະ ກິນເຂົ້າ ຊຸມແຊວກັບຍາດຕິພີ່ນ້ອງ, ໝູ່ເພື່ອນ, ເຊິງເປັນສາເຫດໃຫ້ມີການຕິດເຊື້ອໃນຊຸມຊົນເພີ້ມຂື້ນ ແລະ ການຜ່ອນຜັນ (ປົດລ໋ອກ) ມາດຕະການບ້ານແດງກໍ່ຈະແກ່ຍາວໄປຕາມກັບເວລາທີ່ພົບເຊື້ອຄັ້ງລ່າສຸດ.
  • ແຈ້ງການຫ້ອງວ່າການສໍານັກງານນາຍົກລັດຖະມົນຕີ ສະບັບເລກທີ 1094/ຫສນຍ ກ່ຽວກັບ ການສືບຕໍ່ປະຕິບັດມາດຕະການປ້ອງກັນຄວບຄຸມ ແລະ ສະກັດກັ້ນການລະບາດຂອງພະຍາດ COVID-19 ໃນໄລຍະ ວັນທີ 1 ຫາ 15 ກັນຍາ 2021. ເຊັ່ນ ຂໍ້ 1.6 ຫ້າມບຸກຄົນເດີນທາງເຂົ້າ-ອອກ ເຂດທີ່ມີການຕິດເຊື້ອ (ເຂດແດງ), ຂໍ້ 1.8 ຫ້າມຈັດປະຊຸມ, ໂຮງຊຸມນຸມ ຫຼື ກິດຈະກໍາຕ່າງໆ ທີ່ຜູ້ເຂົ້າຮ່ວມ ຫຼາຍກວ່າ 20 ຄົນ ເປັນຕົ້ນ ແມ່ນກິດຈະກໍາທາງສາສະໜາ, ງານບຸນປະເພນີ, ງານດອງ, ຂໍ້ 1.9 ຫ້າມຈັດງານສ້າງສັນ ຫຼື ຊຸມແຊວທຸກຮູບແບບ ຢູ່ທຸກສະຖານທີ່, ຂໍ້ 1.11 ປິດການສັນຈອນພາຫະນະ ຢູ່ນະຄອນຫຼວງວຽງຈັນ ແຕ່ 22 ໂມງ ຫາ 5 ໂມງເຊົ້າ ເຊິງມາດຕະການດັ່ງກ່າວ ແມ່ນມີຈຸດປະສົງຕົ້ນຕໍ່ເພື່ອຢຸດຢັ້ງ ແລະ ສະກັດກັ້ນການແຜ່ເຊື້ອບໍ່ໃຫ້ຕິດໃສ່ຜູ້ອື່ນ, ແລະ ທີມແພດໝໍ ລວມທັງເຈົ້າໜ້າທີ່ ແຂ່ງກັບເວລາ ເພື່ອຊອກຄົ້ນຜູ້ສໍາຜັດໃກ້ຊິດກັບຜູ້ຕິດເຊື້ອໃຫ້ຫຼາຍທີ່ສຸດເທົ່າທີ່ຮູ້ ແລະ ສອບສວນໄດ້ ແຕ່ ຖ້າຫາກທ່ານ ບໍ່ປະຕິບັດ ແລະ ບໍ່ການໃຫ້ການຮ່ວມມື ກໍ່ຈະພາໃຫ້ການຕິດເຊື້ອຕິດເຊື້ອເກີດຂື້ນເພາະການກະທໍາຂອງທ່ານເອງ ແລະ ສຸດທ້າຍທີມແພດກໍ່ຄືເຈົ້າໜ້າທີ່ກໍ່ຕ້ອງໄດ້ໄລ່ຕາມຜູ້ທີ່ຕິດເຊື້ອໃໝ່ເຂົ້າມາ ໂດຍບໍ່ມີວັນທີ່ຈະສີ້ນສຸດງ່າຍ ເຊິງເຮັດໃຫ້ການລະບາດຢູ່ໃນຊຸມຊົນຂອງທ່ານແກ່ຍາວຄືທຸກມື້ນີ້. ດັ່ງນັ້ນ, ຖ້າພວກທ່ານທີ່ຢູໃນເຂດສ່ຽງ ຫຼື ໄປເຂດສ່ຽງມາ ຕ້ອງໄດ້ຈໍາກັດຕົນເອງຢູ່ເຮືອນ, ປ້ອງກັນຕົນເອງ ຈົນຄົບ 14 ວັນ. ເຮັດໄດ້ຄືແນວນີ້ພວກທ່ານກໍ່ສາມາດຕັດວົງຈອນການແຜ່ເຊື້ອໃນຊຸມຊົນໄດ້ໂດຍພື້ນຖານ ແລະ ກ້າວເຂົ້າສູ່ ຢຸດຕິການແຜ່ເຊື້ອຢ່າງສີ້ນເຊີງ ເຊິ່ງເປັນທີ່ທຸກຄົນເພິງປາດຖະໜາ.
  • ສະຫຼຸບແລ້ວ ການຮັກສາໄລຍະຫ່າງ, ຫຼີກເວັ້ນການເດີນທາງໄປສະຖານທີ່ສ່ຽງ. ບໍ່ໃຫ້ມີການຊຸມແຊວ, ໃສ່ຜ້າອັດປາກ-ດັງ, ໝັ່ນລ້າງມືດ້ວຍນໍ້າສະອາດໃສ່ສະບູ ຫຼື ເຈວລ້າງມືທີ່ມີທາດເຫຼົ້າ 70 ຂື້ນໄປ, ຮັກສາມາລະຍາດໃນການໄອ-ຈາມ ແລະ ການເກັບມ້ຽນຫຼືກໍາຈັດຂື້ນເຫຍື້ອທີ່ຕິດເຊື້ອເຊັ່ນ ຜ້າປິດປາກ-ດັງທີ່ໃຊ້ແລ້ວ ຫຼື ເຈ້ຍອະນາໄມ (ທິດຊູ) ທີ່ໃຊ້ແລ້ວໃຫ້ມີການຖີ້ມຖືກທີ່, ຖືກວິທີ ເພື່ອປ້ອງກັນບໍ່ໃຫ້ເຊື້ອຕິດໃສ່ຄົນອື່ນ. ນອກຈາກນີ້ການອະນາໄມຂ້າເຊື້ອໃນອາຄານທີ່ພັກ ໂດຍສະເພາະ ຫ້ອງນໍ້າ, ຫ້ອງກິນເຂົ້າ, ຫ້ອງຮັບແຂກ ຫຼື ຈຸດທີ່ມີການສໍາຜັດດ້ວຍມືຫຼາຍ ເຊັ່ນ ລູກບິດປະຕູ, ຮາວບັນໃດ, ລວມທັງພາຫະນະທີ່ໃຊ້ ໃຫ້ອະນາໄມ ທຸກວັນ.
  • ການສັກວັກຊີນກໍ່ແມ່ນວິທີນື່ງທີຊ່ວຍຫຼຸດຜ່ອນຄວາມຮ້າຍແຮງໃນການຕິດພະຍາດ, ສະນັ້ນໃຫ້ທຸກຄົນຈົ່ງພ້ອມພຽງກັນໄປສັກວັກຊີນ ເພື່ອໃຫ້ເກີດພູມຄຸ້ມກັນໜູ່ ແລະ ເປັນເກາະໃນການປ້ອງກັນພະຍາດ.