ຕອນເຊົ້າວັນທີ 1 ກຸມພາ 2022 ຄະນະບໍລິຫານງານສູນກາງສະຫະພັນກໍາມະບານລາວ, ພ້ອມດ້ວຍຕາງໜ້າຈາກບັນດາສະຫະພັນກຳມະບານກະຊວງ, ອົງການ ແລະ ນະຄອນຫລວງວຽງຈັນ ນໍາໂດຍ ທ່ານ ນາງ ອາລີ ວົງໜໍ່ບຸນທໍາ, ກຳມະການສູນກາງພັກ, ປະທານຄະນະບໍລິຫານງານສູນກາງສະ ຫະພັນກຳມະບານລາວ ໄດ້ວາງກະຕ່າດອກໄມ້ຢູ່ຕໍ່ໜ້າຮູບປັ້ນຫຼໍ່ ປະທານ ໄກ ສອນ ພົມວິຫານ ທີ່ພິພິທະ ພັນ ໄກສອນ ພົມວິຫານ, ນະຄອນຫຼວງວຽງຈັນ ເນື່ອງໃນໂອກາດວັນສ້າງຕັ້ງ ວັນສ້າງຕັ້ງອົງການຈັດຕັ້ງກຳມະບານລາວ ຄົບຮອບ 66 ປີ (1 ກຸມພາ 1956- 01ກຸມພາ 2022).
ການວາງກະຕ່າດອກໄມ້ໃນຄັ້ງນີ້ ເພື່ອເປັນການສະແດງເຖິງຄວາມເຄົາ ລົບຮັກ, ຄວາມກະຕັນຍູຮູ້ບຸນຄຸນຕໍ່ຄຸນງາມຄວາມດີ, ນ້ຳໃຈຕໍ່ສູ້ຢ່າງພິລະອາດຫານ ແລະ ບໍ່ຍອມຈຳນົນຂອງປະທານ ໄກສອນ ພົມວິຫານ ກໍຄື ບັນພະບູລຸດ ແລະ ບັນດານັກຮົບປະຕິວັດຂອງລາວ ທີ່ເສຍສະ ຫຼະຊີວິດ, ເລືອດເນື້ອ ເພື່ອພາລະກິດປະຕິວັດ ຢ່າງອົງອາດກ້າຫານ ພາຍໃຕ້ການນຳ ພາ-ຊີ້ນຳທີ່ສະຫລາດສ່ອງໃສ ແລະ ປີຊາສາມາດຂອງພັກປະຊາຊົນ ປະຕິວັດລາວ ຈົນສາ ມາດຍາດໄດ້ໄຊຊະນະ ແລະ ປະກາດເອກະລາດ, ສະຖາ ປະນາ ເປັນ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ຂຶ້ນຢ່າງສະຫງ່າຜ່າເຜີຍ ໃນວັນທີ 2 ທັນວາ ປີ 1975.
ຂ່າວ: ບຸນຕຽງ ຈັນທະວົງ
ພາບ: ສກລ


