ພິທີວາງສີລາເລີກໂຄງການກໍ່ສ້າງໂຮງຮຽນມັດທະຍົມຕົນຕົ້ນ ເອກະພາບ ລາວ – ຫວຽດນາມ ( ແທັງເຢີດ ) ໄດ້ຈັດຂຶ້ນໃນວັນທີ 11 ເມສາ 2023 ທີ່ໂຮງຮຽນ ປະຖົມຈອມແຈ້ງ ເມືອງທ່າແຂກ ແຂວງຄໍາມ່ວນ ໃຫ້ກຽດເຂົ້າຮ່ວມໃນພິທີໂດຍ ທ່ານ ວັນໄຊ ພອງສະຫວັນ ເຈົ້າແຂວງຄຳມ່ວນ,  ມີ ທ່ານ ເຈີ່ນ ຖັງ ຮອງເລຂາພັກແຂວງ, ປະທານຄະນະກໍາມະການປະຊາຊົນແຂວງກວາງບິ່ງ, ທ່ານ ງຽມ ຖຸ້ຍ ເຮືອງ ຕາງໜ້າສະຖານກົງສູນໃຫຍ່ຫວຽດນາມປະຈໍາແຂວງສະຫວັນນະເຂດ, ມີບັນດາທ່ານການນໍາຂອງສອງຝ່າຍ, ພະແນກການ, ພາກສ່ວນທີ່ກ່ຽວຂ້ອງ  ຕະຫລອດຮອດສະມາຄົມຄົນເຊື້ອຊາດຫວຽດນາມ ແລະ ແຂກຖຶກ ເຊີນເຂົ້າຮ່ວມ.
     ໂຄງການກໍ່ສ້າງໂຮງຮຽນມັດທະຍົມຕອນຕົ້ນເອກະພາບ ລາວ-ຫວຽດນາມ ແມ່ນເປັນໂຄງການທີ່ໄດ້ຮັບການຊ່ວຍເຫລືອລ້າຈາກແຂວງກວາງບິ່ງ ສສ ຫວຽດນາມ ມອບໃຫ້ເປັນຂອງຂວັນ ໃຫ້ກັບສາມາຄົມຫວຽດນາມທີ່ແຂວງຄໍາມ່ວນ ເຊິ່ງເປັນໂຄງການທີ່ມີຄວາມໝາຍຄວາມສຳຄັນທີ່ສຸດໃນການພັດທະນາດ້ານການສຶກສາ, ໂດຍສະເພາະການຍົກລະດັບການສຶກສາ ໃນລະດັບຂັ້ນປະຖົມ ໃຫ້ກາຍເປັນລະດັບມັດທະຍົມຕົ້ນເຊື່ອມຕໍ່ຈາກໂຮງຮຽນປະຖົມເອກະພາບ  ຢູ່ບ້ານສົມສະອາດ, ເມືອງທ່າແຂກ.
    ທ່ານ ເຈີ່ນ ຖັງ ໄດ້ກ່າວ ວ່າ : ແຂວງກວາງບິ່ງ ໄດ້ກໍານົດວ່າໂຄງການໂຮງຮຽນມັດທະຍົມແຫ່ງນີ້ບໍ່ພຽງແຕ່ເປັນບ່ອນຮໍ່າຮຽນຂອງນັກສຶກສາທີ່ເປັນລູກຫລານລາວເຊື້ອສາຍຊາວຫວຽດນາມ ຢູ່ແຂວງຄໍໍາມ່ວນ ເທົ່ານັ້ນຫາກຍັງແມ່ນນັກສາສຶກທີ່ເປັນລູກຫລານຂອງຊົນເຜົ່າລາວ ເວົ້າສະເພາະນັກຮຽນເມືອງ ທ່າແຂກ, ໃນຂະນະດຽວກັນໄດ້ສະແດງໃຫ້ເຫັນຄວາມສາມັກຄີແບບພິເສດການຮ່ວມມືຮອບດ້ານ ແລະ ໜັ້ນຄົງ ລະຫວ່າງ 2 ແຂວງ  ກວາງບິ່ງ-ຄໍາມ່ວນ. ໂຄງການໂຮງຮຽນແຫ່ງນີ້ ເປັນອາຄານ 3 ຊັ້ນ, ໜື່ງຫຼັງ, ມີ 18 ຫ້ອງຮຽນ ດ້ວຍມູນຄ່າການກໍ່ສ້າງທັງໝົດ 25 ຕື້ດົງ  ແລະ ສ້າງໃນເນື້ອທີ່ 3.613 ຕາແມັດ. ຈະໄດ້ເລີ້ມລົງມືກໍ່ສ້າງໃນເດືອນ ກໍລະກົດ 2023 ແລະ ຄາດວ່າຈະໃຫ້ສຳເລັດໃນເດືອນ ມີນາ 2024. ພ້ອມນີ້ ແຂວງກວາງບິ່ງຈະສືບຕໍ່ຊຸກຍູ້ປະຕິບັດໂຄງການ ແລະ ຮັບປະກັນຄວາມຄືບຫນ້າຂອງການກໍ່ສ້າງ, ໃຫ້ມີຄຸນນະພາບດ້ານເຕັກນິກ ແລະ ສໍາເລັດໂດຍໄວ ເພື່ອນໍາໃຊ້ໃຫ້ທັນຕາມກໍານົດເວລາ.
     ທ່ານ ວັນໄຊ ພອງສະຫວັນ ເຈົ້າແຂວງຄຳມ່ວນ ໄດ້ກ່າວຕໍ່ພິທີວ່າ : ໂຄງການກໍ່ສ້າງໂຮງຮຽນແຫ່ງນີ້ ແມ່ນໂຄງການທີ່ມີຄວາມໝາຍ, ຄວາມສໍາຄັນທີ່ສຸດຕໍ່ການພັດທະນາຊັບພະຍາກອນມະນຸດ ເຊິ່ງຈະກາຍເປັນສັນຍາລັກແຫ່ງສາຍພົວພັນມິດຕະພາບ,  ຄວາມສາມັກຄີແບບພິເສດ ແລະ ການຮ່ວມມືຮອບດ້ານ ອັນເລິກເຊິ່ງ ລະຫວ່າງແຂວງຄຳມ່ວນ ແລະ ແຂວງກວາງບິ່ງ. ອາຄານຮຽນຫຼັງນີ້ ຈະສາມາດຕອບສະໜອງຄວາມຮຽກຮ້ອງຕ້ອງການອັນຈໍາເປັນໃຫ້ແກ້ລູກຫຼານພໍ່ແມ່ປະຊາຊົນ ໂດຍສະເພາະຄົນເຊື້ອຊາດຫວຽດນາມ ແລະ ລູກຫຼານປະຊາຊົນຊາວແຂວງຄຳມ່ວນ ເພື່ອຈະໄດ້ນຳໃຊ້ເຂົ້າໃນການສຶກສາຮ່ຳຮຽນ, ໂຄງການນີ້ເກີດຂຶ້ນໄດ້ ກໍ່ຍ້ອນການຊ່ວຍເຫຼືອຂອງພັກ-ລັດ ແລະ ປະຊາຊົນອ້າຍນ້ອງ ແຂວງກວາງບິ່ງ ສສ. ຫວຽດນາມ ແລະ ຄວາມເປັນເຈົ້າການຂອງສະມາຄົມເຊື້ອຊາດຫວຽດນາມແຂວງຄຳມ່ວນ ແລະ ພາກສ່ວນກ່ຽວຂ້ອງ, ນະໂອກາດອັນມີຄວມຫມາຍສໍາຄັນນີ້ໃນນາມຕາງຫນ້າຄະນະພັກ, ອົງການປົກຄອງແຂວງ ແລະ ປະຊາຊົນບັນດາເຜົ່າຊາວແຂວງຄໍາມ່ວນ ສະແດງຄວາມຂອບໃຈ ແລະ ຮູ້ບຸນຄຸນຢ່າງລົ້ນເຫຼືອ ຕໍ່ພັກ-ລັດຖະບານ ສສ ຫວຽດນາມ ໂດຍສະເພາະແຂວງກວາງບິ່ງ ທີ່ຍາມໃດກໍ່ເຫັນໄດ້ຄວາມສຳຄັນ ແລະ ໃຫ້ການຊ່ວຍເຫຼືອແຂວງຄຳມ່ວນຕະຫຼອດມາ.
    ໂອກາດທີ່ມີຄວາມໝາຍຄວາມສຳຄັນ ທ່ານ ວັນໄຊ ພອງສະຫວັນ ແລະ ທ່ານ ເຈີ່ນ ຖັງ ພ້ອມດ້ວຍ ບັນດາທ່ານການນໍາທັງສອງຝ່າຍ ຍັງໄດ້ເປັນກຽດຊ້ວນຊ້າຍ ເພື່ອຄວາມເປັນສີລິມຸ່ງຄຸນ ແລະ ດໍາເນີນການກໍ່ສ້າງອີກດ້ວຍ.
 #ແຂວງຄໍາມ່ວນ
Loading...