ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ ເຂົ້າສູ່ຊີວິດຈິງ

 

ໃນວັນທີ 12 ກັນຍາ 2021, ທ່ານ ອະໂສກະ ຣາຊະພົນ, ອັກຄະລັດຖະທູດທີ່ປຶກສາ ປະຈໍາສະຖານທູດລາວ ທີ່ ປະເທດຝຣັ່ງ ພ້ອມດ້ວຍພະນັກງານຂອງສະຖານທູດ ຮ່ວມກັບ ສໍາພັນຄົນລາວທີ່ປະເທດຝຣັ່ງ ໄດ້ເຂົ້າຮ່ວມງານກິດຈະກໍາເວທີຊຸມຊົນຂອງອົງການຈັດຕັ້ງສະຫະສະມາຄົມຂອງເມືອງ ຣິສ-ອໍຣັງກິສ, ຊຶ່ງເປັນໜຶ່ງໃນຈໍານວນ 128 ອົງການຈັດຕັ້ງ ສະຫະສະມາຄົມ ໂດຍໄດ້ຮັບການເຊື້ອເຊີນຈາກທ່ານເຈົ້າເມືອງ (Ris Orangis), ເຊິ່ງໄດ້ຈັດຂຶ້ນ ທີ່ ສະໂມສອນກິລາ ແຈັດຊີ ໂອເວັນ   (le Complex Sportif Jesse Owens).

ໃນງານບຸນສະຫະສະມາຄົມ ດັ່ງກ່າວນີ້ ແມ່ນໄດ້ຈັດຂື້ນທຸກໆປີ, ໂດຍການເປັນປະທານ ຂອງ ທ່ານເຈົ້າເມືອງ ຣິສ ອໍຣັງກິສ (Ris–Orangis ) ແລະ ມີຜູ້ຕາງໜ້າຈາກສະມາຄົມຕ່າງໆທີ່ອາໃສຢູ່ເມືອງດັ່ງກ່າວເຂົ້າຮ່ວມວາງສະແດງຫຼາຍກວ່າ 50 ສະມາຄົມ. ຈຸດປະສົງກໍແມ່ນເພື່ອພົບປະ, ວາງ ສະແດງ ແລະ ເຜີຍແຜ່ວັດທະນະທໍາຮີດຄອງປະເພນີຂອງຕົນ. ໃນປີນີ້ ກໍເຊັ່ນດຽວກັນກັບທຸກໆປີ,  ສໍາພັນຄົນລາວ ທີ່ ປະເທດຝຣັ່ງ ເປັນສະມາຄົມຕົ້ນຕໍຂອງຊຸມຊົນຄົນລາວ ຕາງໜ້າໂດຍ ທ່ານ ຈູມຄໍາ ລວງວັນ, ປະທານສໍາພັນຄົນລາວ ທີ່ ປະເທດຝຣັ່ງ, ກໍາມະການສູນກາງແນວລາວສ້າງຊາດ ປະຈໍາ ປະເທດຝຣັ່ງ, ພ້ອມຄະນະກຳມະການບໍລິຫານງານສະມາຄົມ, ບັນດາສະມາຊິກ ແລະ ພີ່ນ້ອງເຊື້ອຊາດລາວທີ່ດໍາລົງຊີວິດຢູ່ປະເທດຝຣັ່ງ ໄດ້ຈັດຕັ້ງກັນເຂົ້າຮ່ວມງານວາງສະແດງ ກ່ຽວກັບ ປະເທດລາວ ເພື່ອໂຄສະນາເຜີຍແຜ່ວັດທະນະທໍາ, ຮີດຄອງປະເພນີອັນດີງາມຂອງລາວ ເປັນຕົ້ນແມ່ນການວາງ ສະແດງຮູບພາບ, ການໂຄສະນາສະຖານທີ່ທ່ອງທ່ຽວດ້ານປະຫວັດສາດ, ວັດທະນະທໍາ ແລະ ທໍາມະຊາດ, ການວາງສະແດງເຄື່ອງນຸ່ງຮົ່ມທີ່ມີເອກກະລັກໃນຊຸດປະຈໍາຂອງແຕ່ລະຊົນຊາດຊົນເຜົ່າລາວ, ການວາງສະແດງເຄື່ອງທີ່ລະນຶກ ເຊັ່ນ: ແຄນລາວ, ຕິບເຂົ້າ, ກະເປົາຜ້າທີ່ເຮັດຈາກຝ້າຍລາວ, ເຂັມຂັດທີ່ລະນຶກ, ຂັນໃສ່ບາດ ແລະ ພາຂັວນແບບລາວ ພ້ອມທັງແນະນໍາການມັດຂໍ່ຕໍ່ແຂນແບບປະເພນີລາວ ທີ່ເປັນຈຸດສົນໃຈຂອງຄົນຕ່າງປະເທດເປັນຢ່າງດີ. ນອກຈາກນີ້, ກໍ່ໄດ້ມີການຍ່າງເດີນແບບຂອງບັນດາລູກຫຼານເຊື້ອຊາດລາວ, ການນຸ່ງຊຸດປະຈໍາຊົນເຜົ່າຕ່າງໆ ພ້ອມທັງມີການອະທິບາຍປະຫວັດສາດຄວາມເປັນມາຂອງ ສປປ ລາວ ໃຫ້ບັນດາຜູ້ເຂົ້າຮ່ວມໃນງານທີ່ມີຄວາມສົນໃຈໄດ້ເປັນຢ່າງດີ.

ທ່ານ ສະເຕຟານ ຣາຟານລີ, ເຈົ້າເມືອງ ຣິສ-ອໍຣັງກິສ, ຄະນະປົກຄອງເຂດ ແອັດສອນ,    ຮອງປະທານຄະນະກໍາມະການເຂດພາກໃຕ້ນະຄອນຫຼວງປາຣີ ແລະ ທ່ານນາງ ມາລີ ເກເວນູ ຜູ້ແທນລັດສະດອນ ຂົງເຂດ ແອັດສອນ, ໄດ້ທ່ຽວຊົມຮ້ານວາງສະແດງ ທີ່ ຜາມ ສຳພັນຄົນລາວ ທີ່ ປະເທດ ຝຣັ່ງ ພ້ອມທັງໃຫ້ຄວາມສົນໃຈໃນເວທີການສະແດງທີ່ມີຄວາມປະທັບໃຈເປັນຢ່າງຍິ່ງ ຕໍ່ກັບຂະບວນການແຕ່ງກາຍຕາມປະເພນີທຸກຊົນເຜົ່າຂອງລາວ ທີ່ມີຄວາມງົດງາມ ແລະ ເຮັດໃຫ້ຊຸມຊົນມີຄວາມສົນໃຈເປັນສ່ວນໃຫຍ່ ຕໍ່ກັບກິດຈະກໍາຕ່າງໆ ທີ່ມາວາງສະແດງຢູ່ໃນຜາມຂອງ ສລຝ.

ໃນຕອນທ້າຍ, ທ່ານ ຮອງທູດ ໄດ້ຍ້ອງຍໍຊົມເຊີຍ ສໍາພັນຄົນລາວທີ່ປະເທດຝຣັ່ງ ທີ່ໄດ້ສົ່ງເສີມວັດທະນະທໍາ ຮີດຄອງປະເພນີຂອງລາວໄວ້ໃຫ້ລູກຫຼານສືບທອດເປັນຢ່າງດີ ແລະ ກ່າວສະແດງຂອບໃຈຕໍ່ຈຸດຢືນຂອງຄົນລາວ ທີ່ຍາມໃດຍັງປົກປັກຮັກສາຮີດຄອງປະເພນີ, ວັດທະນະທຳແຫ່ງຊາດລາວໃວ້ໃຫ້ໝັ້ນຄົງ ແລະ ມີຄວາມຜູກພັນກັບບ້ານເກີດເມືອງຂອງຕົນ, ຄົນລາວເຮົາ ຈະຢູ່ບ່ອນໃດ, ປະເທດໃດກໍ່ຕາມ ກໍ່ຍັງມີຄວາມຮັກແພງສາມັກຄີຊ່ວຍເຫຼືອເຊິ່ງກັນ ແລະ ກັນ. ການເຂົ້າຮ່ວມໃນງານຄັ້ງນີ້, ຍັງມີທ່ານ ສຸວັນລັງ ເພັດຈັນເພັງ ແລະ ທ່ານ ໂປນ ວັງເກ, ທັງສອງທ່ານ ເປັນກໍາມະການ     ສູນກາງແນວລາວສ້າງຊາດ ປະຈໍາ ປະເທດຝຣັ່ງ ກໍ່ໄດ້ກ່າວສະແດງຄວາມຊົມເຊີຍຕໍ່ຊຸມຊົນເຊື້ອຊາດລາວທີ່ໄດ້ມາຮ່ວມຢ່າງໜາແໜ້ນ. ຫຼັງຈາກນັ້ນ ຄະນະບໍລິຫານງານສໍາພັນຄົນລາວ ໄດ້ເຊື້ອເຊີນບັນດາແຂກ ແລະ ລູກຫຼານເຊື້ອຊາດລາວທີ່ມາເຂົ້າຮ່ວມງານຮັບປະທານອາຫານຄໍ່າຮ່ວມກັນ ດ້ວຍຄວາມເບີກບານມ່ວນຊື່ນ ແລະ ເປັນກັນເອງ, ຮັກສາໄດ້ຄວາມສາມັກຄີ ແລະ ຄວາມເປັນເອກະພາບກັນ.