ທະນາຄານ ຮ່ວມທຸລະກິດ ລາວ – ຫວຽດ ຈຳກັດ (LaoVietBank) ເປັນທະນາຄານຫນຶ່ງດຽວໃນ ສປປ ລາວ ທີ່ໄດ້ຮັບກຽດຈາກວາລະສານການເງິນຊັ້ນນຳລະດັບໂລກ Asian Banking & Finance ສະເໜີລາຍຊື່ຂອງທະນາຄານເຂົ້າຮ່ວມຄັດເລືອກ ເພື່ອຊິງລາງວັນໃນລາຍການ Banking & Finance Retail Banking Awards 2021. ເຊິ່ງການຄັດເລືອກໃນຄັ້ງນີ້, ແມ່ນມີບັນດາທະນາຄານທີ່ເຂົ້າຮ່ວມຄັດເລືອກເຖິງ 140 ທະນາຄານ ຈາກ 31 ປະເທດໃນທົ່ວໂລກ.
ຈາກຜົນການຄັດເລືອກຂອງຄະນະກໍາມະການ ໄດ້ເຫັນດີເປັນເອກະພາບຕັດສິນໃຫ້ທະນາຄານ ຮ່ວມທຸລະກິດ ລາວ-ຫວຽດ ຈໍາກັດ (LaoVietBank) ຂອງ ສປປ ລາວ ເປັນຜູ້ໄດ້ຮັບລາງວັນຊະນະເລີດ Laos Domestic Initiative of the Year ປະຈໍາປີ 2021 ໃນສາຂາ Wholesale Banking ທີ່ໄດ້ມີການປະກາດຜົນຜ່ານທາງເວັບໄຊ “Asian Banking & Finance” ໃນເດືອນກໍລະກົດ 2021 ຜ່ານມາ.
ຂໍ້ມູນຈາກເວັບໄຊ “Asian Banking & Finance” ລາຍງານບາງຕອນສໍາຄັນວ່າ: ສະພາບການລະບາດຂອງພະຍາດໂຄວິດ – 19 ທີ່ໄດ້ສົ່ງຜົນສະທ້ອນຢ່າງຫຼວງຫຼາຍໃນທົ່ວໂລກເວົ້າລວມ, ເວົ້າສະເພາະ ກໍ່ຄືບັນດາຂະແໜງ ການທາງດ້ານທຸລະກິດການທະນາຄານຢູ່ລາວໃນໄລຍະຜ່ານມາ ແລະ ວາລະສານການເງິນຊັ້ນນໍາລະດັບໂລກ Asian Banking & Finance ກໍ່ເຫັນໄດ້ຄວາມພະຍາຍາມຂອງ LaoVietBank ໃນການຂະຫຍາຍຕົວຢ່າງບໍ່ຢຸດຢັ້ງ ດ້ວຍທິດທາງຂອງການຫັນປ່ຽນເປັນທະນາຄານດິຈິຕ້ອນທີ່ທັນສະໄໝ, ຍົກສູງຄວາມປອດໄພ, ຄວາມໝັ້ນຄົງຂອງລູກຄ້າ ແລະ ອົງກອນເປັນສ່ວນສຳຄັນ; ຄຽງຄູ່ໄປພ້ອມກັບການຍົກລະດັບການບໍລິການລູກຄ້າ ແລະ ບັນດາຜະລິດຕະພັນການບໍລິການໃຫ້ດີຂຶ້ນກວ່າເກົ່າ ແລະ ໃນປີ 2020 ຜ່ານມາ, LaoVietBank ກໍ່ໄດ້ຮັບລາງວັນຈາກວາລະສານການເງິນຊັ້ນນໍາລະດັບໂລກເຊັ່ນກັນ, ແຕ່ຢູ່ໃນສາຂາ Laos Domestic Technology & Operations Bank of the Year.
ຂໍ້ມູນຈາກ ທະນາຄານ ຮ່ວມທຸລະກິດ ລາວ – ຫວຽດ ຈຳກັດ ເປີດເຜີຍໃຫ້ຮູ້ວ່າ: ນັບແຕ່ໄດ້ຮັບການສ້າງຕັ້ງການເຄື່ອນໄຫວທຸລະກິດ ວັນທີ 22/06/1999 ເປັນຕົ້ນມາຈົນເຖິງປັດຈຸບັນ. LaoVietBank ບໍ່ຢຸດທີ່ຈະພັດທະນາ ແລະ ມີຜົນສໍາເລັດຂະຫຍາຍຕົວໃນແຕ່ລະໄລຍະ ດັ່ງນີ້:
1). ຍັງຮັກສາໄດ້ຕໍາແໜ່ງ 1 ໃນ 3 ທະນາຄານທຸລະກິດ ທີ່ມີການເຄື່ອນໄຫວໃຫຍ່ທີ່ສຸດໃນລາວ ທາງດ້ານລວມຍອດຊັບສິນ, ການລະດົມທຶນ, ການປ່ອຍກູ້ ແລະ ຍົກສູງໝາກຜົນການເຄື່ອນໄຫວທຸລະກິດໄປພ້ອມກັບຄຳຂວັນທີ່ວ່າ: “ມີວິໄນ, ເປັນລະບຽບ, ປ່ຽນແປງໃໝ່, ຄຸນນະພາບ, ປະສິດທິຜົນ.” ນອກນັ້ນ, ຍັງຮັກສາໄດ້ມູນເຊື້ອອັນດີງາມຂອງທະນາຄານທີ່ມີຜົນການດໍາເນີນທຸລະກິດທີ່ດີທີ່ສຸດໃນ ສປປ ລາວ.
2). ສຸມໃສ່ລະດົມທຶນພາຍໃນປະເທດ ແລະ ຂະຫຍາຍສິນເຊື່ອໃຫ້ແກ່ບັນດາຫົວໜ່ວຍວິສາຫະກິດຂອງລາວທີ່ມີກໍາລັງການຜະລິດໄປຕາມກົນໄກເສດຖະກິດຕະຫຼາດ; ເອົາໃຈໃສ່ສະໜອງບັນດາຜະລິດຕະພັນບໍລິການເຂົ້າໃນວິສາຫະກິດຫວຽດນາມທີ່ລົງທຶນຢູ່ລາວ; ບັນດາວິສາຫະກິດຂອງລາວທີ່ມີທ່າແຮງ ແລະ ໄດ້ຮັບບູລິມະສິດ ເປັນຕົ້ນແມ່ນ: ຂະແໜງ ພະລັງງານ, ບໍ່ແຮ່, ກະສິກໍາ, ອຸດສາຫະກໍາ ແລະ ອື່ນໆ.
3). ຂະຫຍາຍຕົວທາງດ້ານຂະໜາດຢ່າງເໝາະສົມ, ຮັບປະກັນການດໍາເນີນທຸລະກິດໃຫ້ມີຄວາມປອດໄພ ແລະ ມີປະສິດທິພາບ, ການຂະຫຍາຍແຫຼ່ງທຶນໃຫ້ເໝາະສົມກັບການຂະຫຍາຍສິນເຊື່ອ ພ້ອມທັງຮັກສາສະພາບຄ່ອງ.
4). ຊຸກຍູ້ສົ່ງເສີມການພັດທະນາຜະລິດຕະພັນ ແລະ ການບໍລິການດ້ວຍລະບົບເຕັກໂນໂລຊີທັນສະໄໝ, ສົ່ງເສີມການຂະຫຍາຍລູກຄ້າບຸກຄົນ, ວິສາຫະກິດຂະໜາດນ້ອຍ ແລະ ກາງ (SMEs) ເພື່ອແນໃສ່ສ້າງຄວາມໄດ້ປຽບໃນການແຂ່ງຂັນກັບທະນາຄານທຸລະກິດອື່ນໆ, ຍົກສູງຄຸນນະພາບການບໍລິການໄປສູ່ເປົ້າໝາຍກາຍເປັນທະນາຄານເອເລັກໂທຣນິກທີ່ທັນສະໄໝແຖວໜ້າຂອງປະເທດລາວ.
————————–
ທະນາຄານ ຮ່ວມທຸລະກິດ ລາວ – ຫວຽດ ຈໍາກັດ
⦅ຂົວຕໍ່ແຫ່ງຜົນສໍາເລັດ⦆
Hotline: 1440
LaoVietBank


