ນັບຕັ້ງແຕ່ປີ 2009 ເປັນຕົ້ນມາ ອົງການສະຫະປະຊາຊາດກອງທຶນສຳລັບປະຊາກອນ UNFPA ໄດ້ຮ່ວມມືກັບກະຊວງສາທາລະນະສຸກ ແລະ ກະຊວງສຶກສາທິການ ແລະ ກິລາ ຢ່າງໃກ້ຊິດໃນການສະໜັບສະໜູນວຽກງານຜະດຸງຄັນຂອງ ສປປ ລາວ.
ໃນທ້າຍປີ 2022 ອົງການສະຫະປະຊາຊາດກອງທຶນສຳລັບປະຊາກອນ UNFPA ໄດ້ເຂົ້າມາຢ້ຽມຢາມ ສປປ ລາວ ເພື່ອປະເມີນສະຖາບັນ 3 ແຫ່ງຄື: ວິທະຍາໄລ ວິທະຍາສາດ ສຸຂະພາບ ຈໍາປາສັກ, ຫຼວງພະບາງ ແລະ ຊຽງຂວາງ, ເຊິ່ງຜົນການປະເມີນທີ່ອອກມາ ແມ່ນສາມາດບັນລຸເກນມາດຕະຖານຂອງສະຫະພັນຜະດຸງຄັນສາກົນ ຫຼື International Confederation of Midwives (ICM) ໄດ້ເຖິງ 35 ໃນຈໍານວນທັງໝົດ 37 ມາດຕະຖານ, ໂດຍທີ່ສອງມາດຕະຖານທີ່ຍັງເຫຼືອສາມາດບັນລຸໄດ້ບາງສ່ວນ ແລະ ໄດ້ປະກາດຢ່າງເປັນທາງການຮັບຮອງເອົາ ສູນການສຶກສາຜະດຸງຄັນ 3 ແຫ່ງໃນ ສປປ ລາວ ໃນວັນທີ 07 ມັງກອນ 2023 ທີ່ຜ່ານມາ.
ວິທະຍາໄລ ວິທະຍາສາດ ສຸຂະພາບ ແຂວງຊຽງຂວາງ ເປັນວິທະຍາໄລໜື່ງທີ່ມີການເຄື່ອນໄຫວການຮຽນການສອນ ໂດຍປະຕິບັດຕາມ ແຜນການຮຽນການສອນຂອງກະຊວງສາທາລະສຸກວາງອອກ ສະເພາະວຽກງານສຸຂະພາບໄວຈະເລີນພັນ, ການວາງແຜນຄອບຄົວ ໂດຍສອນໃຫ້ນັກຮຽນຮູ້ຈັກກ່ຽວກັບການໃຫ້ ຄໍາປຶກສາ, ໃຫ້ການບໍລິການ, ການວາງແຜນຄອບຄົວ ແລະ ການໃຫ້ຄຳແນະນຳນອກສະຖານທີ່ ກ່ອນຈະລົງໄປປະຕິບັດຕົວຈິງ ເຊິ່ງຈະມີສາຍກົງ ແລະ ສາຍຕໍ່ເນື່ອງ ໂດຍມີນັກສຶກສາເຂົ້າຮຽນ ປະມານ 200 ກວ່າຄົນຕໍ່ປີ.
ສຳລັບສາຍຕໍ່ເນື່ອງແມ່ນໄດ້ຄັດເລືອກເອົາແພດໝໍ, ວິຊາການຈາກໂຮງໝໍເມືອງ, ໂຮງໝໍແຂວງ ແລະ ຜູ້ປະຕິບັດຕົວຈິງຕໍ່ວຽກງານດັ່ງກ່າວ ມາຝຶກອົບຮົມທາງດ້ານທິດສະດີ ແລະ ປະຕິບັດຕົວຈິງ ແລ້ວນໍາໄປຜັນຂະຫຍາຍ ແລະ ຈັດຕັ້ງປະຕິບັດຢູ່ໃນຂົງເຂດວຽກງານຂອງຕົນຮັບຜິດຊອບ. ສຳລັບສາຍກົງ ໄດ້ມີຫຼັກສູດຊັ້ນສູງ ສາຍພະດຸງຄັນ ໂດຍນັກສຶກສາໄດ້ຮຽນທິດສະດີ, ພາກປະຕິບັດຕົວຈິງກັບຫຸ່ນ, ປະຕິບັດຕົວຈິງຢູ່ໂຮງໝໍເມືອງ, ໂຮງໝໍແຂວງ, ລົງໂຄສະນາຊຸມຊົນຢູ່ໂຮງຮຽນ ແລະ ທ້ອງຖີ່ນພາຍໃນແຂວງ,
ເຊິ່ງໄດ້ຮັບການຊ່ວຍເຫຼືອດ້ານການຝຶກອົບຮົມ, ດ້ານອຸປະກອນ ແລະ ງົບປະມານ ຈໍານວນໜື່ງຈາກອົງການ UNFPAເຊັ່ນ : ອຸປະກອນການເກີດລູກ, ຫຸ່ນໃສ່ຫ່ວງ, ຫຸ່ນເຄິ່ງໂຕ, ຢາຄຸມກຳເນີດ ແລະ ອື່ນໆ.
ສຳລັບໂຄງການຮັບຮອງມາດຕະຖານການສຶກສາຜະດຸງຄັນຂອງ ICM (MEAP) ແມ່ນການຮັບຮອງທີ່ອີງໃສ່ຫຼັກການປະຕິບັດທີ່ດີທີ່ສຸດຂອງສາກົນ. ເປົ້າໝາຍຂອງໂຄງການດັ່ງກ່າວ ແມ່ນເພື່ອປະເມີນຫຼັກສູດການສຶກສາຜະດຸງຄັນກ່ອນການໃຫ້ບໍລິການ ໂດຍອີງໃສ່ມາດຕະຖານສາກົນຂອງ ICM. ນອກນີ້ MEAP ຍັງເປັນຕົວຊີ້ວັດສໍາຄັນໃຫ້ແກ່ວຽກງານການສຶກສາຜະດຸງຄັນ ໃນການກ້າວໄປສູ່ລະດັບສາກົນ ແລະ ສປປ ລາວ ຍັງເປັນປະເທດທຳອິດໃນອາຊຽນທີ່ໄດ້ຮັບຮອງ.
ການລົງເກັບກຳຂ່າວຄັ້ງນີ້ນຳພາໂດຍ ສູນສະຖິຕິ ແລະຂ່າວສານສາທາລະນະສຸກ, ກະຊວງສາທາລະນະສຸກ ໂດຍໄດ້ຮັບການສະໜັບສະໜູນຈາກ ອົງການສະຫະປະຊາຊາດກອງທຶນສະລັບປະຊາກອນ (UNFPA)




